ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການ​ຟ້ອງ​ຮ້ອງທ່ານ​ທ​ຣຳ ຈະເຮັດ​ໃຫ້​​ ສ​ຫລ ເປັນ​ທີ່ຍອມ​ຮັບ​ວ່າ ເປັນຜູ້​ນຳ​ໂລກ​ດ້ານ ​ປະ​ຊາ​ທິ​ປະ​ໄຕແທ້ໆ, ຕາມ​ຄຳຄິ​ດ​ເຫັນ ​ຂອງຄົນ​ລາວຜູ້​ນຶ່ງ​


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ໄປ​ຂຶ້ນ​ສານຕາມ​ການ​ຮຽກ​ຕົວ​ຂອງ​ສານ​ລັດ​ຖະ​ບານ​ກາງໃນ​ເຂດ​ແມນ​ແຮັດ​ຕັນຂອງ​ນະ​ຄອນ​ນິວຢອກ ໃນ​ວັນ​ອັງ​ຄານ, ວັນ​ທີ 4 ເມ​ສາ, 2023
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ໄປ​ຂຶ້ນ​ສານຕາມ​ການ​ຮຽກ​ຕົວ​ຂອງ​ສານ​ລັດ​ຖະ​ບານ​ກາງໃນ​ເຂດ​ແມນ​ແຮັດ​ຕັນຂອງ​ນະ​ຄອນ​ນິວຢອກ ໃນ​ວັນ​ອັງ​ຄານ, ວັນ​ທີ 4 ເມ​ສາ, 2023

ຂ່າວກ່ຽວ​ກັບອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຖືກ​ຟ້ອງ​ຮ້ອງ​ ແລະ​ຖືກ​ຮຽກ​ຕົວ​ຂຶ້ນ​ສານ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ແມ່ນ​ດັງໄປ​ທົ່ວ​ໂລກ. ຕາມ​ມຸມມອງ​ຂອງ​ຄົນລາວ​ຫລາຍຄົນ ​ເຫັນ​ວ່າມັນເປັນ​ແບບ​ຢ່າງ​ທີ່​ດີ ເພາະ​ມັນຈະເຮັດ​ໃຫ້​ປະ​ເທດ​ອື່ນທົ່ວ​ໂລກມີ​ຄວາມ​ນັບ​ຖື​ສະ​ຫະ​ລັດ ໃນ​ນາມວ່າ​ເປັນ​ປະ​ເທດ​ນ້ຳ​ໜ້າ​ໂລກທາງດ້ານ​ປະ​ຊາ​ທິ​ປະ​ໄຕ ດັ່ງ​ທີ່​ນັກ​ປັນ​ຍາ​ຊົນລາວ​ ທ່ານ​ນຶ່ງ​ໃຫ້​ຄຳ​ເຫັນ​ວ່າ:

​ທ່ານ​ທ​ຣຳປະ​ເຊີນ​ກັບຂໍ້ຫາ 34 ກະ​ທົງ ກ່ຽວ​ກັບ ການ​ບິດ​ເບືອນ​ປະ​ຫວັດ​ທຸ​ລະ​ກິດ ​ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ​ຄວາມ​ຜິດ​ທາງ​ອາ​ຍາ​ລະ​ດັບ​ທີ 1 ທີ່​ອາດ​ເຮັດ​ໃຫ້​ທ່ານ​ຖືກ​ຈັບ​ເຂົ້າ​ຄຸກ ​ເຖິງ 4 ປີ​ໃນ​ແຕ່​ລະ​ຂໍ້​ກ່າວ​ຫາ.

ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ສະ​ຫະ​ລັດ ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ​ໃນ​ປັດ​ຈຸ​ບັນ ຫຼື ອະ​ດີດຖືກ​ຟ້ອງ​ຮ້ອງ​ທາງ​ອາ​ຍາ ແລະ ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ທ່ານ ທ​ຣຳ ພະ​ຍາ​ຍາມແຂ່ງ​ຂັນເປັນ​ຜູ້​ຖື​ກ​ສະ​ເໜີ​ຊື່​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2024.

ການ​ຕັ້ງ​ຂໍ້​ກ່າວ​ຫາ​ແມ່ນ​ມີ​ຜົນ​ມາ​ຈາກ​ການ​ຈ່າຍ​ເງິນ​ປິດປາກ ​ທີ່​ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ທ່ານ ທ​ຣຳ, ທ່ານ ໄມ​ເຄິ​ລ ໂຄ​ເຮັນ ໄດ້​ຈ່າຍ​ໃຫ້​ນັກ​ສະ​ແດງ​ໜັງ​ຜູ້​ໃຫຍ່ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ​ທີ່ອ້າງວ່າ​ລາວ​ໄດ້​ມີ​ການ​ພົວ​ພັນ​ທາງ​ເພດ​ກັບ​ທ່ານ ທ​ຣຳ ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ​ໜ້າ​ນັ້ນ.

XS
SM
MD
LG