ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການລາວຈະດໍາເນີນຄະດີຕໍ່ຄົນລາວ ແລະຄົນຕ່າງຊາດທຸກຄົນທີ່ປົກປິດຂໍ້ມູນກ່ຽວກັບການຕິດພະຍາດ ໂຄວິດ-19


ນາງພາວະດີ ຫລື ຕຸກຕິກຂ້າມຊາຍແດນດ່ານຂົວມິດຕະພາບກັບຄືນມາລາວຫລັງຈາກໄດ້ຂ້າມໄປໜອງຄາຍກັບຜູ້ຊາຍໄທຄົນນຶ່ງ ໃນຈໍານວນ 2 ຄົນທີ່ໄດ້ລັກລອບເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນໃນຊ່ວງວັນທີ 7 ຫາ 15 ເມສາ. ປັດຈະບັນຜູ້ກ່ຽວຖືກກັກຂັງເພື່ອລໍຖ້າດໍາເນີນຄະດີຢູ່
ນາງພາວະດີ ຫລື ຕຸກຕິກຂ້າມຊາຍແດນດ່ານຂົວມິດຕະພາບກັບຄືນມາລາວຫລັງຈາກໄດ້ຂ້າມໄປໜອງຄາຍກັບຜູ້ຊາຍໄທຄົນນຶ່ງ ໃນຈໍານວນ 2 ຄົນທີ່ໄດ້ລັກລອບເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນໃນຊ່ວງວັນທີ 7 ຫາ 15 ເມສາ. ປັດຈະບັນຜູ້ກ່ຽວຖືກກັກຂັງເພື່ອລໍຖ້າດໍາເນີນຄະດີຢູ່

ທາງການລາວຈະດໍາເນີນຄະດີອາຍາແລະລົງໂທດຄົນລາວແລະຄົນຕ່າງຊາດທຸກຄົນທີ່ປົກປິດຂໍ້ມູນກ່ຽວກັບໄວຣັສ Covid-19 ທີ່ກຳລັງລະບາດຢ່າງກວ້າງຂວາງໃນລາວ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ພັນໂທວິລະພົນ ໄພບູນ, ຫົວໜ້າພະແນກຄຸ້ມຄອງຄົນຕ່າງດ້າວນະຄອນຫລວງວຽງຈັນຖະແຫຼງວ່າ ບຸກຄົນທີ່ມີເຈດຕະນາປົກປິດຂໍ້ມູນກ່ຽວກັບການຕິດເຊື້ອໄວຣັສ Covid-19 ແລະເຮັດໃຫ້ເກີດການລະບາດຢ່າງກວ້າງຂວາງນັ້ນ ນອກຈາກຈະຖືວ່າເປັນການລະເມີດຄຳສັ່ງຂອງນາຍົກລັດຖະມົນຕີເລກທີ15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມແລະກຽມຄວາມພ້ອມຢ່າງຮອບດ້ານຕ້ານພະຍາດ Covid-19 ໃຫ້ເຂັ້ມງວດ ແລະມີປະສິດທິຜົນສູງທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 22 ເມສາ 2021 ເປັນຕົ້ນມານັ້ນແລ້ວ ການກະທຳດັ່ງກ່າວກໍຍັງຖືວ່າເປັນຄວາມຜິດຕາມກົດໝາຍອາຍາໃນຂໍ້ຫາທີ່ເຮັດໃຫ້ເກີດການລະບາດຂອງພະຍາດຕິດຕໍ່ທີ່ຮ້າຍແຮງໃນລາວອີກດ້ວຍ ຊຶ່ງເຈົ້າໜ້າທີ່ຕຳຫຼວດລາວມີອຳນາດຕາມກົດໝາຍທີ່ຈະດຳເນີນຄະດີ ແລະລົງໂທດຕໍ່ບຸກຄົນທີ່ມີເຈດຕະນາດັ່ງກ່າວ, ດັ່ງທີ່ທ່ານ ພັນໂທວິລະພົນໄດ້ຢືນຢັນວ່າ:
“ໃນການຕິດເຊື້ອນີ້ ໃຜກໍບໍ່ຢາກຕິດ ແຕ່ວ່າໂຕນີ້ມັນແມ່ນສະພາວະທີ່ເຫດສຸດວິໄສ ແຕ່ມີບາງຄົນຖ້າຮູ້ວ່າຕົນເອງຕິດເຊື້ອແລ້ວ ຍັງເຈດຕະນາບໍ່ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່, ຕໍ່ແພດ, ມີການລີ້ຊ້ອນປ່ອນຕົວ ແລະມີການອອກໄປແຜ່ເຊື້ອສູ່ຊຸມຊົນ ທຸກກໍລະນີຖືວ່າ ເປັນການລະເມີດຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລ້ວກໍເລກທີ 006 ຂອງນະຄອນຫຼວງວຽງຈັນ. ນອກຈາກນັ້ນແລ້ວ ມັນກໍເປັນການແຕະຕ້ອງເຖິງກົດໝາຍອາຍາ. ຈັ່ງຊັ້ນທຸກຄົນກະຕ້ອງຖືກດຳເນີນຄະດີ ມີເຈດຕະນາໃນການແຜ່ເຊື້ອ ບໍ່ປະຕິບັດຕາມຄຳສັ່ງຕ່າງໆ.”

ກ່ອນໜ້ານີ້ ທາງການຕຳຫຼວດລາວກໍໄດ້ຄວບຄຸມໂຕຜູ້ຕ້ອງຫາເພດຍິງລາວ 2 ຄົນທີ່ເປັນສາເຫດຕົ້ນຕໍການລະບາດຂອງໄວຣັສ ໂຄວິດ-19 ໃນໄລຍະໃໝ່ໄວ້ເພື່ອດຳເນີນຄະດີຕາມກົດໝາຍອາຍາແລ້ວ ໂດຍແມ່ຍິງລາວ 2 ຄົນ ໄດ້ລັກລອບນຳພາຜູ້ຊາຍໄທ 2 ຄົນ ເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ ກໍຄື ນາງພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ນຳພາຄົນໄທເຂົ້າມາລາວກັບ ນາງມອນມີນາ ສຸດທິດາ (ຕິນ່າ) ຜູ້ນຳທ່ຽວຢູ່ໃນນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7-15 ເມສາຜ່ານມາ ຊຶ່ງຖ້າຫາກວ່າສານປະຊາຊົນລາວໄດ້ຕັດສິນວ່າມີຄວາມຜິດຕາມມາດຕາ 199 ຂອງກົດໝາຍອາຍາ ກໍຄືເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອໂຣກທີ່ຮ້າຍແຮງໃນລາວ ກໍຈະຖືກລົງໂທດຂັງຄຸກແຕ່ 2 ປີເຖິງ 15 ປີ ແລະປັບໃໝຕັ້ງແຕ່ 10 ລ້ານກີບເຖິງ 70 ລ້ານກີບ.

ນອກຈາກນີ້ ທາງການລາວກໍຍັງໄດ້ອອກຄຳສັ່ງໃຫ້ປົດນາຍຕຳຫຼວດ 2 ຄົນອອກຈາກຕຳແໜ່ງອີກດ້ວຍ ກໍຄື ຮ້ອຍເອກພູໄຊ ສີສະຫວັນ, ຕຳຫຼວດສື່ສານປະຈຳແຂວງສະຫວັນນະເຂດ ກັບຮ້ອຍໂທສອນອາໄລ ໂພທິລາດ ນາຍຕຳຫຼວດປະຈຳເມືອງສອງຄອນ ເພາະວ່າ ມີສ່ວນພົວພັນໃນການລັກລອບນຳພາຄົນໄທທັງ 2 ຄົນເຂົ້າມາໃນລາວໂດຍເຮືອຂ້າມຝັ່ງແມ່ນໍ້າຂອງລະຫວ່າງ ລາວ-ໄທນັ້ນ ແລະນາຍຕໍາຫລວດທັງ 2 ທີ່ຖືກປົດອອກຈາກຕໍາແໜ່ງດັ່ງກ່າວຍັງຈະຖືກດໍາເນີນຄະດີອາຍາອີກດ້ວຍ.

ຊຶ່ງເຊັ່ນດຽວກັນກັບຜູ້ຕ້ອງຫາເພດຊາຍໄທ 2 ຄົນ ທີ່ລັກລອບເດີນທາງເຂົ້າມາລາວນັ້ນ ທາງການຕຳຫຼວດລາວກໍຈະປະສານງານກັບກັບທາງການຕຳຫຼວດໄທເພື່ອຂໍໃຫ້ດຳເນີນການສົ່ງໂຕຜູ້ຕ້ອງຫາທັງ 2 ຄົນດັ່ງກ່າວ ມາດຳເນີນຄະດີອາຍາ ແລະລົງໂທດຢູ່ໃນລາວ ເພາະຜູ້ຕ້ອງຫາສັນຊາດໄທທັງ 2 ຄົນມີສ່ວນກ່ຽວຂ້ອງໂດຍກົງໃນການເຮັດໃຫ້ເກີດການລະບາດຂອງໄວຣັສ ໂຄວິດ-19 ຮອບໃໝ່ຢູ່ໃນລາວ ດ້ວຍການລັກລອບເດີນທາງເຂົ້າມາທ່ຽວສະຖານບັນເທີງຕ່າງໆ ທັງໃນແຂວງສະຫວັນນະເຂດ ແລະນະຄອນວຽງຈັນ ໃນຊ່ວງວັນທີ 7-15 ເມສາທີ່ຜ່ານມາ ໂດຍມີພະນັກງານລັດ ແລະຄົນລາວໃຫ້ການຊ່ອຍເຫຼືອອຳນວຍຄວາມສະດວກໃນການກະທຳດັ່ງກ່າວ.

ໃນປັດຈຸບັນ ທາງການຕຳຫຼວດໄທໄດ້ຄວບຄຸມໂຕຜູ້ຕ້ອງຫາສັນຊາດໄທທັງ 2 ຄົນດັ່ງກ່າວໄວ້ດຳເນີນຄະດີຕາມກົດໝາຍໄທໃນ 3 ຂໍ້ຫາດ້ວຍກັນ ກໍຄືການເດີນທາງເຂົ້າ-ອອກປະເທດໂດຍຜິດກົດໝາຍ ການຊ່ອຍເຫຼືອຊາວຕ່າງຊາດໃຫ້ເດີນທາງເຂົ້າປະເທດໄທ ໂດຍຜິດກົດໝາຍ ແລະການປົກປິດຂໍ້ມູນກ່ຽວກັບການຕິດເຊື້ອໂຣກອັນເປັນສາເຫດທີ່ເຮັດໃຫ້ເກີດການແຜ່ລະບາດຂອງພະຍາດຕິດຕໍ່ໃນວົງກວ້າງຢ່າງຮຸນແຮງ ກໍຄືການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນວົງກວ້າງໃນທົ່ວປະເທດລາວແລະໄທ.

ການລະບາດຂອງໄວຣັສໂຄວິດ-19 ທີ່ເພິ້ນຂຶ້ນຢ່າງວ່ອງໄວໄດ້ເຮັດໃຫ້ລັດຖະບານລາວປິດດ່ານຊາຍແດນແລະຫ້າມການເດີນທາງໃນທົ່ວປະເທດນັບແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ແລະສະພາບການໃນປັດຈຸບັນກໍຍັງບໍ່ດີຂຶ້ນ ທັງຄາດວ່າຈະມີຜູ້ຕິດໄວຣັສ ໂຄວິດ-19 ເກີນກວ່າ 2,000 ຄົນພາຍໃນເດືອນພຶດສະພານີ້ ເພາະວ່າການລະບາດຂອງໄວຣັສໂຄວິດ-19 ໃນປັດຈຸບັນໄດ້ເຂົ້າໄປໃນລະດັບຊຸມຊົນ ແລະພາຍໃນຄອບຄົວທີ່ມີການຕິດຕໍ່ເຊື້ອໄວຣັສໂຄວິດ-19 ລະຫວ່າງກັນໄດ້ຢ່າງວ່ອງໄວນັ້ນເອງ.

XS
SM
MD
LG