ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງໂຄວິດ-19 ເຮັດໃຫ້ຊາວລາວ ໃນເມືອງອາລເບີເຄີກກີ ປະສົບກັບ ຄວາມຫຍຸ້ງຍາກ


ທ່ານສຸກສະຫວັດ ແລະຄອບຄົວ ທີ່ເມືອງອາລເບີເຄີກກີ ລັດນິວເມັກຊິໂກ
ທ່ານສຸກສະຫວັດ ແລະຄອບຄົວ ທີ່ເມືອງອາລເບີເຄີກກີ ລັດນິວເມັກຊິໂກ


ຄົນລາວຜູ້ນຶ່ງທີ່ອາໄສຢູ່ໃນເມືອງອາລເບີເຄີກກີ ລັດນິວເມັກຊິໂກ ກ່າວວ່າ ການລະບາດຂອງໂຄວິດ-19 ເຮັດໃຫ້ການໄປມາຫາສູ່ ຫຼືການຊຸມແຊວກັນກໍມີຄວາມຫຍຸ້ງຍາກລຳບາກ. ທ່ານສຸກສະຫວັດ ສຸລະພົລ ກ່າວຕໍ່ວີໂອເອ ພະແນກພາສາລາວວ່າ:


ທ່ານສຸກສະຫວັດກ່າວວ່າ ນອກຈາກການໄປມາຫາສູ່ກັນບໍ່ຄ່ອຍສະດວກແລ້ວ ທຸລະກິດຫຼາຍໆຢ່າງ ກໍໄດ້ຮັບຜົນກະທົບ ຮວມທັງທຸລະກິດຮ້ານອາຫານ ເພາະຄົນລາວສ່ວນຫຼາຍເຮັດທຸລະກິດປະເພດນີ້. ຕໍ່ຄຳຖາມທີ່ວ່າ ມີຄົນລາວຕິດໂຄວິດ-19 ຫຼືບໍ? ທ່ານສຸກສະຫວັດກ່າວວ່າ:


ທ່ານສຸກສະຫວັດກ່າວວ່າ ທາງຄອບຄົວຂອງທ່ານກໍໄດ້ເອົາມາດຕະການລະມັດ ລະວັງເປັນພິເສດ ຄືຕ້ອງມີນ້ຳລ້າງມືຕິດຕົວແລະໃສ່ໜ້າກາກກ່ອນຈະອອກຈາກບ້ານໄປແຕ່ລະເທື່ອ ກໍມີເຫຼົ້າ 90 ເພື່ອຂ້າເຊື້ອໃນຕອນກັບມາ.

ເມືອງອາລເບີເຄີກີ ໃນລັດເມັກຊິໂກ ມີຄົນອາເມຣິກັນ ເຊື້ອສາຍລາວ ອາໄສຢູ່ ປະມານ 500 ກວ່າຄົນ.

XS
SM
MD
LG