ສະພາການຄ້າ ແລະອຸດສະຫະກໍາແຫ່ງຊາດລາວ ໄດ້ສ້າງຕັ້ງສູນພັດທະນາເຄື່ອງ
ໝາຍການຄ້າຂອງລາວ ໃຫ້ໄດ້ຄຸນນະພາບສາກົນ ແນໃສ່ການເພີ້ມມູນຄ່າການສົ່ງ
ອອກສິນຄ້າລາວໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.
ທ່ານນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະອຸດສະຫະກໍາແຫ່ງ
ຊາດລາວຢືນຢັນວ່າ ສະພາການຄ້າ ແລະອຸດສະຫະກໍາແຫ່ງຊາດ ໄດ້ສ້າງຕັ້ງສູນພັດ
ທະນາເຄື່ອງໝາຍການຄ້າຂຶ້ນຢ່າງເປັນທາງການ ເມື່ອບໍ່ນານມານີ້ ໂດຍໄດ້ຮັບການ
ຊ່ວຍເຫລືອຈາກອົງການສະຫະປະຊາຊາດ ດ້ວຍເປົ້າໝາຍທີ່ຈະພັດທະນາ ເພື່ອຍົກ
ລະດັບຄຸນນະພາບສິນຄ້າທີ່ຜະລິດໃນລາວ ໃຫ້ໄດ້ມາດຕະຖານສາກົນ ໂດຍແນໃສ່
ເພີ່ມມູນຄ່າການສົ່ງອອກສິນຄ້າຂອງລາວ ໄປຍັງຕ່າງປະເທດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ
ໂດຍສະເພາະກໍແມ່ນສິນຄ້າປະເພດໄມ້ແປຮູບ (Furniture) ນັ້ນ ຖືເປັທ່າແຮງສໍາ
ຄັນທີ່ພາກທຸລະກິດໃນລາວ ສາມາດຈະພັດທະນາໃຫ້ແຂ່ງຂັນໃນຕະຫລາດສາກົນ
ໄດ້ເປັນຢ່າງດີ ດັ່ງທີ່ທ່ານນາງຈັນທະຈອນໄດ້ຢືນຢັນວ່າ:
“ປີນີ້ ທາງສະພາການຄ້າໄດ້ສ້າງ Branding Lao ຂຶ້ນ ແລະມີຫ້ອງການຮຽບຮ້ອຍ
ແລ້ວ ຢູ່ໃນສະພາການຄ້ານີ້ ຖ້າວ່າທາງສະມາຄົມ Furniture ຫລືວ່າບໍລິສັດໃດ
ຜູ້ປະກອບການໃດ ຕ້ອງການຢາກມາປຶກສາ ຫລືວ່າມາຂໍຄວາມຮ່ວມມືນໍາພວກ
ຕ່າງປະເທດກໍມາປຶກສາພວກເຮົາຢູ່ນີ້ແລ້ວ ກະຍິນດີ ເພາະວ່າ ເພື່ອສ້າງ Brand
ຂອງເຮົາ ເພື່ອສ້າງຫຍີ່ຫໍ້ຂອງເຮົາເອງ.”
ທາງດ້ານການກະຊວງອຸດສາຫະກຳ ແລະການຄ້າກໍເລີ້ມນຳໃຊ້ລະບົບ Electronic ເພື່ອຂຶ້ນທະບຽນບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME)
ກຳລັງດຳເນີນການຕິດຕັ້ງໃນເຂດ 9 ເມືອງຂອງນະຄອນຫຼວງວຽງຈັນ ໂດຍຄາດວ່າຈະ
ແລ້ວສຳເລັດສົມບູນໃນໄວໆນີ້. ຫຼັງຈາກນັ້ນກໍຈະເຊື່ອມໂຍງໄປຍັງທຸກເມືອງໃນທຸກ
ແຂວງເພື່ອເຊື່ອມຕໍ່ຂໍ້ມູນ ລະຫວ່າງພາກລັດກັບບັນດາຫົວໜ່ວຍທຸລະກິດ SME ໃຫ້
ໄດ້ໃນທົ່ວປະເທດ.
ອີງຕາມລາຍງານຂອງສູນສະຖິຕິແຫ່ງຊາດລະບຸວ່າ ການສຳຫຼວດກ່ຽວກັບການຜະລິດ
ສິນຄ້າ ແລະບໍລິການຂອງບັນດາຫົວໜ່ວຍພື້ນຖານທາງເສດຖະກິດຈຳນວນທັງໝົດ
124,830 ຫົວໜ່ວຍໃນທົ່ວປະເທດພົບວ່າ 94 ເປີເຊັນເປັນຫົວໜ່ວຍທຸລະກິດທີ່ໄດ້
ທຳການຜະລິດສິນຄ້າ ແລະບໍລິການເພື່ອຕອບສະໜອງການບໍລິໂພກພາຍໃນປະ
ເທດເປັນດ້ານຫຼັກ ໂດຍມີພຽງ 630 ຫົວໜ່ວຍ ຫຼື ຄິດເປັນ 0.5 ເປີເຊັນ ເທົ່ານັ້ນທີ່ເນັ້ນ
ໜັກການຜະລິດສິນຄ້າເພື່ອສົ່ງອອກຕ່າງປະເທດ ສ່ວນ 1,700 ກວ່າຫົວໜ່ວຍທີ່ຄິດ
ເປັນ 1.4 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງກ່າວນັ້ນ ແມ່ນເນັ້ນໜັກທັງການ
ຜະລິດສິນຄ້າເພື່ອສົ່ງອອກ ແລະ ຕອບສະໜອງການບໍລິໂພກພາຍໃນປະເທດຄຽງຄູ່
ກັນໄປ.