ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກປະຊາຊົນ ປະຕິວັດລາວ ສັ່ງການໃຫ້ຕັ້ງ ຄະນະສະເພາະກິດ ເພື່ອກວດກາ ພະນັກງານ ພັກ-ລັດ


ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະກວດກາສູນກາງພັກ, ວັນທີ 28 ກັນຍາ 2016.
ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະກວດກາສູນກາງພັກ, ວັນທີ 28 ກັນຍາ 2016.

ຄະນະກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ສັ່ງການໃຫ້ສ້າງຕັ້ງ ຄະນະສະເພາະກິດ ເພື່ອທຳການກວດກາ ການປະຕິບັດໜ້າທີ່ຂອງພະນັກງານ
ພັກ-ລັດ ໃນທົ່ວປະເທດຢ່າງເຂັ້ມງວດ.

ທ່ານຂັນແກ້ວ ພົມມະໄກສອນ ຫົວໜ້າກົມຈັດຕັ້ງ ກະຊວງຖະແຫລງຂ່າວ
ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງຢືນຢັນວ່າ ຄະນະພັກກະຊວງ
ຖະແຫລງຂ່າວ ໄດ້ອອກມະຕິຕົກລົງໃຫ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອ
ຕິດຕາມ ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະ
ພະນັກງານລັດ ໃນສັງກັດກະຊວງຖະແຫລງຂ່າວ ຢ່າງໃກ້ຊິດແລ້ວໃນຂະນະນີ້ ໂດຍມີເປົ້າໝາຍເພື່ອຈັດແບ່ງລະດັບຊັ້ນ ແລະຄຸນນະພາບ ໃນການປະຕິບັດ
ໜ້າທີ່ຂອງບັນດາສະມາຊິກພັກ ແລະພະນັກງານ ໃນສັງກັດກະຊວງຖະແຫລງ
ຂ່າວ ໃນທົ່ວປະເທດ ພາຍໃຕ້ການຊີ້ນຳຂອງຄະນະພັກກະຊວງ ຊຶ່ງມອບໝາຍ
ໃຫ້ກົມຈັດຕັ້ງ ແລະກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ ດັ່ງທີ່
ທ່ານຂັນແກ້ວ ໃຫ້ການຢືນຢັນວ່າ:

ກອງປະຊຸມ ສູນກາງຄົບຄະນະ ຄັ້ງທີ 3, ວັນທີ 12-21 ກັນຍາ 2016.
ກອງປະຊຸມ ສູນກາງຄົບຄະນະ ຄັ້ງທີ 3, ວັນທີ 12-21 ກັນຍາ 2016.

“ເພື່ອເປັນການກວດກາຕີລາຄາ ແລະສະຫລຸບຂະບວນວຽກງານ ການເຄື່ອນ
ໄຫວ ຊີ້ນຳ ນຳພາ ພ້ອມທັງວາງທິດທາງກວດກາຕີລາຄາ ແບ່ງປະເພດຄຸນ
ນະພາບໜ່ວຍພັກ ສະມາຊິກພັກ ໃນຕອນໜ້າ ຄະນະພັກກະຊວງ ໄດ້ອອກ
ມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບການຕິດຕາມກວດກາ ພາຍໃຕ້ການ
ຊີ້ນຳ ໂດຍກົງຂອງຄະນະປະຈຳພັກກະຊວງ ໂດຍມອບໃຫ້ກົມກວດກາ ແລະ
ກົມຈັດຕັ້ງພະນັກງານເປັນເຈົ້າການ ແລະມີການປະສານສົມທົບ ຊຸກຍູ້ຕິດຕາມ
ການກວດກາຢ່າງໃກ້ຊິດ.”

ການແຕ່ງຕັ້ງຄະນະກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ
ແລະພະນັກງານໃນສັງກັດກະຊວງຖະແຫລງຂ່າວ ດັ່ງກ່າວ ຖືເປັນການປະຕິບັດ
ຕາມມະຕິຄຳສັ່ງຂອງຄະນະກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ
ຊຶ່ງຕ້ອງການຈະແກ້ໄຂບັນຫາປາກົດການຫຍໍ້ທໍ້ພາຍໃນພັກ-ລັດທີ່ເກີດຂຶ້ນ ຢ່າງ
ກວ້າງຂວາງ ໃນປັດຈຸບັນນີ້.

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ທ່ານຈັນສີ ໂພສີຄຳ ກຳມະການກົມການເມືອງ ແລະຫົວໜ້າ
ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ກໍຍອມຮັບວ່າ ການປະຕິບັດ
ໜ້າທີ່ຂອງສະມາຊິກພັກ ທີ່ຂາດຈັນຍາບັນ ຍັງເປັນປາກົດການຫຍໍ້ທໍ້ ທີ່ໄດ້ສົ່ງຜົນ
ກະທົບຕໍ່ການນຳ ຂອງພັກ ແລະລັດຖະບານລາວຢູ່ເລື້ອຍມາ ໂດຍສະເພາະແມ່ນ
ການທຸຈະລິດ ແລະການຮັບເອົາສິນບົນນັ້ນ ຖືເປັນບັນຫາທີ່ເກີດຂຶ້ນ ຢ່າງກວ້າງ
ຂວາງຫລາຍທີ່ສຸດ.

ອົງການກວດກາ ແຫ່ງລັດ ກໍໄດ້ລົງໂທດທາງວິໄນຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດ ຄໍຣັບຊັ້ນ 165 ຄົນ ແລະ 38 ຄົນ ຖືກສານຕັດສິນໃຫ້ລົງໂທດຈຳຄຸກ.
ອົງການກວດກາ ແຫ່ງລັດ ກໍໄດ້ລົງໂທດທາງວິໄນຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດ ຄໍຣັບຊັ້ນ 165 ຄົນ ແລະ 38 ຄົນ ຖືກສານຕັດສິນໃຫ້ລົງໂທດຈຳຄຸກ.

ໂດຍສູນກາງພັກປະຊາຊົນປະຕິວັດລາວ ໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວ
ທັງຍັງເປັນການສ້າງສັດທາຂອງປະຊາຊົນ ໃຫ້ມີຕໍ່ການນຳຂອງພັກ-ລັດ ດ້ວຍນັ້ນ
ດ້ວຍການເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການ
ທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຂອງພັກ-ລັດ ທຸກລະດັບ
ຊັ້ນໃນທົ່ວປະເທດ ຈະຕ້ອງຮັບຜິດຊອບ ຕໍ່ການທຸຈະລິດທີ່ເກີດຂຶ້ນໃນໜ່ວຍງານ
ທີ່ຕົນຮັບຜິດຊອບດ້ວຍ.

ທ່ານບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫລວງ ແຫ່ງຊາດ
ທ່ານບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫລວງ ແຫ່ງຊາດ

ທາງດ້ານ ທ່ານບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫລວງ
ແຫ່ງຊາດ ໃຫ້ການຢືນຢັນວ່າ ໃນໄລຍະ 5 ປີຜ່ານມາ ໄດ້ກວດພົບວ່າ ການທຸຈະລິດ
ເຮັດໃຫ້ພັກ-ລັດເສຍຫາຍເປັນມູນຄ່າ ຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາ
ຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບ 40 ລ້ານບາດ ໂດຍຈາກການຕິດຕາມ
ກວດກາ ກໍປາກົດວ່າ ສາມາດຢຶດກັບຄືນມາໄດ້ບາງສ່ວນ ຄື 1,000 ກວ່າຕື້ກີບ ກັບ
70 ກວ່າລ້ານໂດລາ ແລະ 30 ກວ່າລ້ານບາດ ທັງຍັງຢຶດເອົາທີ່ດິນຂອງລັດ ທີ່ຖືກ
ລັກລອບຂາຍໃຫ້ກັບບັນດານາຍທຶນລາວ ແລະຕ່າງຊາດກັບຄືນມາໄດ້ ໃນເນື້ອທີ່
ກວ້າງກວ່າ 10,000 ເຮັກຕາອີກດ້ວຍ.

​ໃນຊ່ວງປີ 2011-2015 ອົງການກວດກາແຫ່ງລັດ ໄດ້ດຳເນີນການກວດສອບ 734
ເປົ້າໝາຍທີ່ເປັນໜ່ວຍງານຂອງພັກ-ລັດ ແລະໄດ້ກວດພົບການທຸຈະລິດຢ່າງກວ້າງ
ຂວາງ ເຮັດໃຫ້ພັກ-ລັດ ສູນເສຍໄປຫລາຍກວ່າ 5,000 ຕື້ກີບ ໂດຍອົງການກວດກາ
ແຫ່ງລັດ ກໍໄດ້ລົງໂທດທາງວິໄນຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດ
ຄໍຣັບຊັ້ນ 165 ຄົນ ແລະ 38 ຄົນ ຖືກສານຕັດສິນໃຫ້ລົງໂທດຈຳຄຸກ.

XS
SM
MD
LG