ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີໂອເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວ ຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາຈະພາທ່ານໄປພົບກັບ ຄົນລາວອາເມຣິກັນ ຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເມືອງແອລຈິນ ລັດອິນລີນອຍ ສະຫະລັດອາເມຣິກາ. ໄພສານ ມີລາຍງານເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
No media source currently available
ເມືອງແອລຈິນ ເປັນເມືອງນ້ອຍໆເມືອງນຶ່ງ ໃນເຂດຄຸກແລະເຄນຄາວຕີ້ ທາງພາກເໜືອຂອງລັດອິນລີນອຍ. ເມືອງດັ່ງກ່າວຕັ້ງຢູ່ປະມານ 56 ກິໂລແມັດຢູ່ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນຊິຄາໂກເລາະຕາມສອງຟາກຝັ່ງຂອງແມ່ນ້ຳຟັອກສ໌. ເມືອງແອລຈິນ ເປັນເມືອງໃຫຍ່ ອັນດັບທີ 8 ຢູ່ໃນລັດອິນລີນອຍ ແລະພິເສດ ເມືອງດັ່ງກ່າວນີ້ ແມ່ນເປັນບ້ານພີ່ເມືອງນ້ອງກັບນະຄອນຫຼວງວຽງຈັນມາແຕ່ປີ 1967.
ໃນລາຍການຊຸມຊົນລາວ ຂອງເຮົາແລງມື້ນີ້ ຈະພາທ່ານໄປພົບກັບທ່ານແສງສະເດັດ ສຸດທິວົງນໍຣາດ ຊຶ່ງເປັນຄົນລາວຜູ້ນຶ່ງ ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃນເມືອງແອລຈິນ ມາໄດ້ດົນນານແລ້ວ.
ທ່ານແສງສະເດັດ ກ່າວໂດຍທົ່ວໄປ ກ່ຽວກັບການເຂົ້າມາຕັ້ງຖິ່ນ ຢູ່ໃນສະຫະລັດ ກ່ອນທີ່ຈະຍົກຍ້າຍເຂົ້າໄປຢູ່ໃນເມືອງແອລຈິນ.
No media source currently available
ທ່ານແສງສະເດັດ ກ່າວເຖິງເມືອງແອລຈິນ ຕອນທີ່ທ່ານຍົກຍ້າຍເຂົ້າມາຢູ່ ແລະການຈັດຕັ້ງຂອງຊຸມຊົນລາວໃນເວລານັ້ນ.
No media source currently available
ທ່ານແສງສະເດັດ ກ່າວເຖິງຊຸມຊົນລາວ ທີ່ຢູ່ໃນເຂດໃກ້ຄຽງ ຊຶ່ງທ່ານກ່າວວ່າ ກໍມີຢູ່ຢ່າງຫຼວງຫຼາຍ.
No media source currently available
ທ່ານແສງສະເດັດ ກ່າວເຖິງເລື້ອງລ້າເລື້ອງການ ສຳລັບຊຸມຊົນລາວ ຢູ່ໃນເຂດເມືອງແອລຈິນ.
No media source currently available
ທ່ານແສງສະເດັດ ກ່າວເຖິງເລື້ອງວັດເລື້ອງວ່າ ຢູ່ໃນເມືອງແອລຈິນ ແລະເຂດທີ່ຢູ່ອ້ອມແອມ.
No media source currently available
ສຳລັບການເຮັດບຸນເຮັດທານນັ້ນ ທ່ານແສງສະເດັດ ກໍກ່າວວ່າ ບໍ່ຕ່າງຫຍັງຫຼາຍກັບຢູ່ເມືອງລາວ.
No media source currently available
ໃນເລື້ອງການສືບສານປະເພນີແລະອັດທະນະທຳອັນດີງາມຂອງລາວໄວ້ ທ່ານແສງສະເດັດ ກ່າວວ່າ ກໍຍັງມີການດຳເນີນຢູ່ຕໍ່ມາ.
No media source currently available
ສ່ວນຍາເອື້ອຍມີໄຊ ຜູ້ເປັນພັນລະຍາ ກໍໄດ້ກ່າວສັ້ນໆ ສະຫລຸບໃຫ້ຟັງເຖິງຄວາມເປັນຕາໜ້າຢູ່ ຂອງເມືອງແອລຈິນ.
No media source currently available
ອີງຕາມຂໍ້ມູນຂອງປີ 2018 ແລ້ວ ເມືອງແອລຈິນມີປະຊາກອນອາໄສຢູ່ປະມານ 111,683 ຄົນ ແລະລັດອິນລີນອຍ ເປັນລັດທີ່ມີຄົນລາວຢູ່ປະມານ 7 ພັນກວ່າຄົນ ຄືຫຼາຍເປັນອັນດັບ 6 ໃນສະຫະລັດອາເມຣິກາ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາ ໃນເມືອງແອລຈິນ ລັດອິນລີນອຍ ສະຫະລັດອາເມຣິກາ. ເຊີນພົບກັບລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.