ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຮັບທີ່ດິນ 84 ເປີເຊັນ ປາດສະຈາກ ການຈ່າຍຄ່າຊົດເຊີຍ


ຫລັກໝາຍເຂດແດນ ເສັ້ນທາງລົດໄຟລາວ-ຈີນ
ຫລັກໝາຍເຂດແດນ ເສັ້ນທາງລົດໄຟລາວ-ຈີນ

ທ່ານ​ປໍ​ທ​ອງ ​ໂງ້ນພະຈັນ ລັດຖະມົນຕີ​ຊ່ວຍວ່າການກະຊວງ​ໂຍທາ​ທິ​ການ ​ແລະ​ຂົນ​ສົ່ງ
ຢືນຢັນ​ວ່າ ຄະນະ​ຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ສົ່ງ​ມອບ​ທີ່​ດິນ​ໃຫ້​
ກັບ​ບັນດາ​ບໍລິສັດ​ຜູ້​ຮັບ​ເໝົາ​ຈາກ​ຈີນ​ໄດ້​ແລ້ວ 84 ເປີເຊັນ ຂອງ​ພື້ນ​ທີ່​ທັງ​ໝົດຈຶ່ງ​ຍັງ​ເຫຼືອ
​ອີກ16ເປີເຊັນ ​ເທົ່ານັ້ນ​ທີ່​ທາງ​ການ​ລາວ​ຈະ​ຕ້ອງເຈລະຈາ​ກັບ​ປະຊາ ຊົນ​ເພື່ອ​ເຮັດ​ຂໍ້​ຕົກ
ລົງ​ກ່ຽວ​ກັບ​ກາ​ນຊົດ​ເຊີຍ​ຄ່າ​ທີ່ດິນ ​ແລະ​ສິ່ງ​ປູກ​ສ້າງ​ໃຫ້​ໄດ້​ທັງ​ໝົດ ​ໂດຍ​ຄາດ​ວ່າ​ຈະ​ສຳ​
ເລັດ ​ແລະ​ສົ່ງ​ມອບ​ທີ່​ດິນ​ໃຫ້​ກັບ​ບັນດາ​ບໍລິສັດ​ຈີນ ​ໄດ້​ຢ່າງ​ຄົບ​ຖ້ວນ​ໃນ​ກາງ​ປີ 2018
ນີ້​ເປັນຢ່າງ​ຊ້າ.

ຫາ​ກ​ແຕ່ວ່າ​ປະຊາຊົນ​ທີ່​ຖືກ​ເວນ​ຄືນ​ທີ່​ດິນ​ດັ່ງກ່າວ ກັບ​ຍັງ​ບໍ່​ໄດ້​ຮັບ​ການ​ຊົດ​ເຊີຍ​ຄ່າ​ທີ່​
ດິນ ​ແລະ​ສິ່ງ​ປູກ​ສ້າງ​ແຕ່​ຢ່າງ​ໃດ ທັງນີ້​ໂດຍ​ທ່ານ​ປໍ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ມາ​ຮອດ​ປັດຈຸບັນນີ້​ເຖິງ​ແມ່ນ​ວ່າ​ປະຊາຊົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ຍ້ອນ​ວ່າ​
ພວກເຮົາ​ຈະ​ຕ້ອງ​ໄດ້​ປະຕິບັດ​ຫຼາຍ​ຂັ້ນ​ຕອນ​ໃຫ້​ຖືກ​ລະບຽບ ສອດຄ້ອງກັບ​ກົດໝາຍ
ແລະໃຫ້​ເປັນ​ທີ່​ເພີງ​ພໍໃຈ​ຂອງ​ປະຊາຊົນ ແຕ່ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ ກໍໄດ້​ໃຫ້
ການຮ່ວມ​ມື​ເປັນ​ຢ່າງ​ດີ ຊຶ່ງ​ປັດຈຸບັນ​ນີ້​ພວກ​ເຮົາ​ສາມາດ​ມອບ​ພື້ນ​ທີ່​ເຂົ້າ​ໃນ​ການ​ກໍ່
ສ້າງ​ແລ້ວ 84 ເປີເຊັນ ຂອງ​ຈຳນວນ​ທັງ​ໝົດ ໝາຍ​ຄວາມ​ວ່າ​ທັງ​ໝົດ​ມາ​ຮອດ​ປັດຈຸ
ບັນ​ນີ້​ຍັງ​ບໍ່​ໄດ້​ຮັບການຊົດ​ເຊີຍ.”

​ໂຄງການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຈະ​ສົ່ງ​ຜົນ​ກະທົບ​ຕໍ່ປະຊາຊົນ ລາວ​ຈຳນວນ
4,411 ຄອບ​ຄົວ​ໃນ​ເຂດ 13 ​ເມືອງ​ຂອງ​ແຂວງ​ຫຼວງ​ນໍ້າ​ທາ ອຸດົມ​ໄຊ ຫຼວງ​ພະ​ບາງ
ວຽງ​ຈັນ ​ແລະ​ນະຄອນ​ວຽງ​ຈັນ ​ໂດຍ​ມີ​ທີ່​ດິນ​ຖືກ​ກະທົບ 3,832 ​ເຮັກຕາ ສິ່ງ​ປູກ​ສ້າງ
3,346 ຫຼັງ ຕົ້ນ​ໄມ້​ຕ່າງໆ ​ແລະໄມ້​ກິນ​ໝາກ​ຮວມກັນ​ຫຼາຍ​ກວ່າ 9 ​ແສນ​ຕົ້ນ ​ໂດຍ​ກາ​ນ
ຊົດ​ເຊີຍ​ຄ່າ​ທີ່​ດິນ​ສະ​ເພາະ​ໃນ​ເຂດ​ແຂວ​ງຫຼວງ​ນໍ້າ​ທາ ອຸດົມ​ໄຊ ​ແລະ​ຫຼວງ​ພະ​ບາງ ​ໄດ້​
ແບ່ງ​ເປັນ​ດິນ​ນາ​ໃນ​ຕົວ​ເມືອງ​ທີ່​ຕິດ​ຖະໜົນ​ສາຍ​ເອກ ຕິດ​ທາງ​ຮ່ອມ ​ແລະ​ດິນ​ນາ​ທີ່​ບໍ່​ມີ
​ເສັ້ນທາງ​ຈະ​ໃຫ້​ຄ່າ​ຊົດ​ເ​ຊີ​ຍ 11,000-80,000 ກີບ​ຕໍ່​ຕາ​ແມັດ ສ່ວນ​ທີ່​ດິນ​ທີ່ຢູ່ຊານ
​ເມືອງ ຕິດ​ທາງ​ຫຼວງ​ແຫ່ງ​ຊາດ ທາງ​ຫຼວງ​ແຂວງ ​ແລະ​ດິນ​ທີ່​ບໍ່​ມີ​ເສັ້ນທາງ​ຈະ​ໄດ້​ຮັບ​ຄ່າ
​ຊົດ​ເຊີຍ 16,000-40,000 ກີບ​ຕໍ່​ຕາແມັດ ສ່ວນ​ທີ່​ດິນ​ອື່ນໆ​ໃນ​ເຂດ​ຊົນນະບົດ ຈະ​ໄດ້​
ຮັບ​ຄ່າ​ຊົດ​ເຊີຍ 11,000-15,000 ກີບ​ຕໍ່ຕາ​ແມັດ

ສ່ວນ​ໃນ​ເຂດແຂວງ​ວຽງ​ຈັນ ​ແລະ​ນະຄອນ​ວຽງຈັນ​ນັ້ນ ດິນ​ນາ​ໃນ​ຕົວ​ເມືອງ​ທີ່​ຕິດ​ຖະ
ໜົນ​ສາຍ​ເອກ ຕິດ​ທາງ​ຮ່ອມ ​ແລະ​ດິນ​ບໍ່​ມີ​ເສັ້ນທາງ​ຈະ​ໄດ້​ຄ່າ​ຊົດ​ເຊີຍ 20,000-
30,000 ກີບ​ຕໍ່​ຕາ​ແມັດ ​ດິນຢູ່​ຊານ​ເມືອງ​ຕິດ​ທາງ​ຫຼວງ​ແຫ່ງ​ຊາດ ທາງ​ຫຼວງ​ແຂວງ ​ແລະ
​ດິນ​ບໍ່​ມີ​ເສັ້ນທາງ​ກໍ​ຈະ​ໄດ້​ຄ່າ​ຊົດ​ເຊີຍ 15,000-25,000 ກີບ​ຕໍ່​ຕາ​ແມັດ ດິນ​ໃນ​ເຂດ​
ເມືອງ​ໄຊ​ທາ​ນີ ຈະ​ໄດ້​ຄ່າ​ຊົດ​ເຊີຍ 55,000-107,000 ກີບ​ຕໍ່​ຕາ​ແມັດ ​ແລະ 50,000-
137,000 ກີບ​ຕໍ່​ຕາ​ແມັດ ສຳລັບ​ທີ່​ນາ​ຢູ່​ເມືອງ​ນາ​ຊາຍ​ທອງ.

ນອກຈາກ​ນັ້ນ​ກໍ​ໄດ້​ກຳນົດ​ຄ່າ​ຊົດ​ເຊີຍ​ສຳລັບ​ດິນສວນ ດິນ​ປູກ​ສ້າງ ​ແລະ​ສິ່ງ​ປູກ​ສ້າງ
​ທີ່​ຮວ​ມ​ເຖິງ​ເຮືອນ​ຢູ່​ອາ​ໄສ​ດ້ວຍ​ນັ້ນ ຈະ​ຊົດ​ເຊີຍ​ຕາ​ມສະພາບ​ໂຕ​ຈິງ ຫຼື​ລາຄາ​ໃນ​ການ
​ກໍ່ສ້າງ​ທີ່​ເປັນ​ຈິງ ​ໃນ​ແຕ່​ລະລາຍ​ການ​ເປັນ​ສຳຄັນ ທັງນີ້​ໂດຍ​ລັດຖະບານ​ລາວ​ຍັງ​ຈະ​
ຮັບຜິດຊອບ​ໃນ​ການຈັດ​ສັນທີ່ຢູ່​ອາ​ໄສ​ໃໝ່​ໃຫ້ກັບປະຊາ ຊົນ​ທີ່​ບໍ່​ຢາກ​ຈະ​ສ້າງ​ເຮືອນ
​ໃໝ່​ອີກ​ດ້ວຍ.

ທາງ​ດ້ານ​ກຸ່ມ​ແລກປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນຫຼື Land Information Working Group
ຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານໃນ​ລາວ ລາຍ​ງານ​ວ່າການ​ກຳນົດ​ອັດຕາ​ຄ່າ​
ຊົດ​ເຊີຍ​ທີ່​ດິນ ​ແບບ​ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະຊາຊົນ​ທີ່​ຖືກ​ກະທົບ​ຈາກ​ໂຄງການ​ທາງ​ລົດ
​ໄຟ​ລາວ​-ຈີນ​ນັ້ນ​ເປັນ​ການ​ປະເມີນ​ລາຄາ​ທີ່​ຕໍ່າ​ກວ່າ​ຄວາ​ມ​ເປັນ​ຈິງ​ເຊັ່ນ ທີ່​ດິນ​ຢູ່ເຂດ
ເມືອງ​ນາ​ຊາຍທອງ ມີ​ລາຄາ​ສະ​ເລ່ຍສູງ​ເຖິງ 1 ລ້ານ 3 ແສນກີບຕໍ່ຕາແມັດ ເຖິງ 10
​ເທົ່າ​ໂຕ ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ ກໍ​ມີ​ກຳນົດ​ການ​ກໍ່ສ້າງ​ແລ້ວ
​ເສັດ​ໃນ​ທ້າຍ​ປີ 2021 ​ໂດຍ​ມີໄລຍະ​ທາງ​ຍາວ​ທັງ​ໝົດ 417 ກິ​ໂລ​ແມັດ ທີ່​ໃຊ້​ທຶນ​ກໍ່ສ້າງ​
ຮວມ​ເຖິງ 6,000 ລ້ານ​ໂດ​ລາຊຶ່ງ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງ​ລັດຖະບາ​ນລາວ​ກັບ​ຈີນ​
ໃນ​ສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຕາມ​ລຳດັບ.

XS
SM
MD
LG