ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວທ່ານທອງສົດ ເປັນຄົນລາວ ຈຸທຳອິດ ທີ່ເຂົ້າໄປຕັ້ງຖິ່ນຖານ ໃນເມືອງແບຣັດຟອດ


ທ່ານທອງສົດ ພົມມະລາ
ທ່ານທອງສົດ ພົມມະລາ

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາຂອງວີ​ໂອ​ເອພາກ​ພາ​ສາ​ລາວທີ່​ຈະ​ນຳ​ເອົາ ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ຄົນ​ເຊື້ອ​ສາຍ​ລາວ ຕາມ​ເມືອງ​ແລະລັດ​ຕ່າງໆ ໃນ​ທົ່ວ​ທະ​ວີບ​ອາ​ເມ​ຣິ​ກາ ມາ​ລົມ​ສູ່​ພວກ​ທ່ານ​ຟັງ ຊຶ່ງ​ໃນແລງວັນ ອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບຄົນລາວຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງ ຖິ່ນຖານ ຢູ່ເມືອງແບຣັດຟອດ ໃນແຂວງອອນຕາຣີໂອ ປະເທດການາດາ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄ


ທ່ານທອງສົດ ພົມມະລາ ພ້ອມດ້ວຍພັນລະຍາ ຍານາງລາຍົງ ແລະລູກ 3 ຄົນໄດ້ອົບພະຍົບ ຈາກລາວເຂົ້າໄປຢູ່ໃນສູນອົບພະຍົບຈັງຫວັດອຸບົນປະເທດ ໄທໃນເດືອນຕຸລາປີ 1979. ຄອບ​ຄົວ​ຂອງ​ທ່ານ​ທອງ​ສົດ ກໍ​ຄື​ກັນ​ກັບ​ພວກ​ຄົນລາວ​ຫຼາຍໆ​ສິບ​ພັນ​ຄົນ ທີ່​ຕ້ອງ​ໄດ້​ອົບ​ພະ​ຍົ​ບ​ຫຼົບ​ໄພ ໄປ​ຕ່າງ​ປະ​ເທດ​ໃນ​ເວ​ລານັ້ນ ແຕ່​ກໍ​ຍັງເປັນຈັ່ງໂຊກຢູ່ ຄອບຄົວຂອງທ່ານທອງສົດ ໄດ້ມີຊື່ໄປ ຕັ້ງຖິ່ນຖານ ໃໝ່ຢູ່ໃນປະເທດການາດາ ໃນໄລຍະເວລາ 5 ເດືອນຕໍ່ມາ ຊຶ່ງທ່ານທອງສົດ ກ່າວສູ່ຟັງວ່າ:

ເຮືອນ​ທ່ານ​ທອງ​ສົດ (ກາງ) ທີ່​ເມືອງ​ແບ​ຣັດ​ຟອດ
ເຮືອນ​ທ່ານ​ທອງ​ສົດ (ກາງ) ທີ່​ເມືອງ​ແບ​ຣັດ​ຟອດ

ເມືອງແບຣັດຟອດ (Bradford) ເປັນເມືອງນ້ອຍໆ ຕັ້ງຢູ່ແຄມແມ່ນ້ຳ Holland ທີ່ໄຫຼລົງສູ່ທະເລ ສາບຊິມໂກ ທາງທິດເໜືອຂອງນະຄອນໂຕຣອນໂຕແລະຄອບ ຄົວຂອງທ່ານທອງສົດ ແມ່ນເປັນຄົນລາວຄອບຄົວທຳອິດ ທີ່ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເມືອງດັ່ງກ່າວ. ທ່ານທອງສົດເວົ້າວ່າ:

ທ່ານທອງສົດເວົ້າວ່າ ຫຼັງຈາກທ່ານໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ເມືອງແບຣັດຟອດ ບໍ່ດົນ ກໍມີໂຮງຈັກໂຮງງານຈຳນວນນຶ່ງ ໄດ້​ພາ​ກັນຍ້າຍເຂົ້າໄປຕັ້ງຢູ່ເມືອງດັ່ງກ່າວ ຈຶ່ງເຮັດໃຫ້ມີຄົນລາວຫຼາຍ​ສົມ​ຄວນ ພາກັນຍົກຍ້າຍເຂົ້າໄປຢູ່ ໃນເຂດ ອ້ອມແອ້ມ ຮວມທັງເມືອງແບຣັດຟອດນຳດ້ວຍ.


ທ່ານທອງສົດກ່າວວ່າ ຄົນລາວສ່ວນຫຼາຍໃນເຂດເມືອງແບຣັດຟອດ ແລະເຂດ ອ້ອມແອ້ມແມ່ນເຮັດລ້າເຮັດການ ຢູ່ນຳໂຮງງານເຮັດລົດ ແລະເຄື່ອງອາໄຫຼ່ລົດ.

ທ່ານທອງສົດເວົ້າວ່າ ອາຊີບວຽກງານອື່ນຂອງຄົນລາວ ເຊັ່ນວ່າເຮັດຢູ່ຮ້ານອາຫານກໍມີ ແຕ່ແນວໃດກໍຕາມທ່ານເວົ້າວ່າ 95 ເປີເຊັນຂອງ​ພວກ​ຄົນ​ລາວແມ່ນ ເຮັດວຽກຢູ່ຕາມໂຮງຈັກໂຮງງານ. ທ່ານທອງສົດກ່າວກ່ຽວກັບເລື້ອງນີ້ວ່າ:

ຕໍ່ຄຳຖາມທີ່ວ່າ ມີຊຸມຊົນລາວຂະໜາດໃຫຍ່ຢູ່ໃກ້ໆບ່ອນທ່ານຢູ່ບໍ ທ່ານທອງສົດ ກ່າວວ່າ ກໍມີຄືກັນໃນເຂດອ້ອມແອ້ມນະຄອນໂຕຣອນໂຕ ແລະໃນບໍລິເວນໃກ້ໆກັບ​ບ່ອນທ່ານຢູ່.

ລິງໂດຍກົງ
ທ່ານທອງສົດ ແລະຍານາງລາຍົງ ລົງເຮືອໄປທ່ຽວ
ທ່ານທອງສົດ ແລະຍານາງລາຍົງ ລົງເຮືອໄປທ່ຽວ


ໃນ​ເມືອງ​ແບ​ຣັດ​ຟອດ ບໍ່​ມີ​ວັດ​ລາວ ແຕ່​ພວກ​ຄົນ​ລາວ​ທີ່​ຕ້ອງ​ການ​ຢາກ​ເຮັດ​ບຸນ​ສິນ​ກິນ​ທານ ​ກໍ​ໄປ​ເຮັດ​ທີ່ນະ​ຄອນ​ໂຕ​ຣອນ​ໂຕ ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ນັ້ນ ມີ​ວັດ​ລາວຢູ່ 2 ວັດ ຄື​ວັດ​ລາວ​ເວ​ລຸ​ວະ​ນະ​ຣາມ ແລະ​ວັດ​ລາວ​ໂຕ​ຮອນ​ໂຕ. ແຕ່​ສຳ​ລັບ​ພວກ​ທີ່​ບໍ່ແມ່ນ​ຊາວ​ພຸດ​ແລ້ວ ທ່ານ​ທອງ​ສົດ​ກ່າວ​ວ່າ:

ລິງໂດຍກົງ


ທ່ານ​ທອງ​ສົດ​ກ່າວ​ວ່າ ໃນ​ໄລ​ຍະ​ບໍ່​ດົນ​ຜ່ານ​ມານີ້ ເມືອງ​ແບ​ຣັດ​ຟອດ ​ໄດ້​ມີ​ການຂະ​ຫຍາຍ​ຕົວ​ແບບ​ເປັນ​ແຈ້ງ ກາຍ​ເປັນ​ເມືອງ​ທີ່​ໃຫຍ່​ຂຶ້ນ​ກັບ​ຕາ ມີ​ຮ້ານ​ອາ​ຫານແລະ​ຕະ​ຫລາດ​ເອ​ເຊຍ ສະ​ດວກ​ສະ​ບາຍ​ຫຼາຍ​ຂຶ້ນ.

ລິງໂດຍກົງ


ຍາ​ນາງ​ລາ​ຍົງ ພົມ​ມະ​ລາ ຜູ້​ເປັນ​ພັນ​ລະ​ຍາ​ກ່າວ​ວ່າ ຍາ​ນາງ​ໄດ້​ຕົກ​ລົງ​ປົງ​ໃຈ​ຕັ້ງ​ຫຼັກ​ແຫຼ່ງ​ຢູ່ເມືອງ​ແບ​ຣັດ​ຟອດ ໂດຍ​ບໍ່​ຍອມ​ຍ້າຍ​ໄປ​ບ່ອນ​ອື່ນນັ້ນ​ຍ້ອນຍາ​ນາງ​ມັກ​ຫຼາຍ ​ມັກ​ໃນລັກ​ສະ​ນະ​ພິ​ເສດ​ຂອງ​ມັນ. ຍາ​ນາງ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:


​ທ່ານ​ທອງ​ສົດ​ກ່າວ​ວ່າ ຢູ່​ທີ່​ເມືອງ​ແບ​ຣັດ​ຟອດ ກໍ​ບໍ່​ຕ່າງ​ຫຍັງ​ຫຼາຍ​ ກັບ​ຢູ່​ແຫ່ງອື່ນໆຂອງປະເທດການາດາ ທຸ​ກ​ສິ່ງ​ທຸກ​ຢ່າງ​ກໍ​ສະ​ດວກ​ສະ​ບາຍ ໄປ​ມາ​ຫາ​ສູ່​ກັນ​ກໍ​ບໍ່​ຫຍຸ້ງ​ບໍ່​ຍາກແລະ​ພິ​ເສດ​ກໍ​ແມ່ນ​ຄວາມ​ສະ​ຫງົບ ບໍ່​ມີ​ຄົນຂີ້​ລັກ​ນັກ​ປຸ້ນ. ທ່ານທອງສົດກ່າວສະຫລຸບວ່າ.

ລິງໂດຍກົງ

XS
SM
MD
LG