ເບິ່ງວີດີໂອ ພາສາລາວ:
ບ່ອນຫລິ້ນການພະນັນ ຫລືກາສິໂນ ທີ່ດໍາເນີນການໂດຍບໍລິສັດຈີນ Kings Romans ນັ້ນ
ແມ່ນເປັນແຫ່ງນຶ່ງໃນບັນດາສະຖານທີ່ທີ່ໂດດເດ່ນສະດຸດຕາ ສົ່ງແສງຍິບຍັບ ງາມອະລ່າມຕາ
ທີ່ຕັ້ງຢູ່ໃນເຂດສາມຫລ່ຽມຄໍາ ແຄມແມ່ນໍ້າຂອງທາງຝັ່ງລາວ.
ບໍລິສັດ Kings Romans ໄດ້ເຊັນສັນຍາເຊົ່າ 99 ປີ ກັບລັດຖະບານລາວ ເພື່ອພັດທະນາ
ແລະຕັ້ງເຂດເສດຖະກິດພິເສດ ຕາມພື້ນທີ່ຊົນນະບົດອັນຍາວຢຽດ ທີ່ມີໜ້າດິນກ້ວາງກວ່າ
100 ກິໂລແມດມົນທົນ.
ແຜນການດັ່ງກາວ ແມ່ນໃຫຍ່ໂຕພໍສົມຄວນ. ເຈົ້າໜ້າທີ່ຄົນນຶ່ງຂອງບໍລິສັດ ຊີ້ໄປໃສ່ແຜນຜັງ ພ້ອມກັບອະທິບາຍວ່າ:
“ບ່ອນນີ້ຈະເປັນສະໜາມບິນ. ບ່ອນນີ້ຈະເປັນເຂດອຸດສາຫະກໍາ. ບ່ອນນີ້ຈະເປັນ
ສະພານເຊຶ່ອມໂຍງກັບໄທແລະມຽນມາ. ໂຄງການທັງໝົດນີ້ຈະສ້າງສໍາເລັດລົງ
ພາຍໃນ 20 ປີຕໍ່ໜ້າ.”
ສໍາລັບຕອນນີ້ ສະໜາມບິນໃນອະນາຄົດ ຍັງເປັນພຽງແຕ່ຖະໜົນສາຍນຶ່ງ
ແຕ່ການກໍ່ສ້າງກໍດໍາເນີນໄປຢ່າງວ່ອງໄວ ແລະພວກຄົນງານກໍຖາງປ່າ ດຸດຕົ້ນໄມ້ ແລະດຸດພູ
ໃຫ້ເປັນດິນພຽງ.
ປະຊາຊົນຫລາຍຮ້ອຍຄົນທີ່ຕ້ອງໄດ້ຍົກຍ້າຍອອກຈາກຖິ່ນຢູ່ອາໃສຍ້ອນການສ້າງສານັ້ນ ກໍໄດ້ຖືກຍ້າຍໄປຕັ້ງຖິ່ນຖານຢູ່ບ່ອນອື່ນ ແລະປຸກບ້ານຫລັງໃໝ່ໃຫ້ຢູ່ ທີ່ບ້ານສາມຫລ່ຽມຄໍາ ທີ່ຫາກໍເປີດໃໝ່ໆແຫ່ງນີ້.
ໃນລະຫວ່າງການງັນ ກຽມສົ່ງສະການ ຢູ່ເຮືອນດີຫລັງນຶ່ງເມື່ອໄວໆມານີ້ ພວກຊາວບ້ານໃໝ່ ພາກັນນັ່ງຫລິ້ນໄພ້ກັນ ແລະໂສກັນເລຶ່ອງການດໍາລົງຊີວິດຢູ່ໝູ່ບ້ານທີ່ທາງບໍລິສັດສ້າງໃຫ້ນັ້ນ.
ນາງ ອຸ້ຍຄໍາ ກ່າວວ່າ ບໍ່ມີຕົ້ນໄມ້ພຽງພໍ ເຮັດໃຫ້ມັນຮ້ອນເອົ້າຫລາຍທີ່ຈະປູກແນວຢູ່ແນວກິນ. ດຽວນີ້ລູກເຕົ້າຂອງລາວແມ່ນພາກັນໄປເຮັດໄຮ່ສວນຢູ່ຝັ່ງໄທໝົດ ເພື່ອຫາເງິນ.
“ຢູ່ບ້ານເກົ່າ ເຮົາມີລາຍໄດ້ ແຕ່ບາດມາຢູ່ບ້ານໃໝ່ນີ້ມີແຕ່ຈ່າຍເງິນ. ເຮົາບໍ່ຮູ້ຈະເອົາຫຍັງ
ມາຂາຍເພື່ອຫາເງິນລ້ຽງຊີບ. ຢູ່ນີ້ ປູກຫຍັງກະບໍ່ໄດ້ ພວກເຮົາພະຍາຍາມປູກຜັກກິນ
ແຕ່ມັນກໍບໍ່ງາມ.”
ໃນຂະນະທີ່ ບໍລິສັດ Kings Roman ທໍາການສ້າງສາຕ່າງໆເພື່ອປັບປ່ຽນທິວວະທັດໃໝ່ຂອງ
ເຂດສາມຫລ່ຽມຄໍານັ້ນ ກໍມີວຽກງານໃໝ່ໃຫ້ເຮັດຢູ່ສໍາລັບ ພວກຄົນງານທີ່ມີຄວາມຊໍານານ
ຕາມໜ້າວຽກ.
ນາຍກອນ ຈາວ ກັນ ກໍາມະກອນຊາວມຽນມາ ເຮັດວຽກຢູ່ໃນເຂດເສດຖະກິດພິເສດນີ້ມາໄດ້
ສາມປີແລ້ວ. ລາວກ່າວວ່າ ເຖິງແມ່ນຄ່າຈ້າງຈະສູງກວ່າຢູ່ບ້ານ ກໍຈິງຢູ່ ແຕ່ມັນກໍມີຄວາມເສຍ
ປຽບຫລາຍຢ່າງ ຊຶ່ງລາວເວົ້າວ່າ:
“ຢູ່ມຽນມາ ຂ້ອຍເຮັດໄຮ່ເຮັດນາ. ມັນເປັນວຽກຂອງຂ້ອຍເອງ ແລະຂ້ອຍຕັ້ງເວລາເຮັດ
ວຽກເອົາເອງ ແຕ່ຢູ່ນີ້ ຂ້ອຍມີແຕ່ເປັນຫ່ວງນໍາຢ້ານຕົກງານ ເພາະວ່າຂ້ອຍຊອກວຽກອື່ນ
.ບໍ່ໄດ້ ຢູ່ນີ້ ມີບໍລິສັດດຽວເທົ່ານັ້ນ.”
ໃນຕອນນີ້ ກໍ່າປັ່ນຄ້າຂາຍ ແລະຊາວປະມົງ ຄືຮູບພາບຂອງການດໍາລົງຊີວິດ ຢູ່ຕາມລໍາແມ່
ນໍ້າຂອງ ໃນເຂດນີ້.
ແຕ່ບໍລິສັດ Kings Romans ກໍາລັງພະນັນ ທຸ່ມເທເງິນຫລາຍຮ້ອຍລ້ານໂດລາ ເກັງກໍາໄລວ່າ
ໃນບໍ່ຊ້ານີ້ ພວກຄົນລວຍທີ່ເພີ່ມຫລາຍຂຶ້ນນັບມື້ຂອງຂົງເຂດເອເຊຍນັ້ນ ກໍຈະເຂົ້າມາຮ່ວມກັບ
ພວກເຂົາເຈົ້າ ໃນຖານະເປັນຂາປະຈໍາຢູ່ເຂດສາມຫລ່ຽມຄໍາ ທີ່ມີທິວວະທັດສວຍງາມແຕ່ມີຊື່
ສຽງບໍ່ດີນັ້ນ.
ເບິ່ງວີດີໂອ ພາສາອັງກິດ: