ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມ​ຊົນ​ລາວ ໃນ​ເຂດ​ພາກ​ເໜືອ ລັດເທັກ​ຊັ​ສ ​ສະ​ຫຼອງ​ບຸນ ອອກ​ພັນ​ສາ


ພະ​ອາ​ຈານ​ກົມ​ມະ​ນາ ວົງ​ພັກ​ດີ ເຈົ້າ​ອາ​ວາດ​ວັດ​ລາວ​ເທບ​ນິ​ມິດ ທີ່​ເມື​ອງ​ຊາ​ກີ​ນໍ ລັດ​ເທັກ​ຊັ​ສ.
ພະ​ອາ​ຈານ​ກົມ​ມະ​ນາ ວົງ​ພັກ​ດີ ເຈົ້າ​ອາ​ວາດ​ວັດ​ລາວ​ເທບ​ນິ​ມິດ ທີ່​ເມື​ອງ​ຊາ​ກີ​ນໍ ລັດ​ເທັກ​ຊັ​ສ.

ໃນ​ລາຍງານພິ​ເສດ ຂອງ​ວີ​ໂອ​ເອ​ພາກ​ພາ​ສາ​ລາວ ແລງມື້ນີ້ ໄພ​ສານຈະ​ພາທ່ານໄປຮູ້ຈັກ ກັບ​ປະ​ຊາ​ຄົມ​ລາວ ໃນ​ເຂດພາກເໜືອ ລັດ​ເທັກ​ຊັ​ສ ຊຶ່ງ​ເປັນ​ເຂດນຶ່ງ​ ທີ່​ມີ​ຄົນ​ລາວ​ອາ​ໄສ​ຢູ່ ໜາ​ແໜ້ນ​ທີ່​ສຸດ ໃນ​ສະ​ຫະ​ລັດ.

ຊຸມຊົນລາວໃນເຂດພາກເໜືອຂອງລັດເທັກຊັສ ຈະພາກັນເຮັດບຸນອອກ ພັນສາ ໃນວັນທີ 28 ຕຸລາຈະມານີ້ ຊຶ່ງພະອາຈານກົມມະນາ ວົງພັກດີ ເຈົ້າ ອາວາດ ວັດລາວເທບນິມິດທີ່ເມືອງຊາກີນໍ ກ່າວກ່ຽວກັບເລື້ອງນີ້ວ່າ:

"ເວລານີ້ ທາງຄະນະເຈົ້າອະທິການວັດ ພ້ອມກຳມະການວັດທຸກທ່ານ ໄດ້ພາກັນຫ້າງຫາຈັດ ຕຽມ ໃນວັນທີ 28 ຈະໄດ້ຕັກບາດ ບຸນອອກພັນສາ ກ່ຽວກັບຮີດສິບຄອງສິບສີ່ ຮີດຍີ່ຄອງຈຽງ ຂອງປະຊາຊົນຄົນລາວ ຄົນໄທ ຄົນຂະເໝນ ທີ່ໄດ້ມາອາໄສຢູ່ຕ່າງແດນ ໄດ້ມາທຳບຸນຕັກ ບາດອອກພັນສາ ເພາະວ່າພວກເຮົາບໍ່ໄດ້ລະ ບໍ່ໄດ້ປະຮີດຂອງພວກເຮົາ ໄດ້ມາອາໄສບ້ານ ເພິ່ນເມືອງທ່ານ ແຕ່ກໍຍັງໄດ້ທຳພາລະໜ້າທີ່ ພິທີກິດຂອງສົງ ພ້ອມດ້ວຍອອກຕົນຍາດໂຍມ ໄດ້ພາກັນຕຽມຜ້ານ້ຳຝົນແລະກາໄດ້ພາກັນຫ້າງຫາເຄື່ອງໄຊຍະທານ ເພື່ອຊິໄດ້ມາທຳບຸນ ອອກພັນສາໃນຄັ້ງນີ້."

ພະ​ອາ​ຈານ​ກົມ​ມະ​ນາ​ກ່າວ​ວ່າ ​ໃນ​ແຕ່​ລະ​ປີ​ກໍ​ມີ​ຜູ້​ຄົນມາ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ​ພາຍ​ມາກ ຊຶ່ງ​ເຮັດ​ໃຫ້​ພະ​ອາ​ຈານ​ຍ້ອງ​ຍໍ​ສັນ​ລະ​ເສີນ​ໃນ​ຄວາມ​ເປັນ​ຄົນ​ລາວໃນ​ຄວາມ​ເປັນ​ຊາວ​ພຸດ​ທີ່​ເຮັດ​ໃຫ້​ວັດ​ວາ​ສາ​ສະ​ໜາ​ຢູ່​ໃນ​ຕ່າງ​ແດ​ນ​ຈະ​ເລີນ​ຮຸ່ງ​ເຮືອງ. ນອກຈາກການເຮັດບຸນຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດສືບຕໍ່ກັນມາແລ້ວ ພະ​ອາຈານ​ກົມ​ມະ​ນາ​ກ່າວ​ວ່າ ທາງວັດເທບນິີມິດ ຍັງມີການ ຈັດງານບຸນຕ່າງໆຕື່ມອີກ.

ຄືອາດຕະມາໄດ້ມາຢູ່ອາເມຣິກາ ມາດຳລົງຊີວິດຢູ່ໃນສະຫະລັດອາເມຣິກາໄດ້ເຮັດພິທີທາງ ສາສະໜາພຸດເຮົາແລ້ວ ບາງຄັ້ງຍັງໄດ້ຈັດງານສະເຫຼີມສະຫຼອງ ຄືເປັນວັນສຳຄັນຂອງອາເມ ຣິກາ ຄືວ່າ July 4th ບໍ່ ຫລືວ່າບຸນ Halloween ບໍ່ ຫລືວ່າເປັນແຮັບປີນິວເຢຍສາກົນ ພວກ ເຮົາກໍມີການທຳບຸນຕັກບາດສະເຫຼີມສະຫຼອງ ຄືຢູ່ໃນວັດລາວເທບນິມິດຂອງພວກເຮົາ ໃຫຍ່ ທີ່ສຸດກໍຄືເປັນການສະເຫຼີມສະຫຼອງ ສົງການປີໃໝ່ລາວ ຂອງພວກເຮົາ ຄົນຊິມາຈາກທົ່ວສາ ລະທິດ ໄດ້ມາຈາກຫຼາຍປະເທດ ມາສະເຫຼີມສະຫຼອງປີໃໝ່ ໃນວັດເທບນິມິດຂອງພວກເຮົາ ຖືວ່າງານປະເພນີຂອງລາວເຮົາໜີ້ ແມ່ນໃຫຍ່ທີ່ສຸດ ຄືບຸນປີໃໝ່ລາວ."

ຊາວລາວເລີ້ມອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນເຂດພາກເໜືອລັດເທັກຊັສໄດ້ 4 ທົດສະວັດ ແລ້ວ ເລີ້ມແຕ່ຊຸມປີ 1970 ແລະ 1980 ແລະ ໃນປັດຈຸບັນນີ້ມີ ຄົນລາວ 11,000 ກວ່າຄົນອາ ໄສຢູ່ໃນເຂດເມືອງຊາກີນໍ 1,000 ກວ່າຄົນໃນເຂດເມືອງກາແລນແລະ 800 ຄົນໃນເຂດເມືອງ ດາລລັສ ເມືອງຣິເຈີດສັນ ແລະໃນຈຳຫລຸດລົງມາ ຢູ່ໃນເຂດອື່ນໆ.

ວັດ​ລາວ​ເທບ​ນິ​ມິດ ເມືອງ​ຊາ​ກີ​ນໍ ລັດ​ເທັກ​ຊັ​ສ
ວັດ​ລາວ​ເທບ​ນິ​ມິດ ເມືອງ​ຊາ​ກີ​ນໍ ລັດ​ເທັກ​ຊັ​ສ

ອີງຕາມການສຳຫຼວດສຳມະໂນຄົວໃນປີ 2010 ເມືອງດາລລັສ ຝອດເວີດແລະ ອາລິງຕັນ ເປັນເຂດທີ່ມີຊຸມຊົນລາວອາໄສຢູ່ຫຼາຍເປັນອັນດັບ 2 ໃນສະຫະລັດ​ອາເມຣິກາ ຮອງຈາກເຂດນະຄອນຊາກຣາເມັນໂຕໃນລັດຄາລີຟໍເນຍ ທີ່ມີຊາວ ລາວອາໄສຢູ່ຫຼາຍກວ່າໝູ່.

ທ່ານ​ອິນ​ແປງ ສຸ​ຂຸມ​ລາດ ທີ່​ເດີນ​ທາງ​ອອກ​ຈາກ​ລາວ​ມາ​ແຕ່​ປີ 1977 ມາ​ຕົກຢູ່​ປະ​ເທດໄທປີກວ່າ ແລະ​ຫຼັງ​ຈາກນັ້ນ ​ກໍ​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ສະ​ຫະ​ລັດ​ອ​າ​ເມ​ຣິ​ກາໃນປີ 1979 ທີ່​ເມືອງ​ແອ​ລ​ຈີນ ລັດ​ອິ​ລ​ລີ​ນອຍ ເປັນ​ເວ​ລາສາມ​ສີ່ປີ ກ່ອນຈະ​ຍ້າຍມາ​ຢູ່​ ທີ່ເມືອງ​ຝອດ​ເວີດ ລັດ​ເທັກ​ຊັ​ສ ໃນ​ທ້າຍ​ປີ 1983. ​ທ່ານ​ອິນ​ແປງ​ເລົ່າສູ່​ຟັງ ກ່ຽວກັບການ​ຮ່ວມສ້າງ​ສາ​ຊຸມ​ຊົນ​ລາວ ​ໃນ​ເຂດພາກ​ເໜືອ​ລັດ​ເທັກ​ຊັ​ສວ່າ:

“ຂ້າ​ພະ​ເຈົ້າ​ຫັ້ນ​ເລີ້ມ​ຕົ້ນ​ມາ​ຢູ່​ລັດ​ເທັກ​ຊັ​ສ ແລະ​ແມ່ນ​ຂ້າ​ພະ​ເຈົ້າ​ມາ​ເປັນ​ປະ​ທານ​ເມືອງ​ຝອດ​ເວີດ ປະ​ມານ 8 ປີ ຫລັງ​ຈາກຫັ້ນແລ້ວ ກໍ​ມາ​ເປັນ ປະ​ທາ​ນ​ອຸບ​ປະ​ຖຳ​ວັດ 6 ປີ ວັດ​ຊາ​ກີ​ນໍ​ໜີ້ ເລີ້ມ​ພາ​ໝູ່​ສ້າງ​ສາແລະ​ກໍ​ມາ​ເປັນ​ປະ​ທານ​ທະ​ຫານ​ອາ​ກາດແລະ​ປັດ​ຈຸ​ບັນ​ນີ້ ​ຂ້າ​ພະ​ເຈົ້າ​ກໍ​ມາ​ເປັນ​ປະ​ທານ​ສະ​ພາ​ອຳ​ນ​ວຍ​ການຂອງວັດ​ຊາກີ​ນໍ​ແດ່ ແລະ​ປະ​ທານ​ອຳ​ນວຍ​ການ​ຂອງ​ທະ​ຫານ​ອາ​ກາດ​ແດ່.”

ທ່ານອິນແປງ ສຸຂຸມລາດ
ທ່ານອິນແປງ ສຸຂຸມລາດ

ທ່ານ​ອິນ​ແປງ​ກ່າວ​ວ່າ ໃນ​ປັດ​ຈຸ​ບັນ​ນີ້ ເມືອງ​ຊາ​ກີ​ນໍ ມີ​ເຮືອນ​ຄົນ​ລາວ​ປະ​ມານ 400 ຫຼັງ​ຄາ​ອ້ອມ​ວັດ​ຢູ່ ແລະ​ການ​ເຮັດ​ບຸນ​ສິນ​ກິນ​ທານ​ຈຶ່ງ​ມີ​ຂຶ້ນ​ເປັນ​ປະ​ຈຳ​ໃນແຕ່​ລະອາ​ທິດ ແຕ່​ລະ​ເດືອນ. ຕໍ່ຄຳ ຖາມທີ່ວ່າເປັນຫຍັງທ່ານອິນແປງຈຶ່ງຕົກລົງປົງໃຈຕັ້ງຖິ່ນຢູ່ທີ່ນີ້ ທ່ານກ່າວຕອບວ່າຍ້ອນມີຄວາມ ອົບອຸ່ນແລະຄົນລາວປຸ້ມລຸມສາມັກຄີກັນ.

ນອກຈາກວັດເທບນິມິດໃນເຂດເມືອງຊາກີນໍແລ້ວ ຢູ່ເຂດພາກເໜືອລັດເທັກຊັສ ຍັງມີວັດລາວ ອີກຫຼາຍໆວັດຮວມທັງວັດລາວສັນຕິທຳມາຣາມໃນເຂດເມືອງຝອດເວີດ ວັດລາວຈຸນລະມານີ ໃນເຂດເມືອງວີນັສ ວັດລາວສິຣິມຸງຄຸນໃນເຂດເມືອງດາລລັສ ວັດລາວດາລລັສ-ຝອດເວີດແລະ ວັດລາວສິຣິພຸດທາວາດໃນເຂດເມືອງດາລລັສ.

XS
SM
MD
LG