ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາຄາກາເຟຂອງລາວທີ່ສົ່ງອອກ ​​ເພີ້ມຂຶ້ນ ແລະຈະຍັງຄົງເພີ້ມຂຶ້ນອີກ ໃນປີນີ້ ເຖິງແມ່ນວ່າ ປະລິມານໃນການສົ່ງອອກ ຈະຫຼຸດລົງກໍຕາມ


ປະຊາຊົນລາວຜູ້ນຶ່ງ ກໍາລັງເກັບໝາກກາເຟ ຢູ່ໃນສວນກາເຟ.
ປະຊາຊົນລາວຜູ້ນຶ່ງ ກໍາລັງເກັບໝາກກາເຟ ຢູ່ໃນສວນກາເຟ.

ເຖິງແມ່ນຜົນຜະລິດກາເຟໃນລາວຫລຸດລົງ ຍ້ອນການລະບາດຂອງພະຍາດ ຕໍ່ຕົ້ນກາເຟ ແລະໄພແຫ້ງແລ້ງ ແຕ່ລາຍໄດ້ຂອງການສົ່ງອອກກາເຟຂອງ ລາວຍັງສືບຕໍ່ເພີ້ມຂຶ້ນຍ້ອນຄວາມຕ້ອງການກາເຟໃນຕະຫລາດໂລກສູງຂຶ້ນ ແລະຄາດວ່າຜົນລະປູກກາເຟໃນລາວຈະນໍາລາຍໄດ້ມາໃຫ້ຊາວກະສິກອນ ສູງສົມຄວນໃນປີນີ້. ທິບ​ສຸ​ດາມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງພວກເຮົາມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ມູນຄ່າການຄ້າຂາຍກາເຟເພີ້ມຂຶ້ນໃນທົ່ວໂລກ ທ່າມກາງການລະບາດ ຂອງພະ ຍາດໂຄວິດ-19 ໃນຮອບສາມປີຜ່ານມາ. ໃນປີ 2020 ມູນຄ່າກາເຟທີ່ຄົນ ບໍລິ ໂພກໃນໂລກແມ່ນ 344.22 ຕື້ໂດລາ ເພີ້ມຂຶ້ນ ມາເປັນ 419.6 ຕື້ໂດລາແລະ 433.7 ຕື້ໂດລາ ໃນປີ 2021 ແລະ 2022 ຕາມລໍາດັບ ແລະຍັງຈະສືບຕໍ່ເພີ້ມຂຶ້ນ ເລື້ອຍໆ ເປັນ 495.5 ຕື້ໂດລາ ແລະ 518.9 ຕື້ໂດລາໃນປີນີ້ ແລະປີໜ້າ ອີງຕາມສະຖິຕິໃນເວັບໄຊ ສເຕຕິສຕາ (Statista).

ສ່ວນລາວນັ້ນ ໃນປີ 2020 ເປັນປະເທດສົ່ງອອກກາເຟ ອັນດັບທີ 34 ກໍໄດ້ກາຍມາເປັນອັນດັບ 33 ຂອງໂລກໃນປີ 2021, ອີງຕາມສະຖິຕິຂອງອົງການ Observatory of Economic Complexity (OEC). ມູນຄ່າການສົ່ງອອກກາເຟຂອງ ລາວມີທ່າອ່ຽງເພີ້ມ ຂຶ້ນໄປຕາມໆກັນ ກໍຄື ຈາກ 5.43 ລ້ານໂດລາ ໃນປີ 2021 ມາເປັນ 7.20 ລ້ານ ໂດລາ ໃນປີ 2022 ແລະ ຄາດວ່າຈະເພີ້ມຂຶ້ນເປັນຫລາຍ ກວ່າ 9.8 ລ້ານໂດລາ ໃນປີນີ້, ອີງຕາມສະມາຄົມກາເຟລາວ ທີ່ຕັ້ງຢູ່ເມືອງປາກເຊ, ແຂວງຈໍາປາສັກ ພາກໃຕ້ຂອງລາວ.

ແຕ່ຢ່າງໃດ ກໍຕາມປະລິມານການສົ່ງອອກກາເຟຂອງລາວມີທ່າອ່ຽງຫລຸດລົງ ຂະນະທີ່ມູນຄ່າການສົ່ງອອກກັບເພີ້ມຂຶ້ນ ຊຶ່ງກໍຄືຈາກ 30 ພັນໂຕນ ໃນປີ 2020 ແລະ 32,000 ໂຕນ ໃນປີ 2021 ມາເປັນພຽງ 26 ພັນໂຕນໃນປີ 2022, ອີງຕາມເຈົ້າໜ້າທີ່ທ່ານນຶ່ງໃນສະມາຄົມກາເຟລາວ. ທັງນີ້ກໍເປັນຍ້ອນວ່າມີພະຍາດທີ່ ເຮັດໃຫ້ໝາກກາເຟບໍ່ສົມບູນ ບວກກັບໄພແຫ້ງແລ້ງ ແຕ່ຢ່າງໃດກໍຕາມ ຊາວກະສິ ກອນເຮັດສວນກາເຟຜູ້ທີ່ມີສວນໃກ້ແຄມນໍ້າ ແມ່ນຍັງສາມາດມີລາຍໄດ້ສູງຢູ່ ດັ່ງທີ່ຜູ້ປະກອບການກາເຟ ໃນເຂດເມືອງ ປາກຊ່ອງ ໂອ້ລົມກັບພວກເຮົາວ່າ:

“ກາເຟມັນບໍ່ໄດ້ນະມັນເປັນໝາກກູດມັນບໍ່ສົມບູນຄືແຕ່ເກົ່າ ມັນຫລຸດລົງກາເຟ ແຕ່ລາຄາຂຶ້ນສູງ ມັນໄດ້ແຕ່ສວນໃໝ່ ແບບວ່າກັບພວກຢູ່ໃກ້ແມ່ນໍ້າ ສ່ວນເຂົາຢູ່ລາງຢູ່ໃກ້ແມ່ນໍ້າມັນຈະຊຸ່ມເຢັນຕະຫລອດບໍ່ໃຫ້ມີແນວທໍາລາຍ”.

ເວທີສໍາລັບການປາໄສ ກ່ຽວກັບການຈັດງານສະແດງຜະລິດຕະພັນລາວ ປະຈໍາປີ 2022.
ເວທີສໍາລັບການປາໄສ ກ່ຽວກັບການຈັດງານສະແດງຜະລິດຕະພັນລາວ ປະຈໍາປີ 2022.

ທັງນີ້ ນອກຈາກການເພີ້ມຂອງລາຄາກາເຟໃນຕະຫລາດໂລກແລ້ວ ບວກກັບຄວາມເອົາໃຈໃສ່ໃນການຊອກຫາຕະຫລາດຂອງສະມາຄົມກາເຟລາວ ແລະນັກທຸລະກິດ ເອງ ກໍເປັນປັດໄຈຕົ້ນຕໍເຮັດໃຫ້ມູນຄ່າກາເຟສົ່ງອອກຂອງລາວເພີ້ມຂຶ້ນ ດັ່ງທີ່ຜູ້ ປະກອບການທ່ານນັ້ນກ່າວຕໍ່ໄປວ່າ:

“ຄັນມີຕະຫລາດເຮົາກະຊອກເອງກະໄດ້ຢູ່ຕ່າງປະເທດອີ່ຫຍັງ ມີແຕ່ເຮົາຜ່ານສະມາຄົມກາເຟລາວໄປຊື່ໆ ຄວາມໝາຍວ່າບໍລິສັດສົ່ງເສີມອີ່ຫຍັງຂອງສະມາ ຄົມກາເຟລາວເຂົາສົ່ງເສີມ ເຂົາຫາຕະຫລາດໃຫ້ ຖ້າເຮົາມີຕະຫລາດແຮງເປັນການດີ ເຂົາກະມີຫລາຍບໍລິສັດຢູ່ດຽວນີ້ມີຕ່າງປະເທດຊື້ໄປ ມີຝະຫລ໊ອກຝະລັ່ງເຂົາກະຊື້ໄປຂາຍ ບາງພວກ ເຂົາກະຂົ້ວສໍາເລັດຮູບອີ່ຫຍັງເພື່ອພັດທະນາກາເຟຂອງເຂົາຫັ້ນແຫລະໄປສູ່ຕະຫລາດ.”

ຕະຫລາດສົ່ງອອກລາຍໃຫຍ່ທີ່ສຸດຂອງລາວລວມມີປະເທດເພື່ອນບ້ານ ຊຶ່ງກໍຄືອັນດັບນຶ່ງແມ່ນຫວຽດນາມ (55.27 ລ້ານໂດລາ), ອັນດັບສອງແມ່ນໄທ (15.12 ລ້ານໂດລາກວ່າ) ແລະກໍາປູເຈຍເປັນອັນດັບ ຫາ ກໍຄື 5.16 ລ້ານໂດລາ, ສ່ວນຍີ່ປຸ່ນ ແລະແບລຈ້ຽມເປັນຕະຫລາດສົ່ງອອກອັນດັບສາມ ແລະ ສີ່ຂອງລາວ ກໍຄື 8.82 ລ້ານໂດລາ ແລະ 7.63 ລ້ານໂດລາ ຕາມລໍາດັບ, ອີງຕາມສະຖິຕິໃນເວັບໄຊ Trade Portal ຂອງກະຊວງອຸດສາຫະກໍາ ແລະການຄ້າຂອງລາວ.

ເມັດກາເຟລາວ ທີ່ຜ່ານຂັ້ນຕອນຂອງການຜະລິດ.
ເມັດກາເຟລາວ ທີ່ຜ່ານຂັ້ນຕອນຂອງການຜະລິດ.

ເມື່ອຖາມເຖິງການສົ່ງກາເຟອອກໄປຈີນນັ້ນ ຄະນະສະມາຄົມກາເຟລາວ ທ່ານນຶ່ງ ຕອບວ່າ ຍັງບໍ່ທັນດໍາເນີນການຢ່າງເປັນຮູບປະທໍາເທື່ອ ເຖິງແມ່ນວ່າ ໄດ້ມີການເຊັນສັນຍາເປັນຄູ່ຮ່ວມມືທາງການຄ້ານໍາກັນ ລະຫວ່າງບໍລິສັດກາເຟ ດາວ ເຮືອງຂອງລາວ ແລະ ບໍລິສັດ Xixiang Yulong Trading ຂອງຈີນໃນຕົ້ນປີ 2022 ແລ້ວກໍຕາມ ແຕ່ວ່າລາຄາກາເຟຂອງລາວ ແມ່ນຍັງສູງຢູ່ ດັ່ງທີ່ເຈົ້າໜ້າທີ່ ທ່ານນຶ່ງໃນຄະນະສະມາຄົມກາເຟລາວ ບອກວ່າ:

“ຍັງບໍ່ທັນມີການສືບຕໍ່ຫລັງຈາກທີ່ເຊັນ MOU ນໍາກັນແລ້ວ ຍັງບໍ່ທັນມີການຊື້ຂາຍກັນ ເຮົາກະຍັງພັງຂ່າວດີຈາກເພິ່ນຢູ່ ມີການເຊັນກັບຈີນຄົບປີນຶ່ງແລ້ວ ມັນກະມີຄວາມຫລາກຫລາຍໃນຕະຫລາດຍັງໄປດີຢູ່ ຜົນຜະລິດມັນສວນທາງກັບລາຄາ ຜົນຜະລິດໜ້ອຍລົງປີນີ້ນະ ເນື່ອງຈາກວ່າປີກາຍມັນເກີດໄພແຫ້ງແລ້ງແນ່ ມັນກະມີຜົນກະທົບຕໍ່ອັນນັ້ນແນ່ ກັບແມງໄມ້ລະບາດແນ່”

ຮ້ານກາເຟ, ຢູ່ທີ່ງານສະແດງສິນຄ້າແຫ່ງນຶ່ງໃນ ສປປ ລາວ.
ຮ້ານກາເຟ, ຢູ່ທີ່ງານສະແດງສິນຄ້າແຫ່ງນຶ່ງໃນ ສປປ ລາວ.

ສ່ວນຜົນກະທົບຂອງສົງຄາມໃນຢູເຄຣນໂດຍຣັດເຊຍນັ້ນ ບໍ່ມີຜົນກະທົບໃດໆຕໍ່ ການ ສົ່ງອອກຂອງລາວເພາະທັງສອງປະເທດນີ້ ບໍ່ແມ່ນຕະຫລາດສົ່ງອອກກາເຟ ຂອງລາວຢູ່ແລ້ວ ອີງຕາມສະມາຄົມກາເຟລາວ.

ສະຫລຸບແລ້ວຊາວກະສິກອນປູກກາເຟໃນລາວຄາດວ່າຈະມີລາຍຮັບດີໃນປີນີ້ ເພາະວ່າມີຄວາມຕ້ອງການບໍລິໂພກກາເຟໃນໂລກເພີ້ມຂຶ້ນ ແລະຕະຫລາດການ ສົ່ງອອກຫລັກຂອງລາວກໍຄືປະເທດເພື່ອນບ້ານຂອງລາວເອງຊຶຶ່ງການຂົນສົ່ງ ມີຄວາມສະດວກ ແລະບໍ່ໄດ້ຖືກກະທົບຈາກສົງຄາມເຊັ່ນໃນຢູເຄຣນ ທີ່ມີຜົນສະ ທ້ອນຕໍ່ການຄ້າໂລກໃນບາງຂະແໜງສິນຄ້າ.

XS
SM
MD
LG