ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວ ເຮັດສວນໝາກລຳໄຍ ທີ່ໃຫຍ່ທີ່ສຸດໃນ ສະຫະລັດ


Longans
Longans

ໝາກໄມ້ເຂດຮ້ອນເຊັ່ນໝາກໄມ້ຈາກເອເຊຍຕາເວັນອອກສຽງໃຕ້ ເປັນໝາກໄມ້ຫາຍາກ ແລະ ມີລາຄາແພງຢູ່ໃນ ສະຫະລັດ. ຖ້າເວົ້າເຖິງໝາກມັງຄຸດ, ໝາກຖົ່ວລຽນ ແລະ ໝາກຂຽບແລ້ວ ທ່ານອາດຕ້ອງໄດ້ພິຈາລະນາເປັນຢ່າງດີກ່ອນຕັດສິນໃຈຊື້. ແຕ່ມີຄົນລາວບໍ່ເທົ່າໃດຄົນ ທີ່ເຮັດສວນປູກໝາກໄມ້ເຂດຮ້ອນດັ່ງ ກ່າວນີ້. ພຸດທະສອນ ມີລາຍງານ ກ່ຽວກັບ ຄົນລາວທີ່ ເຮັດສວນໝາກລຳໄຍຢູ່ລັດ ຟລໍຣິດາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໝາກລຳໄຍເຢັນຫວານໆແມ່ນແຊບທີ່ສຸດໃນລະດູຮ້ອນ. ປັດຈຸບັນນີ້ແມ່ນມີຂາຍທຸກປີໃນຕະຫຼາດ ສະຫະລັດ. ທ່ານ ທຣອຍ ປຣະພັນຈິດ, ເປັນເຈົ້າຂອງສວນໝາກລຳໄຍທີ່ໃຫຍ່ທີ່ສຸດຢູ່ໃນ ສະຫະລັດ. ມີພື້ນທີ່ປູກໝາກລຳໄຍ 20 ເຮັກຕາ ຈາກເນື້ອ 40 ເຮັກຕາ, ມີຕົ້ນລຳໄຍທັງໝົດ 2000 ຕົ້ນ.

ສວນໝາກລຳໄຍຂອງທ່ານ ທຣອຍ ຊື່ວ່າ 1866 Longans, ຕັ້ງຢູ່ເມືອງ ຝອດ ເພຍສ໌, ລັດ ຟລໍຣິດາ.

ທ່ານ ທຣອຍ ປຣະພັນຈິດ, ເຈົ້າຂອງສວນໝາກລຳໄຍກ່າວວ່າ “ຟາມເຮົານີ້

ເປັນຟາມລຳໄຍທີ່ວ່າໃຫຍ່ກວ່າໝູ່ ແລະ ປ່ອຍໃຫ້ຄົນເຂົ້າໄປ. ສ່ວນຫຼາຍຄັນຟາມໃຫຍ່ແລ້ວເຂົາບໍ່ປ່ອຍໃຫ້ຄົນເຂົ້າໄປສວນເຂົາ. ສ່ວນຫຼາຍມີແຕ່ຟາມເຮົານີ້ເພາະວ່າຈຸດປະສົງເລີ່ມຕົ້ນຟາມເຮົານີ້ ກະຢາກໃຫ້ຄົນມາເກັບ ແລະ ມັນໃກ້ Disney ອີກ, ໃກ້ບ່ອນທ່ອງທ່ຽວ. ສ່ວນຫຼາຍເຂົາມີສວນມີແຕ່ລົງໄປໃຕ້ພຸ້ນແຖວ ໄມອາມີ ແຖວ ໂຮມສເຕດ ພຸ້ນ. ບັດນີ້ ຄົນເຮົາຢູ່ນີ້ສ່ວນຫຼາຍເຂົາກະບໍ່ຢາກໄປຄັນມັນໄກຫັ້ນນະ. ຂີ່ລົດກະປະມານ 4-5 ຊົ່ວໂມງ. ປະມານ 100 ໄມຈາກ Disney.”

ຮູບແບບການຂາຍໝາກລຳໄຍຂອງທ່ານ ທຣອຍ ແມ່ນມີສາມແບບ, ນຶ່ງກໍແມ່ນໃຫ້ຄົນເຂົ້າໄປເກັບເອົາຢູ່ສວນ, ສອງແມ່ນໃຫ້ຜູ້ຮັບເໝົາເຂົ້າມາຄວບຄຸມເອົາບ່ອນທີ່ເຂົາເຈົ້າຢາກໄດ້ ແລະ ສາມແມ່ນຈ້າງກຳມະກອນມາເກັບ ແລະ ຈັດໃສ່ກ່ອງສົ່ງຂາຍໃຫ້ຮ້ານຕ່າງໆ.

ທ່ານ ທຣອຍ ຂາຍໝາກລຳໄຍໃຫ້ຄົນທີ່ມາເກັບເອົາຢູ່ສວນແມ່ນ 3 ໂດລາຕໍ່ນຶ່ງປອນ. ທ່ານເວົ້າວ່າຄົນສາມາດເຂົ້າມາສວນ, ເກັບກິນໝາກລຳໄຍຈົນອີ່ມ ແລ້ວຈຶ່ງຊັ່ງນໍ້າໜັກ ຊື້ເອົາເມືອກິນຢູ່ບ້ານໄດ້. ທ່ານກ່າວວ່າ ການທີ່ອະນຸຍາດໃຫ້ຄົນເກັບກິນຢູ່ສວນກ່ອນນັ້ນກໍເພື່ອຢາກໃຫ້ເຂົາເຈົ້າດີໃຈ, ມີຄວາມສຸກ.

ໝາກລຳໄຍເປັນໝາກໄມ້ຕາມລະດູການ, ແຕ່ທ່ານ ທຣອຍ ໄດ້ໄປທຳການສຶກສາຢູ່ມະຫາວິທະຍາໄລ ຟລໍຣິດາ ແລະ ບ່່ອນອື່ນໆສຳລັບການປູກ ແລະ ເກັບກ່ຽວໝາກລຳໄຍ .

ໝາກລຳໄຍຢູ່ສວນຂອງທ່ານ ທຣອຍ ຈະເປັນຢູ່ປະມານ 4 ຫາ 6 ທິດເທົ່ານັ້ນ, ຕົ້ນເດືອນກັນຍາມັນກໍຈະເລີ່ມໝົດແລ້ວ.

ທ່ານ ທຣອຍ ກ່າວວ່າໝາກລຳໄຍຢູ່ສວນຂອງທ່ານມີລົດຊາດແຊບ ຍ້ອນສະພາບທີ່ດິນ ແລະ ນໍ້າທີ່ດີຢູ່ໃນບ່ອນປູກຝັງຂອງທ່ານນັ້ນ.

ທ່ານ ທຣອຍ ກ່າວວ່າ “ຄັນຊິເວົ້າລະໝາກລຳໄຍເຮົາກໍບໍ່ໄດ້ເບິ່ງແຍງຍາກປານໃດດອກ. ເພາະວ່າເຮົາກະມີແຕ່ເບິ່ງມັນ. ມັນກະເປັນຄີ້ງຂອງມັນ, ເຮົາກະໃສ່ປຸຍລະກະສີດຢາ. ລະກະຫົດນໍ້າ, ຕັດຫຍ້າບາດນັ້ນນະ. ໝາກລຳໄຍເຮົານີ້ສາມາດບັງຄັບໃຫ້ມັນອອກຍາມໃດກະໄດ້ຖ້າວ່າຕົ້ນມັນແຂງແຮງຫັ້ນນະ. ໂຕນີ້ເຮົາຄວບຄຸມຄືຂີ້ເຈຍຫັ້ນແຫຼະ. ແບບຄືຢູ່ບ້ານເຮົາເນາະ ຢູ່ລາວຢູ່ໄທ ເຂົາມີຂີ້ເຈຍ ເຂົາເອົາຂີ້ເຈຍໃສ່. ແລ້ວປະມານ 35 ມື້ 45 ມື້ມັນກະອອກດອກ. ຫຼັງຈາກນັ້ນເຮົາກະມີແຕ່ເບິ່ງແຍງໄປ. ຕາມລູກຄ້າເວົ້າໃຫ້ເຮົາຟັງເນາະ ໝາກລຳໄຍສວນເຮົານີ້ມີລົດຊາດດີ, ຫວານ, ແຊບ, ນຸ້ມ ມີຊີ້ນຫຼາຍ ແລະ ກະຫອມ. ມັນເປັນນຳນໍ້າ ກັບດິນເຮົາກະດິນດີ.”

ລູກຄ້າຂອງທ່ານ ທຣອຍ ສ່ວນຫຼາຍຈະເປັນຄົນເອເຊຍຄື ຄົນລາວ, ຫວຽດ ນາມ, ໄທ, ຈີນ, ອິນເດຍ. ທ່ານເວົ້າວ່າແຕ່ດຽວນີ້ຄົນ ອາເມຣິກັນ ກໍເລີ່ມກິນແລ້ວ.

ໃນອະນາຄົດທ່ານ ທຣອຍ ມີແຜນທີ່ຈະຂະຫຍາຍການປູກຝັງໃນທີ່ດິນທີ່ເຫຼືອຂອງທ່ານອີກ 20 ເຮັກຕາ. ເຊິ່ງທ່ານເວົ້າວ່າຢາກຈະປູກໝາກຂຽບ, ໝາກມ່ວງ, ອ້ອຍ ແລະ ເຮັດຕູບນ້ອຍ ໃຫ້ຄົນສາມາດໄປນັ່ງຫຼິ້ນກິນເຂົ້ານອກບ້ານດ້ວຍ.

XS
SM
MD
LG