ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂດຊາຍແດນ ທີ່ຂັດແຍ່ງກັນ ລະຫວ່າງ ລາວ ກັບ ກຳປູເຈຍ ມີເນື້ອທີ່ 550 ກິໂລແມັດມົນທົນ


ທະຫານລາວ ແລະກຳປູເຈຍ ກຳລັງປຶກສາຫາລືກັນ ກ່ຽວກັບ ບັນຫາຂັດແຍ່ງ ເຂດຊາຍແດນ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ກັບເມືອງແສນປາງ ແຂວງສຕຶງແຕຣງ ຂອງກຳປູເຈຍ ທີ່ມີເນື້ອທີ່ກວ້າງເຖິງ 550 ກິໂລແມັດມົນທົນ.
ທະຫານລາວ ແລະກຳປູເຈຍ ກຳລັງປຶກສາຫາລືກັນ ກ່ຽວກັບ ບັນຫາຂັດແຍ່ງ ເຂດຊາຍແດນ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ກັບເມືອງແສນປາງ ແຂວງສຕຶງແຕຣງ ຂອງກຳປູເຈຍ ທີ່ມີເນື້ອທີ່ກວ້າງເຖິງ 550 ກິໂລແມັດມົນທົນ.

ເຂດຊາຍແດນທີ່ຂັດແຍ່ງກັນ ລະຫວ່າງ ລາວກັບກຳປູເຈຍ ທີ່ເຂດແກັ່ງຕໍມໍຄອຍ ກັບ
ຫ້ວຍຕະເງົາ ມີເນື້ອທີ່ກວ້າງເຖິງ 550 ກິໂລແມັດມົນທົນ ຊຶ່ງທັງ 2 ຝ່າຍ ອ້າງເຂດແດນ
ໂດຍຖືຕາມແຜນທີ່ ທີ່ແຕກຕ່າງກັນ.

ທ່ານອະລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ຢືນຢັນ
ວ່າ ເຂດຊາຍແດນ ທີ່ຂັດແຍ່ງກັນ ລະຫວ່າງ ລາວກັບກຳປູເຈຍ ທີ່ແກັ່ງຕໍມໍຄອຍ ກັບ
ຫ້ວຍຕະເງົາ ຊຶ່ງເປັນຊາຍແດນລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ກັບເມືອງ
ແສນປາງ ແຂວງສຕຶງແຕຣງ ຂອງກຳປູເຈຍ ນັ້ນ ມີເນື້ອທີ່ກວ້າງເຖິງ 550 ກິໂລແມັດ
ມົນທົນ ຊຶ່ງທາງການຂອງທັງ 2 ຝ່າຍ ໄດ້ອ້າງເຂດແດນ ໂດຍຖືຕາມແຜນທີ່ ທີ່ແຕກ
ຕ່າງກັນ ຈຶ່ງເຮັດໃຫ້ບໍ່ສາມາດຕົກລົງປັກປັນເຂດແດນ ລະຫວ່າງກັນໄດ້ຈົນເຖິງປັດຈຸບັນ
ທີ່ສຳຄັນ ກໍຄືສະພາວະເຄັ່ງຕຶງ ໃນພື້ນທີ່ຂັດແຍ່ງເກີດຈາກ ທາງການກຳປູເຈຍ ໄດ້ສົ່ງ
ກຳລັງທະຫານ ເຂົ້າໄປກໍ່ສ້າງຖະໜົນໃນພື້ນທີ່ຂັດແຍ່ງດັ່ງກ່າວ ໃນປີ 2017 ອີກດ້ວຍ
ດັ່ງທີ່ ທ່ານອະລຸນແກ້ວ ໃຫ້ການຢືນຢັນວ່າ:

“ອັນວ່າແກັ່ງຕໍມໍຄອຍ ແລະຫ້ວຍຕະເງົານີ່ນ່ະ ມັນຂັດແຍ່ງກັນເຖິງ 550 ຕາຕາລາງ
ກິໂລແມັດ ແຕ່ສຳຄັນນີ່ນ່ະ ສອງນາຍົກລັດຖະມົນຕີ ຕົກລົງກັນໄວ້ວ່າ ເຂດຄົງຄ້າງ
ບໍ່ໃຫ້ໄປແຕະຕ້ອງ ໃນແງ່ກົດໝາຍ ມີຜົນບັງຄັບໃຊ້ແລ້ວ ແລ້ວເປັນຫຍັງເດືອນກຸມພາ
ປີ 2017 ເລື່ອງມັນຈຶ່ງເກີດຂຶ້ນ ເພິ່ນກໍເລີ່ມແຕ່ກອງຊ່າງແສງ ເພິ່ນສ້າງທາງເຂົ້າມາ
ແລ້ວ ເຂົ້າໄປເຂດຂັດແຍ່ງ 550 ຕາຕະລາງກິໂລແມັດ.”

ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊນ ຈັບມື ກັບທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ
ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊນ ຈັບມື ກັບທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ

ທັງນີ້ ການສຳຫຼວດເພື່ອປັກປັນເຂດລະຫວ່າງ ລາວກັບກຳປູເຈຍ ໄດ້ເລີ່ມດຳເນີນການ
ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ໂດຍປະຕິບັດຕາມຫລັກການ 4 ດ້ານ ທີ່ລັດຖະບານ 2
ປະເທດ ໄດ້ຕົກລົງຮ່ວມກັນ ເມື່ອປີ 1995 ປະກອບດ້ວຍຫລັກການຮັບຮູ້ເຂດແດນຕິດ
ຕໍ່ກັນ ທີ່ອີງຕາມແຜນທີ່ ມາດຕາສ່ວນ 1 ຕໍ່ 1 ແສນ ສະບັບປີ 1933 ຫລັກການສາກົນ
ກ່ຽວກັບການຂີດເສັ້ນຊາຍແດນ ຫລັກການຄຸ້ມຄອງຂອງປະຊາຊົນ ທີ່ສືບທອດກັນມາ
ຢ່າງຍາວນານ ແລະຫລັກການຂອງຄວາມສະເໝີພາບ ເຄົາລົບສິດທິ ຜົນປະໂຫຍດ
ແລະເປັນເອກກະພາບກັນ ຢ່າງສົມບູນ ແຕ່ບັນຫາຂັດແຍ່ງຢູ່ຊາຍແດນ ລາວ ກັບ
ກຳປູເຈຍ ກໍໄດ້ເກີດຂຶ້ນ ເມື່ອວັນທີ 12 ສິງຫາ 2017 ທີ່ຜ່ານມາ.

ແຜນທີ່ສະແດງໃຫ້ເຫັນ ເຂດຊາຍແດນ ລະຫວ່າງ ລາວ ກັບກຳປູເຈຍ
ແຜນທີ່ສະແດງໃຫ້ເຫັນ ເຂດຊາຍແດນ ລະຫວ່າງ ລາວ ກັບກຳປູເຈຍ

ໂດຍມີສາເຫດມາຈາກການເຄື່ອນກຳລັງ ທະຫານກຳປູເຈຍ ເຂົ້າໄປໃນພື້ນທີ່ທີ່ຍັງບໍ່
ສາມາດຕົກລົງປັກປັນເຂດແດນຮ່ວມກັນໄດ້ ຊຶ່ງກໍເຮັດໃຫ້ນາຍົກລັດຖະມົນຕີຂອງທັງ
2 ຝ່າຍ ຄື ທ່ານທອງລຸນ ສີສຸລິດ ກັບທ່ານຮຸນ ເຊນ ຕ້ອງພົບປະເຈລະຈາກັນ ທີ່ນະຄອນ
ວຽງຈັນ ໃນວັນທີ 12​ ສິງຫາ 2017 ແລະກໍໄດ້ຕົກລົງການຖອນກຳລັງທະຫານຂອງທັງ 2 ຝ່າຍອອກໄປ ຈາກພື້ນທີ່ຂັດແຍ່ງ ຫຼືກັບໄປເຂດທີ່ຕັ້ງເດີມຂອງແຕ່ລະຝ່າຍ ແລະໃຫ້ຍຸຕິ ການສ້າງຖະໜົນ ໃນເຂດຂັດແຍ່ງດັ່ງກ່າວດ້ວຍ.

ສ່ວນການພົບປະເຈລະຈາຄັ້ງທີ 2 ລະຫວ່າງ ທ່ານທອງລຸນ ກັບທ່ານຮຸນ ເຊນ ທີ່ນະຄອນ
ພະນົມເປັນ ເມື່ອວັນທີ 1 ກັນຍາ 2017 ນາຍົກລັດຖະມົນຕີ ທັງ 2 ກໍໄດ້ຕົກລົງຮ່ວມກັນ
ໃນ 4 ດ້ານ ຄື ການມອບໝາຍໃຫ້ລັດຖະມົນຕີວ່າການຕ່າງປະເທດຂອງ 2 ຝ່າຍ ພົບປະ
ເຈລະຈາ ເພື່ອແກ້ໄຂຂໍ້ຂັດແຍ່ງຮ່ວມກັນ ໃຫ້ໄວທີ່ສຸດ ໂດຍກຳນົດໃຫ້ແກ້ໃນ 4 ພື້ນທີ່
ໃຫ້ໄດ້ ປະກອບດ້ວຍພື້ນທີ່ 033 ພື້ນທີ່ 037/13 ພື້ນທີ່ 032/1 ແລະພື້ນທີ່ອູສະວາຍ
ກັບເວີນຄຳ ຫລັງຈາກນັ້ນ ຈຶ່ງໄປຕົກລົງກັນ ທີ່ເຂດແກັ່ງຕໍມໍຄອຍ ກັບຫ້ວຍຕະເງົາ.

ນອກຈາກນີ້ ເພື່ອເປັນການແກ້ບັນຫາທີ່ສອງຝ່າຍ ຍຶດຖືເອົາແຜນທີ່ ທີ່ແຕກຕ່າງກັນ
ນາຍົກລັດຖະມົນຕີ ຂອງງທັງສອງປະເທດຍັງໄດ້ຮ່ວມກັນ ຮ່າງຈົດໝາຍເຖິງປະທານາ
ທິບໍດີ ຝຣັ່ງ ເພື່ອຂໍໃຫ້ຊ່ວຍມອບແຜນທີ່ ມາດຕາ 1 ຕໍ່ 100,000 ກັບແຜນທີ່ມາດຕາ
1 ຕໍ່ 50,000 ແລະບັນດາເອກກະສານສຳຄັນຕ່າງໆ ທີ່ກ່ຽວກັບເຂດຊາຍແດນ ລາວ ກັບ
ກຳປູເຈຍ ເພື່ອໃຊ້ປະກອບການເຈລະຈາຕົກລົງຮ່ວມກັນ ຕໍ່ໄປດ້ວຍ ຫາກແຕ່ກໍຍັງບໍ່ໄດ້
ຮັບການຕອບສະໜອງ ຈາກປະທານາທິບໍດີຝຣັ່ງ ຈົນເຖິງປັດຈຸບັນນີ້.

ທາງການລາວ ແລະກຳປູເຈຍ ໄດ້ຕົກລົງຮ່ວມກັນ ສຳຫຼວດເພື່ອປັກຫລັກໝາຍຊາຍ
ແດນ ລະຫວ່າງກັນ ໃນປີ 1995 ແລະເລີ່ມການສຳຫຼວດຕົວຈິງນັບແຕ່ປີ 2000 ເປັນ
ຕົ້ນມາ ໃນປັດຈຸບັນສາມາດຕົກລົງປັກຫລັກໝາຍໄດ້ແລ້ວ 121 ຫລັກ ໃນໄລຍະທາງ
465 ກິໂລແມັດ ຄິດເປັນ 87 ເປີເຊັນ ຂອງຊາຍແດນທີ່ມີໄລຍະທາງຍາວ 535 ກິໂລ
ແມັດ ຈຶ່ງຍັງເຫຼືອ 70 ກິໂລແມັດ ຫຼື 13 ເປີເຊັນ ທີ່ຈະຕ້ອງຕົກລົງຮ່ວມກັນຕໍ່ໄປ.

XS
SM
MD
LG