ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ຢູ່ທີ່ເມືອງແບຣັດຟອດ ການາດາ ສະຫຼອງບຸນຄຣິສມັສແບບລຽບໆ ຍ້ອນໂຄວິດ-19


ຄອບຄົວທ່ານທອງສົດ ພົມມະລາ ແລະຍາດພີ່ນ້ອງ ທີ່ວັດກາໂຕລິກແຫ່ງນຶ່ງ
ຄອບຄົວທ່ານທອງສົດ ພົມມະລາ ແລະຍາດພີ່ນ້ອງ ທີ່ວັດກາໂຕລິກແຫ່ງນຶ່ງ

ຊາວລາວກາໂຕລິກ ໃນການາດາຄອບຄົວນຶ່ງ ກ່າວວ່າ ໃນປີນີ້ ພວກເຂົາເຈົ້າຈະພາກັນສະຫຼອງບຸນຄຣິສມັສ ຢູ່ກັບຢ້າວກັບເຮືອນຍ້ອນການລະບາດຂອງໂຄວິດ-19. ທ່ານທອງສົດ ພົມມະລາ ຈາກເມືອງແບຣັດຟອດ ໃນແຂວງອອນຕາຣີໂອ ປະເທດການາ ກ່າວວ່າ ໃນປີນີ້ ທາງຄອບຄົວຂອງທ່ານ ກໍຈະພາກັນສະຫຼອງແບບງ່າຍໆ ແລະກໍມີການຊຸມແຊວກັນແບບຈຳກັດ. ທ່ານທອງສົດ ກ່າວກ່ຽວກັບເລື້ອງນີ້ວ່າ:

ການເອ້ຕົກແຕ່ງ ເນື່ອງໃນໂອກາດວັນບຸນຄຣິສມັສ ທີ່ເຮືອນທ່ານທອງສົດ ພົມມະລາ
ການເອ້ຕົກແຕ່ງ ເນື່ອງໃນໂອກາດວັນບຸນຄຣິສມັສ ທີ່ເຮືອນທ່ານທອງສົດ ພົມມະລາ

ທ່ານທອງສົດ ຊຶ່ງເປັນຄົນລາວຄອບຄົວທຳອິດທີ່ໄດ້ເຂົ້າໄປຕັ້ງຖິ່ນຖານໃນເມືອງແບຣັດຟອດ ກ່າວວ່າ ເຖິງແມ່ນຈະເປັນການສະຫຼອງນ້ອຍໆ ແຕ່ກໍດີກວ່າ ທີ່ບໍ່ໄດ້ເຮັດຫຍັງເລີຍ.

ທ່ານທອງສົດເວົ້າວ່າ ຫຼັງຈາກວັນທີ 26 ທັນວາໄປແລ້ວ ທາງການກໍຈະສັ່ງໃຫ້ມີການລັອກດາວ ທົ່ວທັງແຂວງ ໄປຈົນຮອດວັນທີ 11 ເດືອນມັງກອນປີໜ້າ.

XS
SM
MD
LG