ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ຂຶ້ນເປັນ​ຄູ່​ຄ້າຂາຍ ​ອັນ​ດັບ 1 ຂອງ​ໄທ​ ໃນ​ເຂດ​ສາມຫຼ່ຽມຄໍາ


ໂຮງກາສິໂນ ຂອງຈີນ ຢູ່ຝັ່ງລາວ ແຂວງບໍ່ແກ້ວ ໃນເຂດສາມຫລ່ຽມຄໍາ.
ໂຮງກາສິໂນ ຂອງຈີນ ຢູ່ຝັ່ງລາວ ແຂວງບໍ່ແກ້ວ ໃນເຂດສາມຫລ່ຽມຄໍາ.
ລາວ​ກ້າວ​ຂຶ້ນມາ​ເປັນ​ຄູ່​ຄ້າ​ອັນ​ດັບ 1 ຂອງ​ໄທ​ຢູ່​ເຂດ​ສາມຫຼ່ຽມຄໍາ
ຊຶ່ງ​ເປັນ​ຊາຍ​ແດນ​ໃນ​ແມ່​ນໍ້າຂອງ ​ລະຫວ່າ​ງລາວ-​ໄທ-ມຽນມາ
ຫາກ​ແຕ່​ວ່າ​ລາວ​ກໍ​ຍັງຄົງ​ເປັນ​ຝ່າຍ​ຂາດ​ດຸນການ​ຄ້າ​ຕໍ່​ໄທ ​ຢູ່ເລື້ອຍ​ມາ.

ທ່ານ​ສະ​ເຫຼີມພົນ ພົງ​ສະບັບ​ນະພາ ຫົວໜ້າ​ສໍານັກງານ​ກາ​ນຄ້າ
ຈັງຫວັດ​ຊຽງ​ຣາຍ ຂອງ​ໄທ ​ແລະ​ມຽນມາ​ນັ້ນ ໄດ້​ໃຫ້ການ​ຢືນຢັນ
​ວ່າ​ ສະພາວະ​ກາ​ນຄ້າ​ລະຫວ່າງ​ໄທ​ກັບ ລາ​ວ-ມຽນມາ ​ແລະ​ຈີນ
​ຢູ່​ເຂດສາມຫຼ່ຽມຄໍາ ອັນ​ເປັນ​ຊາຍ​ແດນ​ໃນ​ແມ່​ນໍ້າຂອງ​ລະຫວ່າງ
ລາວ ກັບ​ໄທ​ ແລະ​ມຽນມາ​ນັ້ນ ໄດ້​ຂະຫຍາຍຕົວ​ເພີ່ມ​ສູງ​ຂຶ້ນ​ເຖິງ
25% ໃນ​ປີ 2012 ທີ່ຜ່ານ​ມາ ​ໂດຍ​ຄິດ​ເປັນ​ມູນ​ຄ່າ​ການ​ຄ້າ​ລວມ
ລະຫວ່າງ​ໄທ​ກັບ​ລາ​ວ-ມຽນມາ ​ແລະ​ຈີນ ຫຼາຍກວ່າ 35,000 ລ້ານ​ບາດ ຫຼື​ ເກີນ​ກວ່າ 9,275 ຕື້​ກີບ ຫຼືປະມານ 1,160 ລ້ານ​ໂດ​ລາ.

ຍິ່ງໄປກວ່ານັ້ນ ສະພາວະການຄ້າໃນປີທີ່ຜ່ານມາດັ່ງກ່າວນີ້ ກໍຍັງຖືວ່າເປັນປີທໍາອິດອີກ
ດ້ວຍ ທີ່ລາວໄດ້ກ້າວຂຶ້ນມາເປັນຄູ່ຄ້າອັນດັບ 1 ຂອງໄທ ເພາະໂດຍປົກກະຕິແລ້ວການ
ຄ້າລະຫວ່າງໄທກັບປະເທດເພື່ອນບ້ານ ຢູ່ທີ່ເຂດສາມຫຼ່ຽມຄໍານີ້ ມຽນມາຈະເປັນຄູ່ຄ້າຂາຍ
ອັນດັບ 1 ຂອງໄທມາໂດຍຕະຫຼອດ ສ່ວນລາວນັ້ນຈະຢູ່ອັນດັບ 2 ແລະອັນດັບ 3 ກໍຄືຈີນ
ຫາກແຕ່ວ່ານັບແຕ່ປີ 2012 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ລາວໄດ້ກ້າວຂຶ້ນມາເປັນຄູ່
ຄ້າຂາຍ ອັນດັບ 1 ຂອງໄທແລ້ວ ດັ່ງທີ່ທ່ານສະເຫຼີມພົນ ໄດ້ໃຫ້ການອະທິບາຍວ່າ:

ການຄ້ານັ້ນ ກໍຂະຫຍາຍຕົວນັ້ນດີຂຶ້ນຫຼາຍ. ໃນປີ 2555 ນັ້ນກໍຢູ່ໃນລະດັບ
35,000 ກວ່າລ້ານບາດ ແລ້ວກໍແປກເນາະ ທີ່ແຕ່ເດີມນັ້ນ ເຮົາຄ້າກັບມຽນມາ
ເປັນອັນດັບ 1, ລາວເປັນອັນ 2, ຈີນເປັນອັນດັບ 3, ແຕ່ມາປີນີ້ນັ້ນ ກາຍເປັນ
ວ່າ ລາວເປັນອັນດັບ 1, ມຽນມາເປັນອັນດັບ 2 ແລ້ວ ກໍມາຈີນເປັນອັນ ດັບ 3.”

ເຂດຊາຍແດນຝັ່ງໄທ ຢູ່ໃນເຂດສາມຫລ່ຽມຄໍາ ບ່ອນທີ່ຊາຍແດນສາມປະເທດຄົບກັນຢູ່ໃນແມ່ນໍ້າຂອງ
ເຂດຊາຍແດນຝັ່ງໄທ ຢູ່ໃນເຂດສາມຫລ່ຽມຄໍາ ບ່ອນທີ່ຊາຍແດນສາມປະເທດຄົບກັນຢູ່ໃນແມ່ນໍ້າຂອງ

ພ້ອມກັນນີ້ ທ່ານສະເຫຼີມພົນ ຍັງໄດ້ໃຫ້ການຢືນຢັນອີກດ້ວຍວ່າ
ໄທຍັງຄົງເປັນຝ່າຍ ທີ່ໄດ້ປຽບດຸນການຄ້າ ທັງຕໍ່ລາວ-ມຽນມາ
ແລະຈີນ ໃນປີທີ່ຜ່ານມາ ແລະສໍາລັບໃນປີ 2013 ນີ້ ກໍເຊື່ອວ່າ
ໄທຍັງຈະເປັນຝ່າຍໄດ້ປຽບດຸນການຄ້າຕໍ່ລາວ-ມຽນມາ ແລະຈີນ
ຕໍ່ໄປ ໂດຍສະເພາະແມ່ນລາວນັ້ນ ກໍມີທ່າອຽງວ່າຈະຕ້ອງເສຍ
ປຽບດຸນການຄ້າຕໍ່ໄທຫຼາຍຂຶ້ນອີກ ເພາະການລົງທຶນຈາກຕ່າງ
ປະເທດ ທີ່ເພີ່ມຂຶ້ນໃນບັນດາແຂວງພາກເໜືອຂອງລາວນັ້ນ
ເຮັດໃຫ້ລາວຕ້ອງນໍາເຂົ້າວັດຖຸອຸບປະກອນຕ່າງໆ ຈາກໄທເພີ່ມ
ຂຶ້ນນັ້ນເອງ.

ແຕ່ຢ່າງໃດກໍຕາມ ທ່ານນາມ ວີຍະເກດ ລັດຖະມົນຕີວ່າການ
ກະຊວງອຸດສາຫະກໍາ ແລະການຄ້າ ກໍໄດ້ຖະແຫຼງຢືນຢັນເມື່ອບໍ່ດົນນານມານີ້ວ່າ ເປົ້າ ໝາຍສໍາຄັນໃນ ດ້ານການຄ້າຕ່າງປະເທດຂອງລັດຖະບານລາວ ນັບແຕ່ປັດຈຸບັນໄປ ເຖິງປີ
2015 ກໍຄືເພີ່ມມູນຄ່າການສົ່ງສິນຄ້າໄປຕ່າງປະເທດ ໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພື່ອເຮັດ
ໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດອີກ ຕໍ່ໄປພາຍໃນປີ 2015.

ປະເທດຄູ່ຄ້າທີ່ສໍາຄັນຂອງລາວໃນປັດຈຸບັນກໍຄື ໄທ ຈີນ ຫວຽດນາມ ອາຊຽນ ສະຫະພາບ
ຢູໂຣບ ສະຫະລັດ ຍີ່ປຸ່ນ ເກົາຫຼີໃຕ້ ຄານາດາ ອອສເຕຣເລຍ ແລະ ນີວຊີແລນດ໌ ຕາມລໍາ
ດັບ ໂດຍສະເພາະແມ່ນໄທ ຈີນ ແລະຫວຽດນາມນັ້ນ ກໍຍັງຖືເປັນ 3 ປະເທດ ທີ່ມີມູນຄ່າ
ການຄ້າກວມເອົາກວ່າ 90% ຂອງມູນຄ່າການຄ້າຕ່າງປະເທດທັງໝົດຂອງລາວອີກດ້ວຍ.

ຊຶ່ງກໍຄືໃນປີ 2012 ທີ່ຜ່ານມານັ້ນ ລາວກັບໄທມີມູນຄ່າການຄ້າລະຫວ່າງກັນເກີນກວ່າ
4,300 ລ້ານໂດລາ ໂດຍລາວສົ່ງອອກສິນຄ້າໄປໄທໃນມູນຄ່າ 1,200 ກວ່າລ້ານໂດລາ
ແລະກໍໄດ້ນໍາເຂົ້າສິນຄ້າຈາກໄທ ໃນມູນຄ່າເກີນກວ່າ 3,000 ລ້ານໂດລາ ຈຶ່ງເຮັດໃຫ້ລາວ
ຕົກເປັນຝ່າຍຂາດດຸນການຄ້າຕໍ່ໄທເຖິງ 1,800 ກວ່າ ລ້ານໂດລາ ສ່ວນການຄ້າລະຫວ່າງ
ລາວກັບຈີນນັ້ນ ກໍມີມູນຄ່າລວມຫຼາຍກວ່າ 1,400 ລ້ານໂດລາ ໂດຍລາວເປັນຝ່າຍທີ່ໄດ້
ປຽບດຸນການຄ້າໃນມູນຄ່າ 300 ກວ່າລ້ານໂດລາ.

ສໍາລັບການຄ້າລະຫວ່າງລາວກັບຫວຽດນາມໃນຊ່ວງດຽວກັນນີ້ ມີມູນຄ່າລວມຫຼາຍກວ່າ
900 ລ້ານໂດລາ ໂດຍລາວເປັນຝ່າຍທີ່ໄດ້ປຽບດຸນການຄ້າ 200 ກວ່າລ້ານ ໂດລາ ແລະ
ເຖິງແມ່ນວ່າມູນຄ່າການຄ້າລວມດັ່ງກ່າວນີ້ຈະບໍ່ເຖິງ 1,000 ລ້ານ ໂດລາ ຕາມເປົ້າໝາຍ
ທີ່ວາງໄວ້ກໍຕາມ ຫາກແຕ່ທາງການລາວກັບຫວຽດນາມ ກໍ ໄດ້ວາງເປົ້າໝາຍລວມກັນວ່າ
ຈະຊຸກຍູ້ການຄ້າລະຫວ່າງກັນໃຫ້ມີມູນຄ່າລວມເຖິງ 2,000 ລ້ານໂດລາ ພາຍໃນປີ
2015 ໃຫ້ໄດ້ ໃນຂະນະດຽວກັນ ກໍຍັງຈະເພີ່ມ ມູນຄ່າການຄ້າກັບຈີນ ແລະໄທໃຫ້ເຖິງ
2,000 ລ້ານໂດລາ ກັບ 8,000 ລ້ານ ໂດລາ ຕາມລໍາດັບ ພາຍໃນປີ 2015 ດັ່ງກ່າວອີກດ້ວຍ.
XS
SM
MD
LG