ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກຄົນຮ້າຍຫ້າຄົນ ບຸກເຂົ້າໄປໃນວັດລາວຊາວພຸດ ໃນເມືອງແອນທີອັອຈ ລັດເທັນເນສຊີ ປຸ້ນເອົາຊັບສິນ


ວັດລາວຊາວພຸດ ໃນເມືອງແອນທີອອຈ ລັດເທັນເນສຊີ
ວັດລາວຊາວພຸດ ໃນເມືອງແອນທີອອຈ ລັດເທັນເນສຊີ

ວັດລາວຊາວພຸດ ໃນເມືອງແອນທີອອຈ (Antioch) ລັດເທັນເນສຊີ ຕັ້ງຢູ່​ໃນ​ເຂດຊານເມືອງຂອງນະຄອນແນສວີລ ເປັນວັດນ້ອຍກວ່າວັດອື່ນໆຢູ່ໃນເຂດຂົງ ຊຶ່ງຫາກໍຕັ້ງຂຶ້ນໃນປີ 2007 ໂດຍມີພະສົງອົງດຽວຈຳສິນຢູ່ທີ່ວັດແຫ່ງນີ້ ອີງຕາມການກ່າວຂອງຍານາງທັສນີ. ໃນວັນອາທິດຜ່ານມານີ້ ມີລາຍງານຂ່າວທ້ອງຖິ່ນ​ແຈ້ງວ່າ ມີຄົນຮ້າຍ 5 ຄົນ ຍິງສີ່ຄົນ ແລະຊາຍຄົນນຶ່ງ ໄດ້ບຸກເຂົ້າໄປໃນວັດລາວຊາວພຸດ ແລະໄດ້ປຸ້ນເອົາຊັບສິນຂອງພະສົງອົງດັ່ງກ່າວ. ຍານາງທັສນີ ໂພທິຂັນ ຜູ້ທີ່ເຄີຍເປັນຄະນະກຳມະການວັດ ໄດ້ເລົ່າໃຫ້ວີໂອເອລາວ ຟັງວ່າ:

ຍານາງກ່າວໃຫ້ຟັງອີກວ່າ ພະສົງເພິ່ນກໍພະຍາຍາມຕໍ່ສູ້ກັບພວກຄົນຮ້າຍ ແຕ່ເພິ່ນມີອາຍຸຫຼາຍ ປະມານຫົກສິບກວ່າປີ ກໍບໍ່ສາມາດສູ້ພວກເຂົາໄດ້ ແລະໄດ້ ຖືກພວກເຂົາຊຸກຍູ້ເພິ່ນໃສ່ເສົາວັດ ແລ້ວເພິ່ນກໍໄດ້ເຈັບຕົນເຈັບໂຕ ແຕ່ບໍ່ໜັກໜາພໍປານໃດ. ສ່ວນເຄື່ອງຂອງຢູ່ພາຍໃນວັດ ພວກເຂົາກໍບໍ່ໄດ້ເອົາຫຍັງໄປ ແມ່ນແຕ່ຫີບບໍລິຈາກເງິນ ພວກເຂົາເອົາແຕ່ເງິນບັ້ງ ທີ່ພະເພິ່ນໄດ້ຮັບຈາກການປະຕິ ບັດພິທີທາງສາສະໜາ ອີງຕາມການກ່າວຂອງຍານາງທັສນີ. ເຈົ້າໜ້າທີ່ຕຳຫຼວດຂອງທ້ອງຖິ່ນ ນຳເອົາວີດີໂອວົງຈອນປິດ ຕິດຕັ້ງຢູ່ດ້ານນອກວັດ ທີ່ໄດ້ບັນທຶກເອົາເຫດການເວລາທີ່ພວກຄົນຮ້າຍພາກັນຫລົບໜີ ໂດຍມີພະສົງແລ່ນໄລ່ຕາມພວກຄົນຮ້າຍ ແຈ້ງອອກທາງໂທລະພາບ ເພື່ອຂໍໃຫ້ພົນລະເມືອງແຈ້ງໃຫ້ຂໍ້ມູນກ່ຽວກັບພວກຄົນຮ້າຍດັ່ງກ່າວ ພ້ອມທັງລົດຕູ້ທີ່ພວກເຂົາໃຊ້ ໃນການກໍ່ອາຊະຍາກຳຄັ້ງນີ້. ມາເຖິງປັດຈຸບັນນີ້ ພວກຄົນຮ້າຍທັງຫ້າຄົນ ກໍຍັງລອຍນວນຢູ່.

ເບິ່ງວີໂດໂອ ຈາກກ້ອງວົງຈອນປິດ

XS
SM
MD
LG