ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມຊົນລາວ ເລີ້ມເຂົ້າມາຕັ້ງຖິ່ນຖານ ໃນເຂດພາກເໜືອລັດເວີຈີເນຍ ເມື່ອປີ 1976


ຮູບຍາເອື້ອຍຄຳເພັດ ແລະສາມີ
ຮູບຍາເອື້ອຍຄຳເພັດ ແລະສາມີ

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງ​ວີ​ໂອ​ເອພາກ​ພາ​ສາ​ລາວ ທີ່ຈະນຳເອົາຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຢູ່ຕາມເມືອງແລະລັດຕ່າງໆ ໃນທົ່ວທະວີບອາເມຣິກາ ມາລົມສູ່ທ່ານຟັງ ແລະໃນແລງມື້ນີ້ເຮົາ​ຈະ​ພາ​ທ່ານ​ໄປ​ຮູ້​ຈັກກັບ​ຊຸມຊົນ​ລາວໃນ​ເຂດ​ພາກເໜືອລັດເວີຈີເນຍ ຊຶ່ງເປັນບ່ອນນຶ່ງ ທີ່​ມີ​ຄົນ​ລາວ​ເຂົ້າ​ມາ​ອາ​ໄສ​ຢູ່​ເປັນ​ແຫ່ງ​ທຳ​ອິດ ໃນ​ທະ​ວີບ​ອາ​ເມຣິກາ. ໄພ​ສານ ມີ​ລາຍ​ງານ​ເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ພາກເໜືອລັດເວີຈີເນຍ ຕັ້ງຢູ່ອີກຟາກນຶ່ງຂອງແມ່ນໍ້າໂປແມັກ ກົງກັນຂ້າມກັບ ນະຄອນ ຫຼວງວໍຊິງຕັນ ຂອງສະຫະລັດ ຊຶ່ງປະກອບດ້ວຍຫລາຍໆເຂດ ຮວມທັງອາລິງຕັນຄາວຕີ້ ອາເລັກຊານເດຣຍຊີຕີ້ ຟອລສ໌ເຈີສຊີຕີ້ ແຟແຟັກຄາວຕີ້ ປຣິນວິລລ້ຽມຄາວຕີ້ ລາວດອນຄາວຕີ້ ຕະຫຼອດທັງໂຟເກຍຄາວຕີ້. ເຂດດັ່ງກ່າວ ມີພົນລະເມືອງຢູ່ປະມານ 3 ລ້ານ ກວ່າຄົນ ມີຫຼາຍຊົນຊາດຊົນເຜົ່າໄສຢູ່ແລະກໍມີຊາວເອເຊຍອາໄສຢູ່ເປັນຈຳນວນຫຼວງຫຼາຍ.

ນັບແຕ່ລາວແລະສະຫະລັດໄດ້ສ້າງຕັ້ງສາຍພົວພັນທາງດ້ານການທູດລະຫວ່າງ ກັນໃນຊຸມປີິ 1950 ແລ້ວ ກໍເລີ້ມມີການສົ່ງ ເຈົ້າໜ້າທີ່ການທູດ ຂອງລາວ ມາປະຈຳການຢູ່ທີ່ນະຄອນຫຼວງວໍຊິງຕັນ ແຕ່ການທີ່ມີຄົນລາວເຂົ້າມາອາໄສຢູ່ໃນເຂດພາກເໜືອ ລັດເວີຈີເນຍປີໃດແທ້ນັ້ນ ແມ່ນຍັງບໍ່ເປັນທີ່ຈະແຈ້ງເທື່ອ ແຕ່ແນວໃດກໍຕາມ ໃນກາງປີ 1975 ປາກົດວ່າມີພວກນັກການທູດລາວ ຄູສອນພາສາລາວ ພະນັກງານວິທະຍຸສຽງອາເມຣິກາ ແລະຄົນລາວຈຳນວນນຶ່ງ ກໍໄດ້ເຂົ້າມາອາໄສ ຢູ່ໃນເຂດດັ່ງກ່າວນີ້ແລ້ວ. ນອກນັ້ນປີ 1975 ຍັງເປັນປີທີ່ສະຫະ ລັດເລີ້ມຮັບເອົາອົບພະຍົບຈາກອິນໂດຈີນແລະການຫຼັ່ງໄຫຼເຂົ້າມາຂອງພວກອົບພະຍົບ ເຮັດໃຫ້ໂສມໜ້າຂອງພາກເໜືອລັດເວີຈີເນຍ ແລະເຂດນະຄອນຫຼວງວໍຊິງຕັນມີການປ່ຽນແປງຢ່າງໃຫຍ່. ການເຂົ້າມາຕັ້ງຖິ່ນຖານຂອງຊາວລາວອົບພະຍົບຈຸທຳອິດ ໃນເຂດດັ່ງກ່າວແມ່ນເລີ້ມຂຶ້ນແຕ່ປີ 1976 ເປັນຕົ້ນມາ.

ທ່ານພັນຕະຣັຕນະ ພຣະສວັດ ພ້ອມດ້ວຍຍານາງຫງວນວິໄລຜູ້ເປັນພັນລະຍາ ລູກໆໄດ້ຍ້າຍເຂົ້າມາຕັ້ງຫລັກແຫລ່ງ ຢູ່ໃນສະຫະລັດ ໃນເດືອນກຸມພາປີ 1980 ໂດຍໄດ້ເຂົ້າມາອາໄສຢູ່ໃນເຂດເມືອງອາລິງຕັນພາກເໜືອລັດເວີຈີເນຍ. ຊຶ່ງທ່ານພັນຕະໃຫ້ການຊີ້ແຈງກ່ຽວກັບເລື້ອງນີ້ວ່າ:


ໃນເລື້ອງວຽກງານນັ້ນ ທ່ານພັນຕະກ່າວວ່າ ທ່ານໄດ້ເຮັດວຽກເຮັດການນຳລັດ ຖະບານທ້ອງຖິ່ນ ຊຶ່ງກໍເປັນອາຊີບທີ່ໝັ້ນຄົງພໍສົມຄວນ ແລະທ່ານກໍເຮັດວຽກນີ້ມາໄດ້ຫຼາຍຟ້າຫຼາຍປີແລ້ວ. ທ່ານພັນຕະເວົ້າສູ່ຟັງຕື່ມວ່າ:


ກ່ຽວກັບເລື້ອງຜົນປະໂຫຍດໃນເລື້ອງວຽກການນັ້ນ ທ່ານພັນຕະບອກວ່າ ກໍດີພໍສົມຄວນ ເພາະເວລາອອກກິນເບ້ຍບຳນານແລ້ວ ຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ.

ທ່ານພັນຕະຣັຕນະ ແລະຍານາງຫງວນວິໄລ ພຣະສວັດ
ທ່ານພັນຕະຣັຕນະ ແລະຍານາງຫງວນວິໄລ ພຣະສວັດ

ທ່ານພັນຕະກ່າວສະຫລຸບວ່າ ເມືອງອາເລັກຊານເດຣຍ ເປັນເມືອງທີ່ສວຍງາມ ມີຄວາມເປັນຕາໜ້າຢູ່ ແລະກໍໃກ້ວຽກໃກ້ການ.


ຍານາງຫງວນວິໄລ ພຣະສວັດ ຜູ້ເປັນພັນລະຍາເວົ້າວ່າ ຍານາງມັກຫຼາຍ ເມືອງອາເລັກຊານເດຣຍ ຊຶ່ງຍານາງໃຫ້ຄວາມເຫັນຕື່ມດັ່ງນີ້:


ສ່ວນຍາເອື້ອຍຄຳເພັດ ວໍຣະສານ​ ຊຶ່ງໃນຂັ້ນຕົ້ນໄດ້ໄປຕົກຢູ່ລັດຄາລີຟໍເນຍ ແຕ່ໄດ້ຍົກຍ້າຍເຂົ້າມາຢູ່ໃນເຂດພາກເໜືອລັດເວີຈີເນຍ ເມື່ອທ້າຍຊຸມປີ 1980. ຍາເອື້ອຍຄຳເພັດ ໃຫ້ການຊີ້ແຈງວ່າ:


ຊີວິດການເປັນຢູ່ ໃນເຂດພາກເໜືອລັດເວີຈີເນຍເປັນແບບໃດນັ້ນ ຍາເອື້ອຍຄຳເພັດເວົ້າວ່າ ມີຄວາມສະດວກສະບາຍຫຼາຍ ຍ້ອນເຫດຜົນຫຼາຍອັນຫຼາຍແນວ ຍາເອື້ອຍຄຳເພັດ ໃຫ້ຄວາມເຫັນເພີ້ມຕື່ມວ່າ:

ໃນເລື້ອງອາຫານການກິນມາຈາກເຂດເອເຊຍນັ້ນ ຍາເອື້ອຍຄຳເພັດກ່າວວ່າ ມີຫຼາຍຢູ່ເຖິງແມ່ນວ່າຈະບໍ່ມີຫຼາຍ ຄືກັນກັບເຂດທີ່ຢູ່ນອກອອກໄປ ແຕ່ກໍມີພຽງພໍ ກັບຄວາມຕ້ອງການຢູ່.


ກ່ຽວກັບເລື້ອງລ້າເລື້ອງການນັ້ນ ຍາເອື້ອຍຄຳເພັດເວົ້າວ່າ ຄົນລາວເຮົາສ່ວນຫຼາຍກໍບໍ່ໄດ້ເຮັດວຽກຢູ່ໃນເຂດອາລິງຕັນແລ້ວ ແລະເວລານີ້ຄົນລາວກໍໄດ້ພາກັນຍົກຍ້າຍອອກໄປຢູ່ທາງນອກຫຼາຍຂຶ້ນ. ຍາເອື້ອຍຄຳເພັດກ່າວວ່າ:

ພາກເໜືອລັດເວີຈີເນຍ ມີຄວາມເປັນຕາໜ້າຢູ່ແບບໃດ ຈຶ່ງເຮັດໃຫ້ຍາເອື້ອຍຄຳເພັດ ທີ່ມາຈາກບ້ານມະໂນ ໃນແຂວງຫຼວງພະບາງ ຕົກລົງປົງໃຈຕັ້ງຖິ່ນຖານຢູ່ໃນເຂດອາລິງຕັນ ມາຈົນຮອດປັດຈຸບັນ ຊຶ່ງຍາເອື້ອຍກ່າວກ່ຽວກັບເລື້ອງນີ້ວ່າ:


ບໍ່​ວ່​າ​ຄົນ​ລາວ ​ຈະ​ໄປ​ຕົກ​ຢູ່ແຫ່ງຫົນໃດ ເພື່ອ​ຮັກ​ສາ​ໄວ້ຊຶ່ງຄວາມເປັນເອກກະລັກ​ຂອງ​ຕົນ ແລະ​ສະ​ແດງ​ໃຫ້​ເຫັນ ​ເຖິງ​ການມີ​ໜ້າ​ຂອງຄົນ​ລາວ ທີ່ເຂົ້າ​ມາ​ອາ​ໄສຢູ່​ໃນ​ເຂດ​ພາກ​ເໜືອຂອງລັດ​ເວີ​ຈີ​ເນຍນັ້ນ ພວກ​ເຂົາ​ເຈົ້າ ກໍ​ເລີ້ມ​ພາ​ກັນ​ດີ້ນ​ຮົນ​ຂົນ​ຂວາຍ ຫາ​ທາງ​ສ້າງວັດ​ສ້າງວາ ເພື່ອເປັນທີ່ເພິ່ງທາງດ້ານຈິດໃຈ ​ຊຶ່ງຄວາມພະ ຍາຍາມຂອງພວກເຂົາເຈົ້າໄດ້ປະສົບຜົນສຳເລັດ ເວລາການສ້າງສາລາໂຮງທັມໃຫຍ່ວັດລາວພຸດທະວົງຊຶ່ງເປັນວັດໃຫຍ່ສຸດໃນເຂດພາກເໜືອລັດເວຈີເນຍແລ້ວ ໃນປີ 1991. ນອກຈາກວັດລາວພຸດທະວົງແລ້ວ ກໍມີການສ້າງ ວັດປ່າພຸດທະທາຣາມແລະເວລານີ້ ກໍມີວັດລາວພຸດທະເມດຕາ ທີ່ຍ້າຍໄປຈາກເມືອງລໍຕັນໄປຢູ່ເມືອງອັບເປີມາລໂບໂຣ ໃນລັດແມຣີແລນ.

ຂະບວນແຫ່ ໃນພິທີທາງສາສະໜາທີ່ຈັດຂຶ້ນຢູ່ວັດລາວພຸດທະວົງ ເຂດນະຄອນຫຼວງວໍຊິງຕັນ
ຂະບວນແຫ່ ໃນພິທີທາງສາສະໜາທີ່ຈັດຂຶ້ນຢູ່ວັດລາວພຸດທະວົງ ເຂດນະຄອນຫຼວງວໍຊິງຕັນ

ການ​ມີ​ໜ້າ​ຂອງ​ຄົນ​ລາວ ​ໃນ​ພາກ​ເໜືອ​ລັດ​ເວີ​ຈີ​ເນຍ ຍັງ​ໄດ້​ເຮັດ​ໃຫ້​ຫຼາຍໆ​ຢ່າງປ່ຽນ​ແປງ​ໄປ. ໃນ​ດ້ານ​ອາ​ຫານ​ການ​ກິນ ເມື່ອ​ປີ 1975 ກ່​ອນຈະ​ຊື້​ເຂົ້າ​ໜຽວ​ຢູ່​ໃນ​ເຂດນີ້​ໄດ້ ຕ້ອງ​ໄດ້​ໄປ​ສັ່ງ​ຢູ່​ຮ້ານ​ໄທ​ຊຶ່ງມີ​ພຽງ​ບໍ່​ເທົ່າ​ໃດ​ຮ້ານ​ໃນ​ເວ​ລານັ້ນ ແລະ​ ຕ້ອງ​ໃຊ້​ເວ​ລາອາ​ທິດກວ່າໆ ກ່ອນ​ທີ່​ເຂົ້າ​ດັ່ງ​ກ່າວ ​ຈະ​ມາ​ຮອດ. ແຕ່​ດຽວນີ້ ເຂົ້າ​ໜຽວ​ດີໆ ມີຂາຍ​ກັນ​ເກື່ອນ​ກາດຢູ່​ຕາມ​ຮ້ານ​ຄ້າ ​ແມ່ນ​ແຕ່​ຮ້ານ​ຄ້າອາ​ເມ​ຣິ​ກັນກໍມີ ແລະນອກນັ້ນ ຍັງ​ມີອາ​ຫານ​ທີ່​ຫາ​ຍາກ​ຕ່າງໆ​ໃນ​ເມື່ອກ່ອນ ກໍມີ​ຂາຍ​ກັນ​ຢ່າງ​ຫຼວງ​ຫຼາຍ ຕະ​ຫຼອດ​ຮອດ​ໝາກ​ໄມ້​ເຂດ​ເມືອງ​ຮ້ອນ ແລະ​ປູ​ປາ​ນາ​ນ້ຳ ຜັກ​ໝີ່ ແມ່ນ​ແຕ່​ຢາ​ນາງ ຜັກ​ສະ​ແງງ ຜັກ​ສະ​ເມັກ ຜັກ​ຂະ​ຫຍ້າ ໜໍ່​ໄມ້​ສົດ ກໍມີ​ຂາຍ​ກັນ​ບໍ່​ຄື​ແຕ່ກ່ອນ ໂດຍນຳເຂົ້າມາແຕ່ອາເມຣິກາໃຕ້.

ຮ້ານ​ອາ​ຫານ​ລາວທີ່​ມີ​ຊື່ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອກກະລັກອີກຢ່າງນຶ່ງ ໃນການມີໜ້າຂອງຄົນລາວຢູ່ທີ່ນີ້ ກໍມີຮ້ານອາຫານຕິບເຂົ້າ ຢູ່ຖະໜົນ 14 ໃນນະຄອນຫຼວງວໍຊິງຕັນ ຊຶ່ງໄດ້ເປີດບໍລິການມາ​ໄດ້ຫຼາຍປີ​ແລ້ວ ແລະ​ກ່ອນ​ໜ້ານັ້ນ ເຈົ້າ​ຂອງ​ຮ້ານ​ດັ່ງ​ກ່າວ ກໍໄດ້ເປີດຮ້ານອາຫານປາແດກໃນເຂດເມືອງຟອລສ໌ເຈີສ ແລະຮ້ານອາຫານ ທັງສອງນີ້ ແມ່ນໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ທັງຈາກຄົນລາວ ແລະຕ່າງປະເທດ ແລະກໍຕິດອັນດັບຮ້ານ ອາຫານດີເດັ່ນມາໂດຍຕະຫຼອດ.

ຊາວລາວໃນຂົງເຂດພາກເໜືອຂອງລັດເວີຈີເນຍ ​ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ມີ​ຈຳ​ນວນ ຫຼາຍ​ພັນ​ຄົນ ຕ້ອງໄດ້ປຸ້ມລຸມສາມັກຄີກັນ ເພື່ອໃຫ້ພວກລູກຫຼານທີ່ເປັນຄົນອາເມຣິກັນເຊື້ອສາຍລາວ ສາມາດສືບສານຕໍ່ ປະເພນີອັນດີງາມ ຂອງລາວເອົາໄວ້.

XS
SM
MD
LG