ພັກປະຊາຊົນປະຕິວັດລາວ ຈະສົ່ງເສີມໃຫ້ແມ່ຍິງລາວ ໄດ້ເປັນສະມາຊິກ ສະພາແຫ່ງ
ຊາດ ແລະສະພາຂັ້ນແຂວງໃຫ້ໄດ້ເຖິງ 30 ເປີເຊັນ ຂອງຈຳນວນ ສະມາຊິກທັງໝົດ ໃນ
ການເລືອກຕັ້ງຂອງທັງ 2 ສະພາ ໃນປີ 2021 ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກ
ບາງກອກ.
ທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ຢືນຢັນວ່າ ພັກປະຊາ
ຊົນປະຕິວັດລາວໄດ້ກຳໜົດແຜນການເປົ້າໝາຍຢ່າງຄັກແນ່ແລ້ວວ່າ ຈະໃຫ້ການສະໜັບ
ສະໜູນສົ່ງເສີມໃຫ້ແມ່ຍິງລາວໄດ້ເປັນສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນ
ຂັ້ນແຂວງ ໃຫ້ໄດ້ໃນສັດສ່ວນ 30 ເປີເຊັນ ຂອງຈໍານວນສະມາຊິກທັງໝົດໃນທັງ 2 ສະພາ
ທັ້ງນີ້ໂດຍການເພີ້ມຈໍານວນຜູ້ສະໝັກ ເພດຍິງ ເພື່ອເຂົ້າຮວມໃນການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ແລະສະພາ ປະຊາຊົນຂັ້ນແຂວງ ທີ່ກຳໜົດຈະມີຂຶ້ນໃນຕົ້ນປີ 2021 ດັ່ງ
ທີ່ທ່ານໄຊສົມພອນ ໄດ້ຖະແຫຼງຢືນຢັນວ່າ:
“ສົມທົບກັບພາກສ່ວນກ່ຽວຂ້ອງຊຸກຍູ້ແມ່ຍິງຜູ້ມີມາດຕະຖານເງື່ອນໄຂ ສະໝັກຮັບເລືອກ
ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະສະມາຊິກສະພາປະ ຊາຊົນຂັ້ນແຂວງ
ແລະນະຄອນຫຼວງ ຊຸດທີ 2 ໃຫ້ຫຼາຍຂຶ້ນ ປຸກລະດົມໃຫ້ແມ່ຍິງ ຜູ້ທີ່ມີເງື່ອນໄຂໄປໃຊ້ສິດທິ
ຂອງຕົນໃນເຂດເລືອກຕັ້ງຕ່າງໆ ເພາະວ່າບັນຫານີ້ກໍມີ ຄວາມສຳຄັນຫຼາຍ ແລະຊຸດທີ 9 ນີ້
ກໍປາກົດວ່າທາງຄະນະປະຈຳສະພາປະກາດ ວ່າສິເອົາ ສສ ເພດຍິງໃຫ້ໄດ້ 30 ເປີເຊັນ ຖື
ວ່າເຂົ້າຄະນະພັກລັດກະເພີ້ມຂຶ້ນ ແລ້ວປັດຈຸບັນນີ້ ໄປເປັນຜູ້ແທນປະຊາຊົນຕື່ມກະຍິ່ງດີຫັ້ນແຫລະ ຂໍໃຫ້ເອົາໃຈໃສ່ ຕື່ມ ເພື່ອສະເໜີລາຍງານຕໍ່ຄະນະພັກ."
ທາງດ້ານທ່ານບຸນໜັກ ໄຊຍະນົນ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ປ່າໄມ້
ຢືນຢັນວ່າເປົ້າໝາຍສຳຄັນຂອງການພັດທະນາຄວາມສະເໝີພາບ ລະຫວ່າງຍິງຊາຍ
ໃນຊ່ວງປີ 2016 ຫາ 2020 ກໍຄືການສົ່ງເສີມໃຫ້ແມ່ຍິງລາວ ມີສ່ວນຮ່ວມໃນບົດບາດ
ແລະຕຳແໜ່ງຕ່າງໆໃນຄະນະລັດຖະບານ ແລະສະພາ ແຫ່ງຊາດ ໃຫ້ໄດ້ເຖິງ 20 ເປີ
ເຊັນ ແລະ 30 ເປີເຊັນ ຕາມລຳດັບ.
ທັ້ງນີ້ລັດຖະບານລາວໄດ້ເນັ້ນໜັກການກວດກາໃນ 6 ດ້ານດ້ວຍກັນຄື ການລົບ ລ້າງ
ທຸກການຈຳແນກຕໍ່ຜູ້ຍິງ ການກໍາຈັດການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ ຍິງ ການ
ກໍາຈັດການຄ້າມະນຸດ ແລະຂູດຮີດທາງເພດທຸກຮູບແບບການກໍາຈັດທຸກການກະທຳທີ່
ເປັນອັນຕະລາຍຕໍ່ແມ່ຍິງ ເຊັ່ນການແຕ່ງງານໃນໄວໜຸ່ມ ແລະການ ບັງຂັບໃຫ້ແຕ່ງງານ
ການຕອບສະໜອງດ້ານບໍລິການທາງສັງຄົມ ແລະນະໂຍ ບາຍການ ປົກປ້ອງສົ່ງເສີມໃຫ້
ມີຄວາມຮັບຜິດຊອບຮ່ວມກັນໃນຄົວເຮືອນ ແລະ ການຮັບປະກັນໃຫ້ແມ່ຍິງມີສ່ວນຮ່ວມ
ຢ່າງເຕັມສ່ວນແລະເທົ່າທ່ຽມກັບຜູ້ຊາຍໃນ ລະດັບ ການຕັດສິນໃຈທາງການເມືອງ ເສດ
ຖະກິດ ແລະຊີວິດການເປັນຢູ່ ໃນສັງຄົມ.
ຫາກແຕ່ການທີ່ຈະສະມາດບັນລຸເປົ້າໝາຍດັ່ງກ່າວ ກໍບໍ່ແມ່ນເລື້ອງງ່າຍໆ ໂດຍ ຄະນະກຳ
ມາທິການການສົ່ງເສີມ ແລະຄຸ້ມຄອງສິດທິສັດຕີ ແລະເດັກໃນອາຊຽນ ໄດ້ລາຍງານວ່າ
ການຈັດຕັ້ງປະຕິບັດແຜນການພັດທະນາເພື່ອຄວາມສະເໝີພາບ ລະຫວ່າງຍິງກັບຊາຍ
ໃນລາວ ມີຄວາມຄືືບໜ້າຕໍ່າຫຼາຍເພາະການຈັດຕັ້ງປະຕິ ບັດສ່ວນໃຫຍ່ເປັນງານເອກ
ກະສານ ດັ່ງຈະເຫັນໄດ້ຈາກການບັງຄັບໃຊ້ກົດໝາຍ ພັດທະນາ ແລະຄຸ້ມຄອງແມ່ຍິງເມື່ອ
ປີ 2004 ການປະກາດເປົ້າໝາຍໃນການ ເພີ້ມບົດບາດຂອງແມ່ຍິງໃຫ້ໄດ້ເຖິງ 30 ເປີເຊັນ
ຂອງຕຳແໜ່ງທາງການເມືອງ ທັງໝົດໃນປີ 2015 ແຕ່ວ່າກໍບໍ່ສາມາດປະຕິບັດໄດ້ຈິງ ໂຕ
ຢ່າງຄືມີແມ່ຍິງບໍ່ເຖິງ 3 ເປີເຊັນ ທີ່ເປັນຜູ້ບໍລິຫານຂັ້ນສູງໃນອຳນາດການປົກຄອງຂອງ
ແຂວງເຊກອງໃນປັດຈຸບັນນີ້.
ສ່ວນເຈົ້າໜ້າທີ່ຂັ້ນສູງຂອງສະຫະພັນແມ່ຍິງລາວເປີດເຜີຍວ່າ ສູນໃຫ້ຄຳປຶກສາ ແລະປົກ
ປ້ອງແມ່ຍິງ ແລະເດັກທີ່ເປັນໜ່ວຍງານຂອງສະຫະພັນແມ່ຍິງລາວ ສາມາດໃຫ້ການຊ່ວຍ
ເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອຂອງແກັ່ງຄ້າມະນຸດຂ້າມ ຊາດໄດ້ 146 ຄົນ ໃນປີ 2019
ທີ່ຜ່ານມາໃນນີ້ແບ່ງເປັນ 94 ຄົນທີ່ຕົກເປັນ ເຫຍື່ອຂອງແກັ້ງຄ້າມາະນຸດໃນຈີນກັບ 17 ຄົນ
ໃນໄທ ແລະ 3 ຄົນໃນ ຫວຽດນາມ ສ່ວນທີ່ເຫຼືອ 32 ຄົນນັ້ນຕົກເປັນເຫຍື່ອຂອງການຄ້າ
ມາະນຸດໃນລາວ ທີີ່ມີເຄື່ອຄ່າຍທັງຢູ່ໃນຈີນ ໄທ ແລະຫວຽດນາມ ໂດຍແມ່ຍິງລາວຖືກຫຼອກ
ໃຫ້ແຕ່ງ ດອງກັບຜູ້ຊາຍຕ່າງຊາດ ແລ້ວກະຖືກບັງຄັບໃຫ້ຂາຍບໍລິການທາງເພດ ເມື່ອເດີນ
ທາງໄປປະເທດຝ່າຍຊາຍແລ້ວນັ້ນ.
ທາງດ້ານພັນໂທສຸລິວັນ ວາດຊະວົງ ຫົວໜ້າຫ້ອງການຕຳຫຼວດກອງບັນຊາການ ປ້ອງກັນ
ຄວາມສະຫງົບນະຄອນຫຼວງວຽງຈັນ ຖະແຫຼງວ່າໃນປີ 2019 ພະແນກຕ້ານການຄ້າດ້ານ
ມະນຸໄດ້ທຳການກວດກາໂຮງແຮມ ບ້ານພັກ ຮ້ານກິນດື່ມ ແລະສະຖານບັນເທີງຕ່າງໆ ຈຳ
ນວນທັງໝົດ 2,425 ແຫ່ງພົບວ່າ 109 ແຫ່ງ ທີີ່ມີການລັກລອບຂາຍບໍລິການທາງເພດ
ໂດຍແມ່ຍິງລາວ 15,340 ກວ່າຄົນ ແຕ່ວ່າກໍສາມາດຈັບຜູ້ກະທໍາຜິດໄດ້ 638 ຄົນ ໃນນີ້
ຮວມຊາວຫວຽດ ນາມ 12 ຄົນ ແລະຊາວຈີນ 313 ຄົນໂດຍທັງໝົດໄດ້ຖືກສົ່ງກັບຄືນ
ປະເທດແລ້ວ.