ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ລາວ-ຈີນ ຄືບໜ້າແລ້ວ 60 ເປີເຊັນ ຕາມແຜນການ ທີ່ຈະໃຫ້ ແລ້ວເສັດ ພາຍໃນປີ 2021


ພິທີ ປະກາດຜົນສຳເລັດ ໃນການເຈາະ ແລະກໍ່ສ້າງອຸໂມງ ບໍ່ເຕັນ ສຳລັບໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຂອງບໍລິສັດຮັບເໝົາກໍ່ສ້າງ ຈາກປະເທດຈີນ.
ພິທີ ປະກາດຜົນສຳເລັດ ໃນການເຈາະ ແລະກໍ່ສ້າງອຸໂມງ ບໍ່ເຕັນ ສຳລັບໂຄງການ ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຂອງບໍລິສັດຮັບເໝົາກໍ່ສ້າງ ຈາກປະເທດຈີນ.

ການກໍ່ສ້າງທາງລົດໄຟ ລາວ-ຈີນ ຄືບໜ້າແລ້ວ 60 ເປີເຊັນ ຂອງແຜນການ ສ່ວນນາຍົກ
ລັດຖະມົນຕີ ກໍສັ່ງໃຫ້ເລັ່ງຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ເພື່ອເຮັດໃຫ້ການກໍ່ສ້າງສຳເລັດ
ພາຍໃນທ້າຍປີ 2021.

ທ່ານໂຈວ ສຽວເຊຍ ຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 1 ຖະແຫລງ
ຢືນຢັນ ວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຄືບໜ້າໄປແລ້ວປະມານ 60 ເປີເຊັນ
ຂອງແຜນການທັງໝົດ ໂດຍສະເພາະເດືອນມີນາ 2019 ນີ້ ກໍໄດ້ສຳເລັດການເຈາະ
ແລະກໍ່ສ້າງອຸໂມງບໍ່ເຕັນ ໃນເຂດເມືອງຫຼວງນ້ຳທາ ທີ່ມີໄລຍະທາງຍາວ 6,453.5 ແມັດ
ຊຶ່ງຖືເປັນ 1 ໃນ 10 ອຸໂມງ ທີ່ມີໄລຍະທາງຍາວກວ່າ 5,000 ແມັດຂຶ້ນໄປ.

ທັງນີ້ ໂດຍທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ຈາກບໍ່ເຕັນ ໄປຍັງນະຄອນວຽງຈັນ ຈະຕ້ອງ
ຂຸດເຈາະ ແລະກໍ່ສ້າງອຸໂມງ ຈຳນວນ 75 ອຸໂມງ ໃນຕະຫຼອດເສັ້ນທາງລົດໄຟ ທີ່ມີໄລຍະ
ທາງຍາວທັງໝົດ 414 ກິໂລແມັດ ຊຶ່ງຈາກການດຳເນີນງານຈາກຈີນຫຼາຍກວ່າ 30,000
ຄົນ ໃນປັດຈຸບັນນີ້ ກໍເຮັດໃຫ້ສະພາບໍລິຫານບໍລິສັດລົດໄຟ ລາວ-ຈີນ ຈຳກັດ ຊຶ່ງມີ ທ່ານ
ຈູ ກົວະຈຽງ ເປັນປະທານນັ້ນ ມີຄວາມໝັ້ນໃຈວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະ
ແລ້ວເສັດຕາມກຳນົດ ພາຍໃນທ້າຍປີ 2021 ຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ຄະນະໄກ່ເກ່ຍຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຍັງຄົງສືບ
ຕໍ່ ການເຈລະຈາກັບບັນດາຫົວໜ່ວຍທຸລະກິດ ແລະປະຊາຊົນຜູ້ເປັນເຈົ້າຂອງທີ່ດິນ
ແລະສິ່ງປູກສ້າງຕ່າງໆ ທີ່ຢູ່ໃນເຂດກໍ່ສ້າງທາງລົດໄຟ ເພື່ອຈະເຮັດຂໍ້ຕົກລົງຮ່ວມກັນ
ກ່ຽວກັບອັດຕາຄ່າເວນຄືນໃຫ້ໄດ້ ຢ່າງສົມບູນ ຊຶ່ງໃນປັດຈຸບັນນີ້ ຍັງເຫຼືອ 242 ລາຍ
ທີ່ຍັງບໍ່ສາມາດຕົກລົງກັນໄດ້ ໂດຍໃນປັດຈັນ ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດ
ໄຟ ລາວ-ຈີນ ໄດ້ສົ່ງມອບທີ່ດິນໃຫ້ກັບບໍລິສັດຜູ້ຮັບເໝົາຈາກຈີນໄດ້ແລ້ວ 84 ເປີເຊັນ
ຂອງພື້ນທີ່ທັງໝົດ ຈຶ່ງຍັງເຫຼືອພຽງ 16 ເປີເຊັນ ເທົ່ານັ້ນ ທີ່ຈະເຈລະຈາຕົກລົງກັບ
ປະຊາຊົນ ແລະສົ່ງມອບທີ່ດິນໃຫ້ບໍລິສັດຈີນ ຢ່າງຄົບຖ້ວນໃຫ້ໄວທີ່ສຸດ ໂດຍຫຼ້າສຸດ
ກໍປາກົດວ່າ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງການໃນກອງປະຊຸມ
ຄະນະລັດຖະບານລາວ ປະຈຳເດືອນມີນາ 2019 ໃຫ້ພາກສ່ວນຮັບຜິດຊອບເລັ່ງດຳ
ເນີນການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນລາວ ທີ່ຖືກກະທົບຈາກໂຄງການທາງລົດໄຟ
ລາວ-ຈີນ ຢ່າງຄົບຖ້ວນຕາມກົດໝາຍ ໃຫ້ໄວທີ່ສຸດ ດັ່ງທີ່ທ່ານ ຈະເລີນ ເຢຍປາວເຮີ
ລັດຖະມົນຕີ ແລະໂຄສົກຄະນະລັດຖະບານລາວ ໄດ້ຖະແຫລງຢືນຢັນວ່າ:

“ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນວ່າ ໃຫ້ເອົາໃຈໃສ່ ສືບຕໍ່ຕິດຕາມຊຸກຍູ້ ການຈັດ
ຕັ້ງປະຕິບັດໂຄງການທາງລົດໄຟ ລາວ-ຈີນ ເປັນຕົ້ນ ແມ່ນການຊົດເຊີຍປະຊາຊົນ
ທີ່ຖືກຜົນກະທົບໃຫ້ໄວ ເພື່ອບໍ່ໃຫ້ມີຫາງສຽງ ຫຼືບໍ່ ໃຫ້ເປັນຊ່ອງວ່າງໃຫ້ພວກຄົນບໍ່ດີ
ສວຍໃຊ້ ປັ່ນປ່ວນ ແບ່ງແຍກ ໃສ່ຮ້າຍປ້າາຍສີ.”

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະສົ່ງຜົນກະທົບຕໍ່ປະຊາຊົນລາວ ຈຳນວນ
4,411 ຄອບຄົວໃນເຂດ 13 ເມືອງ ຂອງແຂວງຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ
ວຽງຈັນ ແລະນະຄອນວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3,832 ເຮັກຕາ ສິ່ງປູກສ້າງ
3,346 ຫຼັງ ຕົ້ນໄມ້ຕ່າງໆ ແລະໄມ້ກິນໝາກລວມກັນຫຼາຍກວ່າ 9 ແສນຕົ້ນ ໂດຍ
ການຊົດເຊີຍ ຄ່າທີ່ດິນ ໃນເຂດແຂວງຫຼວງນ້ຳທາ ອຸດົມໄຊ ແລະຫຼວງພະບາງ ມີຕັ້ງ
ແຕ່ 11,000-80,000 ກີບຕໍ່ຕະລາງແມັດ ສ່ວນທີ່ແຂວງວຽງຈັນ ແລະນະຄອນວຽງຈັນ
ທີ່ຊົດເຊີຍລະຫວ່າງ 15,000-137,000 ກີບຕໍ່ຕະລາງແມັດ ໂດຍໃນເດືອນມັງກອນ
2019 ກໍໄດ້ມີການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ 63 ລາຍ ຢູ່ໃນເຂດບ້ານແຈ້ງສະຫວ່າງ ແລະບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນວຽງຈັນ ຄິດເປັນມູນຄ່າລວມຫຼາຍ
ກວ່າ 17 ຕື້ 277 ລ້ານກີບ.

ທາງດ້ານກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ ອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ລາຍ
ງານວ່າ ອັດຕາຄ່າຊົດເຊີຍທີ່ດິນ ແລະສິ່ງປູກສ້າງໃຫ້ປະຊາຊົນ ທີ່ຖືກກະທົບຈາກ
ໂຄງການ ທາງລົດໄຟ ລາວ-ຈີນ ເປັນການປະເມີນລາຄາຕ່ຳກວ່າ ຄວາມເປັນຈິງ ເຊັ່ນ
ທີ່ດິນຢູ່ເຂດເມືອງນາຊາຍທອງ ທີ່ມີລາຄາສະເລ່ຍສູງເຖິງ 1 ລ້ານ 3 ແສນກີບຕໍ່ຕະລາງ
ແມັດ ຊຶ່ງສູງກວ່າອັດຕາຄ່າຊົດເຊີຍໃນໂຄງການທາງລົດໄຟ ລາວ-ຈີນເຖິງ 10 ເທົ່າ
ທັງນີ້ ໂຄງການທາາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນລະຫວ່າງ ລັດຖະບານລາວ
ກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນລວມ 6,000
ລ້ານໂດລາ ທີ່ກູ້ຢືມຈາກຈີນ.

XS
SM
MD
LG