ຢູ່ຕ່າງປະເທດ ບໍ່ວ່າປະເທດໃດກໍຕາມ ທີ່ມີປະຊາຊົນລາວ
ຊາວອົບພະຍົບໄປແຕັ້ງຖິ່ນຖານຢູ່ ເປັນຈໍານວນຫລາຍນັ້ນ
ແມ່ນຈະມີການຈັດຕັ້ງກັນເປັນສະມາຄົມຂຶ້ນມາ ເພື່ອຊ່ວຍ
ເຫລືອຊຶ່ງກັນແລະກັນ ແລະເພື່ອອະນຸລັກຮັກສາຄວາມ
ເປັນລາວເອົາໄວ້ ແລະສົ່ງເສີມເຜີຍແຜ່ປະເພນີວັດທະນະ
ທໍາລາວ ໃຫ້ຊາວຕ່າງດ້າວ ກໍຄືເຈົ້າຂອງປະເທດທີ່ພວກ
ເຂົາເຈົ້າໄປອາໃສເພິ່ງໃບບຸນຢູ່ນັ້ນ ໄດ້ຮູ້ຈັກແລະເຂົ້າໃຈ
ເພື່ອຄວາມສາມັກຄີໃນການດໍາລົງຊີວິດຢູ່ຮ່ວມກັນ. ແຕ່ວ່່າ
ເທົ່າທີ່ຜ່ານມາ ຂ້າພະເຈົ້າຍັງບໍ່ເຄີຍເຫັນມີສະມາຄົມໃດ ທີ່
ມີການຈັດຕັ້ງທີ່ແໜ້ນໜາ ແລະມີການຊ່ວຍເຫລືອສະມາ
ຊິກຢ່າງເປັນຮູບປະທໍາ ຫລາຍເທົ່າກັບສະມາຄົມສົ່ງເສີມ
ຊຸມຊົນລາວ ຫລື Lao Community Advancement Co-op, Ltd, ຫລື ສສຊລ
ແຫ່ງລັດ New South Wales ປະເທດອອສເຕຣເລຍ ທີ່ໄດ້ຖືກຈັດຕັ້ງຂຶ້ນມາເມື່ອປີ
1982.
ທ່ານ ເດດ ສີແສງຣັດ ປະທານ
ຄົນປັດຈຸບັນຂອງ ສສຊລ ເວົ້າ
ສູ່ວີໂອເອຟັງວ່າ ຫລັງຈາກທີ່
ພວກອົບພະຍົບລາວໄດ້ພາກັນ
ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນລັດນິວ
ເຊົ້າທ໌ເວລສ໌ໃນປີ 1976 ນັ້ນ
ແລ້ວ ກໍໄດ້ພາກັນຈັດຕັ້ງສະມາ
ຄົມຂຶ້ນມາ ເພື່ອຊ່ວຍເຫລືອຊຶ່ງ
ກັນແລະກັນ ແຕ່ວ່າການຈັດຕັ້ງ
ເປັນສະມາຄົມແບບນັ້ນບໍ່ໄດ້ຮັບ
ການຮັບຮູ້ແລະຊ່ວຍເຫລືອຈາກ
ລັດຖະບານ ຈຶ່ງໄດ້ພາກັນມາຈັດ
ຕັ້ງເປັນສະຫະກອນຂຶ້ນໂດຍໃສ່
ຊື່ວ່າ ສະມາຄົມສົ່ງເສີມຊຸມຊົນ
ລາວຫລື ສສຊລ ຊຶ່ງມີຈຸດປະສົງສໍາຄັນຢູ່ 3 ຢ່າງ ຄື ນຶ່ງ: ເພື່ອຊ່ວຍເຫລືອເບິ່ງແຍງຊຶ່ງກັນ
ແລະກັນ ສອງ: ຮັກສາປົກປ້ອງແລະເຜີຍແຜ່ສິນລະປະວັດທະນໍາລາວໃຫ້ຄົງຢູ່ຕະຫລອດໄປ
ແລະສາມ: ປະຕິບັດໜ້າທີ່ເປັນ partnership ຫລື ຄູ່ຮ່ວມງານກັບລັດຖະບານ ເພື່ອສ້າງ
ເງື່ອນໄຂໃຫ້ຊາວອົບພະຍົບລາວປັບໂຕເຂົ້າກັບສັງຄົມຂອງອອສເຕຣເລຍໄດ້ ຢ່າງຖືກຕ້ອງ
ຕາມກົດໝາຍ ຊຶ່ງທາງລັດຖະບານກໍໄດ້ເອົາເຮືອນຫລັງນຶ່ງໃຫ້ ພ້ອມກັບດິນ ໂດຍມີເງື່ອນ
ໄຂວ່າ ໃຫ້ຕັ້ງສູນຝາກເດັເປັນເວລາ 20 ປີ ຊຶ່ງເງື່ອນໄຂດັ່ງກ່າວນັ້ນ ທາງ ສສຊລ ກໍໄດ້
ປະຕິບັດລຸລ່ວງໄປແລ້ວ ຈຶ່ງໄດ້ກໍາມະສິດເປັນເຈົ້າຂອງເຮືອນຫລັງນັ້ນໂດຍເຕັມ ຊຶ່ງເວລາ
ນີ້ ມີລາຄາປະມານນຶ່ງລ້ານ$.
// ສຽງ //
ນອກຈາກສູນຝາກເດັກວັດທະນາ ທີ່ຕັ້ງຢູ່ໃນ
ອາຄານຫລັງດຽວກັນກັບສໍານັກງານຫ້ອງການ
ຂອງ ສສຊລ ທີ່ຖະໜົນ Lovoni ເມືອງ
Cabramatta ນັ້ນແລ້ວ ສະມາຄົມສົ່ງເສີມຊຸມ
ຊົນລາວ ລັດນິວເຊົ້າທ໌ເວລສ໌ ຍັງມີເຮືອນໃຫ້
ພວກຄອບຄົວສະມາຊິກ ທີ່ມີລາຍໄດ້ຕໍ່າ ຫລື
ຜູ້ທີ່ກິນເງິນ welfare ຫລືເງິນສົງເຄາະຈາກ
ລັດຖະບານນັ້ນ ແລະມີຫໍພັກໃຫ້ຜູ້ເຖົ້າຢູ່ນໍາ
ອິງຕາມທ່ານເດດ ສີແສງຣັດ ທີ່ກ່າວວ່າ ລັດ
ຖະບານໄດ້ເອົາເຮືອນໃຫ້ ສສຊລ 18 ຫລັງ ເພື່ອຈຸດປະສົງດັ່ງກ່າວ.
// ສຽງ //
ສສຊລ ບໍ່ພຽງແຕ່ໃຫ້ການຊ່ວຍເຫລືອແກ່
ສະມາຊິກຜູ້ທຸກຍາກແລະຜູ້ສູງອາຍຸທີ່ກະ
ສຽນແລ້ວ ໃນດ້ານເຄຫາສະຖານຫລືບ່ອນ
ຢູ່ອາໃສເທົ່ານັ້ນ ແຕ່ຍັງໃຫ້ການຊ່ວຍເຫລືອ
ໃນດ້ານອື່ນໆນໍາອີກ ນັບຕັ້ງແຕ່ໄດ້ສ້າງຕັ້ງ
ຂຶ້ນມາ ເຊ່ນ ຈ້າງພະນັກງານມາເປັນລ່າມ
ແປພາສາ ແລະຊ່ວຍເຫລືອພາຊາວອົບພະ
ຍົບ ໄປໂຮງໝໍ ຫລືໄປສານເວລາທີ່ມີປັນຫາ ທາງກົດໝາຍເປັນຕົ້ນ.
// ສຽງ //
ຈຸດປະສົງນື່ງອີກຂອງສະມາຄົມ
ສົ່ງເສີມຊຸມຊົນລາວ ລັດ NSW
ກໍຄືອະນຸລັກຮັກສາແລະສົ່ງເສີມ
ເຜີຍແຜ່ຮີດຄອງປະເພນີ ແລະ
ວັດທະນະທໍາອັນດີງາມຂອງ
ລາວໄວ້ໃຫ້ຄົງຢູ່ຕໍ່ໄປ ຊຶ່ງທ່ານ
ເດດ ສີແສງຣັດ ອະທິປາຍເຖິງ
ກິດຈະກໍາຂອງ ສສຊລ ໃນ
ດ້ານນີ້ວ່າ ມີໂຮມທັງໂຮງຮຽນ
ສອນພາສາລາວ ສອນເດັກ
ນ້ອຍລາວໃຫ້ຮູ້ຈັກນົບໄຫວ້
ຕາມປະເພນີລາວ. ແລະເພື່ອ
ເຜີຍແຜ່ວັດທະນະທໍາລາວນັ້ນ
ທາງ ສສຊລ ກໍໄດ້ຈັດກິດຈະກໍາຫລາຍຢ່າງຂຶ້ນ ເຊ່ນງານສະຫລອງປີໃໝ່ລາວ ແລະ ອື່ນໆອີກ.
// ສຽງ //
ທ່ານ ເດດ ສີແສງຣັດ ຮຽນຈົບ
ປະລິນຍາຕີຈາກມະຫາວິທະຍາ
ໄລລັດຮາວາຍ ເມື່ອປີ 1972
ແຕ່ຫລັງຈາກໄດ້ອົບພະຍົບຫລົບ
ໜີອອກຈາກປະເທດລາວ ລຸນ
ຫລັງການປ່ຽນແປງລະບອບປົກ
ຄອງໃນປີ 1975 ໄປຢູ່ສູຍອົບ
ພະຍົບທີ່ປະເທດໄທແລ້ວ ກໍໄດ້
ຕັດສິນໃຈພາຄອບຄົວ ໄປຕັ້ງຖິ່ນ
ຖານໃໝ່ຢູ່ໃນປະເທດອອສເຕຣ
ເລຍ ແລະໄດ້ເປັນສະມາຊິກກໍ່
ຕັ້ງສະມາຄົມສົ່ງເສີມຊຸມຊົນລາວ
ຫລື ສສຊລ ນີ້ ຈົນໄດ້ມາກໍາຕໍາ
ແໜ່ງເປັນປະທານສະມາຄົມ
ເປັນເທື່ອທີສອງນີ້ແລ້ວ. ທ່ານ
ເດດມ້ວນທ້າຍການໃຫ້ສໍາພາດ
ກັບວີໂອເອ ໂດຍການເຊີນຊວນ
ໃຫ້ເຂົ້າໄປເບິ່ງໜ້າ Facebook ຂອງ ສສຊລ ແລະອວຍພອນໃຫ້ທຸກໆທ່ານຈົ່ງມີແຕ່
ຄວາມສຸກ ຄວາມຈະເລີນ ຕະຫລອດ ປີໃໝ່ລາວນີ້.
// ສຽງ //
ໝາຍເຫດ: ບົດສໍາພາດນີ້ແມ່ນຍາວກ່ວາອັນທີ່ອອກອາກາດໄປເມື່ອວັນທີ 12 ພຶດສະພາ ທີ່ໄດ້ຖືກຕັດໃຫ້ສັ້ນລົງ ຍ້ອນເວລາຈໍາກັດ.