ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍເຊີນທ່ານຟັງ ລາຍງານ ພິທີສະຖາປະນາ ພະສັງຄະລາດ ລາວ ໃນ ສະຫະລັດ


ພະອາຈານ ບຸນມີ ກິດຕິທຳມະວັນໂນ, ພະສັງຄະລາດ ຫຼື ອົງພະປະມຸກສົງລາວ ໃນ ສະຫະລັດ ອາເມຣິກາ. 09 ມິຖຸນາ 2018.
ພະອາຈານ ບຸນມີ ກິດຕິທຳມະວັນໂນ, ພະສັງຄະລາດ ຫຼື ອົງພະປະມຸກສົງລາວ ໃນ ສະຫະລັດ ອາເມຣິກາ. 09 ມິຖຸນາ 2018.

ບັນດາທ່ານຜູ້ຟັງທີ່ເຄົາລົບ, ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳວັນພະ
ຫັດມື້ນີ້ ພວກເຮົາມີຄວາມຍິນດີ ນຳສະເໜີພິທີສະຖາປະນາ ພະສັງຄະລາດ ຫຼື ອົງປະ
ມຸກສົງລາວໃນ ສະຫະລັດ ອາເມຣິກາ ເຊິ່ງໄດ້ ຈັດຂຶ້ນເມື່ອວັນເສົາທີ່ຜ່ານມາ. ການ
ສະຖາປະນາຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ທາງອົງການຄະນະສົງລາວ ໄດ້ຈັດຂຶ້ນ ນັບ
ຕັ້ງແຕ່ການສ້າງຕັ້ງ ອົງການຄະນະສົງລາວໃນ ສະຫະລັດຂຶ້ນມາ. ພວກເຮົາໄດ້ໂອ້ລົມ
ກັບພະອາຈານ ບົວແກ້ວ ແສງສຸລິຍາ, ຈາກລັດແມັສຊາຈູເຊັດສ, ເຊິ່ງເປັນ ປະທານບໍ
ລິຫານອົງການຄະນະສົງລາວໃນ ສະຫະລັດ ອາເມຣິກາ ແລະ ພະອາຈານດອກເຕີ້
ຈັນດາພອນມິ່ງສີສຸພັນ ຮອງປະທານວັດລາວພຸດທະວົງ. ສຳລັບລາຍລະອຽດຂອງພິ
ທີສະຖາປະນາພະສັງຄະລາດຄັ້ງນີ້ ເຮົາຂໍເຊີນທ່ານ ຮັບຟັງຈາກ ພຸດທະສອນ ໄດ້ໃນ
ອັນດັບຕໍ່ໄປ.

ພຸດທະສາສະນິກະຊົນ ລາວ ແລະ ຕ່າງປະເທດໃນ ສະຫະລັດ ອາເມຣິກາ ໄດ້ສະເຫຼີມ
ສະຫຼອງການສະຖາປະນາ ພະສັງຄະລາດ ຫຼື ອົງປະມຸກສົງລາວໃນ ສະຫະລັດ ອາເມ
ຣິກາ. ອົງການຄະນະສົງ ລາວ ໃນ ສະຫະລັດ ໄດ້ແຕ່ງຕັ້ງພະມະຫາອາຈານ ບຸນມີ
ກິດຕິທຳມະວັນໂນ, ເຈົ້າອາວາດວັດລາວ ພຸດທະວົງ ເປັນພະສັງຄະລາດພຸດທະສາ
ສະໜາ ລາວ ໃນສະຫະລັດ ອາເມຣິກາ ເມື່ອວັນທີ 9 ມິຖຸນາທີ່ຜ່ານມາ, ທີ່ວັດລາວພຸດ
ທະວົງໃນເມືອງ ແກັດແລັດ, ລັດ ເວີຈິເນຍ.

ສຳລັບຈຸດປະສົງຂອງການສະຖາປະນາພະສັງຄະລາດນີ້, ພະອາຈານ ບົວແກ້ວ
ແສງສຸລິຍາ ປະທານບໍລິຫານອົງການຄະນະສົງລາວ ໃນ ສະຫະລັດ ອາເມຣິກາ ກໍໄດ້
ອະທິບາຍດັ່ງນີ້: “ແທ້ຈິງແລ້ວ, ອົງການ ຄະນະສົງລາວເຮົາ, ໄດ້ມີການແຕ່ງຕັ້ງປະ
ທານອົງການຄະນະສົງ ລາວ ອາເມຣິກາ, ແຕ່ພໍຜ່ານໄລຍະຜ່ານມາ ປີນີ້ກໍຖືວ່າມີກອງ
ປະຊຸມ ສົງ, ມີການສະເຫຼີມສະຫຼອງອົງການຄະນະສົງລາວ ຄົບຮອບ 36 ປີ, ເພື່ອໃຫ້
ອົງການຄະນະສົງ ອາເມຣິກາ ມີປະສິດທິພາບ, ປະສິດທິຜົນ ຈຳເປັນຕ້ອງມີຜູ້ນຳພາ,
ນັ້ນກໍຄືການຕົກລົງເຫັນດີ ຂອງຄະນະບໍລິຫານ ອົງການຄະນະສົງລາວໃນ ສະຫະລັດ
ອາເມຣິກາ ຄືພະສົງທັງຫຼາຍທັງ ປວງເຫັນດີເຫັນພ້ອມສະຖາປະນາ ຍາທ່ານໃຫຍ່ ມະ
ຫາ ບຸນມີ ກິດຕິທຳມະວັນໂນ ເຈົ້າອາວາດວັດລາວພຸດທະວົງ ຊຶ່ງເປັນອົງທີ່ມີຄຸນ ວຸດ
ທິອາວຸໂສພັນສາ, ໄດ້ມີຜົນງານ, ກຽດປະຫວັດ ແລະ ຜົນງານ ຜ່ານມາຢ່າງຫຼວງຫຼາຍ
ທັງພາຍໃນ ແລະ ຕ່າງປະເທດ. ດັ່ງນັ້ນຈຶ່ງໄດ້ ຍິນຍອມພ້ອມກັນສະຖາປະນາທ່ານ
ໃຫຍ່ ຂຶ້ນເປັນອົງພະປະມຸກສົງ ລາວໃນ ສະຫະລັດ ອາເມຣິກາ. ເພື່ອເປັນຮົ່ມໂພຮົ່ມ
ໄຊ ໃນການນຳພາ ພຸດທະສາສະນິກະຊົນ ແລະ ກໍເພື່ອຄວາມງອກງາມຂອງພະພຸດ
ທະສາ ສະໜາສືບຕໍ່ໄປ.”

ພະອາຈານ ບຸນມີ ກິດຕິທຳມະວັນໂນ ເກີດຢູ່ບ້ານໂພນທອງ, ເມືອງ ໂພນທອງ, ແຂວງ
ຈຳປາສັກ. ເພິ່ນໄດ້ບວດຢູ່ວັດພຸດທະສາສະໜາ ຕັ້ງແຕ່ຕອນຍັງນ້ອຍ ແລະບັດນີ້ພະ
ອາຈານ ບຸນມີ ກໍມີອາຍຸໄດ້ 82 ພັນສາແລ້ວ. ໃນອະດີດ ພະອາຈານ ບຸນມີ ເຄີຍໄດ້
ເປັນປະທານອົງການຄະນະສົງລາວໃນ ສະຫະລັດ ອາເມຣິກາ. ພະອາຈານ ບຸນມີ
ແມ່ນພະສົງທີ່ມີຄວາມ ສຳຄັນຍິ່ງ, ມີອາຍຸພັນສາສູງກວ່າໝູ່ທັງເໝາະສົມທີ່ສຸດສຳລັບ
ຕຳແໜ່ງພະສັງຄະລາດນີ້.

ບັນດາຄູບາອາຈານ ແລະ ຜູ້ເຂົ້າຮ່ວມງານສະຖາປະນາ ພະສັງຄະລາດ ດຳເນີນພິທີທາງສາສະໜາ.
ບັນດາຄູບາອາຈານ ແລະ ຜູ້ເຂົ້າຮ່ວມງານສະຖາປະນາ ພະສັງຄະລາດ ດຳເນີນພິທີທາງສາສະໜາ.

ພິທີສະຖາປະນາພະສັງຄະລາດໄດ້ເລີ່ມຂຶ້ນໃນເວລາ 10 ໂມງເຊົ້າຫາ 15 ໂມງ, ຕາມ
ເວລາໃນນະຄອນຫຼວງ ວໍຊິງຕັນ, ດ້ວຍພິທີທາງ ສາສະໜາ ແລະ ການສູດມົນໃຫ້
ພອນແກ່ບັນດາຜູ້ມີສັດທາເຫຼື້ອມໄສໃນສາສະໜາພຸດ ທີ່ໄດ້ເຂົ້າມາຮ່ວມງານ

ແລະ ສຳລັບຄະນະສົງທີ່ເຂົ້າຮ່ວມໃນງານ ດັ່ງກ່າວນັ້ນ, ພະອາຈານ ຈັນດາພອນ
ຮອງປະທານວັດລາວພຸດທະວົງ ກໍ ໄດ້ກ່າວວ່າ: “ສະຖາປະນາຍາທ່ານໃຫຍ່ ມະຫາ
ບຸນມີ ກິດຕິທຳມະວັນໂນ ໃຫ້ເປັນອົງປະມຸກສົງລາວໃນ ສະຫະລັດ ອາເມຣິກາ ຖືວ່າ
ເປັນບຸນອັນປະເສີດເປັນກຸສົນອັນຍິ່ງໃຫຍ່ທີ່ພໍ່ແມ່ ຄູບາອາຈານ ເຊິ່ງທັງ ໄທ, ຫວຽດ
ນາມ, ແລະ ມີພະສົງ ຫວຽດນາມ ຈຳນວນ ນຶ່ງ, 6 ອົງ, ກໍມີພິຄຸນີອີກ 7 ອົງ. ກະມີພະ
ສົງໄທ, ຈາກວັດທຳມະປະທີບ, ຈາກວັດຍານນະລັງສີ ຊຶ່ງມີເປັນຜູ້ຕາງໜ້າເຂົ້າມາ
ອວຍໄຊໃຫ້ພອນ ແລະ ກໍຮ່ວມສະແດງວຸດທິຕະສັກ ກາລະສະຫຼອງ ສະຖາປະນາ
ຍາທ່ານເປັນອົງ ພະປະມຸກສົງ ລາວ ໃນ ສະຫະລັດ ອາເມຣິກາ. ອັນນີ້ກໍຖືວ່າເປັນບຸນ
ເປັນກຸສົນ, ເປັນກຽດອັນສູງສົ່ງຂອງພີ່ນ້ອງ ຊາວລາວຂອງເຮົາ.”

ສຳລັບລຳດັບພິທີຂອງການສະຖາປະນາພະສັງຄະລາດນັ້ນ ນອກຈາກ ພິທີສາສະໜາ
ຕ່າງໆແລ້ວ ກໍຍັງມີການສັນເພນ ຂອງບັນດາພະສົງ ແລະການຮັບປະທານອາຫານ
ທ່ຽງຂອງພວກອອກຕົນຍາດໂຍມ ຜູ້ເຂົ້າຮ່ວມໃນງານ. ສຳລັບອາຫານການກິນນັ້ນ,
ກໍແມ່ນ ການປະກອບສ່ວນ, ການເຄນອາຫານຂອງບັນດາປະຊາຊົນຜູ້ມີສັດທາທັງ
ຫຼາຍ ແລະ ໃນເວລາ 14 ໂມງ, ທາງຜູ້ຈັດງານກໍໄດ້ຈັດການ ແຫ່ຂະບວນພະສັງຄະ
ລາດ ອ້ອມວັດລາວພຸດທະວົງສາມຮອບ(ມີສຽງຫຽັງບໍ່ເວລາແຫ່) ເມື່ອເສັດພິທີແຫ່ ກໍ
ໄດ້ມີການມອບໃບຢັ້ງຢືນການແຕ່ງຕັ້ງໃຫ້ພະອາຈານ ບຸນມີ ຢ່າງເປັນທາງການ.

ຄວາມໝາຍຂອງພະສັງຄະລາດ ຫຼື ປະມຸກຂອງຄະນະສົງລາວ ໃນ ສະຫະລັດ ອາເມ
ຣິກາ ນັ້ນ, ພະອາຈານ ບົວແກ້ວ ໄດ້ອະທິບາຍວ່າ “ໃນວຽກງານຂອງສົງ ກໍຕ້ອງມີປະ
ມຸກ, ເປັນປະທານໃນພິທີ, ໃນ ການນຳພາທາງສາສະໜາ, ໃນການບໍລິຫານຈັດການ
ທຸກສິ່ງ ດ້ານວຽກງານ ຂອງສົງ ເພື່ອໃຫ້ເປັນທີ່ເພິ່ງ, ຖ້າຂາດທີ່ເພິ່ງ, ຂາດຮົ່ມໂພຮົ່ມ
ໄຊ ເຮົາຈະ ເຄົາລົບໃຜ, ຈະໄປສະເໜີໃຜ? ແລະ ການແຕ່ງຕັ້ງການບໍລິຫານລະບົບ
ການຈັດຕັ້ງຫັ້ນ ກໍຈະບໍ່ເປັນລະບົບ, ກໍຈະເຮັດໃຫ້ວຽກງານນັ້ນບໍ່ດຳເນີນໄປດ້ວຍດີ.
ຈັ່ງຊັ້ນການມີຜູ້ນຳ, ຈະວ່າຜູ້ນຳ ຫຼືປະທານປະມຸກນີ້ ມັນຈະເປັນຜົນດີ ມີຮາກເຫງົ້າ
ເສົາໄຊ ແລະ ກໍມີຄວາມອົບອຸ່ນທາງ ດ້ານຈິດໃຈໃນການດຳເນີນວຽກງານ, ມີ ຄວາມ
ເຊື່ອໝັ້ນ.”

ການແຕ່ງຕັ້ງພະສັງຄະລາດແມ່ນບໍ່ໄດ້ມີການເລືອກຕັ້ງແຕ່ໃດໆ ແຕ່ອົງການຄະນະ
ສົງລາວ ໃນສະຫະລັດ ອາເມຣິກາ ກໍໄດ້ດຳເນີນ ກອງປະຊຸມສະໄໝສາມັນຄັ້ງທີ 36
ເພື່ອປຶກສາຫາລື ກ່ຽວກັບ ການແຕ່ງຕັ້ງພະສັງຄະລາດ, ເຊິ່ງໄດ້ດຳເນີນຈາກວັນທີ 7
ຫາ 8 ມິຖຸນາ, 2018, ຫຼັງຈາກໄດ້ທຳການຕັດສິນໃຈແລ້ວ, ທາງອົງການ ຄະນະສົງ
ລາວ ຈຶ່ງໄດ້ມີການຮັບຮອງໜັງສືຂອງອົງການ, ເຊິ່ງແມ່ນໜັງສື ທີ່ຖືກຕ້ອງຕາມກົດ
ໝາຍຂອງ ສະຫະລັດ ອາເມຣິກາ, ທີ່ຮັບຮູ້ໂດຍ ລັດ ແລະ ລັດຖະບານກາງ.

ບັນດາປະຊາຊົນລາວ ໃນສະຫະລັດ ອາເມຣິກາ ແລະ ຊາວຕ່າງຊາດເຂົ້າຮ່ວມພິທີສະຖາປະນາ ພະສັງຄະລາດ.
ບັນດາປະຊາຊົນລາວ ໃນສະຫະລັດ ອາເມຣິກາ ແລະ ຊາວຕ່າງຊາດເຂົ້າຮ່ວມພິທີສະຖາປະນາ ພະສັງຄະລາດ.

ສຳລັບພາລະບົດບາດອັນຕໍ່ໄປ ຂອງພະສັງຄະລາດອົງໃໝ່ນັ້ນ, ພະອາ ຈານ ຈັນດາ
ກໍໄດ້ອະທິບາຍວ່າ: “ສຳລັບຍາທ່ານນັ້ນ ຖືວ່າ ການຈັດ ຕັ້ງຂອງອົງການຄະນະສົງ
ລາວ ໃນສະຫະລັດ ອາເມຣິກາ ນຶ່ງຖືວ່າ ມີພະປະມຸກສົງ ຖ້າທຽບເທົ່າຢູ່ທີ່ພໍ່ແມ່ ຄູບາ
ອາຈານເກົ່າແກ່ຂອງເຮົາ ເພິ່ນເອີ້ນວ່າ ສົມເດັດ ສັງຄະລາດ, ສົມເດັດສັງຄະລາດນີ້
ຖືວ່າ ເປັນ ປະມຸກສົງລາວ, ລາວ ອາເມຣິກັນ ບໍ່ແມ່ນລາວ ໃນປະເທດ ລາວ. ເພິ່ນມີ
ໜ້າທີ່ດູແລເບິ່ງແຍງຄໍ້າຊູພະພຸດທະສາສະໜາ, ບາດນີ້ ອັນດັບ ສອງ, ພວກອາຈານ
ອົງການຄະນະສົງນີ້ ຈັດຕັ້ງ ເອີ້ນວ່າ ອົງການ ຄະນະສົງລາວ ໃນ ສະຫະລັດ ອາເມຣິ
ກາ, ມີຄະນະບໍລິຫານ ດັ່ງທີ່ ພວກເຮົາ, ທ່ານທັງຫຼາຍໄດ້ຮັບຮູ້ວ່າ ເພິ່ນເປັນປະທານ
ອົງການຄະນະ ບໍລິຫານ, ມີຍາທ່ານ ບົວແກ້ວ ແສງສຸລິຍາ ເປັນປະທານອົງການ
ຄະນະສົງລາວໃນ ສະຫະລັດ ອາເມຣິກາ, ເປັນຜູ້ບໍລິຫານວຽກງານຖ້າ ມີສິ່ງໃດຂັດ
ຂ້ອງ ຫຼືວ່າ ສິ່ງໃດມີຄວາມ ຫຍຸ້ງຍາກ ກໍມາປຶກສາ ຖວາຍນຳຍາທ່ານປະມຸກສົງ”.

ນອກນັ້ນ ພິທີດັ່ງກ່າວກໍຍັງໄດ້ຈັດຂຶ້ນ ກົງກັບວັນຄ້າຍວັນເກີດຂອງພະອາຈານ ຈັນດາ
ເຊິ່ງມີອາຍຸຄົບຮອບ 65 ປີ. ທາງແມ່ອອກພໍ່ອອກ ແລະ ເຈົ້າເມືອງທີ່ວັດລາວພຸດທະວົງ
ຕັ້ງຢູ່ນັ້ນ ກໍໄດ້ຮ່ວມກັນຮ້ອງເພງອວຍພອນວັນເກີດໃຫ້ພະອາຈານ.

ສ່ວນຢູ່ພາຍນອກງານນັ້ນ, ກໍມີການຂາຍອາຫານລາວ, ເຊິ່ງບັນດາພໍ່ ຄ້າຊາວລາວ
ແລະ ໄທ ໄດ້ນຳມາຂາຍ ໄດ້ແກ່ ບັ້ງເຂົ້າຫຼາມ, ປີ້ງໄສ້ ອົ່ວ, ປີ້ງໄກ່, ປາສົດ, ຊີ້ນສົດ,
ແຈ່ວ, ນໍ້າອ້ອຍ ແລະ ອື່ນໆ. ນອກຈາກອາຫານກໍຍັງມີການຂາຍເຄື່ອງນຸ່ງປະຈຳຊາດ
ລາວ, ເຊັ່ນສິ້ນໄໝ, ເສື້ອໄໝ ເຊິ່ງໄດ້ຮັບຄວາມສົນໃຈໂດຍສະເພາະ ຈາກບັນດາແມ່
ຍິງ ລາວ ຈຳນວນຫຼາຍ.

ວັດລາວພຸດທະວົງເປັນນຶ່ງໃນວັດລາວ ທີ່ໃຫຍ່ທີ່ສຸດໃນ ສະຫະລັດ ອາເມຣິກາ, ມີເນື້ອ
ທີ່ປະມານ 25 ເຮັກຕາ, ຕັ້ງຢູ່ຫ່າງຈາກນະຄອນ ຫຼວງວໍຊິງຕັນປະມານ 1 ຊົ່ວໂມງ.
ແຕ່ລະປີ ທາງວັດ ຈະຈັດ ບຸນເຂົ້າ ແລະ ອອກພັນສາ,

ບຸນປີໃໝ່ລາວ ເຊິ່ງແມ່ນບຸນທີ່ໃຫຍ່ປາງນຶ່ງ ທີ່ທາງ ວັດຈັດຂຶ້ນ. ນອກນນີ້ ທາງວັດລາວ
ພຸດທະວົງຍັງເປັນສະຖານທີ່ໆມີການເຕົ້າໂຮມກັນ ຂອງບັນດາປະຊາຊົນລາວທີ່ອາ
ໄສຢູ່ໃນ ສະຫະລັດ ຫຼາຍທີ່ສຸດອີກ ດ້ວຍ ຈຶ່ງພາໃຫ້ວັດລາວພຸດທະວົງຈັດງານມະໂຫ
ລານອັນຍິ່ງໃຫຍ່ ປະຈຳປີຂຶ້ນ ທີ່ເອີ້ນວ່າບຸນເຕົ້າໂຮມເຄືອຍາດ ເນື່ອງໃນໂອກາດວັນ
ເອກະລາດຂອງສະຫະລັດ ທີ 4 ກໍລະກົດທຸກໆປີ.

XS
SM
MD
LG