ເຖິງແມ່ນວ່າຈະເລີ້ມເປີດເມືອງຄືນຢ່າງເຕັມສ່ວນ ຫລື ເກືອບໝົດທຸກດ້ານ ນັບແຕ່ທ້າຍເດືອນທັນວາ 2021 ມາແລ້ວກໍຕາມ ແຕ່ທຸລະກິດຫລາຍແຫ່ງໃນລາວກໍຍັງປະສົບຄວາມຫຍຸ້ງຍາກຢູ່ທີ່ຈະຟື້ນຕົວຄືນໄດ້ ຂະນະທີ່ການລະບາດ ຂອງພະຍາດໂຄວິດ-19 ຍ່າງເຂົ້າປີທີ 3 ຢູ່ນີ້, ອີງຕາມນັກສັງເກດການດ້ານເສດຖະ ກິດ ທີ່ສັງກັດໃນອົງການສາກົນທ່ານນຶ່ງ ເວົ້າວ່າ:
ທ່ານກ່າວອີກວ່າເນື່ອງຈາກລາວ ບໍ່ມີການຜະລິດຂະໜາດໃຫຍ່ຈຶ່ງກາງຕໍ່ອາໄສ ການຂຸດຄົ້ນຊັບພະຍາກອນແລະການທ່ອງທ່ຽວ ເປັນຫລັກໃນການຜັກດັນເສດ ຖະກິດໃຫ້ຂະຫຍາຍຕົວ. ແຕ່ວ່າຢູ່ໃນໄລຍະທີ 1 ຂອງການເປີດປະເທດ ຄືນ ຊຶ່ງຍັງບໍ່ທັນ ໄດ້ເປີດໃຫ້ນັກທ່ອງທ່ຽວທົ່ວໄປເທື່ອ ກໍຈຶ່ງເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາລາວໜ້ອຍທີ່ສຸດ ດັ່ງທີ່ທ່ານອາດາມ ແດໂຣ, ອະດີດຜູ້ຈັດການຮ້ານອາຫານທີ່ອາໄສຢູ່ລາວມາໄດ້ເກືອບ 10 ປີແລ້ວ ເລົ່າສູ່ຟັງວ່າ:
“ລາວເປັນປະເທດທີ່ມັກຖືກເອີ້ນວ່າ ຂາດເງິນສົດໄຫລວຽນຢ່າງຄ່ອງຕົວເພາະມັນຖືກກະທົບໜັກຈາກໂຄວິດຫລາຍອີ່ຫລີ ຍ້ອນມີຂໍ້ຈຳກັດຕ່າງໆ ແລະປະເທດກໍຖືກປິດລົງ. ສະນັ້ນ, ຕາມທີ່ພວກເຮົາເຫັນໃນບ່ອນທີ່ພວກເຮົາຢູ່ໜີ້ ໃນນະຄອນຫລວງວຽງຈັນໜີ້ ຫລາຍສິ່ງຫລາຍຢ່າງກໍໄດ້ເປີດຂຶ້ນມາແດ່ແລ້ວໃນ 2, 3 ອາທິດຫລັງມາໜີ້ເທົ່ານັ້ນ. ເຂົາເຈົ້າກໍມີໂຄງການວີຊາສີຂຽວ ແຕ່ວ່າກໍມີແຕ່ນັກທ່ອງທ່ຽວທີ່ມາແບບເປັນກຸ່ມເທົ່ານັ້ນຈຶ່ງເຂົ້າໄດ້.”
ສະພາບການນີ້ຍັງຈະສືບຕໍ່ເຮັດໃຫ້ການຟື້ນຕົວຂອງທຸລະກິດລາວຊັກຊ້າ ຂະນະທີ່ສ່ວນໃຫຍ່ຂອງໂລກລວມທັງລາວເອງກໍຍັງບໍ່ທັນສາມາດຄວບຄຸມການລະບາດຂອງໂຄວິດ-19 ໄດ້ຢ່າງມີຜະສິດທິຜົນເທື່ອຢູ່ນີ້.