ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ພຸດທະວົງ ຈັນທະວີໄຊ ຖືກໃຫ້ພັກການ ໃນລະຫວ່າງການລະບາດ ຂອງໄວຣັສໂຄໂຣນາ ໃນນະຄອນໂຕຣອນໂຕ


ນະຄອນໂຕຣອນໂຕ ແຂວງອອນຕາຣີໂອ ຂອງການາດາ
ນະຄອນໂຕຣອນໂຕ ແຂວງອອນຕາຣີໂອ ຂອງການາດາ

ທ່ານພຸດທະວົງ ຈັນທະວີໄຊ ໄດ້ອົບພະຍົບໄປຕັ້ງຖິ່ນຖານ ຢູ່ໃນນະຄອນ ໂຕ- ຣອນໂຕ ແຂວງອອນຕາຣີໂອ ຂອງການາດາ ປັດຈຸບັນເປັນພະນັກງານບໍລິສັດຜະລິດອາໄຫລ່ລົດຍົນ ມາໄດ້ຫຼາຍປີແລ້ວ. ໃນລະຫວ່າງ ມີການລະບາດຂອງໄວຣັສໂຄໂຣນາ ເລີ້ມຕົ້ນຂຶ້ນຢູ່ໃນນະຄອນໂຕຣອນໂຕ ໃນຕົ້ນເດືອນມີນາ ລັດຖະບານຂອງການາດາ ໄດ້ອອກມາດຕະການປິດເມືອງ ຊຶ່ງທ່ານພຸດທະວົງ ໄດ້ກ່າວສູ່ວີໂອເອລາວຟັງດັ່ງນີ້:

ນອກເໜືອຈາກການສັ່ງໃຫ້ປິດທຸລະກິດບໍລິການຕ່າງໆແລ້ວ ບໍລິສັດບ່ອນທີ່ທ່ານພຸດທະວົງ ເຮັດວຽກຢູ່ນັ້ນ ກໍໄດ້ສັ່ງໃຫ້ພະນັກງານທັງໝົດພັກການ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາຈົນເຖິງປັດຈຸບັນ ແຕ່ທ່ານພຸດທະວົງ ກໍໄດ້ຮັບເງິນເດືອນ ຊຶ່ງເປັນການຊ່ອຍເຫຼືອຈາກລັດຖະບານແລະບໍລິສັດຂອງທ່ານ ດັ່ງທີ່ທ່ານໄດ້ອະທິບາຍໃຫ້ວີໂອເອພາກພາສາລາວຟັງຕໍ່ໄປນີ້:

ເຖິງຢ່າງໃດກໍຕາມ ທ່ານພຸດທະວົງ ກ່າວວ່າ ລັດຖະບານການາດາ ກໍໄດ້ຮຽກ ຮ້ອງໃຫ້ປະຊາຊົນ ກັບຄືນໄປເຮັດວຽກ ແຕ່ໃຫ້ມີຈຳນວນຈຳກັດ ໂດຍປະຕິບັດຕາມມາດຕະການປ້ອງກັນ ການແຜ່ລະບາດຄືນອີກຮອບໃໝ່ ເຖິງແມ່ນວ່າຈຳນວນຄົນຕິດເຊື້ອໄວຣັສ ຢູ່ໃນນະຄອນໂຕຣອນໂຕ ຍັງເພີ້ມຂຶ້ນຢູ່ກໍຕາມ.

XS
SM
MD
LG