ສປປ ລາວ ແລະກຳປູເຈຍໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມ
ມືກັນໃນຫລາຍໆດ້ານ ໃນລະຫວ່າງກອງປະຊຸມຂອງຄະນະກຳ
ມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ
ຄັ້ງທີ 12 ຢູ່ນະຄອນສຽມຣຽບ ປະເທດກຳປູເຈຍ ເມື່ອວັນທີ 23
ຫາ 24 ມັງກອນ ຜ່ານມານີ້.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຝ່າຍລາວແມ່ນນຳໂດຍ ທ່ານທອງລຸນສີສຸລິດ ຮອງນາຍົກລັດ
ຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ສ່ວນກຳປູເຈຍແມ່ນນຳໂດຍ
ທ່ານ Hor Namhong ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດແລະຮ່ວມ
ມືສາກົນ.
ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ຕົກລົງກັນ ກ່ຽວກັບການເປີດດ່ານສາກົນ ໜອງນົກຂຽນ
- Trapaing Kreal ຕິດຕາມເບິ່ງການຈັດຕັ້ງປະຕິບັດລະບຽບການຂອງຂໍ້ຕົກລົງປີ 1995
ກ່ຽວກັບການຮ່ວມມື ໃນການພັດທະນາແບບຍືນຍົງ ໃນເຂດອ່າງແມ່ນ້ຳຂອງ ເພີ້ມການຂົນ
ສົ່ງທາງລົດແຕ່ສຽມຣຽບຫາປາກເຊ ແຕ່ພະນົມເປັນຫາປາກເຊ ແລະເປີດຖ້ຽວບິນໂດຍກົງ
ແຕ່ປາກເຊຫາສຽມຣຽບ ສ້າງຕັ້ງຄະນະກຳມາທິການເພື່ອສຶກສາເບິ່ງຄວາມເປັນໄປໄດ້
ໃນການສ້າງຂົວທີ່ຊາຍແດນລາວ-ກຳປູເຈຍ ເພື່ອເຊື່ອມຕໍ່ແຂວງພະວິຫານ ແລະຈຳປາສັກ
ເພີ້ມການສະແດງສິນຄ້າຂອງລາວຢູ່ກຳປູເຈຍ ແລະສົ່ງເສີມໃຫ້ນັກທ່ອງທ່ຽວກຳປູເຈຍ
ເຂົ້າໄປທ່ຽວໃນລາວເພີ້ມຂຶ້ນ ເປີດດ່ານຊາຍແດນແຫ່ງໃໝ່ເພື່ອສົ່ງເສີມການຄ້າແລະການ
ທ່ອງທ່ຽວ ຂະຫຍາຍການໃຫ້ທຶນການສຶກສາລະຫວ່າງກັນ ແລະແລກປ່ຽນໃນດ້ານກິລາ
ນັບແຕ່ລະດັບຊາດ ລົງຫາລະດັບທ້ອງຖິ່ນ.
ນອກນັ້ນ ສປປ ລາວ ແລະກຳປູເຈຍ ຍັງໄດ້ຫາລືກັນ ກ່ຽວກັບແຜນການທີ່ຈະເປີດກົງສຸນ
ໃຫຍ່ຂຶ້ນ ທີ່ແຂວງຈຳປາສັກຂອງລາວ ແລະແຂວງສຽມຣຽບຂອງກຳປູເຈຍຫລືແຂວງອື່ນໆ
ເພື່ອອຳນວຍຄວາມສະດວກໃນການຢ້ຽມຢາມ ລະຫວ່າງປະຊາຊົນສອງປະເທດ ພ້ອມທັງ
ເປັນການຊຸກຍູ້ການທ່ອງທ່ຽວ ແລະການລົງທຶນນຳດ້ວຍ.
ພ້ອມນີ້ ທັງສອງຝ່າຍ ຍັງມີຄວາມໝາຍໝັ້ນທີ່ຈະສະກັດກັ້ນແລະຄວບຄຸມກິດຈະກຳ ທີ່ຜິດ
ກົດໝາຍຕ່າງໆ ໃນການລັກລອບຕັດໄມ້ ແລະການຄ້າສັດປ່າ ຢູ່ ໃນບໍລິເວນຊາຍແດນ.
ພ້ອມນີ້ ທາງກອງປະຊຸມຍັງໄດ້ຕົກລົງກັນທີ່ຈະເປັນເຈົ້າພາບຈັດກອງປະຊຸມຄະນະກຳມາ
ທິການຮ່ວມຊາຍແດນ ລາວ-ກຳປູເຈຍຄັ້ງທີ 6 ຂຶ້ນທີ່ກຸງພະນົມເປັນ ໃນວັນທີ 26 ຫາ 27
ກຸມພາຈະມານີ້.