ຄົນລາວໃນເຂດເມືອງເຄລຍວໍເທີ (Clearwater) ປັບໂຕເຂົ້າກັບສະພາບການໃໝ່ ຫຼັງຈາກການລະບາດ ຂອງໂຄວິດ-19. ໄພສານມີລາຍງານ:
ຄົນອາເມຣິກັນເຊື້ອສາຍລາວຜູ້ນຶ່ງໃນລັດຟລໍຣິດາກ່າວວ່າ ຢູ່ລັດນີ້ ກໍຄືກັນກັບລັດອື່ນໆ ກົດໝາຍຂອງເພິ່ນ ແມ່ນແນະນຳໃຫ້ເຮົາຢູ່ຫ່າງກັນ ສຳລັບຜູ້ຄົນທີ່ຈະອອກນອກບ້ານໃນລະຫວ່າງທີ່ມີການລະບາດ ຂອງພະຍາດໂຄວິດ-19. ທ່ານຄຳພັນ ຣາຊວົງ ຈາກເມືອງເຄລຍວໍເທີ ກ່າວວ່າ ວຽກງານຫຼາຍຢ່າງແມ່ນໄດ້ຮັບອະນຸຍາດໃຫ້ເຮັດຢູ່ກັບບ້ານກັບເຮືອນໄດ້.
ທ່ານຄຳພັນກ່າວວ່າ ເວລາອອກໄປຊື້ອາຫານຫຼືເຄື່ອງກິນ ຫ້າງຮ້ານຕ່າງໆກໍໄດ້ມີການໝາຍພື້ນທີ່ໃຫ້ຄົນຢູ່ຫ່າງກັນເປັນໄລຍະໆ. ສຳລັບເລື້ອງຮ້ານອາຫານນັ້ນ ທ່ານຄຳພັນກ່າວວ່າ ບາງຮ້ານເພິ່ນກໍປິດ ແຕ່ບາງຮ້ານເພິ່ນເປີດຢູ່ ແຕ່ບໍ່ໃຫ້ຄົນເຂົ້າໄປຮັບປະທານຢູ່ໃນຫ້ອງອາຫານ ໃຫ້ອໍເດີ້ເອົາ ແລ້ວກໍເອົາກັບໄປກິນຢູ່ບ້ານຢູ່ເຮືອນ.
ທ່ານຄຳພັນກ່າວວ່າ ເຂດເມືອງເຄລຍວໍເທີ ເມື່ອກ່ອນມີຄົນລາວປະມານ 200 ກວ່າຄອບຄົວ ແຕ່ດຽວນີ້ ມີປະມານ 700 ຫາ 800 ຄອບຄົວ.