ທະນາຄານແຫ່ງຊາດລາວ ສະເໜີຂາຍພັນທະບັດອອມຊັບມູນຄ່າ 500 ລ້ານ ເພື່ອ
ຫລຸດຜ່ອນບັນຫາຂາດແຄນເງິນຕາຕ່າງປະເທດ ທີ່ມີສາເຫດມາຈາກການຂາດຸນການ
ຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດ ສປປ ລາວ ເປີດເຜີຍວ່າ ລັດຖະບານລາວ
ໄດ້ອະນຸຍາດໃຫ້ທະນາຄານແຫ່ງ ສປປ ລາວ ດຳເນີນການຈັດຈຳ ໜ່າຍພັນທະບັດ
ອອມຊັບງວດທີ່ນຶ່ງ ໄດ້ໃນວັນທີ 1 ຫາ 31 ຕຸລາ 2019 ໂດຍເປັນພັນທະບັດສະກຸນ
ເງິນໂດລາສະຫະລັດ ທີ່ມີມູນຄາລວມ 500 ລ້ານໂດລາ ແລະແບ່ງອອກເປັນ 3 ປະ
ເພດຄື 1,000 ໂດລາ ກັບ 3,000 ໂດລາ ແລະ 5,000 ໂດລາ ໂດຍຜູ້ຊື້ພັນທະບັດຈະ
ໄດ້ຮັບຜົນຕອບແທນເປັນດອກເບ້ຍໃນອັດຕາ 5 ເປີເຊັນ 6 ເປີເຊັນ ແລະ 7 ເປີເຊັນ
ຕໍ່ປີ ສຳລັບພັນທະບັດທີ່ມີອາຍຸ 1 ປີ 3 ປີ ແລະ 5 ປີ ຕາມລຳດັບ ຊຶ່ງຈະມີການຈ່າຍ
ດອກເບ້ຍປີລະ 2 ຄັ້ງ ຄືເດືອນທີ 6 ກັບ ເດືອນທີ 12 ແລະຜູ້ຊື້ພັນທະບັດຈະໄດ້ຮັບ
ເງິນຕົ້ນຄືນ ເມື່ອຄົບກຳນົດອາຍຸຂອງພັນທະບັດແລ້ວເທົ່ານັ້ນ.
ສຳລັບຜູ້ທີ່ມີສິດຊື້ພັນທະບັດອອມຊັບດັ່ງກ່າວນີ້ ກໍຄືບຸກຄົນ ແລະນິຕິບຸກຄົນສັນຊາດ
ລາວ ຮວມເຖິງຊາວຕ່າງຊາດ ທີ່ມີຖິ່ນຖານຢູ່ໃນລາວ ຍົກເວັ້ນນິຕິບຸກຄົນໃນຮູບແບບ
ຫຼືວ່າມີສາຍພົວພັນກັບທະນາຄານທຸລະກິດ ທີ່ດຳເນີນການເຄື່ອນໄຫວທຸລະກິດຢູ່ໃນ
ລາວເທົ່ານັ້ນ ທີ່ບໍ່ມີສິດຊື້ພັນທະບັດໃນຄັ້ງນີ້ ໂດຍການຈຳ ໜ່າຍພັນທະບັດຂອງທະ
ນາຄານແຫ່ງຊາດລາວດັ່ງກ່າວ ກໍເພາະວ່າລັດຖະບານ ລາວກຳລັງຜະເຊີນກັບບັນ
ຫາທຶນສຳຮອງເງິນຕາຕ່າງປະເທດລົດລົງຢ່າງຕໍ່ເນື່ອງ ອັນມີສາເຫດມາຈາກການ
ຂາດດຸນການຄ້າຕ່າງປະເທດເປັນສຳຄັນ ດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງໃນທະນາຄານແຫ່ງ
ຊາດລາວໄດ້ໃຫ້ຢືນຢັນວ່າ:
"ເງິນຕາຕ່າງປະເທດ ກຸ້ມການນຳເຂົ້າບໍ່ໄດ້ຕາມແຜນການ ຍ້ອນເງິນຕາຕ່າງປະເທດ
ຂອງລັດຖະບານຫລຸດລົງຫຼາຍ ການນຳໃຊ້ເງິນຕາຕ່າງປະເທດຍັງແຜ່ຫຼາຍໃນສົງຄົມ
ແລະການຂາຍເງິນຕາຕ່າງປະເທດຂອງທະນາຄານກາງ ໃຫ້ແກ່ສັງຄົມ ເພື່ອດັດສົມ
ອັດຕາແລກປ່ຽນ ແນ່ໃສ່ຮັກສາສະເຖຍລະພາບຄ່າຂອງເງິນກີບເຮັດໃຫ້ທະນາຄານ
ແຫ່ງ ສປປ ລາວ ບໍ່ສາມາດລວມສູນເງິນຕາຕ່າງປະເທດໃນລະດັບທີ່ແນ່ນອນ.”
ຊຶ່ງການຈຳໜ່າຍພັນທະບັດຂອງທາງການລາວໃນຄັ້ງນີ້ ຖືເປັນຄັ້ງທີ 4 ນັບແຕ່ເດືອນ
ທັນວາ ປີ 2018 ແຕ່ກໍຖືເປັນຄັ້ງທຳອິດທີ່ຈຳໜ່າຍເປັນພັນທະບັດສະກຸນເງິນດອນລາ
ສະຫະລັດ ສ່ວນ 3 ຄັ້ງກ່ອນໜ້ານີ້ ເປັນພັນທະບັດສະກຸນເງິນກີບເພື່ອການດຸນດ່ຽງ
ດ້ານງົບປະມານລາຍຈ່າຍຂອງລັດຖະບານລາວ ທີ່ມີມູນຄ່າເຖິງ 1000 ຕື້ກີບໃນເດືອນ
ທັນວາ ປີ 2018 ກັບ 714.87 ຕື້ຕໍ່ກີບ ໃນເດືອນກຸມພາ ປີ 2019 ແລະ 1,700 ຕື້ກີບ
ໃນເດືອນກັນຍາ 2019 ໂດຍພັນທະບັດມີລາຄາ 1 ລ້ານກີບຕໍ່ໜ່ວຍ ແລະການຈອງ
ຊື້ແຕ່ລະຄັ້ງຈະຕ້ອງມີລາຄາຕັ້ງແຕ່ 10 ລ້ານກີບຂຶ້ນໄປ ມີອາຍຸ 1 ປີ 3 ປີ 5 ປີ 7 ປີ
10 ປີ 15 ປີ ແລະ 20 ປີ ດ້ວຍອັດຕາດອກເບ້ຍ 5.3 ເປີເຊັນ 6.8 ເປີເຊັນ 6.96 ເປີ
ເຊັນ 7.2 7.5 ເປີເຊັນ 7.7 ເປີເຊັນ ແລະ 8 ເປີເຊັນ ຕໍ່ປີ ຕາມລຳດັບ.
ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະ
ຊວງການເງິນ ກໍຖະແຫຼງຍອມຮັບວ່າ ໜີ້ສິນຂອງລັດຖະບານລາວຍັງມີທ່າອຽງເພີ້ມ
ຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ການຈັດເກັບລາຍຮັບ ກັບຍັງບໍ່ສາມາດຈັດຕັ້ງປະຕິບັດ
ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະເມື່ອປະກອບກັບການທີ່ລັດຖະບານລາວມີພັນທະ
ທີ່ຈະຕ້ອງຊຳລະຄືນໜີ້ເງິນກູ້ທັງພາຍໃນ ແລະຕ່າງປະເທດຫຼາຍຂຶ້ນ ໃນລະຍະ 2 ປີ
ຕໍ່ໜ້ານີ້ ຈຶ່ງເຮັດໃຫ້ຈະຕ້ອງຫາແຫຼ່ງເງິນທຶນ ສຳລັບນຳມາຊຳລະຄືນໜີ້ດັ່ງກ່າວໃຫ້ໄດ້
ຢ່າງເທົ່າທັນກັບເວລາ ໂດຍທາງເລືອກທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະ
ທຳທີ່ສຸດ ກໍຄືການອອກພັນທະບັດລັດຖະບານ.
ສ່ວນຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວຢືນຢັນວ່າ ລັດຖະ
ບານລາວ ຕ້ອງຜະເຊີນກັບສະພາວະການເປັນໜີ້ພາກລັດຖະບານເພີ້ມຂຶ້ນຢ່າງຕໍ່
ເນື່ອງ ໂດຍເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດ ທີ່ໜີ້ສິນຂອງລັດຖະບານລາວມີມູນ
ຄ່າລວມເກີນກວ່າ 60 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ແລະເພີ້ມຂື້ນ
ເປັນ 65.3 ເປີເຊັນ ໃນປີ 2018 ທັງຍັງຈະເພີ້ມຂຶ້ນເປັນຫຼາຍກວ່າ 68 ເປີເຊັນ ແລະ
ເກີນກວ່າ 70 ເປີເຊັນ ໃນປີ 2019 ແລະປີ 2020 ອັນເປັນປີສຸດທ້າຍຂອງແຜນພັດ
ທະນາເສດຖະກິດສັງຄົມລະຍະ 5 ປີ ຄັ້ງທີ 8 ຂອງລັດຖະບານລາວ.
ທາງດ້ານກະຊວງອຸດສາຫະກຳ ແລະການຄ້າລາຍງານວ່າ ການຄ້າຕ່າງປະເທດຂອງ
ລາວ ໃນລະຍະແຕ່ເດືອນມັງກອນຫາ ກໍລະກົດ 2019 ມີມູນຄ່າລວມ 5,828.15 ລ້າ
ນໂດລາ ແລະລາວຂາດດຸນການຄ້າຕ່າງປະເທດ 557.15 ລ້ານໂດລາ ໂດຍບໍ່ລວມ
ເຖິງການສົ່ງອອກກະແສໄຟຟ້າ.