ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວວາງເປົ້າໝາຍ ທີ່ຈະດຶງດູດເອົາ ນັກທ່ອງທ່ຽວ ຕ່າງຊາດ ໃຫ້ໄດ້ ເຖິງ 6 ລ້ານຄົນ ພາຍໃນປີ 2020


ກອງປະຊຸມໃຫຍ່ ສະມາຄົມໂຮງແຮມ ແລະຮ້ານອາຫານລາວ ຄັ້ງທີ 4 ຢູ່ທີ່ໂຮງແຮມ Mercure ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 15 ມັງກອນ 2014 ໂດຍມີ ຮອງລັດຖະມົນຕີ ຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ຈະເລີນ ວາລິນທະລາສັກ ເຂົ້າຮ່ວມ (ກາງ)
ກອງປະຊຸມໃຫຍ່ ສະມາຄົມໂຮງແຮມ ແລະຮ້ານອາຫານລາວ ຄັ້ງທີ 4 ຢູ່ທີ່ໂຮງແຮມ Mercure ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 15 ມັງກອນ 2014 ໂດຍມີ ຮອງລັດຖະມົນຕີ ຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ຈະເລີນ ວາລິນທະລາສັກ ເຂົ້າຮ່ວມ (ກາງ)

ທາງການລາວວາງເປົ້າໝາຍ ທີ່ຈະດຶງດູດເອົາ ນັກທ່ອງທ່ຽວ
ຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ພາຍໃນປີ 2020 ດ້ວຍ
ການຈັດຕັ້ງປະຕິບັດ ໃນ 3 ໜ້າວຽກຂອງການພັດທະນາ ໃນ
ພາກບໍລິການ ແລະການທ່ອງທ່ຽວ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ເປີດເຜີຍວ່າ
ເປົ້າໝາຍສຳຄັນຂອງການພັດທະນາໃນພາກບໍລິການ ແລະການທ່ອງທ່ຽວຂອງລາວ ໃນ
ລະຍະ 5 ປີ ຕໍ່ໜ້ານີ້ ກໍຄືການດຶງດູດເອົາຊາວຕ່າງຊາດ ໃຫ້ເດີນທາງເຂົ້າມາທ່ອງທ່ຽວ ໃນ
ລາວໃຫ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນປີ 2020 ຊຶ່ງເປັນປີສິ້ນສຸດ ຂອງການ
ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ນັ້ນ
ຈະຕ້ອງດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 6 ລ້ານຄົນ ຊຶ່ງຈະເຮັດໃຫ້ພາກ
ການທ່ອງທ່ຽວ ແລະບໍລິການມີລາຍຮັບປະມານ 953 ລ້ານໂດລາ ໃນປີ 2020.

ໂຮງແຮມ Mercure ເປັນໂຮງແຮມລະດັບສາກົນ ແຫ່ງໜຶ່ງ ຢູ່ໃນນະຄອນຫຼວງວຽງຈັນ
ໂຮງແຮມ Mercure ເປັນໂຮງແຮມລະດັບສາກົນ ແຫ່ງໜຶ່ງ ຢູ່ໃນນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ຂັນສູງຂອງລາວ ຢືນຢັນວ່າ ເພື່ອເຮັດໃຫ້ສາມາດບັນ
ລຸເປົ້າໝາຍດັ່ງກ່າວ ທາງການລາວກໍໄດ້ວາງແຜນການພັດທະ
ນາໃນ 3 ໜ້າວຽກດ້ວຍກັນ ກໍຄືການຄຸ້ມຄອງການທ່ອງທ່ຽວ
ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ
ແລະສະຖານບໍລິການຕ່າງໆ ທີ່ມີຄວາມສະດວກສະບາຍ ຢ່າງ
ຄົບຊຸດ ແລະຮັບປະກັນຄວາມປອດໄພ ໃຫ້ກັບນັກທ່ອງທ່ຽວ
ໃຫ້ໄດ້ຢ່າງຄັກແນ່ ຊຶ່ງກໍລວມເຖິງການມີບ່ອນພັກເຊົາ ສຳລັບ
ນັກທ່ອງທ່ຽວຊາວຕ່າງຊາດ ຢ່າງພຽງພໍ ກັບຄວາມຕ້ອງການ
ທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ໂດຍພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ມີໂຮງແຮມ ແລະບ້ານພັກທັງໝົດ
1,926 ແຫ່ງທີ່ມີຈຳນວນຫ້ອງພັກລວມກັນ 32,960 ຫ້ອງ ໃນປີ 2011 ແລະເພີ່ມຂຶ້ນເປັນ
2,426 ແຫ່ງມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງໃນປີ 2015 ແລະຄາດວ່າ ຈຳ
ນວນຫ້ອງພັກຈະເພີ່ມຂຶ້ນເປັນ 50,000 ຫ້ອງພາຍໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາທຸລະກິດບໍລິການ ແລະການ
ທ່ອງທ່ຽວໃນລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດ ໄດ້ເພີ່ມຂຶ້ນທຸກປີອີກດ້ວຍ
ກໍຄືຈາກ 2 ລ້ານ 7 ແສນກວ່າຄົນ ໃນປີ 2011 ເປັນ 4 ລ້ານ 1 ແສນກວ່າຄົນ ໃນປີ 2014
ແລະຫຼາຍກວ່າ 4 ລ້ານ 3 ແສນຄົນໃນປີ 2015 ທັງຍັງເຮັດໃຫ້ ພາກທຸລະກິດບໍລິການ ຂອງ
ລາວມີລາຍຮັບເພີ່ມຂຶ້ນຈາກ 400 ລ້ານໂດລາ ໃນປີ 2011 ແລະ 560 ລ້ານໂດລາ ໃນປີ
2014 ເປັນຫຼາຍກວ່າ 670 ລ້ານໂດລາ ໃນປີ 2015 ອີກດ້ວຍ.

ບ້ານພັກ ແກຣນວີວ ຢູ່ໃນເມືອງວັງວຽງ ຊຶ່ງເປັນສະຖານທີ່ທ່ອງທ່ຽວ ທຳມະຊາດ ທີ່ນິຍົມຊົມຊອບ ຂອງນັກທ່ອງທ່ຽວຊາວຕ່າງຊາດ
ບ້ານພັກ ແກຣນວີວ ຢູ່ໃນເມືອງວັງວຽງ ຊຶ່ງເປັນສະຖານທີ່ທ່ອງທ່ຽວ ທຳມະຊາດ ທີ່ນິຍົມຊົມຊອບ ຂອງນັກທ່ອງທ່ຽວຊາວຕ່າງຊາດ

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະລາຍຮັບ
ດັ່ງກ່າວ ຍັງຖືເປັນສະພາວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາ
ສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມລຳດັບ ຊຶ່ງເປັນ
ຜົນຈາກການພັດທະນາໃນຫຼາຍດ້ານ ເພື່ອອຳນວຍຄວາມສະ
ດວກໃຫ້ແກ່ນັກທ່ອງທ່ຽວ ເຊັ່ນ ຮ້ານອາຫານ ການບໍລິການຂົນ
ສົ່ງ ແລະການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ ຈາກການທີ່ລາວ
ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ລາຍໃນປັດຈຸບັນ.

ນອກຈາກນັ້ນ ລັດຖະບານລາວຍັງໄດ້ໃຫ້ຄວາມສຳຄັນເປັນພິ
ເສດ ໃນການເສີມສ້າງຄວາມຮ່ວມມືດ້ານການທ່ອງທ່ຽວ ກັບ
ປະເທດເພື່ອນບ້ານ ໂດຍຫຼ້າສຸດ ລັດຖະມົນຕີດ້ານການທ່ອງທ່ຽວຂອງມຽນມາ ລາວ ໄທ
ກຳປູເຈຍ ແລະຫວຽດນາມ ກໍໄດ້ຕົກລົງກັນຢູ່ທີ່ນະຄອນເນປິດໍ ຂອງມຽນມາ ເພື່ອເສີມຂະ
ຫຍາຍການຮ່ວມມື ໃນດ້ານການທ່ອງທ່ຽວ ຢ່າງຮອບດ້ານ ດ້ວຍການພັດທະນາ 5 ປະເທດ
ໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງຮັບນັກທ່ອງທ່ຽວທັງໃນອາຊຽນ ແລະຈາກພູມີພາກ
ອື່ນໆ ໃນທົ່ວໂລກ ໃຫ້ໄດ້ໄວທີ່ສຸດ.

ແຕ່ຢ່າງໃດກໍຕາມ ພາກບໍລິການ ແລະທ່ອງທ່ຽວໃນລາວ ກໍຍັງຈຳເປັນ ຈະຕ້ອງດຳເນີນ
ການພັດທະນາດ້ານຊັບພະຍາກອນມະນຸດ ໃຫ້ພຽງພໍ ແລະເທົ່າທັນກັບການເພີ່ມຂຶ້ນຂອງ
ຈຳນວນນັກທ່ອງທ່ຽວ ຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນລາວຫຼາຍຂຶ້ນ ຢ່າງຕໍ່ເນື່ອງ
ໂດຍສະເພາະແມ່ນໃນຖານະທີ່ລາວກໍເປັນສະມາຊິກໜຶ່ງ ໃນປະຊາຄົມອາຊຽນ ດ້ວຍນັ້ນ
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ສິ່ງທີ່ພວກເຮົາຈະຕ້ອງປັບປຸງ ອັນສຳຄັນ ກະແມ່ນການພັດທະນາ ຊັບພະຍາ
ກອນມະນຸດ ໃນຂະແໜງການທ່ອງທ່ຽວ ເພື່ອໃຫ້ມັນທັນກັບເວລາ ທີ່ພວກເຮົາ
ຈະໄປສູ່ປະຊາຄົມເສດຖະກິດອາຊຽນ ໂດຍສະເພາະແລ້ວ ແມ່ນພະນັກງານ ທີ່
ເຮັດວຽກໃນຂະແໜງການທ່ອງທ່ຽວ ຕ້ອງເປັນພະນັກງານມີຄຸນນະພາບ ມີຄວາມ
ຮູ້ ຄວາມສາມາດ ໃນການບໍລິການທ່ອງທ່ຽວ.”

ທາງດ້ານ ທ່ານນາງກອບການ ວັດທະນະວະຣາງກູຣ ລັດຖະມົນຕີວ່າການ ກະຊວງທ່ອງ
ທ່ຽວ ແລະກີລາ ຂອງໄທ ຍອມຮັບວ່າ ແຜນການຮ່ວມມືດ້ານການທ່ອງທ່ຽວໃນ 5 ປະເທດ
ດັ່ງກ່າວນີ້ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງ ໂດຍສະເພາະການກວດລົງກາ Visa
ຄັ້ງດຽວ (Single Visa) ນັ້ນ ກໍຍັງຖືເປັນບັນຫາ ທີ່ຍັງບໍ່ສາມາດຈັດຕັ້ງປະຕິລັດໄດ້ເລຍ
ໂດຍທີ່ມີສາເຫດຈາກຄວາມບໍ່ພ້ອມໃນດ້ານບຸກຄະລາກອນ ແລະເທັກນິກ ລວມເຖິງການ
ທີ່ລັດຖະບານຂອງບາງປະເທດ ໄດ້ໃຫ້ຄວາມສຳຄັນກັບດ້ານຄວາມໝັ້ນຄົງ ຫຼາຍກວ່າ
ການສົ່ງເສີມດ້ານການທ່ອງທ່ຽວອີກດ້ວຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG