ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ງານເປີດຕົວ ຂອງຄະນະ Lao-Canada Media and Arts


ຄະນະ Lao-Canada Media and Arts
ຄະນະ Lao-Canada Media and Arts
ໃນວັນເສົາທີ 17 ພະຈິກຜ່ານມານີ້ ທາງປະຊາຄົມ ລາວ-
ການາດາ ຂົງເຂດ Toronto ໄດ້ຈັດໃຫ້ມີງານເປີດຕົວຂອງກຸ່ມ
Lao-Canada Media and Arts ທີ່ຕັ້ງເປົ້າໝາຍໄວ້ວ່າໃຫ້ເປັນ
ຕົວແທນຂອງການເປັນສື່ແລະກະຈາຍຂ່າວສານຂອງປະຊາຄົມ
ລາວ-ການາດາ ຂົງເຂດ Toronto ແລະອ້ອມແອ້ມນັ້ນ ພ້ອມທັງ
ສົ່ງເສີມບັນດາສິນລະປິນລາວໃນທົ່ວສາລະທິດນໍາຊຶ່ງທ່ານ
ບຸນໜັກ ອິນທຣາທິຣາຊ ປະທານຈັດງານດັ່ງກ່າວໄດ້ເວົ້າເຖິງ
ຈຸດປະສົງໃນການຈັດງານຄັ້ງນີ້ວ່າ:

ລິງໂດຍກົງ


ທ່ານແສງດາວ ສົມສີ ແລະທ່ານຂວັນເງິນ ທັມມະວົງ ແມ່ນອີກ
ສອງທ່ານ ຊຶ່ງເປັນຜູ້ຮ່ວມລິເລີ່ມແລະຫົວຈັກຫົວແຮງຂອງກຸ່ມ
ດັ່ງກ່າວ ທີ່ຢາກໃຫ້ມີການນໍາສະເໜີສື່ແລະຂ່າວສານເພື່ອສົ່ງເສີມສິນລະປິນ ວັນນະຄະດີ
ທາງດ້ານການດົນຕີໄວ້ໃຫ້ຄົນລາວໃນຕ່າງແດນໄດ້ສຶກສາສືບທອດຕໍ່ໆໄປຊຶ່ງທັງສອງໄດ້
ກ່າວເຖິງການຮວມຕົວຈັດງານໃນຄັ້ງນີ້ວ່າ:

ລິງໂດຍກົງ

ຂວັນເງິນ, ແວງດາວ​, ວັນນະສອນແລະ ສຸກສາຄອນ
ຂວັນເງິນ, ແວງດາວ​, ວັນນະສອນແລະ ສຸກສາຄອນ



ລິງໂດຍກົງ

ຕິ່ງນ໋ອຍ ພອຍໄພລິນ
ຕິ່ງນ໋ອຍ ພອຍໄພລິນ





ສ່ວນສິນລະປິນສາວນ້ອຍໜ້າໃສທີ່ເດີນທາງມາຈາກ ສປປ
ລາວ ເພື່ອມາຮ່ວມໃນງານນີ້ ໂດຍສະເພາະ ກໍຄື ຕິ໋ງນ໋ອຍ
ພອຍໄພລິນ ຊຶ່ງກໍໄດ້ສະແດງເຖິງຄວາມຮູ້ສຶກຂອງຜູ້ກ່ຽວວ່າ:

ລິງໂດຍກົງ



ສ່ວນສິນລະປິນ ຮຸ່ນອ້າຍ ເພັດ ນໍລະວົງ ທີ່ທັງເປັນນັກຮ້ອງນັກ
ແຕ່ງເພງແລະນັກດົນຕີນໍານັ້ນຜູ້ຊຶ່ງໄດ້ສ້າງຊື່ສຽງໃຫ້ວົງການເພງ
ລາວແລະເຄີຍໂດງດັງມາແລ້ວໃນປະເທດໄທ ທີ່ເປັນນັກຮ້ອງນໍາຂອງວົງ Exile ກໍໄດ້
ປະກອບສ່ວນແລະກໍໄດ້ອອກຄວາມເຫັນກ່ຽວກັບງານຄັ້ງນີ້ວ່າ:
ເພັດ ນໍຣະວົງ ໃຫ້ VOA ສໍາພາດ
ເພັດ ນໍຣະວົງ ໃຫ້ VOA ສໍາພາດ

ລິງໂດຍກົງ

ບັນຍາກາດຂອງງານແມ່ນມ່ວນຊື່ນ ລາບລື້ນ ໄປດ້ວຍດີ ໄດ້ມີ
ນັກຮ້ອງທີ່ເດີນທາງມາຈາກຫຼາຍໆຂົງເຂດ ເຂົ້າຮ່ວມມ່ວນຊື່ນ
ຊຶ່ງໄດ້ສ້າງສີສັນໃຫ້ງານໄດ້ເປັນພິເສດ ມີແຂກເຂົ້າຊົມປະມານ
300 ຄົນ ແລະບົວລໍາ ໂລ ກໍຄືນຶ່ງໃນສະມາຊິກຂອງກຸ່ມ Lao-
Canada Arts & Media ກໍໄດ້ກ່າວເຖິງງານຄັ້ງນີ້ວ່າ:

ລິງໂດຍກົງ


ພ້ອມດຽວກັນນັ້ນ ກໍໄດ້ມີຊ່າງພາບທີ່ເປັນຄົນລາວເປັນຕົວແທນຂອງບໍລິສັດ Long River
Photographyໄດ້ເຂົ້າປະກອບສ່ວນຖ່າຍຮູບແຂກຕະຫຼອດງານ ຄື ປິ່ນ ຕັນທະວົງ ຊຶ່ງປິ່ນ
ໄດ້ປະກອບສ່ວນໃນການມາເປັນອາສາສະມັກ ຖືກ້ອງຖ່າຍຮູບຕະຫຼອດທັງງານ ຊຶ່ງປິ່ນ
ກ່າວກັບ VOA ວ່າ:

ລິງໂດຍກົງ


ວັນນະສອນ ກໍຖືເປັນກຽດໄດ້ປະກອນສ່ວນເປັນພິທີກອນໃນງານຄໍ່າຄືນ ນັ້ນ ແລະກໍເປັນ
ຄັ້ງທໍາອິດທີ່ໄດ້ໄປປະກອບສ່ວນກັບປະຊາຄົມລາວ-ການາດາ ຝັ່ງ Toronto ໄດ້ເຫັນ
ຄວາມຮັກຫອມສາມັກຄີຂອງປະຊາຄົມລາວຂອງຄົນຮຸ່ນໃໝ່ ແລ້ວກໍໜ້າຊື່ນຕາບານ
ເພາະສັງຄົມລາວ ບໍ່ວ່າຈະຢູ່ໃນສະຖານທີ່ໃດໆ ໃນໂລກນີ້ ກໍ່ຕາມ ພວກເຂົາເຈົ້າເຫຼົ່ານັ້ນ
ກໍຍັງຈະສືບທອດ ຮັກສາ ຮີດຄອງປະເພນີ ວັດທະນະທໍາ ສິນລະປະ ວັນນະຄະດີ ອັນດີ
ງາມທີ່ສຶບທອດມາແຕ່ດຶກດໍາບັນຂອງລາວ ຕໍ່ໆໄປ ໃນພາຍພາກໜ້າພຸ້ນ ແລະລາຍການ
ຊີວິດຊາວລາວໃນຕ່າງແດນຂອງ VOA ຈະນໍາເອົາແຕ່ເລື່ອງທີ່ໜ້າສົນໃຈແລະໃຫ້ຄວາມ
ບັນເທີງແລະມີສາລະມາສະເໜີທ່ານໃນທຸກໆວັນພະຫັດ ໂປດຄອຍຕິດຕາມ.
XS
SM
MD
LG