ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຸລະກິດຂອງຄົນລາວໃນ ສະຫະລັດ ປະສົບບັນຫາຈາກວິກິດການຕ່ອງໂສ້ການສະໜອງສິນຄ້າ


ປະຊາຊົນຍ່າງຜ່ານຕູ້ເຢັນທີ່ເປົ່າຫວ່າຢູ່ຮ້ານຊັບພະສິນຄ້າໃນເມືອງ ແຄຣນເບີຣີ ທາວນ໌ຊິບ (Cranberry Township), ລັດ ເພັນຊິລເວເນຍ, 11 ມັງກອນ, 2022.
ປະຊາຊົນຍ່າງຜ່ານຕູ້ເຢັນທີ່ເປົ່າຫວ່າຢູ່ຮ້ານຊັບພະສິນຄ້າໃນເມືອງ ແຄຣນເບີຣີ ທາວນ໌ຊິບ (Cranberry Township), ລັດ ເພັນຊິລເວເນຍ, 11 ມັງກອນ, 2022.

ການຂາດແຄນສິນຄ້າໃນ ສະຫະລັດ ໄດ້ເລີ່ມຂຶ້ນຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະບາດໄວຣັສໂຄໂຣນາໃນປີ 2020.

ການກັກບໍລິເວນໄວຣັສໂຄໂຣນາໄດ້ສ້າງຄວາມເສຍຫາຍຢ່າງມະຫາສານຕໍ່ຕ່ອງໂສ້ການສະໜອງສິນຄ້າ. ອຸດສາຫະກຳຫຼາຍແຫ່ງ ໄດ້ຈຳກັດລະດັບກຳມະກອນຂອງເຂົາເຈົ້າຍ້ອນຄວາມຢ້ານກົວວ່າຈະເຮັດໃຫ້ COVID-19 ແຜ່ລາມອອກໄປຕື່ມ.

ດ້ວຍກຳມະກອນທີ່ໜ້ອຍລົງເພື່ອຜະລິດສິນຄ້າ, ຂົນສົ່ງ ແລະ ສາງເກັບເຄື່ອງບໍ່ມີບ່ອນບັນຈຸນັ້ນ, ມັນໄດ້ເຮັດໃຫ້ມີຄວາມຍາກຂຶ້ນທີ່ຈະຂົນສົ່ງສິນຄ້າທັງຫຼາຍໄປຈຸດໝາຍປາຍທາງສຸດທ້າຍ.

ທຸລະກິດຕ່າງໆນັບຈາກເຄື່ອງ ອີເລັກໂທຣນິກ, ລົດຍົນ ແລະ ອາຫານ ແມ່ນກຳລັງປະເຊີນກັບບັນຫາໜັກໃນເວລານີ້. ທຸລະກິດຂອງຄົນລາວຈຳນວນຫຼາຍກໍປະເຊີນກັບບັນຫານີ້ເຊັ່ນກັນ ດັ່ງທີ່ທ່ານນາງ ອາເລັກສ໌ ເຈົ້າຂອງບໍລິສັດນໍ້າຕຳໝາກຫຸ່ງ Ninja Foods ໄດ້ກ່າວຕໍ່ພວກເຮົາວ່າ “ບັນຫາຂອງເຂົາແມ່ນຄົນກິນຫຼາຍຂຶ້ນ ເຮົາບໍ່ມີເຄື່ອງຜະລິດໃຫ້ເຂົາເຈົ້າບາດນີ້. ມັນກະເລີຍມີບັນຫາ,​ ຕ້ອງໄດ້ສົ່ງໃຫ້ເຂົາເຈົ້າຊ້າລົງ. ເຂົາເຈົ້າບໍ່ໄດ້ເຄື່ອງຂາຍໃຫ້ລູກຄ້າ, ອິຫຍັງມັນກະຊ້າລົງແມ່ນບໍ່ຊ່ວງປີສອງປີນີ້ແຫຼະທີ່ວ່າມັນໝົດ.”

Ninja Foods ນຳເຂົ້າເຄື່ອງປະກອບສິນຄ້າຂອງເຂົາເຈົ້າຈາກປະເທດ ໄທ.

ນອກຈາກການຂາດແຄນສິນຄ້າຕ່າງໆ ຖ້ຽວບິນທີ່ຈະເດີນທາງໄປຫຼາຍໆປະເທດກໍຂາດແຄນນເຊັ່ນກັນ, ເຊິ່ງຄົນລາວທີ່ອາໄສຢູ່ ສະຫະລັດ ສ່ວນໃຫຍ່ແມ່ນບໍ່ໄດ້ເດີນທາງເມືອຢາມບ້ານ ເກືອບສາມປີແລ້ວ. ດັ່ງທີ່ນາງ ພອນພິມົນ ໄດ້ກ່າວຕໍ່ພວກເຮົາວ່າ “ຕັ້ງແຕ່ໂຄວິດມານີ້ກະຍັງບໍ່ໄດ້ເມືອ, ຄິດຮອດພໍ່ແມ່ຫຼາຍ, ແຕ່ຫວັງວ່າທ້າຍປີນີ້ຈະໄດ້ໄປຢາມເພິ່ນອີກ ອັນນີ້ກະປີທີສາມແລ້ວທີ່ຍັງບໍ່ໄດ້ເຫັນ
ໜ້າເຫັນຕາເພິ່ນ.”

ລາຄາສິນຄ້າ, ອາຫານ, ນໍ້າມັນລົດ ແລະ ອື່ນໆແມ່ນໄດ້ຂຶ້ນຢ່າງຕໍ່ເນື່ອງ,​ ແລະ ກໍບໍ່ມີທ່າທາງວ່າ ວິກິດການນີ້ຈະສິ້ນສຸດລົງໃນໄວໆນີ້.

XS
SM
MD
LG