ໃນລາຍການຊຸມຊົນລາວຢູ່ທະວີບອາເມຣິກາຂອງວີໂອເອພາກພາສາລາວ ແລງມື້ນີ້ ເຮົາຈະພາທ່ານໄປຮູ້ຈັກກັບຄົນລາວຄອບຄົວນຶ່ງໃນເຂດເມືອງອາລເບີເຄີກກີ ລັດນິວເມັກຊິໂກ. ໄພສານ ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເມື່ອສີ່ສິບປີກ່ອນ ແມ່ນຍາກທີ່ຈະພົບໜ້າພົບຕາຄົນເຊື້ອສາຍລາວ ຢູ່ຕາມເມືອງ ແລະລັດຕ່າງໆ ແຕ່ໃນປັດຈຸບັນນີ້ສະພາບການໄດ້ປ່ຽນແປງໄປ ເກືອບທຸກໆລັດ ແມ່ນມີຄົນລາວ ເຂົ້າໄປອາໄສຢູ່ ແລະໃນແລງມື້ນີ້ ເຮົາຈະພາທ່ານ ໄປພົບກັບ ທ່ານສຸກສະຫວັດ ສຸຣະພົນ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ເມືອງອາລເບີເຄີກກີມາໄດ້ 40 ປີແລ້ວ.
ທ່ານສຸກສະຫວັດກ່າວວ່າ ໃນປີ 1979 ກ່ອນຈະເຂົ້າມາຕັ້ງຖິ່ນຖານຢູ່ສະຫະລັດ ທ່ານໄດ້ເຂົ້າໄປຢູ່ໃນສູນອຸບົນ ປະເທດໄທ ລຸນຫຼັງທີ່ໄດ້ອົບພະຍົບອອກຈາກປະ ເທດລາວ ທ່ານໄດ້ຢູ່ຫັ້ນເປັນເວລາ 8 ເດືອນ ຈຶ່ງໄດ້ຖືກສຳພາດມາສະຫະລັດ. ທ່ານສຸກສະຫວັດ ກ່າວສູ່ຟັງວ່າ:
ໃນຕອນເຂົ້າມາຕັ້ງຖິ່ນຖານ ຢູ່ເມືອງອາລເບີເຄີກກີ ໃນປີ 1980 ນັ້ນຢາກໃຫ້ທ່ານລົມສູ່ຟັງກ່ຽວ ກັບເລື້ອງນີ້?
ເວລາທ່ານຍ້າຍມາ ຢູ່ໃນເມືອງອາລເບີເຄີກກີໜີ້ ເວລານັ້ນມີຄົນລາວຫຼາຍປານໃດ ແລະດຽວນີ້ເດ ຫຼາຍປານໃດນໍທ່ານ?
ຢາກໃຫ້ທ່ານສຸກສະຫວັດເວົ້າສູ່ຟັງວ່າ ເມືອງອາລເບີເຄີກກີ ຕັ້ງຢູ່ໃນເຂດໃດ ຂອງລັດນິວເມັກຊິໂກ ແລະກໍມີຄວາມສຳຄັນຈັ່ງໃດເນາະທ່ານ?
ທ່ານພໍຈະເວົ້າສູ່ຟັງໄດ້ບໍ ກ່ຽວກັບຄວາມເປັນຕາໜ້າຢູ່ ຂອງເມືອງອາລເບີເຄີກກີເນາະທ່ານ?
ທ່ານວ່າອາກາດກໍບໍ່ຮ້ອນປານໃດ ຂ້າພະເຈົ້າລະຄິດວ່າ ອາລເບີເຄີກກີນີ້ ເປັນເມືອງອາກາດຮ້ອນ ມີທະລາຍຊາຍ ບໍ່ແມ່ນເນາະທ່ານເນາະ?
ບັດນີ້ ທ່ານສຸກສະຫວັດ ຢາກໃຫ້ທ່ານເວົ້າສູ່ຟັງ ກ່ຽວກັບເລື້ອງຄອບຄົວຂອງທ່ານ ຕັ້ງແຕ່ທ່ານຍ້າຍເຂົ້າມາພຸ້ນລະ ຈົນເທົ່າປັດຈຸບັນນີ້?
ບັດນີ້ຢາກໃຫ້ທ່ານສຸກສະຫວັດເວົ້າສູ່ຟັງ ກ່ຽວກັບຊີວິດການເປັນຢູ່ຂອງຊຸມຊົນລາວໃນເມືອງອາລເບີເຄີກກີ ແລະເຂດໃກ້ຄຽງ ເຂົາເຈົ້າຫາຢູ່ຫາກິນແບບໃດສ່ວນຫຼາຍ?
ກ່ຽວກັບທ່ານເອງນໍ ຕັ້ງແຕ່ຮຽນຈົບມາແລ້ວ ເຮັດລ້າເຮັດການທ່ານພໍຈະເວົ້າສູ່ຟັງໄດ້ບໍ?
ທ່ານພໍຊິເວົ້າສູ່ຟັງໄດ້ບໍ ໃນເມືອງອາລເບີເຄີກກີ ແລະເຂດອ້ອມແອ້ມ ມີວັດລາວບໍທ່ານ?
ເລື້ອງບຸນສິນກິນທານ ເພິ່ນເຮັດກັນແນວໃດ ຢູ່ທີ່ເມືອງອາລເບີເຄີກກີ?
ຢາກຖາມຄວາມຮູ້ສຶກຂອງທ່ານວ່າ ເປັນຫຍັງທ່ານແລະຄອບຄົວ ຈຶ່ງໄດ້ຕັດສິນໃຈຕັ້ງຫຼັກຕັ້ງແຫຼ່ງຢູ່ທີ່ເມືອງອາລເບີເຄີກກີໜີ້?
ສຸດທ້າຍ ທ່ານມີຫຍັງຢາກຝາກໄປຫາພໍ່ແມ່ພີ່ນ້ອງທີ່ຟັງຢູ່ທາງເມືອງລາວ?
ເມືອງອາລເບີເຄີກກີ ເປັນເມືອງໃຫຍ່ທີ່ສຸດ ໃນລັດນິວເມັກຊິໂກ ແລະເວລານີ້ມີຄົນອາເມຣິກັນເຊື້ອສາຍລາວອາໄສຢູ່ ປະມານ 500 ກວ່າຄົນ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວຢູ່ໃນ ເມືອງອາລເບີເຄີກກີ ລັດນິວເມັກຊິໂກ. ເຮົາຈະກັບມາພົບກັບທ່ານອີກໃນແລງວັນອາທິດໜ້າ ເວລາດຽວກັນນີ້ ແລະຈະເປັນຊຸມຊົນລາວ ຢູ່ໃນລັດໃດນັ້ນ ກະລຸນາຫາໂອກາດຕິດຕາມຮັບຟັງໃຫ້ໄດ້.