ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ນັກຊ່ຽວຊານ ກ່າວວ່າ ນະໂຍບາຍຂອງທ່ານທອງລຸນ ເລຂາທິການໃຫຍ່ ຄົນໃໝ່ຂອງພັກ ປປລ ຈະບໍ່ມີການປ່ຽນແປງຫຍັງຫຼາຍ


ທ່ານທອງລຸນ ສີສຸລິດ ຖືກເລືອກເປັນເລຂາທິການໃຫຍ່ ຂອງພັກ ປປລ ເມື່ອວັນທີ 15 ມັງກອນຜ່ານມານີ້.

ທ່ານທອງລຸນ ສີສຸລິດ ໄດ້ຖືກເລືອກເປັນເລຂາທິການໃຫຍ່ ຂອງຄະນບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ທີ່ນະຄອນຫຼວງວຽງຈັນ.

ກອງປະຊຸມໃຫຍ່ເປັນເວລາ 3 ມື້ ທີ່ເລີ້ມມາແຕ່ວັນພຸດແລະປິດລົງໃນຕອນບ່າຍຂອງມື້ວັນສຸກແລ້ວ ຍັງໄດ້ເລືອກເອົາກຳມະການກົມການເມືອງໃໝ່ຂອງພັກ 13 ຄົນ ໂດຍມີສະມາຊິກເພີ້ມຂຶ້ນ 2 ຄົນ ຈາກກຳມະການກົມການເມືອງຊຸດເກົ່າທີ່ມີຢູ່ 11 ຄົນ ແຕ່ບໍ່ມີຊື່ເລຂາທິການໃຫຍ່ຂອງພັກຄົນເກົ່າ ພ້ອມທັງເປັນປະເທດ ທ່ານບຸນຍັງ ວໍລະຈິດ ຮວມຢູ່ນຳ.

ຕໍ່ຄຳຖາມທີ່ວ່າ ທ່ານທອງລຸນ ເລຂາທິການໃຫຍ່ຂອງພັກຄົນໃໝ່ ຈະນຳພາປະເທດໄປໃນທິດທາງໃດນັ້ນ ຮອງສາສະດາຈານອຽນ ແບດ (Ian Baird) ຈາກມະຫາວິທະຍາໄລ Wisconsin-Madison ໃຫ້ຄວາມເຫັນວ່າ:


"ເພາະວ່າທອງລຸນກະຕ້ອງໄດ້ເປັນເລຂາທິການໃຫຍ່ຂອງພັກເດເນາະ ແລະກາຊິເປັນປະທານປະເທດເດເນາະ ຕາມທີ່ເຄີຍເປັນຜ່ານມາ ແລະກາຄິດວ່າ ໜ້າຈະເນັ້ນນະໂຍ ບາຍຄືເກົ່າ ຄືລາວປະຕິບັດຕອນທີ່ລາວເປັນນາຍົກນີ້ໜາ ເພາະວ່າປະຊາຊົນລາວຫຼາຍໆຄົນກໍເຫັນດີເຫັນ ພ້ອມກັບເພິ່ນ ທຽບກັບນາຍົກລັດຖະມົນຕີຄົນອື່ນ ໃນໄລຍະຜ່ານມາ ຍ້ອນວ່າລາວເຮັດແບບທັນສະໄໝກວ່າເກົ່າ ໃນຫຼາຍໆດ້ານເນາະ ແຕ່ວ່າໃນດ້ານນະໂຍບາຍເນາະ ຄືຊິບໍ່ໄດ້ປ່ຽນຫຼາຍປານໃດຕາມທີ່ເບິ່ງນີ້ໜາ ແຕ່ກໍຍັງບໍ່ທັນແນ່ໃຈຄືກັນ ເພາະວ່າຕ້ອງໄດ້ເບິ່ງນາຍົກລັດຖະມົນຕີຄືກັນວ່າ ຊິເປັນຜູ້ໃດແລະກາຊິມີຄວາມຄຶດຄືແນວໃດ ໃນໄລຍະຕໍ່ໄປ."

ນອກນັ້ນ ກອງປະຊຸມຮອບປະຖົມມະເລີກ ໃນອາທິດແລ້ວນີ້ ຍັງໄດ້ເລືອກເອົາ ຄະນະເລຂາສູນກາງພັກຈຳນວນ 9 ຄົນ ພ້ອມທັງໄດ້ເລືອກເອົາທ່ານບຸນທອງ ຈິດມະນີເປັນຜູ້ປະຈຳການ ແລະຄະນະກວດກາສູນກາງພັກ ທີ່ປະກອບດ້ວຍສະມາຊິກ 7 ຄົນ ນຳພາໂດຍທ່ານຄຳພັນ ພົມມະທັດ.

ການເລືອກເອົາຄະນະນຳພາຊຸດໃໝ່ນີ້ ແມ່ນມີຂຶ້ນກ່ອນການເລືອກຕັ້ງສະພາແຫ່ງຊາດ ແລະຄະນະລັດຖະບານຢູ່ລາວ ຊຶ່ງຄາດວ່າຈະມີຂຶ້ນ ໃນກາງເດືອນກຸມພາ ແລະຫຼັງຈາກການເລືອກຕັ້ງແລ້ວ ສະມາຊິກສະພາແຫ່ງຊາດຊຸດໃໝ່ ໃນກອງປະຊຸມຮອບປະຖົມມະເລີກ ກໍຈະເລືອກເອົາປະທານປະເທດ ແລະນາຍົກລັດຖະມົນຕີ ແລະໃຫ້ການອະນຸມັດຕໍ່ຄະນະລັດຖະບານຊຸດໃໝ່ ຂອງລາວ.

XS
SM
MD
LG