ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລາວ ຕ້ອງ​ການ​ເງິນ 631 ຕື້​ກີບ ເພ​ື່ອ​ສ້ອມ​ແປງ​ ຖະ​ໜົນ ແລະ​ຂົວ


ຮູບ​ພາບ​ສະ​ພາບ​ນ້ຳ​ຖ້ວມ ຢູ່ໃນ ສ​ປ​ປ ລາວ.
ຮູບ​ພາບ​ສະ​ພາບ​ນ້ຳ​ຖ້ວມ ຢູ່ໃນ ສ​ປ​ປ ລາວ.

ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ​ຕ້ອງ​ການ​ງົບ​ປະ​ມານ​ຫຼາຍກວ່າ 631 ຕື້​ກີບ ເພື່ອ​
ສ້ອມ​ແປງ​ຖະ​ໜົນ ແລະ​ສ້າງ​ຂົວ​ທີ່​ເປ່​ເພ​ຈາກ​ນ້ຳ​ຖ້ວມ ຫາກ​ແຕ່​ລັດ​ຖະ​ບານ​ລາວ​ຍັງ​ບໍ່​
ສາ​ມາດ​ຕອບ​ສະ​ໜອງ​ໃຫ້​ໄດ້.

ທ່ານ​ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ຖະ​
ແຫຼງ​ຢືນ​ຢັນ​ວ່າການ​ສ້ອມ​ແປງ​ຖະ​ໜົນ ແລະສ້າງ​ຂົວ​ທີ່​ເປ​ເພ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​
ໃນ​ທົ່ວ​ປະ​ເທດ​ ຈະ​ຕ້ອງ​ໃຊ້​ຈ່າຍ​ງົບ​ປະ​ມານ​ຫຼາ​ຍກວ່າ 631.86 ຕື້ກີບ ຊຶ່ງ​ຍັງ​ບໍ່​ຮວມ​
ເຖິງ​ການ​ສ້ອມ​ແປງ​ລະ​ບົບ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ອີກກວ່າ 25 ຕື້​ກີບ ຫາກ​ແຕ່​ບັນ​ຫາ​
ໃນ​ເວ​ລາ​ນີ້ກໍ​ຄື ລັດ​ຖະ​ບານ​ລາວ​ຍັງ​ບໍ່​ສາ​ມາດ​ຈັດ​ສັນ​ງົບ​ປ​ະ​ມານ​ເພື່ອ​ໃຫ້​ການ​ສະ​ໜັບ​
ສະ​ໜູນ​ໄດ້​ເລີຍ ຈຶ່ງ​ໄດ້​ມອບ​ໝາຍ​ໃຫ້​ແຕ່​ລະ​ແຂວງ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ການ​ຈັດ​ຫາ​
ງົບ​ປະ​ມານດ້ວຍ​ຕົນເອງ​ກ່ອນ ຊຶ່ງ​ໃນ​ນີ້​ຮວມເຖິງການ​ສ້ອມ​ແປງ​ຖະ​ໜົນ​ໃນ​ເຂດ​ເມືອງ
​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ທີ່​ເສຍ​ຫາຍ​ຫຼາຍ​ທີ່​ສຸດ​ໃນ​ໄພ​ນ້ຳ​ຖ້ວມ​ຄັ້ງ​ນີ້​ດ້ວຍ.

ທາງ​ດ້ານ​ທ່ານ​ເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ ແລະ​ເລ​ຂາ​ພັກ​ແຂວງ​ອັດ​ຕະ​ປື​ ໃຫ້​ການ​
ຢືນ​ຢັນ​ວ່າ ຢູ່​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ມີ​ຖະ​ໜົນ​ເຖິງ 23 ເສັ້ນ ແລະ​ຂົວ 25 ແຫ່ງ​ທີ່​
ເປ່​ເພ​ຈາກ​ໄພ​ນ້ຳ​ຖ້ວມ ໂດຍ​ສະ​ເພາະ​ແມ່ນ​ຖະ​ໜົນ​ເລກ​ 18A ນັ້ນ ຈະ​ຕ້ອງ​ດຳ​ເນີນ​ການ
​ສ້ອມ​ແປງ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ຫາກ​ບໍ່​ສະ​ນັ້ນ​ກໍ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ກູ້​ໄພ ແລະ​ການ​
ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້ ດ້ວຍ​ເຫດ​ນີ້​ຈຶ່ງ​ຈຳ​ເປັນຕ້ອງ
​ນຳ​ໃຊ້​ງົບ​ປະ​ມານ​ເພື່ອ​ການ​ສ້ອມ​ແປງ​ດັ່ງ​ກ່າວ ດ້ວຍ​ການ​ຢືມ​ຈາກກອ​ງ​ທຶນ ທີ່​ໄດ້​ຮັບ​
ຈາກ​ການ​ບໍ​ລິ​ຈາກ​ຂອງ​ພາກ​ສ່ວນ​ຕ່າງໆ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຜູ້​ປະ​ສົບ​ໄພ​ນ້ຳ
​ຖ້ວມ​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ໃນ​ມູນ​ຄ່າ​ເບື້ອງ​ຕົ້ນ 3 ຕື້​ກີບ ດັ່ງ​ທີ່​ທ່ານ​ເລັດ ຢືນ​ຢັນ​ວ່າ

“ໂຄງ​ການ​ດັ່ງ​ກ່າວ​ນີ້​ແມ່ນ​ໂຄງ​ການ​ຂອງ​ກະ​ຊວງ​ໂຍ​ທາ ໃນ​ການ​ສ້ອມ​ແປງ​ເສັ້ນ​ທາງ
18A ຫັ້ນ​ແຕ່​ວ່າ​ດຽວ​ນີ້​ອີງ​ໃສ່ວ່າ​ສະ​ພາບ​ຄວາມ​ເປັນ​ຈິງ ທາງ​ກະ​ຊວງ​ໂຍ​ທາ​ ກໍໄດ້​
ສະ​ໜີ​ວ່າ​ໃຫ້​ແຂວງ​ຫັ້ນ​ນຳ​ໃຊ້​ເງິນ​ໂຕນີ້ແກ້​ໄຂ​ກ່ອນ ເພາະ​ວ່າ​ຫຼັງ​ຈາກ​ເກີດ​ອຸທົກ​ກະ
​ໄພ​ໄດ້​ເຮັດ​ໃຫ້​ທາງ​ຫັ້ນ​ເພຄັນ​ທາງ​ເພ​ລະ​ມັນ​ໄປ​ບໍ່​ໄດ້ ມັນ​ມີຂໍ້​ຫຍຸ້ງ​ຍາກ​ຫຼາຍ ຈັ່ງ​ວ່າ​
ຂະ​ນະ​ນຳ​ນີ້ໄດ້​ຕົກ​ລົງ​ໃຫ້​ທາງ​ກະ​ຊວງ​ໂຍ​ທາ​ຢື​ມ​ກ່ອນ ບໍ່​ແມ່ນ​ວ່າ​ເປັນ​ໂຄງ​ການ​
ຂອງ​ແຂວງ ທາງລັດ​ຖະ​ບານກະ​ຮັບ​ຮູ້.”

ທັງ​ນີ້​ທາງ​ການ​ລາວ​ໄດ້​ສະ​ຫລຸບ​ຜົນ​ການ​ເກັບ​ກຳ​ຂໍ້​ມູນ​ຜົນ​ກະ​ທົບ​ຈາກໄພ​ນ້ຳ​ຖ້ວມ ນັບ​
ແຕ່​ກາງ​ເດືອນ​ກໍລະກົດ ຫາ​ເດືອນ​ກັນ​ຍາ 2018 ນີິ້ ວ່າ​ມີ​ປະ​ຊາ​ຊົນ​ລາວ 639,437
ຄົນ ຫຼື 131,507 ຄອບ​ຄົວ​ໃນ​ເຂດ 2,409 ບ້ານ 115 ເມືອງ​ໃນ 17 ແຂວງ ແລະ​ນະ​
ຄອນ​ຫຼວງວຽງ​ຈັນ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ພາ​ຍຸ​ເຂດ
​ຮ້ອນ​ເຊິນ​ຕິງ ແລະ​ເບ​ບິນ​ກາ ໂດຍ​ມີ​ຜູ້​ເສຍ​ຊີ​ວິດ 55 ຄົນ ບາດ​ເຈັບ 2 ຄົນ ສູນ​ຫາຍ
100 ຄົນ ທັງ​ຍັງໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ກວ່າ 4,890 ຄອບ​ຄົວ ຫຼື 20,516 ຄົນ ໄປ​ຢູ່​
ເຂດ​ພັກອາ​ໄສ​ຊົ່ວ​ຄ​າວ ໃນ​ນີ້​ກໍຮ​ວມ​ເຖິງ​ປະ​ຊາ​ຊົນ 1,611 ຄອບ​ຄົວ ຫຼື 7,095 ຄົນ​
ໃນ​ເຂດ 6 ບ້ານ ຂອງ​ເມືອງ​ສະ​ໜາມ​ໄຊ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ເຂື່ອນ
​ເຊ​ປຽນ ເຊ​ນ້ຳ​ນ້ອຍ ແຕກ ນັບ​ແຕ່​ວັນ​ທີ 23 ກໍ​ລະກົດ 2018 ເປັນ​ຕົ້ນ​ມາ​ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ຄຳ​ແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ​ສະ​ ຫ​ວັດ​ດີ
​ການ​ສັງ​ຄົມ ຢືນ​ຢັນ​ວ່າ​ນັບ​ແຕ່​ທ້າຍ​ເດືອນ​ກໍ​ລະ​ກົດ ຫາ​ກັນ​ຍາ 2018 ນີ້ ທາງ​ການ​
ລາວ​ໄດ້​ຮັບ​ເງິນ​ບໍ​ລິ​ຈາກ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ແລ້ວ 70 ກວ່າ​ຕື້​ກີບ 8
ລ້ານກວ່າ​ບາດ 13.16 ລ້ານ​ໂດ​ລາສ​ະ​ຫະ​ລັດ ໃນ​ນີ້​ຮວມ​ເງິນ​ບໍ​ລິ​ຈາກ ທີ່​ແຂວງ​ອັດ
​ຕະ​ປື​ດ້ວຍ 50 ກວ່າ​ຕື້​ກີບ ນອກ​ນັ້ນ​ກໍ​ເປັນ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃນ​ຊີ​ວິດ​ປະ​ຈະ​ວັນ
ເຄື່ອງ​ອຸບ​ປະ​ໂພກບໍ​ລິ​ໂພກ ແລະ​ອຸບ​ປະ​ກອນ​ຕ່າງໆ ອີກ​ກວ່າ 80 ລາ​ຍ​ການ ຊຶ່ງ​ຜ່ານ​
ມາ​ກໍ​ໄດ້​ຂົນ​ສົ່​ງ​ໂດຍ​ທາງ​ອາ​ກາດ​ໄປ​ໃຫ້​ຜູ້​ປະ​ສົບ​ໄພ​ໃນ​ແຂວງ​ຕ່າງໆ​ແລ້ວ 59
ຖ້ຽວ​ບິນ.

ສ່ວນ​ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຊ​ຽນ​ຊຶ່ງ​ຮັບ​ຜິດ​ຊອບໂຄງ​ການ​ຜ​ະ
ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ​ໃນລາວຢືນ​ຢັນ​ວ່າ ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໜ່ວງ​ໃນ​ລາວ ຍ່ອມ​
ສົ່ງ​ຜົນ​ກະ​ທົບ​ຕໍ່​ຜົນ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ໃນ​ລາວ​ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້ ໂດຍ​ສາ​ມາດ​
ປະ​ເມີນ​ຄວາມ​ເສ​ຍ​ຫາຍ​ໃນ​ຂັ້ນ​ເບື້ອງ​ຕົ້ນ​ໄດ້​ວ່າ ເຂົ້າ​ນາ​ປີ​ 2018 ນີ້​ໄດ້​ເສຍ​ຫາຍ​ໄປ
​ແລ້ວ​ເກືອບ​ເຖິງ 5 ແສນ​ໂຕນ​ໃນ​ທົ່ວ​ປະ​ເທດ​ລາວ.

XS
SM
MD
LG