ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການ ລາວ ຈະພັດທະນາແຂວງ ຈຳປາສັກ ໃຫ້ເປັນແຫຼ່ງ ທ່ອງທ່ຽວ ອາຊຽນ


ນຳ້ຕົກຄອນພະເພັງໃນລະດູຝົນ
ນຳ້ຕົກຄອນພະເພັງໃນລະດູຝົນ

ທາງການ ລາວ ຈະພັດທະນາແຫຼ່ງທ່ອງທ່ຽວໃນແຂວງ ຈຳປາສັກ ໃຫ້ເປັນ ເຂດທ່ອງທ່ຽວແບບອະນຸລັກໃນພູມີພາກ ອາຊຽນ ໂດຍສະເພາະນຳ້ຕົກຕາດ ໃນເຂດສີ່ພັນດອນ-ຄອນພະເພັງຢູ່ເມືອງໂຂງນັ້ນ.

ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວໃນກະຊວງຖະແຫຼງ ຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ຖະແຫຼງຢືນຢັນວ່າ ການຈັດງານ ມະຫາກຳການທ່ອງທ່ຽວແບບອະນຸລັກ ອາຊຽນ ຢູ່ທີ່ເມືອງ ປາກເຊ ແຂວງຈຳປາສັກ ໃນຊ່ວງວັນທີ 21-25 ມິຖຸນາ 2016 ນີ້ນອກຈາກຈະມີການຈັດກອງປະຊຸມໂຕະ ມົນ, ການສຳມະນາສາກົນວ່າດ້ວຍການທ່ອງທ່ຽວແບບອະນຸລັກ ແລະ ການສະແດງສິ ລະປະວັດທະນາທຳຕ່າງໆແລ້ວ, ທາງການ ລາວ ຍັງໄດ້ນຳສະເໜີໃຫ້ກອງປະຊຸມ ຮັບຮອງເອົານ້ຳຕົກຕາດທີ່ເຂດສີ່ພັນດອນ-ຄອນພະເພັງຢູ່ ເມືອງໂຂງ ໃຫ້ເປັນ ເຂດທ່ອງທ່ຽວແບບອະນຸລັກຂອງ ອາຊຽນ ດ້ວຍ.

ທັງນີ້ໂດຍນຳ້ຕົກຕາດໃນເຂດ ສີ່ພັນດອນ-ຄອນພະເພັງ ຖືກເປັນນຳ້ຕົກຕາດ ທີ່ກວ້າງໃຫຍ່ທີ່ສຸດໃນໂລກ ທັງຍັງມີຄວາມຫຼາກຫຼາຍດ້ານຊີວະນານາພັນອີກ ດ້ວຍດັ່ງທີ່ທ່ານ ສູນ ໄດ້ໃຫ້ການອະທິບາຍວ່າ.

"ຮອດປະຈຸບັນນີ້ຖືວ່ານຳ້ຕົກຕາມຄອນພະເພັງນີ້ ໄດ້ຖືກຈົນທະບຽນເປັນນຳ້ ຕົກຕາດທີ່ກວ້າງທີ່ສຸດໃນໂລກ ຊຶ່ງມີຄວາມກ້ວາງເຖິງ 10.7 ກິໂລແມັດ ເພາະ ວ່າເຖິງຄອນພະເພັງບໍ່ແມ່ນເວົ້າສະເພາະແຕ່ເຮົາໄປຢືນເບິ່ງຄອນພະເພັງ ມັນ ທັງລະບົບຮອດຫຼີ່ຜີ ຮອດນັ້ນພຸ້ນເນາະໂສມພະນິດພຸ້ນ ມັນເປັນລະບົບນ້ຳຕົກ ຕາມຈາກການສຳຫຼວດທີ່ເວົ້າເລື່ອງນ້ຳຕົກໃນທົ່ວໂລກ ເຂົາເຫັນວ່ານ້ຳຕົກ ຕາມຄອນພະເພັງນີ້ເປັນນ້ຳຕົກຕາດທີ່ກວ້າງທີ່ສຸດໃນໂລກ ດັ່ງນັ້ນແລ້ວສິ່ງທີ່ ສຳຄັນທີ່ພວກເຮົາຢາກໂຄສະນາຈຸດທີ່ໂຄດເດັ່ນຂອງພວກເຮົານີ້."

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ວາງເປົ້າໝາຍທີ່ຈະດຶງ ດູດເອົາຊາວຕ່າງຊາດໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ໃຫ້ເພີ່ມຂຶ້ນຢ່າງ ຕໍ່ເນື່ອງ ໂດຍສະເພາະແມ່ນປີ 2020 ທີ່ເປັນປີສິ້ນສຸດການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ນັ້ນຈະດຶງດູດເອົາ ນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນໂດຍຈະເຮັດໃຫ້ພາກການ ທ່ອງທ່ຽວ ແລະ ບໍລິການມີລາຍຮັບຫຼາຍກວ່າ 953 ລ້ານໂດລາໃນປີ 2020 ດັ່ງກ່າວ.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງນັ້ນ ທາງ ການ ລາວ ກໍໄດ້ວາງແຜນການພັດທະນາໃນ 3 ດ້ານດ້ວຍກັນຄືການຄຸ້ມຄອງ ການທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວ ແລະ ສະຖານບໍລິການຕ່າງໆທີ່ສະດວກສະບາຍ ແລະ ການຮັບປະກັນຄວາມປອດໄພໃຫ້ນັກທ່ອງ ທ່ຽວໃຫ້ໄດ້ຢ່າງຄັກແນ່ລວມເຖິງການມີບ່ອນພັກເຊົາສຳລັບຮອງຮັບນັກທ່ອງທ່ຽວ ຊາວຕ່າງຊາດໄດ້ຢ່າງພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນ ດ້ວຍ ໂດຍໃນ ລາວ ມີໂຮງແຮມ ແລະ ບ້ານພັກຈຳນວນ 2,426 ແຫ່ງ ແລະ ມີຫ້ອງພັກ ລວມເຖິງ 44,600 ກວ່າຫ້ອງໃນປີ 2015 ທີ່ຜ່ານມາ.

ໂດຍການມີຈຳນວນຫ້ອງພັກດັ່ງກ່າວ ເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວ ຂອງ ລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ເພີ່ມຂຶ້ນຈາກ 2.7 ລ້ານກວ່າຄົນໃນປີ 2011 ເປັນ 4.1 ລ້ານກວ່າຄົນໃນປີ 2014 ແລະ ຫຼາຍກວ່າ 4.3 ລ້ານຄົນໃນປີ 2015 ທັງຍັງເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວມີລາຍ ຮັບເພີ່ມຂຶ້ນຈາກ 560 ລ້ານໂດລາໃນປີ 2014 ເປັນຫຼາຍກວ່າ 670 ລ້ານໃນປີ 2015 ອີກດ້ວຍ.

ພ້ອມກັນນັ້ນຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະ ລາຍຮັບດັ່ງກ່າວຍັງ ຖືເປັນສະພາວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມລຳດັບຊຶ່ງເປັນຜົນຈາກການພັດທະນາໃນຫຼາຍດ້ານ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວເຊັ່ນ ຮ້ານອາຫານ, ການບໍລິ ການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະເຫັນໄດ້ຈາກການທີ່ ລາວ ມີ ບໍລິສັດທ່ອງທ່ຽວຫຼາຍວ່າ 340 ລາຍໃນປະຈຸບັນ.

ແຕ່ຢ່າງໃດກໍຕາມ ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ກໍຍັງຈຳເປັນຈະ ຕ້ອງດຳເນີນການພັດທະນາດ້ານຊັບພະຍາກອນມະນຸດໃຫ້ພຽງພໍ ແລະ ເທົ່າທັນ ກັບການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນທາງເຂົ້າມາໃນ ລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນຖານະທີ່ ລາວ ກໍເປັນສະມາ ຊິກໜຶ່ງໃນປະຊາຄົມ ອາຊຽນ ດ້ວຍນັ້ນ.

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການ ເສີມສ້າງຄວາມຮ່ວມມືດ້ານການທ່ອງທ່ຽວ ກັບປະເທດເພື່ອນບ້ານ ໂດຍຫຼ້າສຸດ ລັດຖະມົນຕີການທ່ອງທ່ຽວຂອງ ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດ ນາມ ກໍໄດ້ຕົກລົງກັນຢູ່ທີ່ນະຄອນຫຼວງ ເນປີດໍ ຂອງ ມຽນມາ ເພື່ອເສີມຂະ ຫຍາຍການຮ່ວມມືໃນດ້ານການທ່ອງທ່ຽວຢ່າງຮອບດ້ານດ້ວຍການພັດທະນາ 5 ປະເທດໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງຮັບນັກທ່ອງທ່ຽວທັງໃນ ອາຊຽນ ດ້ວຍກັນ ແລະ ພູມີພາກອື່ນໆໃນທົ່ວໂລກໃຫ້ໄດ້ໄວທີ່ສຸດ, ແຕ່ວ່າບັນຫາທີ່ຍັງ ເປັນອຸປະສັກຕໍ່ການພັດທະນາການທ່ອງທ່ຽວ ລະຫວ່າງ ປະເທດໃນເວລານີ້ກໍຄື ການທີ່ຍັງ ບໍ່ສາມາດນຳໃຊ້ລະບົບ Single Visa ຮ່ວມກັນໄດ້ໃນການຈັດຕັ້ງ ປະຕິບັດພາກຕົວຈິງ.

XS
SM
MD
LG