ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວແລະຈີນຕົກລົງຮ່ວມມືກັນ ພັດທະນາແລະກໍ່ສ້າງທາງລົດໄຟໃນລາວ


ລາວກັບຈີນເຊັນສັນຍາການຄ້າກັນ
ລາວກັບຈີນເຊັນສັນຍາການຄ້າກັນ

ທາງການລາວແລະຈີນຕົກລົງຮ່ວມມືເຂົ້າໃນການ ພັດທະນາແລະກໍ່ສ້າງທາງລົດໄຟໃນລາວ ເພື່ອເຊຶ່ອມຕໍ່ກັບຈີນແລະເອເຊຍ ໂດຍຄາດວ່າຈະຕ້ອງໃຊ້ເງິນທຶນຫລາຍກວ່າ ສີ່ພັນລ້ານໂດລາສະຫະລັດ ຊຶ່ງຈະກູ້ຢືມຈາກສະຖາບັນການເງິນຂອງຈີນເອງ.

ທ່ານຄຳແສງ ໄຊຍະກອນ ຜູ້ອຳນວຍການບໍລິຫານອົງການທາງລົດໄຟແຫ່ງຊາດລາວໄດ້ ຖະແຫລງຢືນຢັນວ່າ ອົງການທາງລົດໄຟແຫ່ງຊາດຂອງ ລາວແລະຈີນ ໄດ້ລົງນາມໃນຂໍ້ຕົກ ລົງວ່າດ້ວຍການຮ່ວມມືເພື່ອການພັດທະນາເສັ້ນທາງລົດໄຟຢູ່ໃນລາວ ຢ່າງເປັນທາງການເມື່ອບໍ່ນານມານີ້.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວນີ້ ທາງການລາວແລະຈີນຈະຮ່ວມກັນຈັດຕັ້ງບໍລິສັດຂື້ນມາໃນ ຮູບຂອງການຮ່ວມທືນ ເພື່ອດຳເນີນທຸລະກິດຮ່ວມກັນ ໃນລະຍະຍາວ ຫາກແຕ່ວ່າໃນສ່ວນ ຂອງເງິນລົງທຶນແລະເທກນິກຕ່າງໆທີ່ຈະນຳໃຊ້ເຂົ້າໃນການກໍ່ສ້າງທາງລົດໄຟ ຊຶ່ງຮວມໄປ ເຖິງຫົວຈັກລົດໄຟ ແລະຂະບວນລົດໄຟດ້ວຍນັ້ນຈະມາຈາກຝ່າຍຈີນທັງໝົດ ແຕ່ຢ່າງໃດກໍຕາມ ສຳຫລັບການດຳເນີນງານໃນໄລຍະທຳອິດນີ້ ກໍຈະເປັນການສຶກສາ ຄວາມເປັນໄປໄດ້ຂອງໂຄງການ ສ່ວນຕໍ່ຈາກນັ້ນກໍເປັນການອອກແບບກໍ່ສ້າງ ແລະສະເໜີ ຂໍອະນຸມັດໂຄງການຈາກລັດຖະບານລາວ ຢ່າງເປັນ ທາງການຕໍ່ໄປ ແລະຖ້າຫາກວ່າໄດ້ຮັບ ການອະນຸມັດຈາກລັດຖະບານລາວຢ່າງເປັນທາງການແລ້ວນັ້ນ ກໍຄາດວ່າຈະຕ້ອງໃຊ້ເວລາ ບໍ່ຕ່ຳກວ່າ 5ປີ ເພື່ອດຳເນີນການກໍ່ສ້າງໃຫ້ສຳເລັດ.

ການສຶກສາຄວາມເປັນໄປໄດ້ຂອງເສັ້ນທາງລົດໄຟທີ່ທາງການຈີນໃຫ້ຄວາມສຳຄັນ ຫລາຍທີ່ສຸດກໍຄືເສັ້ນທາງທີ່ເຊຶ່ອມຕໍ່ຈາກດ່ານບໍ່ເຕັນ ໃນ ແຂວງຫລວງນ້ຳທາ ຊຶ່ງຕິດຕໍ່ກັບຊາຍແດນຈີນທີ່ດ່ານບໍ່ຫານ ໃນເຂດສິບສອງພັນນາ ມົນທົນຢູນນານ ເລື້ອຍລົງມາສູ່ນະ ຄອນວຽງຈັນ ເມືອງ ທ່າແຂກໃນແຂວງຄຳມ່ວນ ແລ້ວເຊຶ່ອມຕໍ່ໄປຍັງພາກກາງຫວຽດນາມ ແລະພາກອີສານຂອງໄທ ຕໍ່ມາຍັງບາງກອກ ມາເລເຊຍ ແລະສິງຄະໂປຣ໌ ຫລືທີ່ເອີ້ນວ່າ ເສັ້ນທາງລົດໄຟອາຊຽນ-ຈີນ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ເນຶ່ອງຈາກວ່າໂຄງການກໍ່ສ້າງທາງລົດໄຟໃນລາວດັ່ງກ່າວຈະຕ້ອງໃຊ້ ເງິນທຶນຫລາຍກວ່າ 4ພັນລ້ານໂດລາສະຫະລັດໃນຂະນະ ທີ່ທາງການລາວນັ້ນກັບບໍ່ມີເງິນ ທຶນທີ່ຈະສົມທົບເຂົ້າໃນການຮ່ວມທຶນໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ຕ້ອງເພິ່ງພາການກູ້ຢືມທຶນ ລະຍະຍາວຈາກ ສະຖາບັນ ການເງິນຂອງລັດຖະບານຈີນເປັນດ້ານຫລັກ ໂດຍຖ້າຫາກວ່າ ການດຳເນີນງານເປັນໄປຕາມແຜນການທີ່ວາງໄວ້ທຸກປະການ ກໍຈະ ເຮັດໃຫ້ທາງການ ລາວ ແລະຈີນເຊື່ອໝັ້ນວ່າຈະສາມາດດຳເນີນການກໍ່ສ້າງທາງລົດໄຟໃນລາວຕາມເສັ້ນທາງດັ່ງ ກ່າວນີ້ແລ້ວສຳເລັດພາຍໃນ 5 ປີ ຢ່າງແນ່ນອນ.

ຍິ່ງໄປກວ່ານັ້ນ ໂຄງການກໍ່ສ້າງທາງລົດໄຟດັ່ງກ່າວກໍຍັງຈະເຮັດໃຫ້ລາວໄດ້ຮັບຜົນປະໂຍດ ຢ່າງຫລວວງຫລາຍອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ ກະຊວງໂຍທາທິການຂອງລາວທ່ານ ນຶ່ງໃຫ້ການຢືນຢັນໃນຕອນນຶ່ງນັ້ນວ່າ

"ໃນປັດຈຸບັນນີ້ ລາວມີທາງລົດໄຟລະຍະທາງພຽງແຕ່ 3.5 ກິໂລເມັດເທົ່ານັ້ນ ໂດຍເປັນ ການເຊຶ່ອມຕໍ່ຈາກທ່ານາແລ້ງຂົວມິດຕະພາບລາວ-ໄທ ແຫ່ງທຳອິດໄປຍັງໜອງຄາຍ ຊຶ່ງ ທາງການໄທໃຫ້ການຊ່ວຍເຫລືອການກໍ່ສ້າງ."

ນອກຈາກນີ້ ລັດຖະບານໄທກໍຍັງບໍ່ໄດ້ຮັບປາກທີ່ຈະໃຫ້ການຊ່ວຍເຫລືອລາມເພີ່ມຂື້ນໃນ ການສ້າງທາງລົດໄຟເຊຶ່ອມຕໍ່ຈາກທ່ານາແລ້ງເຂົ້າໄປໃນ ເຂດນະຄອນວຽງຈັນ ທີ່ມີລະຍະ ທາງຍາມປະມານ 9 ກິໂລເມັດອີກດ້ວຍ ຫາກແຕ່ວ່າດ້ວຍບັນຫາທາງການເມືອງຂອງໄທເອງ ຈຶ່ງເຮັດໃຫ້ຍັງ ຄົງບໍ່ມີຄວາມຄືບໜ້າຈົນເຖິງປັດຈຸບັນນີ້.

XS
SM
MD
LG