ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ແລະຊາວຕ່າງປະເທດທີ່ອາໄສຢູ່ໃນນະຄອນຫຼວງ ຕ່າງກໍໄດ້ສັກຢາວັກຊີນ ກັນໂຄວິດ-19 ໂດຍບໍ່ຖືກຈຳແນກ


Video Related from Lao Border to Vientiane Capital
please wait

No media source currently available

0:00 0:04:15 0:00
ລິງໂດຍກົງ

ປາກົດວ່າຄົນຕ່າງປະເທດທີ່ເດີນທາງໄປແລະອາໄສຢູ່ໃນລາວ ໂດຍສະເພາະແມ່ນພວກທີ່ຢູ່ໃນນະຄອນຫລວງວຽງຈັນ ສ່ວນໃຫຍ່ແລ້ວແມ່ນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ພາຍໃຕ້ຫລັກການສາທາລະນະສຸກສາກົນແລະນະໂຍບາຍບໍ່ເລືອກປະຕິດບັດ ຂອງລັດຖະບານລາວ ແຕ່ວ່າ ກໍຍັງມີແຮງງານຂອງ ປະເທດເພື່ອນບ້ານຈໍານວນນຶ່ງ ທີ່ຕົກຄ້າງໃນລາວຫລັງຈາກມີການລະບາດຂອງ ພະຍາດໂຄວິດແລ້ວ ນັ້ນກໍແມ່ນບໍ່ໄດ້ສັກວັກຊີນນີ້. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນ ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນໄລຍະ 4 ເດືອນຜ່ານມານີ້ ທາງການລາວໄດ້ເພີ້ມທະວີການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນທົ່ວໄປ ແລະຊາວລາວສ່ວນໃຫຍ່ໂດຍສະເພາະແມ່ນໃນເຂດນະຄອນຫລວງວຽງຈັນ ທີ່ມີຈໍານວນຄົນຕິດເຊື້ອໃນຊຸມຊົນເພີ້ມຂຶ້ນຢ່າງວ່ອງໄວທີ່ສຸດໃນປະເທດ ໃນໄລຍະກາງເດືອນເມສາ ຫາ ເດືອນ ກໍລະກົດຜ່ານມານັ້ນ ພາກັນຕື່ນຕົວຫລັ່ງໄຫລໄປສັກຢາກັນພະຍາດນີ້.

ເນື່ອງຈາກລັດຖະບານລາວ ມີນະໂຍບາຍບໍ່ເລືອກປະຕິບັດ ທີ່ເອີ້ນວ່າເປັນຫລັກປະຕິບັດທາງການແພດ ແລະສາທາລະນະສຸກທີ່ບໍ່ເລືອກປະຕິບັດ ຊຶ່ງກໍຄືບໍ່ໄດ້ເຈາະຈົງທີ່ຈະສະໜອງການສັກຢາວັກຊີນໃຫ້ພຽງແຕ່ພົນລະເມືອງລາວເທົ່ານັ້ນ ປາກົດວ່າ ຄົນຕ່າງປະເທດທີ່ອາໄສ ຫລືດໍາລົງຊີວິດຢູ່ລາວ ກໍໄດ້ຮັບສິດນີ້ເຊັ່ນກັນ ເຖິງແມ່ນວ່າລາວຈະມີວັກຊີນກັນໂຄວິດ-19 ຢ່າງຈໍາກັດກໍຕາມ. ເຊັ່ນດຽວ ກັນກັບປະຊາຊົນລາວທົ່ວໄປ ເຂົາເຈົ້າໄປສັກຢາຢູ່ຕາມສະຖານທີ່ຕ່າງໆ ທີ່ທາງ ລັດຖະບານຈັດໄວ້ໃຫ້ ດັ່ງທີ່ຊາວຫວຽດນາມ ທີ່ຄ້າຂາຍຢູ່ໃນລາວທ່ານນຶ່ງ ເມື່ອ ຖາມເຖິງເລື້ອງນີ້ ທ່ານຕອບວ່າ:

“ສອງເທື່ອແລ້ວ ສັກຢູ່ຫ້ອງການບ້ານໂນນສະຫງ່າ ສັກເທື່ອນຶ່ງຢູ່ຫ້ອງການບ້ານ ບ້ານໂນນສະຫງ່າ ສັກເທື່ອທີສອງຫລະຢູ່ໂຮງໝໍເມືອງໄຊເສດຖາ,...ສັກສອງເທື່ອແລ້ວ ສັກສອງເທື່ອແລ້ວບໍ່ເປັນຫຍັງ ”

ເຊັ່ນດຽວກັນແຮງງານໄທ ທີ່ມາເຮັດວຽກໃຫ້ບໍລິສັດແຫ່ງນຶ່ງໃນລາວ ກໍບອກວ່າ ຜູ້ກ່ຽວໄດ້ໄປສັກຢານີ້ ໃນລັກສະນະດຽວກັນ ຊຶ່ງຜູ້ກ່ຽວບອກວ່າ:

“ສັກແລ້ວໃນນາມບໍລິສັດ ແມ່ນ ກະຄືເຫັນເຂົາມາສັກຢູ່ໃດລະ ເຂົາກະສັກໃຫ້ ໝົດໃດລະ ສັກໝົດ ສັກໄປແລ້ວ ສອງເຂັມ ແມ່ນແມ່ນຈໍ້າກາຮຽບຮ້ອຍແລ້ວ.”

ການປະຕິບັດນະໂຍບາຍບໍ່ເລືອກປະຕິບັດນີ້ ຍັງສະແດງອອກຢ່າງຈະແຈ້ງອີກ ໃນກໍລະນີຂອງຊາວຕ່າງຊາດທີ່ໄປຈາກຕາເວັນຕົກອີກ ດັ່ງທີ່ຊາວອາເມຣິກັນ ຄົນນຶ່ງທີ່ໄປເຮັດວຽກຢູ່ໃນລາວ ໃນນາມຜູ້ຈັດການ ແລະກໍບໍ່ຢາກກັບປະເທດ ເທື່ອ ຍ້ອນຄວາມຈໍາເປັນສ່ວນຕົວ ຈຶ່ງໄດ້ຂໍອະນຸຍາດ ແລະຕໍ່ວີຊາຢູ່ລາວໄປ ເລື້ອຍໆ. ທ່ານບອກວ່າ:

“ຂ້ອຍໄດ້ຮັບຢາວັກຊີນ ໂດສທໍາອິດແມ່ນຂ້ອຍໄດ້ຮັບໃນເດືອນເມສາ ຢູ່ໂຮງໝໍ ມິດຕະພາບ. ພວກເຮົາໂຊກດີຫລາຍຢູ່ລາວໜີ້ ເຂົາເຈົ້າບໍ່ໄດ້ປະຕິບັດແບບມີ ການຈໍາແນກຕໍ່ໃຜ. ທຸກຄົນແມ່ນມີຄວາມສໍາຄັນເທົ່າກັນ ແລະທຸກຄົນແມ່ນສາ ມາດໄດ້ຮັບຢາວັກຊີນ.”

ປະຊາຊົນຊາວນະຄອນຫຼວງວຽງຈັນພາກັນໄປສັກຢາວັກຊີນກັນພະຍາດໂຄວິດ-19 ຢູ່ສູນກາງໃຫ້ບໍລິການສັກຢາວັກຊີນຂອງກະຊວງສາທາລະນະສຸກ ທີ່ຈັດຕັ້ງຂຶ້ນຢູ່ສູນການຄ້າ ITECH, ວັນທີ 29 ກໍລະກົດ 2021.
ປະຊາຊົນຊາວນະຄອນຫຼວງວຽງຈັນພາກັນໄປສັກຢາວັກຊີນກັນພະຍາດໂຄວິດ-19 ຢູ່ສູນກາງໃຫ້ບໍລິການສັກຢາວັກຊີນຂອງກະຊວງສາທາລະນະສຸກ ທີ່ຈັດຕັ້ງຂຶ້ນຢູ່ສູນການຄ້າ ITECH, ວັນທີ 29 ກໍລະກົດ 2021.

ໄລຍະທີ່ເຂົາເຈົ້າໄປສັກຢາກັນໄວຣັສໂຄໂຣຣນານີ້ ແມ່ນໃນໄລຍະເດືອນ ເມສາ ຫາທ້າຍເດືອນພຶດສະພາ ຊຶ່ງລັດຖະບານລາວ ມີວັກຊີນກັນພະຍາດນີ້ ຢ່າງຈໍາ ກັດ ແລະກໍມີວັກຊີນ 3 ຊະນິດເທົ່ານັ້ນ ຊຶ່ງກໍຄື ຊີໂນຟາມຈາກລັດຖະບານຈີນ 1,402,000 ໂດສ, ແອສຕຣຣາເຊເນກາ 132,000 ໂດສ ຈາກໂຄງການໂຄ ແວັກສ໌ ແລະສະປຸດນິກ (Sputnik) 5 ຊ່ວຍລາວ 2,000 ໂດສຈາກຣັດເຊຍ.ສະນັ້ນຊາວຕ່າງປະເທດທີ່ກ່າວມາຂ້າງເທິງນີ້ແມ່ນລວມຢູ່ໃນຈໍານວນຜູ້ທີ່ໄດ້ຮັບວັກຊີນຄົບຊຸດ 277,000 ກວ່າຄົນກໍຄືປະມານ 3.2 ເປີເຊັນຂອງພົນລະເມືອງ ລາວທັງໝົດ ມາຮອດທ້າຍເດືອນກໍລະກົດຜ່ານມາ, ອີງຕາມຂໍ້ມູນໃນເວັບໄຊທ໌ Our World in Data ຂອງມະຫາວິທະຍາໄລແຄມບຣີສຈ໌ ໃນອັງກິດ.

ນອກຈາກນັ້ນແລ້ວ ໜຸ່ມອາເມຣິກັນທ່ານນີ້ເວົ້າອີກວ່າ ໃນຕອນນັ້ນລັດຖະບານ ລາວສະຫງວນຢາແອສຕຣາເຊເນກາຂອງອັງກິດ ທີ່ມີຈໍນວນຈໍາກັດນັ້ນ ໄວ້ໃຫ້ ແຕ່ຜູ້ທີ່ມີພະຍາດຊໍາເຮື້ອ ແລະ ອາຍຸ 60 ປີຂຶ້ນໄປ ສະນັ້ນເນື່ອງຈາກຜູ້ກ່ຽວມີ ພະຍາດປະຈໍາຕົວ ຜູ້ກ່ຽວກໍໄດ້ຮັບການວັກຊີນແອສຕຣຣາເຊເນກາເໝືອນກັນກັບ ຄົນລາວທົ່ວໄປ.

ແຕ່ເຖິງຢ່າງໃດກໍຕາມ ຍັງມີຊາວຕ່າງປະເທດຈໍານວນນຶ່ງ ໂດຍສະເພາະແມ່ນ ແຮງງານທີ່ມາຈາກປະເທດເພື່ອນບ້ານ ແມ່ນບໍ່ທັນໄດ້ຮັບການສັກຢານີ້ເທື່ອ ໂດຍສະເພາະແມ່ນພວກທີ່ວີຊາເຂົ້າລາວໝົດກໍານົດ ແລະເມື່ອຖືກເລີກຈ້າງງານ ຈາກບໍລິສັດແລ້ວ ກໍບໍ່ກັບຄືນໄປປະເທດເມື່ອມີການລະບາດຂອງພະຍາດ ໂຄວິດ-19 ດັ່ງກໍລະນີຂອງແຮງງານຫວຽດນາມ ທີ່ຕົກຄ້າງຢູ່ນະຄອນຫລວງ ວຽງຈັນ ທ່ານນຶ່ງ ເມື່ອຖືກຖາມກ່ຽວກັບເລື້ອງສັກວັກຊີນນີ້ ທ່ານຕອບວ່າ:

“ບໍ່ຮູ້ເຂົາເຈົ້າໄປສັກຢູ່ໃສ ຂ້ອຍບໍ່ໄປບໍ່ສັກ ຂ້ອຍບໍ່ຮູ້ໃຜ ບ້ານສັ່ງວ່າລະກ່ອນເດີ້ ມື້ໃດ ມື້ໃດກະວ່າຊິມາສັກ ພວກໄດ້ສັກຫັ້ນ ພວກນີ້ ເຂົາຢູ່ນໍາບໍລິສັດ ເຂົາກະໄດ້ສັກເດ”.

ປັດຈຸບັນ ຄ້າຍໆກັນກັບຢູ່ໄທ ຊຶ່ງມີແຮງງານລາວ ທີ່ໄປເຮັດວຽກຢູ່ທີ່ນັ້ນຫລັ່ງ ໄຫລກັບຄືນມາລາວມື້ລະຫລາຍຮ້ອຍຄົນນັ້ນ ການລະບາດຂອງພະຍາດໂຄວິດ ນີ້ ເພີ້ມຂຶ້ນຢ່າງວ່ອງໄວ ແລະມາຮອດວັນທີ 30 ກໍລະກົດຜ່ານມາມີຜູ້ຕິດເຊື້ອ ພະຍາດນີ້ 5,919 ຄົນຊຶ່ງເພີ້ມຂຶ້ນ 5,870 ກໍລະນີ ນັບແຕ່ມີຄື້ນຟອງການລະ ບາດຮອບສອງທີ່ເລີ້ມຕົ້ນແຕ່ວັນທີ 11 ເມສາ ທີ່ມີພຽງ 49 ຄົນນັ້ນ ເປັນຕົ້ນ ມາ. ໃນສະພາບທີ່ວ່າຍັງມີຄົນເຊັ່ນພວກແຮງງານຕ່າງປະເທດທີ່ບໍ່ຮູ້ ແລະກໍບໍ່ ໄປຮັບການສັກຢານີ້ ກໍເຮັດໃຫ້ຄວາມສ່ຽງໃນການລະບາດຂອງພະຍາດ ໂຄວິດ-19 ທີ່ສູງຂຶ້ນນັບມື້ຢູ່ນີ້ ຍັງຄົງຈະມີທ່າອ່ຽງສູງຂຶ້ນຕໍ່ໄປອີກ.

ສະຫລຸບແລ້ວ ປາກົດວ່າ ຄົນຕ່າງປະເທດໃນລາວ ບໍ່ວ່າຈະເປັນຄົນສັນຊາດໃດ ກໍຕາມ ແມ່ນໄດ້ຮັບການສັກຢາວັກຊີນແບບດຽວກັນກັບຄົນລາວທົ່ວໄປ ໃນປະ ເທດ ແຕ່ວ່າ ກໍຍັງມີພວກທີ່ໄປອອກແຮງງານລາວຈໍານວນນຶ່ງ ທີ່ຕົກຄ້າງຢູ່ລາວ ແລະບໍ່ໄດ້ສັງກັດຢູ່ໃນອົງການຈັດຕັ້ງ ຫລືບໍລິສັດໃດແມ່ນບໍ່ໄດ້ຮັບການສັກຢານີ້.

XS
SM
MD
LG