ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງເມົາເທັນເລັກ ເຖິງຢູ່ຫ່າງໄກ ກໍມີຄົນເຊື້ອສາຍລາວ ຕິດໂຄວິດ-19


ໜ້າບ້ານຂອງທ່ານບຸນຫຼາຍ ແລະຍານາງໂມນີ ເວດສຸວັນ ທີ່ເມືອງເມົາເທັນເລັກ ລັດມິນເນໂຊຕ້າ ຊຶ່ງໃນປີນີ້ ມີຫິມະ ຕົກແຕ່ຫົວປີ.
ໜ້າບ້ານຂອງທ່ານບຸນຫຼາຍ ແລະຍານາງໂມນີ ເວດສຸວັນ ທີ່ເມືອງເມົາເທັນເລັກ ລັດມິນເນໂຊຕ້າ ຊຶ່ງໃນປີນີ້ ມີຫິມະ ຕົກແຕ່ຫົວປີ.

ເຈົ້າຂອງທຸລະກິດລາວຄົນນຶ່ງ ໃນເຂດພາກຕາເວັນຕົກສຽງໃຕ້ ຂອງລັດມິນເນໂຊຕ້າ ກ່າວວ່າ ເຂດທີ່ຍານາງອາໄສຢູ່ ກໍມີຄົນລາວຕິດພະຍາດໂຄວິດ-19 ຄືກັນ. ຍານາງໂມນີ ເວດສຸວັນ ເຈົ້າຂອງທຸລະກິດໂຮມແຄ ທີ່ເມືອງເມົາເທັນເລັກ ໃນລັດມິນເນໂຊຕ້າ ກ່າວກ່ຽວກັບເລື້ອງນີ້ວ່າ:


ເມືອງເມົາເທັນເລັກເປັນເມືອງນ້ອຍໆ ໃນພາກຕາເວັນຕົກສຽງໃຕ້ຂອງລັດມິນເນໂຊຕ້າ ມີຄົນອາເມຣິກັນເຊື້ອສາຍລາວ ອາໄສຢູ່ 60 ຄອບຄົວ ອີງຕາມການບອກເລົ່ານຂອງຍານາງໂມນີ.


ເມົາເທັນເລັກ ຊຶ່ງຕັ້ງຢູ່ໃນເຂດຄັອດເທີນວູດຄາວຕີ້ ໃນເວລານີ້ ມີຜູ້ຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນແລ້ວ 263 ກໍລະນີ ແຕ່ແນວໃດກໍຕາມ ຢູ່ໃນເຂດດັ່ງກ່າວ ຍັງບໍ່ມີຜູ້ໃດເສຍຊີວິດເທື່ອ. ສຳລັບຄົນລາວຢູ່ທີ່ນັ້ນ ແມ່ນຕິດໂຄວິດ-19 ມາຈາກໂຮງງານທີ່ພວກເຂົາເຈົ້າໄປເຮັດວຽກ.

XS
SM
MD
LG