ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ແລະ ກຳປູເຈຍ ຕົກລົງ ທີ່ຈະເຮັດວຽກ ຮ່ວມກັນ ແກ້ໄຂ ບັນຫາຂັດແຍ້ງ ຊາຍແດນ


ທ່ານປຣາກ ໂຊຄົນ ລັດຖະມົນຕີຕ່າງປະເທດ ແລະການຮ່ວມມື ສາກົນ ຂອງກຳປູເຈຍ
ທ່ານປຣາກ ໂຊຄົນ ລັດຖະມົນຕີຕ່າງປະເທດ ແລະການຮ່ວມມື ສາກົນ ຂອງກຳປູເຈຍ

ລາວແລະກຳປູເຈຍ ໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາຂັດແຍ້ງຊາຍ
ແດນ ໃນຂະນະທີ່ລັດຖະມົນຕີການຕ່າງປະເທດ ຂອງປະເທດທັງສອງ ພົບປະກັນ ໃນ
ມື້ວັນພຸດຜ່ານມານີ້.

ລັດຖະມົນຕີການຕ່າງປະເທດແລະການຮ່ວມມືສາກົນ ຂອງກຳປູເຈຍ ທ່ານປຣາກ ໂຊ
ຄົນ (Prak Sokhonn) ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ
ທ່ານສະເຫຼີມໄຊ ກົມມະສິດ ໃນວັນພຸດ ທີ 16 ພຶດສະພາຜ່ານມາເພື່ອປຶກສາຫາລືກ່ຽວ
ກັບການຊອກຫາຊ່ອງທາງແກ້ໄຂ ບັນຫາຊາຍແດນທີ່ຍັງຄົງຄ້າງລະຫວ່າງປະເທດທັງ
ສອງ ໃຫ້ມີຄວາມຄືບໜ້າ ແລະກ້າວໄປສູ່ຄວາມສຳເລັດ ຕະຫຼອດເສັ້ນຊາຍແດນທີ່ຍັງ
ເຫຼືອຢູ່ 14 ເປີເຊັນຂອງຊາຍແດນທີ່ຍາວທັງໝົດ 535 ກິໂລແມັດນັ້ນ ອີງຕາມເວັບໄຊ
ຂອງກະຊວງການຕ່າງປະເທດ ສປປ ລາວ.

ໃນລະຫວ່າງການພົບປະກັນ ລັດຖະມົນຕີທັງສອງ ຍັງໄດ້ຕົກລົງກັນ ທີ່ຈະຊຸກຍູ້ໃຫ້ຄະ
ນະກຳມະການຊາຍແດນ ຂອງສອງປະເທດ ມີການພົບປະກັນຫຼາຍຂຶ້ນ ເພື່ອພ້ອມກັນ
ແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງລະຫວ່າງປະເທດທັງສອງ ໃຫ້ສຳເລັດລຸລ່ວງ ໃນ
ເວລາອັນຄວນ. ພ້ອມດຽວກັນນີ້ ທັງສອງຝ່າຍ ຍັງຈະສ້າງຕັ້ງກົນໄກ ປະສານງານຂັ້ນ
ກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຂອງປະເທດທັງສອງ.

ໃນປີກາຍນີ້ ບັນຫາຊາຍແດນລະຫວ່າງປະເທດທັງສອງ ໄດ້ແກ່ຍາວມາເປັນເວລາ
ຫຼາຍເດືອນ ໂດຍທີ່ກຳປູເຈຍ ກ່າວຫາລາວວ່າ ສົ່ງທະຫານ 30 ກວ່າຄົນ ເຂົ້າໄປໃນ
ແຂວງສະຕຶງເຕຣງ ທີ່ລາວເອີ້ນວ່າຊຽງແຕງ ຈົນເຖິງຂັ້ນ ນາຍົກລັດຖະມົນຕີຮຸນເຊນ
ໄດ້ຍື່ນຄຳຂາດໃຫ້ລາວຖອນທະຫານອອກໄປຈາກເຂດແດນຂອງຕົນ ຊຶ່ງຝ່າຍລາວ
ຢາກໃຫ້ກຳປູເຈຍຢຸດເຊົາການສ້າງທາງໃນເຂດຊາຍແດນແລະອະນຸຍາດໃຫ້ຄະນະ
ກຳມະການຊາຍແດນ ຂອງປະເທດທັງສອງໄປກວດກາເບິ່ງກ່ອນ.

ບັນຫາດັ່ງກ່າວ ໄດ້ຜ່ອນຄາຍລົງ ຫລັງຈາກທ່ານຮຸນເຊນ ເດີນທາງໄປພົບປະກັບ
ທ່ານທອງລຸນ ສີສຸຸລິດ ນາຍົກລັດຖະມົນຕີ ຂອງ ສປປ ລາວ ທີ່ນະຄອນວຽງຈັນ.

XS
SM
MD
LG