ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຊ່ຽວຊານຕ່າງປະເທດ ໃຫ້ຂໍ້ສັງເກດວ່າ ມັນຍັງເປັນການຍາກ ແລະ ຍາວນານຫລາຍ ທີ່ລາວ ຈະໄດ້ຮັບຜົນປະໂຫຍດຈາກການມີລົດໄຟ


ພາບຖ່າຍເມື່ອວັນທີ 2 ທັນວາ 2021 ສະແດງໃຫ້ເຫັນພາຍໃນສະຖານີລົດໄຟຄວາມໄວສູງ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021.
ພາບຖ່າຍເມື່ອວັນທີ 2 ທັນວາ 2021 ສະແດງໃຫ້ເຫັນພາຍໃນສະຖານີລົດໄຟຄວາມໄວສູງ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021.

ຂະນະທີ່ປະຊາຊົນລາວຫລາຍຄົນຕື່ນເຕັ້ນດີໃຈທີ່ໄດ້ມີທາງລົດໄຟໃນປະຫວັດສາດຂອງລາວ ເພາະມັນຈະຫັນປ່ຽນສະຖານະພາບຂອງປະເທດທີ່​ບໍ່​ມີ​ທາງອອກ​ທະ​ເລ ໃຫ້ກາຍເປັນຈຸດໃຈກາງການເຊື່ອມຕໍ່ ໃນຂົງເຂດຕາເວັນອອກສຽງໃຕ້. ແຕ່ວ່າ ດັ່ງທີ່ນັກຊ່ຽວຊານຕ່າງປະເທດ ໃຫ້ຂໍ້ສັງເກດ ປະຊາຊົນລາວບາງຄົນກໍເຫັນວ່າ ມັນຍັງເປັນການຍາກ ແລະຍາວນານຫລາຍ ທີ່ລາວຈະໄດ້ຮັບຜົນປະໂຫຍດຈາກການມີລົດໄຟທີ່ວ່ານີ້ ຢ່າງເຕັມສ່ວນໄດ້ ໂດຍສະເພາະທ້າມກາງ ການລະບາດຂອງພະຍາດໂຄວິດ ຢ່າງບໍ່ຢຸດຢັ້ງຢູ່ໃນລາວ ແລະໃນຫລາຍປະເທດ ໃນທຸກວັນນີ້ ການເຊື່ອມຕໍ່ກັບປະເທດອື່ນ ອາດຈະນໍາຄວາມສ່ຽງໃນການຕິດພະຍາດມາໃຫ້ປະຊາຊົນລາວຫລາຍກວ່າຜົນປະໂຫຍດ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານເລື້ອງນີ້ ຈາກນັກຂ່າວຂອງເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການເປີດນໍາໃຊ້ລົດໄຟຄວາມໄວສູງ ອັນເປັນປະຫວັດການຂອງລາວ ໃນອາທິດແລ້ວນີ້ ຍັງເປັນຫົວຂໍ້ຂ່າວທີ່ຫລາຍຄົນ ທັງຢູ່ພາຍໃນລາວ ແລະຢູ່ຕ່າງປະເທດ ໃຫ້ຄວາມສົນໃຈຢູ່. ທາງການ ກໍຄືປະຊາຊົນລາວຫລາຍຄົນຕື່ນເຕັ້ນດີໃຈທີ່ໄດ້ມີທາງລົດໄຟຄັ້ງທໍາອິດທີ່ວ່ານີ້ ເພາະມັນຈະຫັນປ່ຽນສະຖານະພາບຂອງລາວ ໃຫ້ກາຍເປັນຈຸດເຊື່ອມຕໍ່ລະຫວ່າງບັນດາປະເທດໃນຂົງເຂດຕາເວັນອອກສຽງໃຕ້ ກັບຈີນ ທີ່ເປັນຕະຫລາດໃຫຍ່ອັນດັບສອງຂອງໂລກນັ້ນ ໄດ້. ດັ່ງທີ່ຊົງລິດ ໂພນເງິນ ນັກຂ່າວວີໂອເອໄດ້ສະເໜີໄປ ທາງການລາວເຫັນວ່າ ລົດໄຟເຊື່ອມຕໍ່ລະຫວ່າງລາວກັບຈີນ ຈະກາຍເປັນປັດໄຈຊຸກຍູ້ ການຜະລິດສິນຄ້າກະສິກໍາຂອງລາວ ເພື່ອສົ່ງອອກ​ໄປ​ຈີນ ​ແລະປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ເພີ່ມ​ຂຶ້ນ​ 2.7 ເປີເຊັນຕໍ່ປີ. ແຕ່ວ່າຄົນລາວບາງຄົນກັບເຫັນວ່າ ມັນອາດຈະນໍາຜົນເສຍຫາຍມາໃຫ້ແກ່ລາວ ຫຼາຍກວ່າຜົນໄດ້ ເພາະຄ່າໃຊ້ຈ່າຍສ້າງທາງລົດໄຟ ທີ່ສູງອາດຈະເຮັດໃຫ້ລາວ ຕົກຢູ່ໃນສະພາບທີ່ຕິດໜີ້ອັນຍາວນານເກີນກວ່າຈະຫຼິງເຫັນວັນທີ່ຈະໝົດໜີ້ໄດ້ ພ້ອມກັນນັ້ນຖ້າມີການເປີດປະເທດ ຫຼັງຈາກການເປີດທາງລົດໄຟນີ້ແລ້ວ ມັນກໍອາດຈະນໍາເອົາຄວາມສ່ຽງເພີ້ມຂຶ້ນ ໃນການຕິດພະຍາດຕ່າງໆ ມາໃຫ້ປະຊາຊົນລາວອີກ ດັ່ງທີ່ນັກທຸລະກິດທ່ານນຶ່ງ ໃນນະຄອນຫລວງວຽງຈັນ ຜູ້ທີ່ມີທັງຄວາມດີໃຈ ແລະຄວາມເປັນຫ່ວງ ໃຫ້ຄໍາເຫັນວ່າ:

“ການເປີດທາງລົດໄຟນີ້ເນາະ ຄວາມສ່ຽງມີຫລາຍຊິເອົາພະຍາດມາ ມັນກວດຢູ່ສາຍພັນໃໝ່ມັນມາເລີຍໆລະເນາະ ສາຍນັ້ນເດ ສາຍພັນໃໝ່ອີກເນາະ ເອົາແຕ່ວ່າເຈົ້ານາຍເພິ່ນແນະນໍາ. ມັນກະມີຜົນດີຜົນຮ້າຍນໍາກັນຫັ້ນລະ ຜົນດີກະເອີ ຄືເຮົາຮູ້ຫັ້ນລະ ປະຊາຊົນລາວເຮົາກະບໍ່ມີທາງລົດໄຟຈັກເທື່ອແຫລະເນາະ ໄປມາຫາກັນ ສະດວກສະບາຍຫັ້ນລະ ເລື່ອງລະບົບການຄ້າ ລະບົບເສດຖະກິດຂອງບ້ານເມືອງເຮົາຫັ້ນເນາະ ເຊື່ອມຕໍ່ ເຊື່ອມໂຍງກັນດີແຫລະ, ບາດຜົນເສຍແມ່ນລັດຖະບານເຮົາແຫລະເປັນໜີ້ ເປັນສິນ ປະຊາຊົນເຊັ່ນລູກ ເຊັ່ນຫລານ ເຊັ່ນຫລ້ອນ ກະຍັງໃຊ້ໜີ້ມັນບໍ່ໝົດ ເຂື່ອນໄຟຟ້າຫລາຍອັນມັນກະໄດ້ຄໍ້າບໍ່ຈັກດິນຈັກດອນ ແຕ່ລະເມືອງໃໝ່ ເມືອງເກົ່າມີແຕ່ປະເທດຈີນ”.

ທາງລົດໄຟລາວ-ຈີນທີ່ວ່ານີ້ ແມ່ນອອກແບບມາໃຫ້ຮອງຮັບລົດໄຟ ທີ່ແລ່ນໃນຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງສໍາລັບການຂົນສົ່ງໂດຍສານ ແລະ 120 ກິໂລແມັດຕໍ່ຊົ່ວໂມງ ສໍາລັບຂົນສົ່ງສິນຄ້າ. ມັນຈະເປັນພາກສ່ວນສໍາຄັນ ຂອງໂຄງການທາງລົດໄຟຈາກຄຸນໝິງຂອງຈີນໄປຫາສິງກະໂປແລະນອນຢູ່ໃນໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ ຫລື BRI ຊຶ່ງເປັນໂຄງການກໍ່ສ້າງພື້ນຖານໂຄງລ່າງລະດັບໂລກ ອັນທໍາອິດທີ່ຈີນໄດ້ພະຍາຍາມເຮັດສຸດຂີດ. ດັ່ງທີ່ວີໂອເອສະເໜີໄປ ໃນອາທິດແລ້ວນີ້ ນັກຊ່ຽວຊານຕ່າງປະເທດບາງທ່ານກໍໃຫ້ຂໍ້ສັງເກດຄ້າຍຄືກັບ ນັກທຸລະກິດຄົນນີ້.​ທ່ານນາງພອນ ​ສຸ​ວັນນະ​ແສງ ຮອງ​ສາ​ສະ​ດາ​ຈານ ​ດ້ານ​ການ​ສຶກ​ສາກິດ​ຈະ​ການ​ໂລກ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເບັນ​ລີ ໃນ​ສະ​ຫະ​ລັດ ກ່າວ​ວ່າ ໂຄງ​ການ​ທາງ​ລົດ​ໄຟ​ທີ່​ໄດ້​ຮັບການ​ຊຸກ​ຍູ້ໂດຍພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຕ່າງ​ປະ​ເທດ ​ມີ​ປະ​ຫວັດໃນ​ການ​ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍກວ່າຜົນ​ດີ ​ສຳ​ລັບ​ປະ​ເທດ​ຕ່າງໆ ຄື​ກັນ​ກັບລາວ ໂດຍ​ສະ​ເພາະ ມີ​ການມອງ​ເຫັນ​ວ່າ ສາຍທາງລົດໄຟນີ້ ເປັນສ່ວນນຶ່ງຂອງ BRI ຊຶ່ງແມ່ນ​ໂອ​ກາດອັນທຳ​ອິດ ​ແລະ​ກໍ​ກ່ອນ​ອື່ນ​ໝົດ ເພື່ອ​ສົ່ງ​ອອກ​ສິນ​ຄ້າສິນເຊື່ອ ​ແລະຕົ້ນ​ທຶນ​ຂອງ​ຕົນ ໂດຍ​ໃຫ້​ຄວາມ​ສຳ​ຄັນ​ແຕ່​ພຽງ​ເລັກ​ນ້ອຍໃນ​ການ​ພັດທະ​ນາ​ຕ່ອງ​ໂສ້ ທີ່​ອາດ​ກໍ່​ໃຫ້​ເກີດ​ມີ​ວຽກ​ການ​ທີ່​ດີ​ຂຶ້ນສຳ​ລັບ​ປະ​ເທດ​ເຈົ້າ​ພາບ.

ແຕ່ກໍມີຄົນລາວຫລາຍຄົນ ຜູ້ທີ່ມີທີ່ດິນຫລືຊັບສິນທີ່ບໍ່ຖືກທາງລົດໄຟນີ້ ແລະມີທຶນຮອນກໍຄິດວ່າ ມັນຈະກະຕຸ້ນໃຫ້ມີການຂະຫຍາຍຕົວໃນດ້ານການທ່ອງທ່ຽວ ແລະການຄ້າຂາຍອື່ນໆ ຢ່າງແນ່ນອນ ດັ່ງທີ່ນັກທຸລະກິດທ່ານນຶ່ງ ທີ່ມີດິນຢູ່ບ້ານຄໍາສະຫວາດ ບ່ອນທີ່ມີສະຖານີລົດໄຟຈຸດສຸດທ້າຍໃນນະຄອນຫລວງວຽງຈັນ ທີ່ຈະເຊື່ອມຕໍ່ໃສ່ໄທນັ້ນ ລົມສູ່ພວກເຮົາຟັງວ່າ:

“ຂຶ້ນແຜນວ່າຊິເຮັດຮ້ານຄ້າຢູ່ເຮືອນ ເຮັດເປັນບ້ານພັກເບາະ ເຮັດເປັນຫ້ອງແຖວເບາະ, ຄາລະໂອເຄເບາະຊິນະ. ກະຍັງຄິດວ່າ ຊິນໍາເອົາແບ້ ຂອງສະຫະກອນ, ເອົາແບ້ມາ, ເອົາເປັດເອົາໄກ່ມາຂາຍທາງພີ້ຫັ້ນນະ. ເພາະວ່າ ທາງບ້ານພວກນ້ອງມັນໃກ້ສະຖານີທາງລົດໄຟມັນກະຊິຄັກຢູ່ຫັ້ນແຫລະ. ມັນຕິດທາງໃຫຍ່ທີ່ຫາຍາກເພາະມັນພຸກໄດ້ຊື່ໆ ປົກກະຕິມັນບໍ່ໜ້າຈະໄດ້”.

ສ່ວນເລື້ອງຄວາມເປັນຫ່ວງວ່າ ຈະມີການຕິດພະຍາດເພີ້ມຂຶ້ນ ຂະນະທີ່ລັດຖະ ບານລາວກໍາລັງພິຈາລະນາໃຫ້ມີການເປີດປະເທດພາຍຫລັງທີ່ລາວ ມີການເປີດ ທາງລົດໄຟທີ່ເຊື່ອມຕໍ່ກັບຈີນເພື່ອໃຫ້ນັກທ່ອງທ່ຽວ ແລະນັກລົງທຶນຕ່າງປະເທດ ເຂົ້າມາຫລາຍນັ້ນ ຫລາຍຄົນກໍເຫັນດີນໍາ ເພາະມັນມີຄວາມຈໍາເປັນ ແລະທຸກຄົນ ກໍຈະຕ້ອງປັບຕົວໃຫ້ໄດ້ ດັ່ງທີ່ພະນັກງານອະວຸໂສຂອງລັດທ່ານນຶ່ງກ່າວວ່າ:

“ກະບໍ່ມີບັນຫາພວກເຮົາຕ້ອງຢູ່ນໍາມັນໃຫ້ໄດ້ ມັນຄືກັນກັບໃຂ້ຫວັດໃຫຍ່ ຄືໂລກເອ​ດສ໌ ຄືໂລກຊາ ທັງໝົດໂລກຕ່າງໆຫັ້ນລະ ຄັນເຮົາປະໝາດ ກະບໍ່ໄດ້ຫັ້ນລະ ທຸກພະຍາດ ມັນມີວິທີປ້ອງກັນໝົດເດ ກະດີມັນມັນຂຶ້ນກັບຄົນເຮົາປະໝາດແນ່ ກະບໍ່ເອົາໃຈໃສ່ຕົນເອງແນ່ ມັນກະເປັນຫັ້ນແຫລະ, ເປີດ ເປີດ ປະທານເພິ່ນກະເວົ້າເດ ນາຍົກພັນຄໍາເພິ່ນກະເວົ້າເດ ເຮົາກະຊິເປີດ ແຕ່ວ່າຕ້ອງເຮັດແບບ ໃໝ່ ໃໝ່ທຸກທຸກຄົນໃໝ່ໝົດຫັ້ນແຫລະແບບນີວນໍມໍ.”

ສະຫລຸບແລ້ວທາງລົດໄຟ ລາວ-ຈີນ ທີ່ເປັນຊ່ວງທໍາອິດ ຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຂອງປັກກິ່ງນັ້ນ ຫລາຍຄົນເຫັນວ່າ ມັນຈະນໍາຄວາມສະດວກສະບາຍມາໃຫ້ປະຊາຊົນລາວຫລາຍ ແຕ່ວ່າຜົນເສຍຫາຍ ຫລືຄວາມ ຫຍຸ້ງຍາກຕາມມາ ອາດຈະໃຫຍ່ກວ່າ ເພາະການສ້າງທາງລົດໄຟທີ່ວ່ານີ້ ເຮັດໃຫ້ໜີ້ສິນຂອງລາວເພີ້ມຂຶ້ນຢ່າງຫລວງຫລາຍປະກອບກັບຄວາມເປັນຫ່ວງ ໃນການລະບາດຂອງພະຍາດຕ່າງໆ ອາດຈະເພີ້ມຂຶ້ນເມື່ອມີການເປີດປະເທດໃຫ້ ຄົນເຂົ້າມາຫລັງຈາກມີການເດີນລົດໄຟແລ້ວ.

Video Related of Laos-China High Speed Railway preparation for Opening Ceremony 12-03-21
please wait

No media source currently available

0:00 0:02:39 0:00

XS
SM
MD
LG