ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ເຈ​ລະ​ຈາ ​ເພື່ອ​ປັກ​ປັນ​ເຂດ​ແດນ ລະ​ຫວ່າງ ລາວ​ກັບ​ກຳ​ປູ​ເຈຍ ສືບ​ຕໍ່​ ໃນ​ເຂດ​ຂັດ​ແຍ້ງ​ກັນ ທີ່​ເຫຼືອ​ຢູ່ 14 ເປີ​ເຊັນ


ພາບ​ຖ່າຍ​ຈາກ​ເທິງ​ອາ​ກາດ ເຂດ​ຊາຍ​ແດນ​ລະ​ຫວ່າງ ລາວ ກັບ ກຳ​ປູ​ເຈຍ ທີ່​ຍັງ​ມີ​ບັນ​ຫາ​ຄົງ​ຄ້າງ
ພາບ​ຖ່າຍ​ຈາກ​ເທິງ​ອາ​ກາດ ເຂດ​ຊາຍ​ແດນ​ລະ​ຫວ່າງ ລາວ ກັບ ກຳ​ປູ​ເຈຍ ທີ່​ຍັງ​ມີ​ບັນ​ຫາ​ຄົງ​ຄ້າງ

ການ​ເຈ​ລະ​ຈາ​ເພື່ອ​ປັກ​ປັນ​ເຂດ​ແດນ ລະ​ຫວ່າງ ລາວ​ກັບ​ກຳ​ປູ​ເຈຍ ສືບ​ຕໍ່​ໃນ​ເຂດ​ຂັດ​ແຍ້ງ​ກັນ ຊຶ່ງ​ຄິດ​ເປັນ 14 ເປີ​ເຊັນ​ ຂອງ​ເຂດ​ແດນ​ທັງ​ໝົດ ພາຍ​ໃຕ້​ຫລັກ​ການ​ຂອງ​ການ​ເຈ​ລະ​ຈາ ແລະ​ຕົກ​ລົງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ.


ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຖະ​ແຫລງ​ຢືນ​ຢັນ​ວ່າ ການ​ເຈ​ລະ​ຈາ​ປັກ​ປັນ​ເຂດ​ຊາຍ​ແດນ ລະ​ຫວ່າງ ລາວ​ກັບ​ກຳ​ປູ​ເຈຍ ໄດ້​ຄືບ​ໜ້າ​ໄປ​ແລ້ວ ຄິດ​ເປັນ 86 ເປີ​ເຊັນ ຂອງ​ເຂດ​ແດນ​ທັງ​ໝົດ ລະ​ຫວ່າງ 2 ປະ​ເທດ ຈຶ່ງ​ຍັງ​ເຫຼືອ​ເຂດ​ແດນ​ພຽງ 14 ເປີ​ເຊັນ ເທົ່າ​ນັ້ນ ທີ່​ຄະ​ນະ​ກຳ​ມາ​ທິ​ການ​ຊາຍ​ແດນ​ຮ່ວມ ລະ​ຫວ່າງ ລາວກັບ​ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາເພື່ອ​ຕົກ​ລົງ​ກັນ​ໃຫ້​ໄດ້ ພາຍ​ໃຕ້​ຫລັກ​ການ​ຂອງ​ການ​ເຈ​ລະ​ຈາ ແລະ​ຕົກ​ລົງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ ກໍ​ຄື​ຈຸດ​ໃດ​ທີ່​ຕົກ​ລົງ​ກັນ​ບໍ່​ທັນ​ໄດ້ ກໍ​ໃຫ້​ຂ້າມ​ໄປ​ຈຸດ​ທີ່​ຕົກ​ລົງ​ກັນ​ໄດ້​ກ່ອນ ດັ່ງ​ທີ່ ທ່ານ​ສະ​ເຫຼີມ​ໄຊ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ສະ​ພາບ​ກໍ​ຄື​ຖື​ວ່າ ປົກ​ກະ​ຕິ ພວກ​ເຮົາ​ກໍ​ໄດ້​ມີ​ກົນ​ໄກ​ການ​ປຶກ​ສາ​ຫາ​ລື 2 ຝ່າຍ ອັນ​ນັ້ນ ກະ​ແມ່ນ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ຊາຍ​ແດນ ລາວ-ກຳ​ປູ​ເຈຍ : ກຳ​ປູ​ເຈຍ-ລາວ ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ກະ​ສຳ​ເລັດ​ແລ້ວ 86 ເປີ​ເຊັນ ຍັງ​ເຫຼືອ 14 ເປີ​ເຊັນ ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ ຈຸດ​ໃດ​ທີ່​ພວກ​ເຮົ​າ​ຍັງ​ຕົກ​ລົງ​ກັນ​ບໍ່​ທັນ​ໄດ້ ພວກ​ເຮົາ​ກະ​ສືບ​ຕໍ່​ປຶກ​ສາ​ຫາ​ລື ຈຸດ​ໃດ​ທີ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ ພວກ​ເຮົາ​ກະ​ດຳ​ເນີນ​ການ​ເລີຍ.”

ໂດຍ​ອີງ​ຕາມ​ຖະ​ແຫລງ​ການ​ຮ່ວມ ລະ​ຫວ່າງ ລັດ​ຖະ​ບານ​ລາວ ກັບ​ກຳ​ປູ​ເຈຍ ທີ່​ຈັດ​ທຳ​ຂຶ້ນ​ໃນ​ໂອ​ກາດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​ໂດຍ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຕາມ​ການ​ເຊີນ​ຂອງ ທ່ານ​ຮຸນ ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ໃນ​ວັນ​ທີ 12-13 ກັນ​ຍາ 2019 ຜ່ານ​ມາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ ໄດ້​ຕົກ​ລົງ​ຮ່ວມ​ກັນ​ຢ່າງ​ຄັກ​ແນ່​ວ່າ ໃຫ້​ຖື​ເອົາ​ຈຸດ​ຊາຍ​ແດນ​ທີ່​ບໍ​ລິ​ເວນ​ແກ້ງ​ຕໍ​ມໍ​ຄອຍ-ຫ້ວຍ​ຕະ​ເງົາ ​ເປັນຈຸດ​ຊາຍ​ແດນ​ຄົງ​ຄ້າງ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ດັ່ງ​ນັ້ນ ຈຶ່ງ​ເຫັນ​ດີ ບໍ່​ໃຫ້​ມີ​ກຳ​ລັງ​ທະ​ຫານ​ຂອງ​ຝ່າຍ​ໃດ​ຢູ່​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ ທັງ​ບໍ່​ໃຫ້​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່ຫຼືບໍ່​ໃຫ້​ດຳ​ເນີນ​ກິດ​ຈະ​ກຳ​ໃດໆ ແລະ​ໃຫ້​ມີ​ການກວດ​ກາ​ຮ່ວມ​ກັນ​ທັງ​ທາງ​ບົກ ທາງ​ນ້ຳ ແລະ​ທາງ​ອາ​ກາດ ໂດຍ​ການກວດ​ການັ້ນ ກໍ​ສາ​ມາດ​ດຳ​ເນີນ​ການ​ໄດ້ ​ດ້ວຍການ​ໃຊ້​ກຳ​ລັງ​ຄົນ​ ແລະ​ການ​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ (Drone) ພ້ອມ​ກັນ​ນີ້ ທັງ​ສອງ​ຝ່າຍ ກໍ​ຍັງ​ຈະ​ຮ່ວມ​ກັນ​ຮ່າງ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ກຳ​ນົດ​ເສັ້ນ​ຊາຍ​ແດນ ແລະ​ການ​ປັກ​ຫລັກ​ໝາຍ​ຊາຍ​ແດນ ລະ​ຫວ່າງ​ກັນ ໃຫ້​ສຳ​ເລັດ​ໂດຍ​ໄວ​ອີກ​ດ້ວຍ.

ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ​ກອງ​ທັບ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈ​ຍ ໄດ້​ຕົກ​ລົງ​ພ້ອມ​ກັນ ຖອນ​ກຳ​ລັງ​ທະ​ຫານ​ຂອງ​ທັງ​ສອບ​ຝ່າຍ ອອກ​ຈາກ​ຈຸດ​ຊາຍ​ແດນ​ຄົງ​ຄ້າງ ທີ່​ຕິດ​ຕໍ່​ລະ​ຫວ່າງເຂດ​ເມືອງ​ມູນ​ລະ​ປະ​ໂມກ ແຂວງ​ຈຳ​ປາ​ສັກ ກັບ​ເມືອງ​ຈອມ​ກະ​ສານ ແຂວງ​ພະ​ວິ​ຫານ​ ເມື່ອ​ວັນ​ທີ 29 ສິງ​ຫາ 2019 ທີ່​ຜ່ານ​ມາ.
ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ​ກອງ​ທັບ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈ​ຍ ໄດ້​ຕົກ​ລົງ​ພ້ອມ​ກັນ ຖອນ​ກຳ​ລັງ​ທະ​ຫານ​ຂອງ​ທັງ​ສອບ​ຝ່າຍ ອອກ​ຈາກ​ຈຸດ​ຊາຍ​ແດນ​ຄົງ​ຄ້າງ ທີ່​ຕິດ​ຕໍ່​ລະ​ຫວ່າງເຂດ​ເມືອງ​ມູນ​ລະ​ປະ​ໂມກ ແຂວງ​ຈຳ​ປາ​ສັກ ກັບ​ເມືອງ​ຈອມ​ກະ​ສານ ແຂວງ​ພະ​ວິ​ຫານ​ ເມື່ອ​ວັນ​ທີ 29 ສິງ​ຫາ 2019 ທີ່​ຜ່ານ​ມາ.

ກ່ອນ​ໜ້ານີ້ ກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ​ກອງ​ທັບ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈ​ຍ ໄດ້​ຕົກ​ລົງ​ພ້ອມ​ກັນ ຖອນ​ກຳ​ລັງ​ທະ​ຫານ​ຂອງ​ທັງ​ສອບ​ຝ່າຍ ອອກ​ຈາກ​ຈຸດ​ຊາຍ​ແດນ​ຄົງ​ຄ້າງ ທີ່​ຕິດ​ຕໍ່​ລະ​ຫວ່າງເຂດ​ເມືອງ​ມູນ​ລະ​ປະ​ໂມກ ແຂວງ​ຈຳ​ປາ​ສັກ ກັບ​ເມືອງ​ຈອມ​ກະ​ສານ ແຂວງ​ພະ​ວິ​ຫານ​ ເມື່ອ​ວັນ​ທີ 29 ສິງ​ຫາ 2019 ທີ່​ຜ່ານ​ມາ ຫລັງ​ຈາກ​ທີ່​ກຳ​ລັງ​ທະ​ຫານ​ຂອງ​ທັງ​ສອງ​ຝ່າຍ ໄດ້​ປະ​ເຊີນ​ໜ້າ​ກັນ​ຢູ່​ໃນ​ພື້ນ​ທີ່​ດັ່ງ​ກ່າວ ເປັນ​ເວ​ລາ​ເກືອບ 2 ສັບ​ປະ​ດາ ທັງ​ຍັງ​ຖື​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ທ່າ​ນ​ຮຸນ ເຊັນ ໄດ້​ເຊື້ອ​ເຊີນ​ໃຫ້​ທ່ານ​ທອງ​ລຸນ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ໃນ​ເດືອນ​ກັນ​ຍາ 2019 ດັ່ງ​ກ່າວ.

ທັງ​ນີ້ ໂດຍ​ເຂດ​ຊາຍ​ແດນ​ທີ່​ຂັດ​ແຍ້ງ​ກັນ ລະ​ຫວ່າງ ລາວ​ກັບ​ກຳ​ປູ​ເຈຍ ທີ່​ແກ້ງ​ຕໍ​ມໍ​ຄອຍ ກັບ​ຫ້ວຍ​ຕະ​ເງົາ ເປັນ​ຊາຍ​ແດນ ລະ​ຫວ່າງ​ ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ແລະ​ເມືອງ​ແສນ​ປາງ ແຂວງ​ສະ​ຕຶງ​ແຕ​ຣັງ​ຂອງ​ກຳ​ປູ​ເຈຍ ມີ​ເນື້ອ​ທີ່ກວ້າງ​ເຖິງ 550 ກິ​ໂລ​ແມັດ​ມົນ​ທົນ ຊຶ່ງ​ທາງ​ການ​ທັງ​ 2 ຝ່າຍ ໄດ້​ອ້າງ​ເຂດ​ແດນ​ໂດຍ​ຖື​ຕາມ​ແຜນ​ທີ່ ທີ່​ແຕກ​ຕ່າງ​ກັນ ແລະ​ຝ່າຍ​ກຳ​ປູ​ເຈຍ ຍັງ​ໄດ້​ກໍ່​ສ້າງ​ທາງ​ເຂົ້າ​ມາ​ໃນ​ເຂດ​ດັ່ງ​ກ່າວ​ດ້ວຍນັ້ນ ຈຶ່ງ​ເກີດ​ການ​ຂັດ​ແຍ້ງ ແລະ​ເກີດ​ການ​ປະ​ເຊີນ​ໜ້າ​ກັນ​ທາງ​ທະ​ຫານ ນັບ​ແຕ່​ເດືອນ​ສິງ​ຫາ 2017 ເປັນ​ຕົ້ນ​ມາ.

ທາງ​ການ​ລາວ-ກຳ​ປູ​ເຈຍ ໄດ້​ຕົກ​ລົງ​ກ່ຽວ​ກັບ​ຊາຍ​ແດນ​ໃນ​ປີ 1995 ແລະ​ເລີ້ມ​ການ​ສຳ​ຣວດ​ຕົວ​ຈິງ ໃນ​ປີ 2000 ໃນ​ປັດ​ຈຸ​ບັນ ສາ​ມາດ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ຮ່ວມ​ກັນ​ໄດ້​ແລ້ວ 121 ຫລັກ​ໃນ​ໄລ​ຍະ​ທາງ 465 ກິ​ໂລ​ແມັດ ຄິດ​ເປັນ 86 ເປີ​ເຊັນ ຂອງ​ຊາຍ​ແດນ​ທີ່​ມີ​ໄລ​ຍ​ຍະ​ທາງ​ຍາວ 535 ກິ​ໂລ​ແມັດ ພາຍ​ໃຕ້​ຫລັກ​ການ​ທີ່​ຮັບ​ຮູ້​ເຂດ​ແດນ​ທີ່​ອີງ​ຕາມ​ແຜນ​ທີ່ ມາດ​ຕາ​ສ່ວນ 1 ຕໍ່ 100,000 (ປີ 1933) ຫລັກ​ການ​ສາ​ກົນ​ກ່ຽວ​ກັບ​ການ​ຂີດ​ເສັ້ນ​ຊາຍ​ແດນ ຫລັກ​ການ​ຄຸ້ມ​ຄອງ​ສືບ​ທອດ​ກັນ​ມາ​ຂອງ​ປະ​ຊາ​ຊົນ ຫລັກ​ການ​ຂອງ​ຄວາມ​ສະ​ເໝີ​ພາບ ຫລັກ​ການ​ເຄົາ​ລົບ​ໃນ​ສິດ ແລະ​ຜົນ​ປະ​ໂຫຍດ ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງ​ສົມ​ບູນ.

XS
SM
MD
LG