ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຽງເອີ້ນຈາກຫົວໃຈ - ໝີ້ ສາຍພູຊໍາ


ໝີ້ ສາຍພູຊໍາ
ໝີ້ ສາຍພູຊໍາ
ສະບາຍ​ດີ​ແຟນລາຍການ​ທຸກໆ​ທ່ານ ວັນນະ​ສອນ​ດີໃຈທີ່ໄດ້
ກັບມາຕອບຈົດໝາຍແລະຈັດເພງໃຫ້ຕາມຄໍາຂໍຂອງທ່ານ
ຜູ້ຟັງ​ ຂັບຊໍາເໜືອທີ່ຈະຫິ້ນໃຫ້ຟັງຕໍ່ໄປນີ້​ ມີຊື່ວ່າ “ສຽງເອີ້ນ
ຈາກຫົວໃຈ
​” ຂັບໂດຍສິນລະປິນສາວ ໝໍລໍາສຽງດີ ທີ່ເລືອງຊື່
ຈາກສປປ ລາວ​ ໝີ້ ສາຍພູຊໍາ ​ທີ່ໄດ້ນໍາເອົາຂັບຊໍາເໜືອ
ມາປະຍຸກໃໝ່ ແບບປະສົມປະສານ ທີ່ໃຊ້ທໍານອງແລະຈັ່ງຫວະ
ຂອງລໍາຜູ້ໄທ ລໍາລາວຂະໜານແທ້ທາງພາກໃຕ້ ຈັດໃຫ້ຕາມ
ຄໍາຂອງຂອງຍາລຸງ ສະຫວ່າງ ທອງບໍ່ ຈາກຈັງວັດໜອງບົວ
ລໍາພູ ແຟນປະຈໍາລາຍການ​ທີ່ຂຽນເຂົ້າມາອວຍພອນປີໃໝ່
ແລະຂໍປະຕິທິນທຸກປີ​ ຈົນຄຸ້ນເຄີຍກັນ ປຽບສະເໝືອນຍາດ
ຜູ້ໃຫຍ່​ ວັນນະສອນຕ້ອງຂໍຂອບໃຈ ນໍາຍາລຸງທີ່ຄອຍຕິດຕາມ
ຮັບຟັງແລະຂຽນຈມ ເຂົ້າມາຫາທາງເຮົາ ຢ່າງສະໝໍ່າສະເໝີ​
ຂໍເຊີນມ່ວນຊື່ນກັບຂັບລໍາລາວໄດ້ເລີຍ…





ເພງ “ຝາກຮັກ” ເປັນເພງທີ່ ເອ ເພັດປຣະສົງແລະແສງດາວວີ ຮ້ອງຄູ່ກັນ ຈັດມອບ
ໃຫ້ທ່ານ ໃຈຊື່ ຈາກນະຄອນຫຼວງວຽງຈັນ ທີ່ຂຽນຂໍ້ຄວາມຝາກໄວ້ໃນ Website ຂອງ
VOA ທີ່ວ່າ…ຊີວິດຄົນເຮົານີ້ ກະບໍ່ມີຫຍັງຫຼາຍດອກ ໄດ້ຢູ່ດີກິນດີ​ ປະພຶດປະຕິບັດ
ດີໃຫ້ກັບຕົວເອງແລະຄອບຄົວ ຄົນຮອບຂ້າງຮອບແອວ​ ​ໄປເບິ່ງໜັງບ່ອນ​ອື່ນ​ແລະມາ
ຟັງເພງມ່ວນໆກັບລາຍການສຽງເພງຈາກແດນໄກດີກວ່າ… ເພາະຊີວິດນີ້ ກໍມີພຽງແຕ່
ເທົ່ານີ້ລະ…ເອົາໄປເພງນີ້ພ້ອມໆກັນເລີຍ…



ຈັ່ງໃດກໍໄດ້ຈັດຂັບລໍາລາວໃຫ້ຟັງໄປແລ້ວ ວັນນະສອນຂໍເພີ່ມຂັບລໍາລາວໃຫ້ຟັງ
ຕື່ມອີກເພງນຶ່ງ ໃນບົດເພງ ສາວງື່ມບ່າວຜູ້ໄທ ໂດຍ ໄຊ ສະຫວັນ ລໍາກ້ຽວກັນກັບ
ຫຼ້າ ລູກໝາກນາວ​ ຂໍຈັດມອບໃຫ້ທຸກໆທ່ານທີ່ມັກຮັກຟັງຂັບລໍາລາວ ແບບນີ້. ​

XS
SM
MD
LG