ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າລະຫວ່າງລາວ-ຈີນ


ລາວກັບຈີນເຊັນສັນຍາການຄ້າຊື້ຂາຍເຮືອບິນ ARJ21-700 ຮ່ວມກັນ ໃນເດືອນເມສາ 2010
ລາວກັບຈີນເຊັນສັນຍາການຄ້າຊື້ຂາຍເຮືອບິນ ARJ21-700 ຮ່ວມກັນ ໃນເດືອນເມສາ 2010

ທາງການລາວແລະຈີນເຊື່ອໝັ້ນວ່າ ການຄ້າລະຫວ່າງກັນໃນຕະຫລອດປີ 2010 ນີ້ຈະມີມູນ ຄ່າລວມ ເກີນກວ່າ 1,000 ລ້ານໂດລາຢ່າງແນ່ນອນ. ສ່ວນການລົງທຶນຂອງຈີນໃນລາວ ກໍເປັນອັນດັບ 1 ແລ້ວ.

ທາງການກະຊວງແຜນການແລະການລົງທຶນຂອງລາວລາຍງານວ່າ ສະພາວະການຄ້າລະ
ຫວ່າງລາວກັບຈີນ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງໄວວາໃນໄລຍະ 10 ປີມານີ້ ໂດຍ
ສະເພາະແມ່ນໃນໄລຍະ 6 ເດືອນທໍາອິດຂອງປີ 2010 ນີ້ ກໍປາກົດວ່າການຄ້າລະຫວ່າງ
ສອງຝ່າຍ ມີມູນຄ່າລວມເຖິງ 566 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກໄລຍະດຽວກັນຂອງປີ 2009 ຄິດເປັນອັດຕາສະເລ່ຍເຖິງ 59.3%.

ດ້ວຍສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ທາງການທັງສອງຝ່າຍຕ່າງກໍໄດ້ສະແດງຄວາມ
ເຊື່ອໝັ້ນວ່າ ການຄ້າລະຫວ່າງສອງຝ່າຍໃນຕະຫລອດປີ 2010 ຈະມີມູນຄ່າລວມເກີນກວ່າ
1,000 ລ້ານໂດລາຢ່າງແນ່ນອນ ແລະ ສາເຫດສໍາຄັນທີ່ເຮັດໃຫ້ມູນຄ່າການຄ້າລະຫວ່າງ
ສອງຝ່າຍເພີ່ມສູງຂຶ້ນຢ່າງໄວວານັ້ນ ກໍຍ້ອນວ່າທາງການລາວແລະຈີນ ໄດ້ຂະຫຍາຍການ
ຮ່ວມມືລະຫວ່າງກັນ ຢ່າງໄກ້ຊິດຫລາຍຂຶ້ນຮອບດ້ານ.

ຮອງປະທານປະເທດຈີນ ທ່ານ Xi Jinping ເຂົ້າຢ້ຽມຄຳຂັບທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ, ເມື່ອເດືອນມິຖຸນາ 2010.
ຮອງປະທານປະເທດຈີນ ທ່ານ Xi Jinping ເຂົ້າຢ້ຽມຄຳຂັບທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ, ເມື່ອເດືອນມິຖຸນາ 2010.

ໂດຍຈະເຫັນໄດ້ຈາກທາງການ
ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງ
ວ່າດ້ວຍການຮ່ວມມືລະຫວ່າງ
ກັນເຖິງ 18 ສະບັບໃນໂອກາດ
ທີ່ທ່ານ ສີ ຈິນຜິງ ຮອງປະທານ
ປະເທດຈີນໄດ້ເດີນທາງມາຢ້ຽມ
ຢາມລາວຢ່າງເປັນທາງການເມື່ອ
ເດືອນມິຖຸນາທີ່ຜ່ານມາ ຊຶ່ງການ
ລົງນາມໃນຂໍ້ຕົກລົງ18 ສະບັບ
ດັ່ງກ່າວຖືເປັນພາກສ່ວນນຶ່ງ ໃນ
ຄວາມຮ່ວມມືຢ່າງຮອບດ້ານລະ
ຫວ່າງລັດຖະບານສອງປະເທດ
ທີ່ໄດ້ແນໃສ່ການພັດທະນາທັງໃນ
ດ້ານເສດຖະກິດ, ການເມືອ,ງ ສັງຄົມ ວັດທະນະທໍາ, ຄວາມໝັ້ນຄົງ, ການປ້ອງກັນປະເທດ ແລະການຕ່າງປະເທດທີ່ຢູ່ພາຍໃຕ້ຫລັກການສັນຕິພາບ, ສະເໝີພາບ, ແລະມິດຕະພາບອັນ
ຍືນຍົງລະຫວ່າງກັນ.

ເຈົ້າໜ້າທີ່ລາວກັບເຈົ້າໜ້າທີ່ບໍລິສັດຂຸດຄົ້ນແຮ່ຂອງ ຈີນ ໃນ ສປປ ລາວ
ເຈົ້າໜ້າທີ່ລາວກັບເຈົ້າໜ້າທີ່ບໍລິສັດຂຸດຄົ້ນແຮ່ຂອງ ຈີນ ໃນ ສປປ ລາວ

ຍິ່ງໄປກວ່ານັ້ນສໍາລັບທາງການລາວແລ້ວກໍຍັງຖືວ່າຈີນນັ້ນ
ກໍຄືປະເທດທີ່ລາວຖືເປັນແບບຢ່າງຂອງການພັດທະນາໃນ
ທຸກໆດ້ານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນ
ການໄດ້ໃຫ້ການຢືນຢັນໃນຕອນນຶ່ງວ່າ:

“ເສດຖະກິດ-ສັງຄົມຂອງປະເທດຈີນ ກໍຄືການຂະ
ຫຍາຍຕົວແລະການພັດທະນາປະເທດຊາດຂອງ
ສປປ ລາວ ພວກເຮົາ. ກົນໄກຂອງພວກເຮົາກໍໄດ້
ເລີ່ມຫັນໄປເປັນກົນໄກຕະຫລາດໂດຍສະເພາະແລ້ວໃນປັດຈຸບັນ ການຮ່ວມມື
ກໍຄືການພົວພັນມິດຕະພາບລະຫວ່າງປະເທດລາວກັບປະເທດຈີນ ທີ່ເຫັນວ່າ
ຢູ່ໃນສະພາບການທີ່ດີທີ່ສຸດ”

ສ່ວນໃນດ້ານການລົງທຶນຂອງຈີນຢູ່ໃນລາວນັ້ນ ກໍປາກົດວ່າມີມູນຄ່າສະສົມ ເກີນ 3,577
ລ້ານໂດລາແລ້ວ ໂດຍເປັນການລົງທຶນໃນ 12 ພາກການ ແຕ່ວ່າພາກການຜະລິດທີ່ກຸ່ມ
ລົງທຶນຈີນໄດ້ໃຫ້ຄວາມສໍາຄັນຫລາຍເປັນພິເສດ ກໍຄືພາກກະສິກໍາ, ອຸດສາຫະກໍາບໍ່ແຮ່,
ພະລັງງານໄຟຟ້າ ແລະທາງການຈີນກໍຍັງໄດ້ປະກາດແຜນການລົງທຶນສ້າງດາວທຽມໃຫ້
ກັບລາວ ໃນມູນຄ່າ 250 ລ້ານໂດລາອີກດ້ວຍ.

ການລົງທຶນຂອງຈີນທີ່ເປັນໂຄງການຂະໜາດໃຫຍ່ຢູ່ໃນລາວໃນປັດຈຸບັນ ກໍຄືການຊື້ກິດຈະ
ການເໝືອງຄໍາ ແລະທອງແດງຢູ່ເຊໂປນ ການສ້າງເມືອງໃໝ່ສາມຫລ່ຽມຄໍາຢູ່ເມືອງຕົ້ນເຜິ້ງ
ໃນແຂວງບໍ່ແກ້ວ ການສ້າງເມືອງໃໝ່ China Town ຢູ່ໃນເຂດນະຄອນວຽງຈັນ ແລະການ
ຂຸດຄົ້ນບໍ່ແຮ່ບ໊ອກໄຊຕ໌ຢູ່ພາກໃຕ້ຂອງລາວ. ສ່ວນຢູ່ເຂດແຂວງພາກເໜືອນັ້ນ ກໍມີໂຄງການ
ປູກຢາງພາຣາ, ສາລີ, ອ້ອຍ, ມັນຕົ້ນ, ແລະຊາ ຄິດເປັນເນື້ອທີ່ລວມກັນກວ້າງກວ່າ 2
ແສນເຮັກຕ້າ ແລະຈີນກໍເປັນປະເທດທີ່ລົງທຶນໃນລາວຫລາຍເປັນອັນດັບ 1 ແລ້ວອີກດ້ວຍ.

XS
SM
MD
LG