ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະມາຊິກພັກປະຊາຊົນ ປະຕິວັດ ລາວ ຈຳນວນບໍ່ນ້ອຍ ປະຕິບັດໜ້າທີ່ ໂດຍທຸຈະລິດ


ບັນດາສະມາຊິກພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ.
ບັນດາສະມາຊິກພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ.

ເຈົ້າໜ້າທີ່ຂັ້ນສູງໃນພັກປະຊາຊົນປະຕິວັດ ລາວ ຍອມຮັບວ່າມີສະມາຊິກພັກຈຳນວນບໍ່ ນ້ອຍໄດ້ປະຕິບັດໜ້າທີ່ໂດຍທຸຈະລິດ ຫຼິ້ນພັກຫຼິ້ນພວກ ແລະ ບໍ່ມີຄວາມຮູ້ໃນໜ້າທີ່ໆຮັບ ຜິດຊອບອີກດ້ວຍ.

ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ໃຫ້ການຍອມຮັບວ່າພັກກຳລັງປະເຊີນກັບບັນຫາການຈັດຕັ້ງທີ່ບໍ່ມີປະສິດທິພາບ ຫຼາຍຂຶ້ນນັບມື້ ໂດຍມີສາເຫດມາຈາກການປະພຶດ ແລະ ການປະຕິບັດໜ້າທີ່ຂາດຄວາມ ຮັບຜິດຊອບຕໍ່ສ່ວນລວມຂອງສະມາຊິກພັກເປັນສຳຄັນ ເຊັ່ນການຫຼິ້ນພັກຫຼິ້ນພວກ, ການ ບໍ່ຍອມຮັບການວິພາກວິຈານກັນຢ່າງຕົງໄປຕົງມາ ,​ການອາຄາດມາດຮ້າຍຕໍ່ກັນ,​ການ ຂາດການຍອມຮັບໃນຄວາມຮູ້ ຄວາມສາມາດ ລະຫວ່າງຜູ້ບັງຄັບບັນຊາ ແລະ ຜູ້ໃຕ້ບັງ ຄັບບັນຊາ, ການບໍ່ເຄົາລົບກົດລະບຽບຂອງພັກ ແລະ ການທຸຈະລິດ ດັ່ງທີ່ທ່ານ ວັນໄຊ ໄດ້ໃຫ້ການຢືນຢັນວ່າ.

“ຍັງມີບາງອົງຄະນະພັກເຮັດບໍ່ທັນໄດ້ດີ ບໍ່ທັນຖືກຕາມລະບຽບຂອງພັກ ແລະ ຄຳສັ່ງ ຂອງສູນກາງພັກ, ການກະກຽມບຸກຄະລາກອນເຂົ້າໃນອົງຄະນະພັກໃນແຕ່ລະຊັນເຖິງ ວ່າໄດ້ມີການກຳນົດມາດຕະຖານເງື່ອນໄຂຢ່າງລະອຽດຈະແຈ້ງ ແຕ່ຂອດການຈັດຕັ້ງ ປະຕິບັດຕົວຈິງ ບໍ່ທັນຮັບປະກັນ ອັນສຳຄັນທີ່ສຸດແມ່ນບໍ່ເລືອກເຟັ້ນໄດ້ຜູ້ທີ່ພົ້ນເດັ່ນຂຶ້ນ ຈາກຂະບວນການວຽກງານຕົວຈິງ ນອກຈາກນັ້ນມີສະຫາຍຈຳນວນໜຶ່ງ ພໍແຕ່ໄດ້ຮັບ ການເລືອກຕັ້ງເຂົ້າໃນຄະນະພັກແລ້ວ ກໍເລີ່ມມີຫາງສຽງວິພາກວິຈານຈາກຖັນແຖວ ສະມາຊິກພັກ ແລະ ມະຫາຊົນ.”

ໂດຍໃນຮອບ 5 ປີທີ່ຜ່ານມາອຳນາດການນຳຂອງສູນກາງພັກໄດ້ຕັດສິນລົງໂທດວິໄນຕໍ່ ສະມາຊິກພັກຈຳນວນ 1,806 ຄົນ ໃນນີ້ເປັນສະມາຊິກເພດຍິງ 171 ຄົນທີ່ສວຍໃຊ້ຕຳ ແໜ່ງໜ້າທີ່ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ພ້ອມກັນນີ້ກໍໄດ້ປົດຈາກຕຳ ແໜ່ງສະມາຊິກຂອງພັກອີກ 1,007 ຄົນທີ່ປະຕິບັດໜ້າທີ່ຂັດຕໍ່ແນວທາງ ແລະ ນະໂຍ ບາຍຂອງພັກອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສູນກາງພັກກໍບໍ່ໄດ້ໃຫ້ລາຍລະອຽດວ່າການລົງໂທດທາງວິໄນຕໍ່ສະມາ ຊິກພັກທັງ 1,806 ຄົນດັ່ງກ່າວນັ້ນມີລະດັບໃດແນ່ ທັງຍັງບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບ ການເສຍຫາຍທີ່ເກີດຈາກການທຸຈະລິດດັ່ງກ່າວອີກດ້ວຍ ຫາກແຕ່ກໍຍອມຮັບວ່າມີສະມາ ຊິກພັກຈຳນວນໜຶ່ງທີ່ໄດ້ຊື້ຈ້າງດ້ວຍຮູບແບບຕ່າງໆ ເພື່ອເຮັດໃຫ້ພວກຕົນໄດ້ເປັນສະມາ ຊິກພັກ ແລະ ກໍພາກັນສວຍໃຊ້ຕຳແໜ່ງໜ້າທີ່ໃນການສະແຫວງຫາຜົນປະໂຫຍດສ່ວນ ຕົວ ທັງທາງກົງ ແລະ ທາງອ້ອມຫຼາຍຂຶ້ນນັບມື້ ທັງຍັງໄດ້ເກີດຂຶ້ນຢ່າງກວ້າງຂວາງໃນທຸກ ວົງການຂອງລັດຖະບານ ລາວ ອີກດ້ວຍ.

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ເນັ້ນໜັກຕໍ່ກອງປະຊຸມຮ່ວມ ຂອງຄະນະລັດຖະບານ ລາວ ກັບ ບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ວ່າຈຸດເນັ້ນໜັກສຳຄັນທີ່ສຸດໃນການບໍລິຫານງານຂອງຄະນະລັດຖະບານ ຊຸດປະຈຸບັນນີ້ ກໍຄືການຄວບຄຸມ ແລະ ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາ ພະນັກງານລັດ ໃນທຸກລະດັບຊັ້ນຢ່າງໂປ່ງໄສ ໂດຍແນໃສ່ການກະກັດກັ້ນ ແລະ ປາບ ປາມການສໍ້ລາດບັງຫຼວງໃນທຸກຮູບແບບ ໂດຍສະເພາະແມ່ນພະນັກງານລັດ ທີ່ຮັບຜິດ ຊອບໃນດ້ານການຈັດເກັບລາຍຮັບ ແລະ ການໃຊ້ຈ່າຍງົບປະມານຂອງລັດຖະບານນັ້ນ.

ຫາແຕ່ວ່າການທີ່ຈະສາມາດຈັດຕັ້ງປະຕິບັດຕາມຈຸເນັ້ນໜັກດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງມີການປັບປຸງກົນໄກບໍລິຫານ ແລະ ກົນໄກບໍລິການ ທັງຍັງຈະຕ້ອງປະຕິບັດລະ ບຽບກົດໝາຍທີ່ມີຄວາມເຂັ້ມແຂງອີກດ້ວຍ ຫາກບໍ່ສະນັ້ນຄວາມຍຸດຕິທຳຍ່ອມບໍ່ສາມາດ ເກີດຂຶ້ນໃນສັງຄົມ ລາວ ໄດ້ເລີຍ.

ກ່ອນໜ້ານີ້ຄະນະກວດກາສູນກາງພັກລັດລາຍງານວ່າໃນປີ 2015 ທີ່ຜ່ານມາໄດ້ດຳເນີນ ການກວດສອບ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະ ນະຄອນ ຫຼວງວຽງຈັນ ໂດຍກວດພົບວ່າ ການສໍ້ລາດບັງຫຼວງຂອງບັນດາພະນັກງານພັກລັດໃນທົ່ວ ປະເທດໄດ້ເຮັດໃຫ້ລັດຖະບານສູນເສຍລາຍຮັບ ແລະ ງົບປະມານໄດ້ຫຼາຍກວ່າ 3,034.3 ຕື້ກີບ ຫຼື ປະມານ 373 ລ້ານໂດລາ ຊຶ່ງໃນນີ້ກໍສາມາດຍຶດຄືນມາໄດ້ພຽງແຕ່ 467.59 ຕື້ ກີບ ຫຼື ຄິດເປັນ 15 ເປີເຊັນເທົ່ານັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກລັດ ກໍໄດ້ດຳເນີນມາດຕະການລົງໂທດຕໍ່ພະນັກ ງານລັດຈຳນວນ 95 ຄົນ ທີ່ທຸຈະລິດ ແລະ ໄດ້ຍັກຍອກເອົາງົບປະມານຂອງລັດໄປຫຼາຍ ກວ່າ 240 ຕື້ກີບ ຊຶ່ງໃນນີ້ 62 ຄົນເປັນພະນັກງານຂອງແຂວງອຸດົມໄຊ, 22 ຄົນເປັນພະ ນັກງານທະນາຄານແຫ່ງຊາດ ແລະ 11 ຄົນເປັນພະນັກງານໃນກະຊວງການເງິນ ແລະ ກວດພົບວ່າ 116 ໜ່ວຍງານຂອງລັດບໍ່ໄດ້ສົ່ງລາຍຮັບເຂົ້າງົບປະມານຂອງລັດຖະບານ ຄິດເປັນມູນຄ່າເຖິງ 749.22 ຕື້ກີບໃນແຜນການປີ 2014-2015 ອີກດ້ວຍ.

XS
SM
MD
LG