ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດ​ວິ​ສາ​ຫະ​ກິດ ​ການ​ບິນລາວ ສູນ​ເສຍ​ລາຍ​ຮັບ​ເຖິງ 70 ເປີ​ເຊັນ ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ


ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ຮອດ ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ສ​ປ​ປ ລາວ.
ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ຮອດ ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ສ​ປ​ປ ລາວ.

ລັດ​ວິ​ສາ​ຫະ​ກິດ​ການ​ບິນ ລາວ ສູນ​ເສຍ​ລາຍ​ຮັບ​ເຖິງ 70 ເປີ​ເຊັນ​ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ ຈີນ ທີ່​ຕິດ​ຕໍ່​ໄປ​ໃນ 20 ກວ່າ​ປະ​ເທດ ໂດຍບໍ່​ມີ​ທ່າທີ​ວ່າ​ຈະ​ຄວບ​ຄຸມ​ໄດ້​ໃນ​ໄວໆ​ນີ້.


ທ່ານ ບຸນ​ມາ ຈັນ​ທະ​ວົງ​ສາ ຜູ້​ອຳ​ນວຍ​ການ​ໃຫຍ່​ລັດ​ວິ​ສະ​ຫະ​ກິດ​ການ​ບິນ ລາວ ຖະ​ແຫຼງຍອມ​ຮັບ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼື Covid-19 ໃນ ຈີນ ທີ່​ຕິດ​ຕໍ່​ໄປ​ໃນ 20 ກວ່າ​ປະ​ເທດ ແລະ ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ມີ​ລາຍ​ງານ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຄ​ນາ ໃນ​ລາວ ກໍ​ຕາມ​ຫາກ​ແຕ່​ກໍ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ ລາວ ຢ່າງຫຼີກ​ລ່ຽງ​ບໍ່​ໄດ້​ໂດ​ຍ​ສະ​ເພາະ​ແມ​່ນ​ໃນ​ດ້ານ​ການ​ທ່ອງ​ທ່ຽວ​ທີ່​ມີ​ນັກ​ທ່ອງ​ທ່ຽວ ຈີນ ເປັນ​ແຫຼ່ງ​ລາຍ​ຮັບ​ທີ່​ສຳ​ຄັນ​ຂອງ​ພາ​ກ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ໃນ ລາວ ນັ້ນ.ສຳ​ລັບ​ລັດ​ວິ​ສາ​ຫະ​ກິດ​ການ​ບິນ ລາວ ນັ້ນ​ກໍ​ຕ້ອ​ງ​ສູນ​ເສຍ​ລາຍ​ຮັບ​ໄປ​ແລ້ວ​ເຖິງ 70 ເປີ​ເຊັນ​ເພາະ​ການ​ຍົກ​ເລີກ​ຖ້ຽວ​ບິນ​ສ່ວນ​ໃຫຍ່​ລະ​ຫວ່າງ ລາວ ກັບ ຈີນ ນັບ​ຈາກ​ຕົ້ນ​ເດືອນ​ກຸມ​ພາ 2020 ເປັນ​ຕົ້ນ​ມາ ທັງ​ຍັງ​ບໍ່​ມີ​ກຳ​ນົດ​ທີ່​ຊັດ​ເຈນ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ບຸນ​ມາ ຢືນ​ຢັນ​ວ່າ

"ສຳ​ລັບ​ສາຍ​ການ​ບິນ ລາວ ນີ້​ກໍ​ມີ​ຜົນ​ກະ​ທົບ​ພໍ​ສົມ​ຄວນ ເສັ້ນ​ບິນ​ໄປ​ສະ​ເພາະ ສ​ປ ຈີນ ນີ້​ມີ​ທັງ​ໝົດ​ຫັ້ນ 9 ເສັ້ນ​ບິນ​ຢູ່​ໃນ​ຫັ້ນ​ສ່ວນຫຼາຍ​ເປັນ​ບິນ​ເຊົ່າ​ເໝົາ​ລຳ ມາ​ຮອດ​ປັດ​ຈຸ​ບັນ​ນີ້​ທາງ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ ຈີນ ໄດ້​ຂໍ​ມາ​ເນາະ ໃຫ້​ພວກ​ເຮົາ​ເລີກ​ເພາະ​ວ່າ​ຕາມ​ຄຳ​ສັ່ງລັດ​ຖະ​ບານ ຈີນ​ ຫັ້ນ​ບໍ່​ໃຫ້​ນັກ​ທ່ອງ​ທ່ຽວ​ຂອງ ຈີນ ອອກ​ຈາກ​ປະ​ເທດ ສະ​ນັ້ນ​ກະ​ຈຳ​ເປັນ​ຕ້ອງ​ໄດ້​ຢຸດ​ໄວ້​ຊົ່ວ​ຄາວ ສ່ວນ​ວ່າ​ຜົນ​ກ​ະ​ທົບ​ຕໍ່​ທຸ​ລະ​ກິດ​ຫັ້ນ​ແນ່ນອນ​ຢູ່​ແລ້ວ ລາຍ​ຮັບ​ຂອງ​ບໍ​ລິ​ສັດ​ທີ່​ໄດ້​ຈາກ​ເສັ້ນ​ບິນ​ຂອງ ຈີນ ນີ້​ແມ່ນ 70 ເປີ​ເຊັນ​ພຸ້ນ​ແຫຼະທີ່​ມັນຫຼຸດ​ລົງ."

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ວິ​ສາ​ຫະ​ກິດ​ການ​ບິນ ລາວ ຫຼື ສາຍ​ການ​ບິນ ລາວ ກໍ​ຍັງ​ທຳ​ການ​ບິນ​ໃນ​ເສັ້ນ​ທາງ​ອື່ນໆ​ຕາມ​ປົກ​ກະ​ຕິ ແຕ່​ວ່າ​ກໍ​ອາດ​ຈະ​ມີ​ການ​ຍົກ​ເລີກ​ໃນ​ບາງ​ຖ້ຽວ​ບິນ​ທີ່​ມີ​ຈຳ​ນວນ​ຜູ້​ໂດຍ​ສານ​ໜ້ອຍ ຫຼື ບໍ່​ຄຸ້ມ​ທຶນ​ໃນ​ແຕ່​ລະ​ຖ້ຽວ​ບິນ​ທີ່​ຈະ​ຕ້ອງ​ມີ​ຜູ້​ໂດຍ​ສານບໍ່​ຕ່ຳ​ກວ່າ 60 ເປີ​ເຊັນ​ຂອງ​ຈຳ​ນວນ​ບ່ອນ​ນັ່ງ​ທັງ​ໝົດ.

ທາງ​ດ້ານ​ທ່ານ ສູນ ມະ​ນີ​ວົງ ຫົວ​ໜ້າ​ກົມ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ລາວ ກັບ ຈີນ ໃນ​ປີ 2019 ທີ່​ຖື​ເປັນ​ປີ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ລາວ-ຈີນ ນັ້ນ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ທຸກ​ດ້ານ​ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ ລາວ ຈຳ​ນວນ​ທັງ​ໝົດ 4,580,000 ຄົນ​ເພີ່ມ​ຂຶ້ນ​ເຖິງ 9 ເປີ​ເຊັນ ທຽບ​ໃສ່​ປີ 2018 ໃນ​ນີ້​ເປັນ​ນັກ​ທ່ອງ​ທ່ຽວ ຈີນ ຈຳ​ນວນ​ເຖິງ 1,022,724 ຄົນ​ເພີ່ມ​ຂຶ້ນ 27 ເປີ​ເຊັນ ທຽບ​ໃສ່​ປີ 2018 ຫາກ​ແຕ່​ວ່າ​ດ້ວຍ​ບັນ​ຫາ​ການ​ລະ​ບາດ​ຂອງ​ເຊື້ອ Covid-19 ກໍ​ຍ່ອມ​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ ຈີນ ເດີນ​ທາງ​ມາ ລາວ ຫຼຸດ​ລົງ​ໃນ​ປີ 2020 ທີ່​ລັດ​ຖະ​ບານ ລາວ ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ ຈີນ ເດີນ​ທາງ​ມາ ລາວ ກວ່າ ນຶ່ງ​ລ້ານ​ຫ້າ​ແສນ​ຄົນ​ນັ້ນ.

ສ່ວນ​ທ່ານ ສົມ​ພູ ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ-ສັງ​ຄົມ ສະ​ພາ​ແຫ່ງ​ຊາດ ລາວ ບອກວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ ແລະ ບໍ່​ໄດ້​ມາດ​ຕະ​ຖານ​ໃນ​ພາກ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ຄື​ສາ​ເຫດ​ທີ່​ສຳ​ຄັນ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດ້ານ​ການ​ທ່ອງ​ທ່ຽວ​ທີ່​ວາງ​ເອົາ​ໄວ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີ​ການ​ປັບ​ປຸງ-ແກ້​ໄຂ​ໃນ​ທຸກໆ​ດ້ານ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ.

ຂະ​ນະ​ທີ່​ ພັນ​ເອກ ກິດ​ຕະ​ວົງ ສຸ​ຣິ​ຍາ ຫົວ​ໜ້າ​ກົມ​ຕຳ​ຫຼວດ​ທ່ອງ​ທ່ຽວ​ໃນ​ສັງ​ກັດ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ໄດ້ໃຫ້​ການຍອມ​ຮັບ​ວ່າ​ ມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ່ອງ​ທ່ຽວ​ຈຳ​ນວນ​ນຶ່ງ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ​ດ້ວຍ​ການ​ໃຊ້​ໂອ​ກາດ​ປັບ​ໄໝ ຫຼື​ວ່າ​ຮຽກ​ຮັບ​ເອົາ​ເງິນ​ຈາກ​ບັນ​ດາ​ບໍ​ລິ​ສັດ ແລະ ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ຜິດ​ລະ​ບຽບ​ກົດ​ໝາຍ​ການ​ທ່ອງ​ທ່ຽວ​ໃນ ລາວ ແລະ ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ປັບ​ໄໝ​ນັ້ນ​ໄປ​ເປັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.

ທາງ​ດ້ານ​ສະ​ມ​າ​ຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະ​ການ​ຢ່າງ​ຮອບ​ດ້ານ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປັບ​ປຸງ​ ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​ທ່ອງ​ທ່ຽວໃນ​ລາວ ​ໃ​ຫ້​ໄດ້ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ແທ້​ຈິງ ທັງ​ນີ້ດ້ວຍ​ການ​ເພັ່ງ​ເລັງ​ໃສ່​ການ​ຄຸ້ມ​ຄອງ​ສະ​ຖານ​ບັນ​ເທີງ ແລະ​ບໍ​ລິ​ການ​ຕ່າງໆ ເພື່ອ​ໃຫ້​ດຳ​ເນີນ​ທຸ​ລະ​ກິ​ດ​ຕາມ​ລະ​ບຽບ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ ທັງ​ຈະ​ຕ້ອງ​ສ້າງ​ນິ​ຕິ​ກຳ​ໃໝ່​ໃນ​ການ​ຄຸ້ມ​ຄອງ ທຸ​ລະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃຫ້​ສາມ​າດ​ແຂ່ງ​ຂັນ​ກັບ​ເພື່ອນ​ບ້ານ​ໄດ້ ຢ່າງ​ແທ້​ຈິງ​ອີກ​ດ້ວຍ

ທັງ​ນີ້​ພາກ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ​ໃນ​ລາວ ມີ​ລາຍ​ຮັບ​ຕ່ຳ​ສຸດ​ໃນ​ອາ​ຊຽນ ໂດຍ ​ໄທ ​ມີ​ລາຍ​ຮັບຈາກ​ການ​ທ່ອງ​ທ່ຽວ​ສູງ​ສຸດໃນ ອາ​ຊຽນ ກໍ​ຄືຫຼາຍກວ່າ 62,870 ລ້ານ​ໂດ​ລາ ສ່ວນ ສ​ປ​ປ ລາວ ມີ​ລາຍ​ຮັບ​ຈາ​ກ​ການ​ທ່ອງ​ທ່ຽວ​ພຽງ​ແຕ່ 855 ລ້ານໂດ​ລາເທົ່າ​ນັ້ນ ຊຶ່ງ​ຕ່ຳ​ກວ່າ​ ໄທ 83 ເທົ່າ​ໃນ​ປີ 2019 ຊຶ່ງ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ ໄທ ​ຫລາຍກວ່າ 40 ລ້ານ​ຄົນ ຫຼາຍກວ່າ ລາວ ເຖິງ 10 ເທົ່າ​.

ແຕ່​ກໍ​ຄາດ​ວ່າ​ການ​ທ່ອງ​ທ່ຽວ​ຈະຫຼຸດ​ລົງ​ໃນ​ທົ່ວ​ອາ​ຊຽນ​ໃນ​ປີ 2020 ນີ້​ທີ່​ເປັນ​ຍ້ອນ​ການ​ລະ​ບາດ​ຂອງ Covid-19 ນັ້ນ​ເອງ.

XS
SM
MD
LG