ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ໃນເຂດໄຮເດັນເບີກ ຫຍຸ້ງຍາກ ແລະຍົກເລີກ ການສະຫຼອງປີໃໝ່ລາວ ຍ້ອນໂຄວິດ-19


ທ່ານວຽງແກ້ວ ວົງປຣະເສີດ ຈາກເຂດໄຮເດັນເບີກ ປະເທດເຢຍຣະມັນ
ທ່ານວຽງແກ້ວ ວົງປຣະເສີດ ຈາກເຂດໄຮເດັນເບີກ ປະເທດເຢຍຣະມັນ

ຄົນລາວຜູ້ນຶ່ງ ໃນເຂດໄຮເດັນເບີກ (Heidelberg) ທາງພາກຕາເວັນຕົກສຽງໃຕ້ຂອງເຢຍຣະມັນ ກ່າວວ່າ ຫຼັງຈາກໄດ້ມີການລະບາດຂອງໄວຣັສໂຄໂຣນາຫຼືໂຄວິດ-19 ແລ້ວ ການໄປມາຫາສູ່ກັນ ກໍບໍ່ຄ່ອຍສະດວກປານໃດ ໄດ້ຢູ່ແຕ່ໃນບ້ານໃນເຮືອນແລະການຊຸມແຊວຕ່າງໆກໍໄດ້ມີການຍົກເລີກໝົດ. ທ່ານວຽງແກ້ວ ວົງປຣະເສີດ ກ່າວວ່າ:

ທ່ານວຽງແກ້ວກ່າວວ່າ ໃນເມື່ອສະພາບການເປັນແບບນີ້ ຊຸມຊົນລາວໃນເຂດໄຮເດັນເບີກ ຈຶ່ງໄດ້ພາກັນຕັດສິນໃຈ ຍົກເລີກການສະຫຼອງບຸນປີໃໝ່ລາວໃນປີນີ້. ທ່ານວຽງແກ້ວໃຫ້ຄວາມເຫັນກ່ຽວກັບເລື້ອງນີ້ວ່າ:


ເຂດໄຮເດັນເບີກ ຕັ້ງຫ່າງຈາກນະຄອນແຟຣັງເຟີດ (Frankfurt) ໄປທາງໃຕ້ປະມານ 80 ກິໂແມັດ ແລະມີຊຸມຊົນລາວອາໄສຢູ່ປະມານ 300 ຄົນ.

ຊາວລາວໃນເຂດໄຮເດັນເບີກ ກໍບໍ່ຕ່າງຫຍັງກັບຊຸມຊົນລາວ ຢູ່ໃນເຂດອື່ນໆທົ່ວ ໂລກ ທີ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າ ໄດ້ປ່ຽນແປງໄປ ຍ້ອນຜົນກະທົບຈາກການລະບາດ ຂອງໄວຣັສໂຄໂຣນາ ຫຼືໂຄວິດ-19.

XS
SM
MD
LG