ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກທຸລະກິດລາວ ຮຽກຮ້ອງຕໍ່ລັດຖະບານ ຂໍໃຫ້ຊ່ວຍເຫຼືອ ພາກເອກກະຊົນ ທີ່ຖືກກະທົບຈາກໂຄວິດ-19


ທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກໍາ ແລະການຄ້າແຫ່ງຊາດລາວ.
ທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກໍາ ແລະການຄ້າແຫ່ງຊາດລາວ.

ນັກທຸລະກິດລາວຮຽກຮ້ອງຕໍ່ລັດຖະບານ ເພື່ອຂໍໃຫ້ຊ່ວຍເຫຼືອພາກເອກກະຊົນ ທີ່ຖືກ
ກະທົບຈາກການລະບາດຂອງໄວຣັສ COVID-19 ໂດຍຂໍໃຫ້ບັນດາທະນາຄານເອກ
ກະຊົນ ໂຈະການຊໍາລະໜີ່ີິສິນຊົ່ວຄາວ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ

ທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກໍາ ແລະການຄ້າແຫ່ງຊາດ ລາວຖະ
ແຫຼງວ່າໃນທ່າມກາງບັນຫາການລະບາດຂອງເຊື້ອໄວຣັສ COVID-19 ທີ່ເຮັດໃຫ້ມີຄໍາ
ສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບມາດຕະການສະກັດກັ້ນ ການລະບາດຂອງໄວຮັສ
COVID-19 ດ້ວຍການປິດດ່ານຊາຍແດນ ແລະ ຫ້າມການສັນຈອນໄປມາໃນທົ່ວປະເ
ທດລາວ ຊຶ່ງຮວມເຖິງການໃຫ້ປິດກິດຈະ ການຊົ່ວຄາວຂອງບັນດາຫົວໜ່ວຍທຸລະກິດ
ຕ່າງໆ ໃນຊ່ວງວັນທີ 1 ຫາ 19 ເມສາ 2020 ແລະໄດ້ຂະຫຍາຍການດຳເນີນມາດຕະ
ການຕໍ່ໄປຈົນເຖິງວັນທີ 3 ພຶດສະພາ 2020 ດ້ວຍນັ້ນ ກໍໄດ້ສົ່ງຜົນກະທົບຕໍ່ລາຍໄດ້
ຂອງບັນດາຫົວ ໜ່ວຍທຸລະກິດໃນ ລາວຢ່າງກວ້້າງຂວາງໃນປັດຈຸບັນນີ້.

ໂດຍເຖິງແມ່ນວ່າລັດຖະບານລາວຈະໄດ້ອອກມາດຕະການຂໍຄວາມຮ່ວມມືຈາກທະນາ
ຄານຂອງລັດ ແລະທະນາຄານເອກກະຊົນ ເພື່ອຂໍໃຫ້ຜ່ອນຜັນ ຫຼືໂຈະ ການຊໍາລະໜີ້
ເງິນກູ້ ແລະດອກເບ້ຍໃຫ້ແກ່ບັນດາຫົວໜ່ວຍທຸລະກິດເປັນເວລາ 3 ເດືອນ ຫາ 12 ເດືອນ
ກໍຕາມແຕ່ໃນການປະຕິບັດໂຕຈິງນັ້ນ ກັບປາກົດວ່າ ມີການຕິດຕາມທວງໜີ້ ແລະຍືດເອົາ
ຊັບສິນຂອງຫົວໜ່ວຍທຸລະກິດເກີດຂຶ້ນຢ່າງ ກວ້າງຂວາງໃນເວລານີ້ ຊຶ່ງໃນນີ້ກໍລວມເຖິງ
ການຕິດຕາມທວງໜີ້ ແລະຍຶດເອົາ ຊັບສິນຂອງບັນດາລູກຈ້າງທີ່ຂາດລາຍໄດ້ ເພາະການ
ສັ່ງປິດກິດຈະການຊົ່ວ ຄາວຂອງບັນດາຫົວ ໜ່ວຍທຸລະກິດດັ່ງກ່າວດ້ວຍ ເພາະສະນັ້ນ ຈຶ່ງ
ມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລາວໃນການ
ຊຸກຍູ້ໃຫ້ບັນດາທະນາຄານ ລັດ ແລະເອກກະຊົນປະຕິບັດຕາມມາດຕະການ ໂຈະການ
ຊຳລະໜີ້ ແລະດອກເບ້ຍດັ່ງກ່າວຢ່າງຮີບດ່ວນທີ່ສຸດ ດັ່ງທີ່ທ່ານ ອຸເດດ ໄດ້ໃຫ້ການຢືນ
ຢັນວ່າ:

ທະນະຄານທຸລະກິດນີ້ບໍ່ເອກກະພາບກັນນະ ທະນາຄານນຶ່ງເຮັດແນວນຶ່ງ ທະນາຄານນຶ່ງ
ເຮັດແນວນຶ່ງ ບັດນີ້ສະຖາບັນການເງິນ ບັດນີ້ສະຖານບັນການ ເງິນທຸລະພາບ ຄຶກັນເຮັດ
ແນວນຶ່ງ ພວກຂ້າພະເຈົ້າຢາກໃຫ້ມີຄຳສັ່ງໂລດໃຫ້ ປະຕິບັດຄືກັນຈັງຊິເລື່ອນ 3 ເດືອນ
ເລື່ອນ 6 ເດືອນໄດ້ປະຕິບັດຄືກັນໝົດນະ ດຽວນີ້ເລີ້ມໄປຍຶດລົດຍຶດລາເຂົາ ແລ້ວເດດຽວ
ນີ້ ເລີ້ມຈັບກັນກະມີ ມັນບໍ່ຄວນ ນາ ທາງຄະນະກຳມະການຕ້ອງເຮັດນະ ໂຕນີ້ນະດຽວນີ້
ການ ຢູ່ນຳເຮົານີ້ 200 ປາຍຄົນ ມາຫາເອົາ ເຂົາຊິຍຶດລົດແລ້ວ ຢາກເຂົ້າມາເຮັດວຽກ
ຄືນເນາະ.”

ທັງນີ້ສະພາບອຸດສາຫະກຳ ແລະການຄ້າແຫ່ງຊາດລາວປະເມີນວ່າ ສະເພາະທຸລະກິດໃນ
ພາກບໍລິການທ່ອງທ່ຽວ ຈະມີການເລີກຈ້າງພະນັກງານຫຼາຍກວ່າ 7 ໝື່ນຄົນໃນ 3 ເດືອນ
ຕໍ່ໜ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດ ວ່າ ພາກບໍລິການໃນລາວຈະ
ສູນເສຍລາຍໄດ້ ເກີນກວ່າ 350 ລ້ານໂດລາ ສະຫະລັດ ເນື່ອງຈາກການເປີດດ່ານຊາຍ
ແດນໃນທົ່ວປະເທດນັ້ນ ເຮັດໃຫ້ບໍ່ມີ ນັກທ່ອງທ່ຽວຕ່າງຊາດ ເດີນທາງເຂົ້າມາໃນລາວນັບ
ຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າ
ຫາກວ່າ ນາໆຊາດຍັງຕ້ອງປະເຊີນກັບການລະບາດຂອງເຊື້ອໄວຣັສ COVID-19 ຕໍ່ໄປ.

ທາງດ້ານສະພາອຸດສາຫະກຳ ແລະການຄ້າຂອງສະຫະພາບຢູໂຣບປະຈຳລາວ (EU)
ປະຈຳລາວ ຄາດການວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີນ
ກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວຕ້ອງ ສູນເສຍ ລາຍໄດ້ຫຼາຍກວ່າ
50 ເປີເຊັນ ຂອງລາຍໄດ້ທັງໝົດໃນຕະຫຼອດປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດ
ເຫລົ່ານີ້ບໍ່ມີເງິນສຳລັບຊຳລະໜີ້ເງິນ ກູ້ ແລະດອກເບ້ຍໃຫ້ທະນາຄານ ທັງຍັງຈະເຮັດໃຫ້
ຕ້ອງເລີກຈ້າງພະນັກງານ ຈຳນວນ ຫຼາຍອີກດ້ວຍ.

ໃນປັດຈຸບັນ ລາວມີວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ຈຳ ນວນ
124,830 ລາຍ ຊຶ່ງຄິດເປັນ 97 ເປີເຊັນ ຂອງຈຳນວນວິສາຫະກິດ ທັງ ໝົດໃນລາວ ໂດຍ
ມີມູນຄ່າທາງເສດຖະກິດຄິດເປັນ 16 ເປີເຊັນ ຂອງຍອດ ພະລິດຕະພັນລວມ GDP ຂອງ
ລາວ ແລະມີການຈ້າງງານຫຼາຍກວ່າ 1 ລ້ານ 2 ແສນຄົນ ຄິດເປັນ 63 ເປີເຊັນ ຂອງການ
ຈ້າງງານທັງໝົດໃນລາວ ແຕ່ກໍປາ ກົດວ່າມີ SME ພຽງ 12 ເປີເຊັນ ທີ່ມີໂອກາດເຂົ້າເຖິງ
ແຫຼ່ງເງິນທຶນກູ້ຢືມເພື່ອ ນຳໃຊ້ໃນການພັດທະນາສິນຄ້າ ແລະ ບໍລິການ ສ່ວນ 88 ເປີຊັນ
ນັ້ນບໍ່ມີ ໂອກາດເຂົ້າເຖິງແຫຼ່ງເງິນທຶນ ເຖິງແມ່ນວ່າທະນາຄານໂລກໄດ້ໃຫ້ການຊ່ວຍ ຫຼຶອ
20 ລ້ານໂດລາສະຫະລັດ ເພື່ອການພັດທະນາ SME ໃນລາວເມື່ອ ປີ 2014 ຫາ 2019
ແຕ່ກໍມີການປ່ອຍເງິນກູ້ໃຫ້ກັບ SME ພຽງ 100 ກວ່າລາຍ ເທົ່ານັ້ນ.

XS
SM
MD
LG