ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການ ລາວ ຈະເກັບກູ້ລະເບີດທີ່ບໍ່ທັນແຕກ ໃຫ້ໄດ້ໃນພື້ນທີ່ 4,500 ເຮັກຕາຕະຫຼອດປີ 2017 ນີ້.


ບັນດາເຈົ້າໜ້າທີ່ເກັບກູ້ລະເບີດ ລາວ ກຳລັງກະກຽມ
ການທຳລາຍລະເບີດ.
ບັນດາເຈົ້າໜ້າທີ່ເກັບກູ້ລະເບີດ ລາວ ກຳລັງກະກຽມ ການທຳລາຍລະເບີດ.

ທາງການ ລາວ ຈະເກັບກູ້ລະເບີດທີ່ບໍ່ທັນແຕກ UXO ໃຫ້ໄດ້ໃນພື້ນທີ່ 4,500 ເຮັກຕາ ລວມທັງຈະຈຳກັດຜົນກະທົບຕໍ່ຊີວິດ ແລະ ຮ່າງກາຍຂອງປະຊາຊົນ ລາວ ໃຫ້ນ້ອຍກວ່າ
50 ຄົນໃນຕະຫຼອດປີ 2017 ນີ້.

ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່
ໃນ ສປປ ລາວ ລາຍງານວ່າ ເປົ້າໝາຍສຳຄັນຂອງການຈັດຕັ້ງປະຕິບັດງານໃນຕະຫຼອດ
ປີ 2017 ນີ້ກໍຄືການເກັບກູ້ລະເບີດບໍ່ທັນແຕກ UXO ໃຫ້ໄດ້ໃນພື້ນທີ່ 4,500 ເຮັກຕາ
ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ UXO ໃນດ້ານການປິ່ນປົວ, ການ
ຟື້ນຟູສຸຂະພາບ ແລະ ປະກອບອາຊີບໃຫ້ເຂົ້າເຈົ້າ ພ້ອມທັງການໂຄສະນາເຜີຍແຜ່ຜົນ
ຮ້າຍຂອງ UXO ແນໃສ່ຫຼຸດຈຳນວນຜູ້ບາດເຈັບ ຫຼື ເສຍຊີວິດໃຫ້ໄດ້ຕໍ່າກວ່າ 50 ຄົນ.

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງ
ຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງຢູ່ໃນ ລາວ ໄດ້ສະແດງຄວາມເຊື່ອ
ໝັ້ນວ່າຈະສາມາດຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວຢ່າງ ເປັນຮູບປະທຳ ໂດຍຈະສືບຕໍ່ສຳຫຼວດແບບບໍ່ແມ່ນວິຊາການໃຫ້ໄດ້ໃນພື້ນທີ່ 950 ບ້ານເພື່ອຊອກຫາ
ຈຸດຫຼັກຖານຂອງ UXO ແລະ ສຳຫຼວດແບບວິຊາການໃຫ້ໄດ້ໃນເຂດ 338 ບ້ານເພື່ອ
ຊອກຫາ ແລະ ເກັບກູ້ UXO ອອກຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນຂອງປະຊາຊົນ ສ່ວນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍນັ້ນກໍຈັດຕັ້ງປະຕິບັດໄດ້ດີສົມຄວນ ດັ່ງທີ່ທ່ານ
ພູຂຽວ ຢືນຢັນວ່າ.

"ໜຶ່ງລະແມ່ນເລື່ອງການປິ່ນປົວ ມັນເກີດອຸບັດຕິເຫດຂຶ້ນລະກະແມ່ນເອົາກັນໄປປົວ
ໂລກ ສົ່ງເຂົ້າສຸກສາລາ, ສົ່ງເຂົ້າໂຮງໝໍເມືອງ, ໂຮງໝໍແຂວງ. ສອງລະແມ່ນວ່າຟື້ນ
ຟູຟື້ນຟູກະມີທັງຟື້ນຟູທາງຮ່າງກາຍ, ຟື້ນຟູທາງຈິດ. ອັນທີ່ສາມແມ່ນປະກອບອາ
ຊີບ ແລ້ວວຽກອັນນີ້ເຮັດໄດ້ດີຫຼາຍ ເຖິງແມ່ນວ່າມັນບໍ່ທັນໄດ້ຕາມຄາດ, ແຕ່ວ່າມີຂະ
ບວນການເຮັດໄດ້ດີຫຼາຍ ຕ້ອງຂອບໃຈນຳກະຊວງສາທາລະນະສຸກ ມີເງິນ ບໍ່ມີເງິນ ເພິ່ນກະປົວກັນໂລກ, ເກີດອຸບັດຕິເຫດຂຶ້ນແລ້ວ ເພີ່ມຫອບເຂົ້າໄປສຸກສາລາຫັ່ນນະ ໂຮງໝໍເມືອງ, ໂຮງໝໍແຂວງ."

ທາງການ ລາວ ໄດ້ສຳຫຼວດ ແລະ ເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໂດຍ
ມາຮອດປະຈຸບັນນີ້ກໍປາກົດວ່າ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ລວມ 29,701 ເຮັກ
ຕາ ໂດຍໃນນີ້ແບ່ງເປັນດິນກະສິກຳ 18,541 ເຮັກຕາ, ດິນພັດທະນາ 11,160 ເຮັກຕາ
ແລະ ທຳລາຍ UXO ໄດ້ 552,968 ໜ່ວຍ ໃນນີ້ກໍລວມເຖິງລະເບີດລູກຫວ່ານ
259,421 ໜ່ວຍ, ລະເບີດຂະໜາດໃຫຍ່ 1,489 ໜ່ວຍ ແລະ ລະເບີດຊະນິດຕ່າງໆ
ດ້ວຍ.

ທາງດ້ານທ່ານນາງ ເຣນາ ບິດເທີ ເອກອັກຄະລັດຖະທິດ ສະຫະລັດ ປະຈຳນະຄອນ
ຫຼວງວຽງຈັນ ໄດ້ຢືນຢັນວ່າ ລັດຖະບານ ສະຫະລັດ ຈະຮັກສາຄຳໝັ້ນສັນຍາ ກ່ຽວກັບ ການໃຫ້ການຊ່ວຍເຫຼືອແກ່ ລາວ ທີ່ໄດ້ຕົກລົງໃນໂອກາດທີ່ທ່ານ ບາຣັກ ໂອບາມາ ປະ
ທານາທິບໍດີ ສະຫະລັດ ຄົນກ່ອນໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງ
ການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ທີ່ນະຄອນຫຼວງວຽງຈັນໃນເດືອນ
ກັນຍາ 2016 ຊຶ່ງທ່ານ ໂອບາມາ ໄດ້ປະກາດໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນມູນຄ່າລວມ 90 ລ້ານໂດລາເພື່ອການພັດທະນາຢ່າງຮອບດ້ານ ຊຶ່ງລວມເຖິງການ
ເກັບກູ້ UXO ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ UXO ດ້ວຍ.

ໂດຍທາງການ ສະຫະລັດ ໄດ້ເພີ່ມການຊ່ວຍເຫຼືອສຳລັບການເກັບກູ້ UXO ໃນ ລາວ
ເປັນ 13 ລ້ານໂດລາຕໍ່ປີນັບຈາກປີ 2015 ເປັນຕົ້ນມາ. ທັງຍັງໄດ້ສົມທົບທຶນໃນມູນຄ່າ
2 ລ້ານໂດລາໃນກຸ່ມທີ່ປຶກສາເພື່ອການເກັບກູ້ລະເບີດໃນ ລາວ ຫຼື MAG ເພື່ອນຳໃຊ້
ໃນການເກັບກູ້ UXO ຢູ່ແຂວງຊຽງຂວາງ ອັນຖືເປັນພາກສ່ວນໜຶ່ງຂອງໂຄງການທີ່
ທາງການ ສະຫະລັດ ໄດ້ລິເລີ່ມຂຶ້ນໃໝ່ ເພື່ອໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ລາວ ທີ່
ໄດ້ຮັບຜົນກະທົບຈາກ UXO ອີກດ້ວຍ.

ພ້ອມກັນນັ້ນ ລັດຖະບານ ສະຫະລັດ ຍັງໄດ້ອະນຸມັດງົບປະມານມູນຄ່າ 6.5 ລ້ານໂດ
ລາຊຶ່ງແບ່ງເປັນ 5 ລ້ານໂດລາສຳລັບໃຫ້ການຊ່ວຍເຫຼືອຜູ້ທີ່ພິການຈາກລະເບີດ UXO
ໃນ ລາວ ຫຼາຍກວ່າ 70,000 ຄົນທິີ່ດຳເນີນງານໂດຍອົງການ World Education
ພາຍໃຕ້ 4 ເປົ້າໝາຍຄືການຝຶກອົບຮົມ, ການເພີ່ມຂີດຄວາມສາມາດດ້ານເສດຖະກິດ, ການເຂົ້າເຖິງເທັກໂນໂລຈີ ແລະ ການຟື້ນຟູການແພດສຳລັບຄົນພິການໃນ ລາວ ເປັນ
ເວລາ 3 ປີິຕິດຕໍ່ກັນ.

ສ່ວນເງິນທຶນອີກ 1.5 ລ້ານໂດລານັ້ນ ເປັນການສະໜັບສະໜູນໃຫ້ແກ່ໂຄງການຮ່ວມ
ມືດ້ານການຜະລິດອົງຄະທຽມ ແລະ ເຄື່ອງຄໍ້າຊູສຳລັບຜູ້ພິການໃນໄລຍະ 3 ປີເຊັ່ນ
ດຽວກັນ ທີ່ນີ້ໂດຍນັບແຕ່ປີ 1993 ເປັນຕົ້ນມາລັດຖະບານ ສະຫະລັດ ໄດ້ໃຫ້ການຊ່ວຍ
ເຫຼືອໃນການເກັບກູ້ UXO ໃນ ລາວ ໄປແລ້ວຄິດເປັນມູນຄ່າລວມເຖິງ 83 ລ້ານໂດລາ ລວມເຖິງການຊ່ວຍເຫຼືອໃນການສຶກສາຄວາມສ່ຽງ ແລະ ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຖືກ
ເຄາະຮ້າຍຈະລະເບີດ UXO ໂດຍຍັງບໍ່ທັນໄດ້ລວມເຖິງຄຳໝັ້ນສັນຍາຂອງທ່ານ ໂອ
ບາມາ ທີ່ຈະໃຫ້ການຊ່ວຍເຫຼືອແກ່ ລາວ ໃນມູນຄ່າລວມ 90 ໂດລາແຕ່ຢ່າງໃດ.

XS
SM
MD
LG