ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມ ລາວ ໃນລັດ ມິນເນໂຊຕ້າ ແຈ້ງເຕືອນປະຊາຊົນ ໃຫ້ຫຼີກລ່ຽງຈຸດທີ່ມີການປະທ້ວງ


ຜູ້ປະທ້ວງ ກ່ຽວກັບ ການຕາຍຂອງທ້າວ ຈອຈ໌ ຟລອຍ ໃນຕົວເມືອງ ອາລບູເກີກີ, ລັດ ນິວ ເມັກຊິໂກ. 31 ພຶດສະພາ, 2020.
ຜູ້ປະທ້ວງ ກ່ຽວກັບ ການຕາຍຂອງທ້າວ ຈອຈ໌ ຟລອຍ ໃນຕົວເມືອງ ອາລບູເກີກີ, ລັດ ນິວ ເມັກຊິໂກ. 31 ພຶດສະພາ, 2020.

ປະຊາຄົມ ລາວ ຢູ່ໃນລັດ ມິນເນໂຊຕ້າ ໄດ້ອອກແຈ້ງເຕືອນໄປຍັງປະຊາຊົນທີ່ ໄອໄສຢູ່ ຫຼື ຈະເດີນ ທາງໄປລັດດັ່ງກ່າວ ໃນການຫຼີກລ່ຽງການປະທ້ວງທີ່ກຳລັງຮຸນແຮງຂຶ້ນ ຍ້ອນການເສຍຊີວິດຂອງທ້າວ ຈອຣຈ໌ ຟລອຍ ຄົນ ອາເມຣິກັນ ເຊື້ອສາຍ ອາຟຣິກາ ອາຍຸ 46 ປີ ຈາກການຖືກຄວບຄຸມຕົວໂດຍຕຳຫຼວດ.

ສູນກາງຊ່ວຍເຫຼືອ ລາວ ໃນລັດ ມິນເນໂຊຕ້າ, ເປັນອົງການທີ່ຊ່ວຍເຫຼືອຊາວອົບພະຍົບລາວ ຕັ້ງ ແຕ່ປີ 1984 ເປັນຕົ້ນມາໄດ້ອອກຄຳເຕືອນ ແລະ ປະສານ ງານກັບຫ້ອງການຜູ້ປົກຄອງລັດໃນການເຕືອນປະຊາຊົນ ກ່ຽວກັບ ການຫ້າມ ອອກນອກບ້ານ ໃນຕອນກາງຄືນຊົ່ວຄາວ ຈາກ 10 ໂມງ ແລງ ຫາ 4 ໂມງເຊົ້າ, ພ້ອມກັບການແຈ້ງການກະທຳສິ່ງຜິດກົດໝາຍດ້ວຍຮູບ ຫຼື ວິດີໂອຕ່າງໆ ໃນເວັບໄຊ້ຂອງອົງການ FBI.

ການປະທ້ວງແມ່ນໄດ້ເລີ່ມຂຶ້ນເມື່ອອາທິດທີ່ຜ່ານມາດ້ວຍຄວາມສະຫງົບ ແລ້ວ ໄດ້ກາຍເປັນຄວາມຮຸນແຮງຢ່າງວ່ອງໄວ, ໂດຍຜູ້ປະທ້ວງໄດ້ທຳລາຍສິ່ງຂອງ ແລະ ຫ້າງຮ້ານຕ່າງໆຈຳນວນຫຼວງຫຼາຍ. ເຊິ່ງທ່ານ ຊັນນີ ຈັນທະນຸສອນ ຈາກສູນ ກາງຊ່ວຍເຫຼືອ ລາວ ໃນລັດ ມິນເນໂຊຕ້າກ່າວວ່າ

“ບ້ານຂອງຂ້າພະເຈົ້າບໍ່ມີຄວາມເສຍຫາຍ ແຕ່ວ່າພີ່ນ້ອງຂອງພວກເຮົາ, ຈະແມ່ນມີພີ່ນ້ອງລາວ, ພີ່ນ້ອງຂະເໝນ, ພີ່ນ້ອງມົ້ງ ທີ່ເປີດທຸລະກິດການຄ້າຢູ່ຕາມເສັ້ນທາງຫັ້ນນະ ໄດ້ຮັບຜົນເສຍຫາຍ, ແຕ່ ວ່າເສັ້ນທາງ ຢູນີເວີຊີຕີ (ມະຫາວິທະຍາໄລ) ເຮົາມີທຸລະກິດການຄ້ານ້ອຍ ເຊັ່ນທຸລະກິດຂອງພີ່ ນ້ອງຊາວມົ້ງພີ່ນ້ອຍລາວ, ພີ່ນ້ອງຄົນ ຫວຽດ ທີ່ເຮົາເປີດຮ້ານຄ້າຂາຍນ້ອຍ ອາດຈະແມ່ນໄດ້ຮັບການເສຍຫາຍ.”

ຫ້າງຮ້ານທຸລະກິດຂອງຄົນເອເຊຍ, ໂດຍສະເພາະແມ່ນຄົນມົ້ງ ອາດຖືກໂຈມຕີ ຫຼາຍກວ່າໝູ່ຈາກການປະທ້ວງນີ້ ຍ້ອນວ່ານຶ່ງໃນຕຳຫຼວດ ທີ່ຢູ່ໃນເຫດການນັ້ນ ແມ່ນຄົນມົ້ງ.

XS
SM
MD
LG