ທາງການ ລາວ ແລະ ຈີນ ຈະຮ່ວມກັນຈັດກິດຈະກຳຕ່າງໆໃນຕະຫຼອດປີ 2019 ເພື່ອ
ເຮັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃນການສົ່ງເສີມການທ່ອງທ່ຽວລະຫວ່າງ ລາວ ກັບ
ຈີນ ໃນປີ 2019 ນີ້ໃຫ້ໄດ້ຢ່າງເປັນຮູບປະທຳ.
ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ
ທ່ອງທ່ຽວໃຫ້ການຢືນຢັນວ່າ ເປົ້າໝາຍໃນດ້ານການທ່ອງທ່ຽວໃນປີ 2019 ຊຶ່ງເປັນປີ
ສົ່ງເສີມການທ່ອງທ່ຽວລະຫວ່າງ ລາວ ກັບ ຈີນ ກໍຄືການດຶງດູດເອົານັກທ່ອງທ່ຽວຈາກ
ຈີນ ໃຫ້ເຂົ້າມາ ລາວ ໃຫ້ໄດ້ຫຼາຍກວ່າ 1 ລ້ານຄົນ ແລະ ສົ່ງເສີມໃຫ້ຄົນ ລາວ ເດີນ
ທາງໄປທ່ອງທ່ຽວໃນປະເທດ ຈີນ ໃຫ້ຫຼາຍຂຶ້ນນັ້ນ ທາງການທັງສອງຝ່າຍໄດ້ຕົກລົງຈະ
ຮ່ວມກັນຈັດກິດຈະກຳຕ່າງໆຫຼາຍລາຍການທັງຢູ່ໃນ ລາວ ແລະ ຈີນ ໃນຕະຫຼອດປີ
2019 ນີ້ ໂດຍຫຼ້າສຸດຝ່າຍ ຈີນ ກໍໄດ້ຈັດການວາງສະແດງສິລະປະ ຈີນ ໃນໂອກາດຄົບ
ຮອບ 58 ປີຂອງສາຍພົນພັນການທູດ ລາວ-ຈີນ ໃນເດືອນເມສາ 2019 ທີ່ນະຄອນຫຼວງ
ວຽງຈັນ ແລະ ຍັງຈະຮ່ວມກັນຈັດອີກຫຼາຍກິດຈະກຳຈົນເຖິງທ້າຍປີ 2019 ທັງໃນ ລາວ
ແລະ ຈີນ ດັ່ງທີ່ທ່ານ ອຸ່ນທວງ ໄດ້ຖະແຫຼງຢືນຢັນວ່າ
"ການວາງສະແດງຜົນການຮູບແຕ້ມກະແມ່ນກິດຈະກຳນຶ່ງທີ່ໄດ້ປະກອບສ່ວນເຂົ້າໃນ
ວຽກງານການໂຄສະນາ ແລະ ສົ່ງເສີມປີທ່ອງທ່ຽວ ລາວ-ຈີນ 2019 ໃຫ້ປະຊາຊົນ 2
ຊາດລາວ-ຈີນ ໄດ້ຮູ້ຊຶ່ງກັນ ແລະ ກັນຢ່າງກວ້າງຂວາງຍິ່ງຂຶ້ນໃນຕໍ່ໜ້ານີ້ ສອງປະເທດ
ລາວ-ຈີນ ຍັງຈະມີແຜນການຈັດກິດຈະກຳອີກຫຼາຍປະເພດຈົນເຖິງທ້າຍປີເຊັ່ນ ການສຳ
ມະນາສົ່ງເສີມການທ່ອງທ່ຽວ, ການແລກປ່ຽນວັດທະນະທຳ, ສິລະປະການວາງສະແດງ
ຮູບພາບ, ການວາງສະແດງການທ່ອງທ່ຽວ ແລະ ອື່ນໆ ຊຶ່ງພວກເຮົາກະໄດ້ກຽມກິດຈະ
ກຳໃນຫຼາຍໆດ້ານ ພ້ອມດ້ວຍບັນດາຜະລິດຕະພັນການທ່ອງທ່ຽວທີ່ໜ້າສົນໃຈໄວ້ຄອຍ
ຕ້ອນຮັບດ້ວຍນ້ຳໃຈຂອງປະຊາຊົນ ລາວ ບັນດາເຜົ່າ."
ທັງນີ້ລັດຖະບານ ລາວ-ຈີນ ໄດ້ຕົກລົງກຳນົດໃນປີ 2019 ເປັນປີສົ່ງເສີມການທ່ອງທ່ຽວ
ລາວ-ຈີນ ໃນໂອກາດທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ລາວ ເດີນທາງໄປຢ້ຽມ
ຢາມ ຈີນ ຢ່າງເປັນທາງການໃນເດືອນພຶດສະພາ 2018 ໂດຍກະຊວງຖະແຫຼງຂ່າວ-
ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຈີນ ກໍໄດ້ປະຊຸມຮ່ວມກັນເພື່ອກຳນົດລາຍລະອຽດ
ຕ່າງໆ ແລະ ໄດ້ຮ່ວມກັນຈັດພິທີເປີດປີທ່ອງທ່ຽວ ລາວ-ຈີນ 2019 ຢ່າງເປັນທາງການ
ໃນໂອກາດການສະເຫຼີມສະຫຼອງເທດສະການກຸດ ຈີນ ຂອງຄົນ ລາວ ເຊື້ອສາຍ ຈີນ
ແລະ ຊາວ ຈີນ ທີ່ຢູ່ໃນ ລາວ ເມື່ອວັນທີ 25 ມັງກອນ 2019 ຜ່ານມາທີ່ນະຄອນຫຼວງ
ວຽງຈັນ.
ສ່ວນທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ-ວັດທະນະ
ທຳ ແລະ ທ້ອງທ່ຽວ ກໍໄດ້ຖະແຫຼງຍອມຮັບກ່ອນໜ້ານີ້ວ່າ ພາກສ່ວນທີ່ໄດ້ຮັບຜົນປະ
ໂຫຍດຈາກບັນດານັກທ່ອງທ່ຽວຊາວ ຈີນ ທີ່ເດີນທາງເຂົ້າມາໃນ ລາວ ໃນໄລຍະຜ່ານ
ມາກໍຄືບັນດານັກທຸລະກິດ ຊາວ ຈີນ ທີ່ເຂົ້າມາລົງທຶນໃນພາກທຸລະກິດບໍລິການ ແລະ
ທ່ອງທ່ຽວຢ່າງຄົບວົງຈອນໃນ ລາວ ຊຶ່ງກໍເຮັດໃຫ້ນັກທຸລະກິດ ຈີນ ເຫຼົ່ານີ້ໄດ້ຮັບຜົນປະ
ໂຫຍດໃນຖານະທີ່ເປັນເຈົ້າຂອງກິດຈະການໂຮງແຮມ, ຮ້ານອາຫານ ແລະ ສະຖານ
ບັນເທີງຕ່າງໆ ອີກທັງຍັງເປັນເຈົ້າຂອງບໍລິສັດທ່ອງທ່ຽວທີ່ນຳພາບັນດານັກທ່ອງທ່ຽວ
ຊາວ ຈີນ ເຂົ້າມາໃນ ລາວ ອີກດ້ວຍ ໂດຍໃນປີ 2016-2018 ຜ່ານມາ ກໍປາກົດວ່າມີ
ນັກທ່ອງທ່ຽວຊາວ ຈີນ ເດີນທາງເຂົ້າມາ ລາວ 2 ລ້ານກວ່າຄົນ ຊຶ່ງດ້ວຍສະພາບການ
ດັ່ງກ່າວຈຶ່ງເຮັດໃຫ້ບັນດານັກທຸລະກິດບໍລິການ ແລະ ທ່ອງທ່ຽວຂອງ ລາວ ຈະຕ້ອງປັບ
ປຸງຕົວເອງ ເພື່ອໃຫ້ສາມາດແຂ່ງຂັນກັບບັນດານັກທຸລະກິດ ຈີນ ໃຫ້ໄດ້ທັງໃນດ້ານບຸກ
ຄະລາກອນ ແລະ ຄຸນນະພາບຂອງການບໍລິການທີ່ລວມເຖິງສິ່ງອຳນວຍຄວາມສະ
ດວກຕ່າງໆຢ່າງຄົບຖ້ວນອີກດ້ວຍ.
ທາງດ້ານທ່ານ ກົງທອງ ພົງພິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ພາຍໃນ ລາວ ກໍຢືນຢັນວ່າ ການດຳເນີນທຸລະກິດບໍລິການ ແລະ ທ່ອງທ່ຽວທີ່ຜິດລະ
ບຽບກົດໝາຍຍັງເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ກະທົບຕໍ່ຜົນປະ
ໂຫຍດໂດຍລວມໃນພາກທຸລະກິດບໍລິການ ແລະ ທ່ອງທ່ຽວຂອງລາວ ເທົ່ານັ້ນ. ຫາກ
ແຕ່ຍັງໄດ້ເຮັດໃຫ້ເກີດບັນຫຍໍ້ທໍ້ໃນທຸລະກິດພາກບໍລິການ ແລະ ທ່ອງທ່ຽວໃນ ລາວ
ເພີ່ມຂຶ້ນດ້ວຍ ເຊັ່ນການບໍ່ຕໍ່ໃບອຸນຍາດປະກອບທຸລະກິດທ່ອງທ່ຽວຂອງບັນດາບໍລິ
ສັດຕ່າງຊາດໃນ ລາວ ການບໍ່ຕໍ່ໃບອະນຸຍາດຂອງບັນດາໄກ້ນຳທ່ຽວ ການຈັດກິດຈະ
ກຳການທ່ອງທ່ຽວໃນເຂດຫວງຫ້າມ ຫຼື ອອກນອກເຂດອະນຸຍາດ ແລະ ການເດີນ
ທາງເຂົ້າ-ອອກ ລາວ ຂອງຊາວຕ່າງຊາດໂດຍຜິດກົດໝາຍເປັນຕົ້ນ.
ສ່ວນສະມາຄົມວິໄຈການທ່ອງທ່ຽວອາຊຽນ ລະບຸວ່າລັດຖະບານ ລາວ ຈະຕ້ອງດຳ
ເນີນການຢ່າງຮອບດ້ານເຂົ້າໃນການພັດທະນາ-ປັບປຸງເພື່ອຍົກລະດັບຄຸນນະພາບ
ການທ່ອງທ່ຽວໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ດ້ວຍການເພັ່ງເລັງໃສ່ການ
ຄຸ້ມຄອງສະຖານບັນເທີງ ແລະ ບໍລິການຕ່າງໆເພື່ອໃຫ້ດຳເນີນທຸລະກິດຕາມລະບຽບ
ກົດໝາຍ ທັງຈະຕ້ອງສ້າງນິຕິກຳໃໝ່ໆ ສຳລັບການຄຸ້ມຄອງທຸລະກິດການທ່ອງທ່ຽວ
ໃຫ້ສາມາດແຂ່ງຂັນໄດ້ຢ່າງແທ້ຈິງ ເພາະພາກການທ່ອງທ່ຽວໃນ ລາວ ມີລາຍຮັບຕ່ຳ
ທີ່ສຸດໃນອາຊຽນ ໂດຍ ໄທ ມີລາຍຮັບສູງສຸດຄືຫຼາຍກວ່າ 62,870 ລ້ານໂດລາ ສ່ວນ
ລາວ ມີລາຍຮັບພຽງ 755 ລ້ານໂດລາໃນປີ 2018.