ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການລາວ ກວດກາ ທຸກການເຄື່ອນໄຫວ ຂອງສື່ມວນຊົນ ຕ່າງຊາດ


ຄະນະໂຄສະນາສູນກາງພັກ ສປປ ລາວ.
ຄະນະໂຄສະນາສູນກາງພັກ ສປປ ລາວ.

ຄະນະໂຄສະນາສູນກາງພັກດຳເນີນມາດຕະການກວດກາ ທຸກການເຄື່ອນໄຫວໃນ
ລາວຂອງບັນດາສື່ມ່ວນຊົນຕ່າງຊາດ ໂດຍແນໃສ່ການປົກປັກຮັກສາຄວາມໝັ້ນຄົງ
ແຫ່ງຊາດຖືເປັນສຳຄັນ.

ລິງໂດຍກົງ

ທ່ານຄຳໝັ້ນ ຈັນທະລັງສີ ຮອງຫົວໜ້າຄະນະອົບ​ຮົມໂຄສະນາສູນກາງພັກປະຊາ
ຊົນປະຕິວັດລາວ ຢືນຢັນວ່າການຕິດຕາມການລາຍງານຂ່າວສານຂອງສື່ມວນຊົນ
ຕ່າງປະເທດ ແລະທ້ອງຖິ່ນທີ່ຈະມີຜົນ​ໃນດ້ານຈິດຕະສາດຕໍ່ປະຊາຊົນລາວບັນດາ
​ເຜົ່າ ໂດຍສະເພາະແມ່ນການນຳສະເໜີຂໍ້ມູນຂ່າວສານ ທີ່ບິດເບືອນຄວາມຈິງເພືອ
ໃສ່ຮ້າຍປ້າຍສີຕໍ່ການນຳຂອງພັກລັດນັ້ນຖືເປັນພາລະໜ້າທີ່ສຳຄັນຂອງຄະນະໂຄ
ສະນາ​ອົບ​ຮົມສູນກາງພັກໃນການຕິດຕາມກວດກາຢ່າງໃກ້ສິດດັ່ງທີ່ທ່ານຢືນຢັນວ່າ:


“ໄດ້ເອົາໃຈໃສ່ຕິດຕາມ​ເກັບ​ກຳສະພາບການພົ້ນເດັ່ນພາຍໃນ ແລະຂ່າວໃສ່ຮ້າຍ
ປ້າຍສີຂອງກຸ່ມຄົນບໍ່ດີຕາມຊື່​ທີ່​ຈິງ ແລະຊື່ electronic ຕ່າງໆໄດ້ໃຊ້ເອກກະ
ສານ
ນໍາພາແນວຄິດກ່ຽວກັບບັນຫາພົ້ນເດັ່ນທີ່ເກີດຂຶ້ນພາຍໃນ ແລະຕ່າງປະເທດໃນ
ແຕ່ໄລຍະທີ່ມີຜົນກະທົບຕໍ່ສະພາບແນວຄິດຈິດຕະສາດຂອງພະນັກງານສະມາ
ຊິກພັກ ແລະປະຊາຊົນໃຫ້ມີຄວາມຮັບຮູ້ ແລະເຂົ້າໃຈຖືກຕ້ອງຕາມ ແນວທາງ
ນະໂຍບາຍຂອງພັກ. ທ່ານຄຳໝັ້ນ ໃຫ້ການຢືນຢັນດ້ວຍວ່າໃນຕະຫຼອດປີ 2017
ຄະນະ​
ໂຄ​ສະນາອົບ​ຮົມສູນກາງພັກ ໄດ້ຈັດໃຫ້ມີການປະຊຸມ ແລະການຝຶກອົບ
ຮົມ ພະນັກ
ງານພັກລັດ ແລະປະຊາຊົນລາວໃນທົ່ວປະເທດເກືອບ 200 ຄັ້ງ ໂດຍ
ມີພະ
ນັກງານພັກລັດ ແລະປະຊາຊົນລາວເຂົ້າຮ່ວມຫຼາຍກວ່າ 3 ລ້ານເທື່ອຄົນ ທັງ
ຍັງຈະສືບ
ຕໍ່ດຳເນີນການດັ່ງກ່າວຢ່າງກ້ວາງຂວາງໃນຕະຫຼອດປີ 2018 ນີ້ອີກດ້ວຍ.”

ທາງດ້ານສູນກາງແນວລາວສ້າງຊາດລາຍງານວ່າ ໃນປັດຈຸບັນສ້າງຕັ້ງຄອບຄົວປອງ
ດອງໄດ້ແລ້ວ 835,933 ຄອບຄົວຄຶດເປັນ 70 ເປີເຊັນ ຂອງຄອບຄົວທັງ ໝົດໃນລາວ ທັງໄດ້ສ້າງຕັ້ງບ້ານສາມະຄີ 2,543 ບ້ານ ຄຶດເປັນ 30 ເປີເຊັນ ຂອງບ້ານທັງໝົດ ແລະ
ໃນປັດຈຸບັນກໍຍັງສືບຕໍ່ສ້າງຕັ້ງຄອບຄົວປອງດອງ ແລະບ້ານສາມະຄີຢູ່ໃນແຂວງຈຳ
ປາສັກ ສະຫວັນນະເຂດ ຄຳມ່ວນ ຫົວພັນ ອຸດົມໄຊ ຫຼວງນໍ້າທາ ໄຊຍະບູລີ ແລະນະ
ຄອນ ຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນ​ເງິນ​ທຶນ​ຈາກ ກຸ່ມບໍລິສັດພົງສະ
ຫວັນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນການຢູ່ໃນພື້ນທີ່ ທີ່ຍັງມີການເຄື່ອນ
ໄຫວຂອງກຸ່ມຄົນບໍ່ດີ ທີ່ສ້າງບັນຫາດ້ານແນວຄິດຄວາມເຊື່ອທາງສາສະໜາທີ່ເປັນໄພ
ຕໍ່ຄວາມໝັ້ນຄົງໃນລາວ.

ກ່ອນໜ້ານີ້ຄະນະລັດຖະບານລາວມີມະຕິຕົກລົງມອບໝາຍໃຫ້ກະຊວງປ້ອງກັນປະ
ເທດ ເປັນພາກສ່ວນຫລັກທີ່ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກວຽກງານທີ່ກ່ຽວ
ຂ້ອງກັບການພັດທະນາໃນເຂດຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານ ໂດຍສະເພາະ​ແມ່ນໃນພື້ນທີ່ ທີ່ຍັງມີບັນຫາຄົງຄ້າງທີີ່ກ່ຽວກັບເຂດແດນລະຫວ່າງ ລາວກັບປະເທດ
ເພື່ອນບ້ານນັ້ນ.

ໂດຍການມອບໝາຍດັ່ງກ່າວນີ້ເປັນຜົນຈາກການເຄື່ອນ​ໄຫວ ກຳລັງທະຫານກຳປູ
ເຈຍ ມາໃນເຂດພື້ນທີ່ ທີ່ທາງການລາວ-ກຳປູເຈຍ ຍັງບໍ່ສາມາດຕົກລົງປັກປັນເຂດ
ແດນຮ່ວມກັນໄດ້ເມື່ອວັນທີ 12 ສິງຫາ ປີ 2017 ທີ່ຜ່ານມາຊຶ່ງກໍເປັນຜົນໃຫ້ມີການ
ພົບປະເຈລະຈາ ແລະຕົກລົງກັນລະຫວ່າງ ທ່ານທອງລຸນ ສີສຸລິດ ກັບທ່ານຮຸນ ເຊນ
ນາຍົກລັດຖະມົນຕີຂອງທັງ 2 ປະເທດໃນມື້ດຽວກັນ ໂດຍທ່ານ ຮຸນ ເຊນ ໄດ້ເດີນທາງ
ມານະຄອນຫຼວງວຽງຈັນ ຕາມການເຊີນຂອງທ່ານທອງ ລຸນ ເພື່ອແກ້ໄຂບັນຫາຮ່ວມ
ກັນຢ່າງຮີບດ່່ວນ ແລະໃຫ້ກະຊວງປ້ອງກັນປະເທດ ເປັນພາກສ່ວນຫລັກທີ່ຮັບຜິດ
ຊອບຕໍ່ໄປ.

ພ້ອມກັນນີ້ກອງທັບປະຊາຊົນລາວ ຍັງໄດ້ດຳເນີນໂຄງການສ້າງເສັ້ນທາງຍຸດທະສາດ
ລຽບຕາມຊາຍແດນລາວ-ຫວຽດນາມ ນັບຕັ້ງແຕ່ທ້າຍປີ 2017 ເປັນ ຕົ້ນມາ ສ່່ວນທາງ
ການຈີນໄດ້ໃຫ້ການຊ່ວຍເຫຼຶອລາວໃນການສ້າງຕັ້ງສູນ​ປູກ​ຈິດ​ສຳນຶກດ້ານ​ເທັກ​ໂນ​ໂ​ຈ
ທີ່​ທັນ​ສ​ະ​ໄໝສຳລັບ​ເຍົາວະ​ຊົນລາວ ​ໂດຍ​ຈະ​ກໍ່​ສ້າງ​ອາຄານ ​ແລະ​ຕິດ​ຕັ້ງ​ສິ່ງ​ອຳນວຍ
​ຄວາມ​ສະ​ດວກຕ່າງໆ​ຢ່າງ​ຄົບ​ຊຸດ​ໂດຍ​ມີ​ມູນ​ຄ່າການ​ຊ່ວຍ​ເຫຼືອ​ເຖິງ 10 ລ້ານ​ໂດ​ລາ​
ສະຫະລັດ ແນໃສ່​ການ​ເສີມ​ສ້າງບົດບາດໜ້າທີ່ເຍົາວະຊົນລາວໃຫ້ມີຕໍ່ສັງຄົມດ້ວຍການ
ຈັດກິດຈະການຕ່າງໆ ທີ່ແນໃສ່ການປູກຈິດສຳນຶກຮັກຊາດໃຫ້ເຍົາວະຊົນລາວໃນທົ່ວ
ປະເທດເປັນສຳຄັນ.

XS
SM
MD
LG