ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີໂອເອ ລາວ ລົມກັບຍານາງໂມນີ ເວດສຸວັນ ຈາກເມືອງເມົາເທັນເລັກ ລັດມິນເນໂຊຕ້າ


ຍານາງໂມນີ ເວດສຸວັນ ແລະຄອບຄົວ
ຍານາງໂມນີ ເວດສຸວັນ ແລະຄອບຄົວ

​ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ແລງວັນອາທິດມື້ນີ້ ຍານາງໂມນີ ເວດສຸວັນ ຈາກເມືອງ ເມົາແທັນເລັກ (Mountain Lake) ໃນລັດມິນເນໂຊຕ້າ (Minnesota) ຈະມາລົມສູ່ຟັງກ່ຽວກັບຊີວິດການເປັນຢູ່ຂອງຊາວລາວ ໃນເມືອງດັ່ງກ່າວແລະເຂດອ້ອມແອ້ມ ຊຶ່ງໄພສານ ຈະນຳເອົາບົດສຳພາດ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ຍານາງໂມນີ ເວດສຸວັນ ໄດ້ເດີນທາງອອກຈາກເມືອງລາວມາ ໃນເດືອນຫົກປີ 1978​ ແລະກໍມາສ້າງຄອບຄົວຢູ່ທີ່ສູນອົບພະຍົບ ໃນປະເທດໄທ ຊຶ່ງຍານາງລົມສູ່ຟັງດັ່ງນີ້:

please wait

No media source currently available

0:00 0:00:37 0:00
ລິງໂດຍກົງ

ຍານາງໂມນີ ໄດ້ເຂົ້າມາຢູ່ໃນເມືອງ Mountain Lakeໃນປີໃດ? ຢາກໃຫ້ທ່ານລົມສູ່ຟັງກ່ຽວກັບເລື້ອງນີ້?

please wait

No media source currently available

0:00 0:00:28 0:00
ລິງໂດຍກົງ

ຍານາງໂມນີ ໄດ້ສ້າງຄອບຄົວໃນປີໃດ? ສ້າງຢູ່ແຕ່ເມືອງລາວບໍ ຫຼືຈັ່ງໃດຢາກໃຫ້ລົມສູ່ຟັງກ່ຽວກັບເລື້ອງນີ້ ມີລູກມີເຕົ້າຈັກຄົນແລ້ວ?

please wait

No media source currently available

0:00 0:00:22 0:00
ລິງໂດຍກົງ

ປັດຈຸບັນ ຍານາງໂມນີ ເຮັດລ້າເຮັດການຫຍັງ?

please wait

No media source currently available

0:00 0:01:29 0:00
ລິງໂດຍກົງ

ຢາກໃຫ້ຍານາງໂມນີ ອະທິບາຍສູຸ່ຟັງ ກ່ຽວກັບທຸລະກິດຂອງຍານາງ ເພື່ອວ່າທ່ານຜູ້ຟັງທາງບ້ານ ຈະໄດ້ເຂົ້າໃຈ.

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ

ຢາກໃຫ້ຍານາງໂມນີ ເວົ້າສູ່ຟັງວ່າ ໃນເຂດທີ່ຍານາງຢູ່ ແລະເຂດໃກ້ຄຽງມີຄົນລາວຢູ່ຫຼາຍບໍ ການເປັນຢູ່ຂອງຊຸມຊົນລາວໃນເມືອງ Mountain Lake ສ່ວນໃຫຍ່ແລ້ວ ພວກເຂົາເຈົ້າເຮັດວຽກເຮັດການຫຍັງ?

please wait

No media source currently available

0:00 0:00:20 0:00
ລິງໂດຍກົງ

ຢາກໃຫ້ຍານາງໂມນີເວົ້າສູ່ຟັງ ໃນເຂດທີ່ຍານາງຢູ່ນີ້ ມີວັດມີວາຈັກແຫ່ງ ແລະໄກປານໃດຈາກບ່ອນທີ່ຍານາງຢູ່?

please wait

No media source currently available

0:00 0:01:07 0:00
ລິງໂດຍກົງ

ເປັນຫຍັງຍານາງໂມນີ ແລະຄອບຄົວຈຶ່ງໄດ້ຕັດສິນໃຈ ຕັ້ງຫຼັກຕັ້ງແຫຼ່ງຢູ່ທີ່ເມືອງ Mountain Lake ໃນລັດ Minnesota ບໍ່ຍ້າຍໄປໃສ?

please wait

No media source currently available

0:00 0:00:52 0:00
ລິງໂດຍກົງ

ຢາກໃຫ້ຍານາງໂມນີລົມສູ່ຟັງວ່າ ເມືອງ Mountain Lake ນີ້ ມີຈຸດເດັ່ນຫຍັງແດ່?

please wait

No media source currently available

0:00 0:00:24 0:00
ລິງໂດຍກົງ

ສຸດທ້າຍນີ້ ຍານາງໂມນີມີຫຍັງອີກທີ່ຍານາງໂມນີຢາກຈະລົມສູ່ພວກເຮົາຟັງຕື່ມ ແລະໃຫ້ພໍ່ແມ່ພີ່ນ້ອງຟັງຢູ່ທາງເມືອງລາວໄດ້ຟັງນຳກັນ ເພື່ອເປັນການມ້ວນທ້າຍການສຳພາດຂອງພວກເຮົາໃນມື້ນີ້?

please wait

No media source currently available

0:00 0:00:42 0:00
ລິງໂດຍກົງ

ເມືອງ ເມົາເທັນເລັກ (Mountain Lake) ໃນລັດມິນເນໂຊຕ້າ (Minnesota) ມີປະຊາກອນຢູ່ 2,104 ຄົນ ອີງຕາມການສຳຫຼວດສຳມະໂນຄົວໃນປີ 2010 ແລະໃນປັດຈຸບັນນີ້ ມີຄົນເຊື້ອສາຍລາວອາໄສຢູ່ 60 ຄອບຄົວ. ຍານາງໂມນີເວົ້າວ່າ ນອກຈາກຄົນຜິວຂາວ ແລະຄົນລາວແລ້ວ ໃນເມືອງ Mountain Lake ກໍຍັງມີຊາວມົ້ງ ຊາວອາຟຣິກາ ແລະ ຊົນເຜົ່າອື່ນໆອີກດ້ວຍ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ເມືອງເມົາແທັນເລັກ ລັດມິນເນໂຊຕ້າ. ເຊີນພົບກັບລາຍການຊຸມຊົນລາວ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG